ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ມະນຸດທຸກຄົນຕ່າງກໍ່ມີຄວາມຢາກ  ແລະຄວາມຢາກຂອງມະນຸດແບ່ງອອກເປັນສາມປະເພດຄື:

1...ຄວາມຢາກທີ່ເກີດຂຶ້ນຕາມທຳມະຊາດ  ແລະເປັນສິ່ງຈຳເປັນເຊັ່ນ: ອາຫານ  ເຄື່ອງນຸ່ງຫົ່ມ  ຢາຮັກສາໂລກ

ແລະທີ່ຢູ່ອາໄສ  ສິ່ງເຫລົ່ານີ້ມະນຸດຈະຫລີກຫນີບໍ່ໄດ້  ເພາະເປັນສິ່ງຈຳເປັນ  ຄວາມສຸກບໍ່ສາມາດເກີດຂຶ້ນໄດ້ຖ້າປາສະຈາກສິ່ງ

ເຫລົ່ານີ້ ແຕ່ອາຫານແພງໆ ແລະເສື້ອຜ້າງາມໆບໍ່ຈຳເປັນສະເຫມີໄປ...

2...ຄືແຮງປາດຖະຫນາທີ່ເປັນໄປຕາມທຳມະຊາດ  ແຕ່ບໍ່ຈຳເປັນສຳຫລັບຊີວິດ ເຊັ່ນ: ຄວາມຕ້ອງການທາງເພດ

ຄວາມຢາກປະເພດນີ້ຄວນດຳເນີນຕາມທາງສາຍກາງ ຄື: ຮູ້ຈັກພໍ ຮູ້ຈັກລະ ຮູ້ຈັກຄວາມປະມານ........ຢ່າແຍ່ງເມຍເຂົາ...

3...ຄືຄວາມຕ້ອງການທີ່ບໍ່ໄດ້ເກີດຂຶ້ນຕາມທຳມະຊາດ ແລະບໍ່ຈຳເປັນສຳຫລັບມະນຸດ ເຊັ່ນ: ຂອງຟຸມເຟືອຍຕ່າງໆ ຊື່ສຽງ ກຽດຕິຍົດ

ຄວາມໂກ້ເກ໋ ຄວາມລູ່ຫລາຕ່າງໆ ສິ່ງເຫລົ່ານີ້ຄວນລະເວັ້ນ...

.............ອີພີຄິວຣັສ (Epicurus:) ຄິດວ່າ: ຊີວິດທີ່ປະເສີດຄືຊີວິດທີ່ຢູ່ຢ່າງງ່າຍໆ ສະຫງົບ ບໍ່ແມ່ນຊີວິດທີ່ທະເຍີທະຍານໄຝ່ຝັນ ແລະມີກຽດໃນສັງຄົມ

ສິ່ງເຫລົ່ານີ້ມີແຕ່ຈະບັ່ນທອນຄວາມສຸກຂອງມະນຸດ ເພາະຈະເປັນນາຍບັງຄັບໃຫ້ມະນຸດຕ້ອງເຮັດແບບນີ້ແບບນັ້ນ ຄົນເຮົາບໍ່ຄວນຕົກ

ເປັນທາດຂອງອິຫຍັງ...ເພາະມັນຈະເຮັດໃຫ້ເຮົາມີຄວາມທຸກຂຶ້ນມາລ້າໆ...ຄວນຮູ້ຈັກພໍ ແລະປະມານ.

Delicious Digg Fark Twitter