ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2012 | ມີ 16 ຄຳເຫັນ ແລະ 0 trackback(s)

......................................ທັກທາຍກັນດ້ວຍຄຳວ່າ: ໃຜອ່ານບໍ່ຈົບ ບໍ່ເມັ້ນເປັນຫມັນ..................................

.............ໂອໂຫຊີວິດ ຈັ່ງແມ່ນຜ່ານໄປໄວ໋ໄວໆໆໆໆໆໆໆໆໆໆ ບຶດດຽວຫນຶ່ງປີໃຫມ່ກະຜ່ານໄປແລ້ວ ສາສິເອະ ວັນ

ຊີວິດນີ້ຈັ່ງແມ່ນອັດສະຈັນ ສາສິເອະ ວັນຜ່ານໄປບໍ່ໄດ້ອິຫຍັງທີ່ເປັນຮູບເປັນຮ່າງຂຶ້ນມາເລີຍ ແຟນກະຍັງຫາບໍ່ພໍ້ (ຮິຮິຮິອັນນີ້ວ່າຫລີ້ນ)

ສໍກະຍັງບໍ່ເຫລົາ ເຂົ້າກໍ່ຈະຫມົດ ຕົດກໍ່ບໍ່ເຫມັນ ເສັ້ນເອນກະບໍ່ໃຫຍ່ ຫົວໃຈກະອ່ອນແອ ອີ່ແມ່ກະບອກວ່າສູ້ໆຕໍ່ໄປລູກທາງອອກມີສະເຫມີ

ຖ້າບໍ່ພົບເຈີແທ້ກໍ່ໃຫ້ໄປອອກທີ່ທາງເຂົ້າຫັ້ນແຫລະ !!! ຮິຮິຮິ.......ຊີວິດນີ້ອັດສະຈັນສະເຫມີ...ຖ້າເຮົາທຳຕົວດີ ມີສິນທຳປະຄັບປະຄອງໃຈ

ຊີວິດຈະມີຄ່າກໍ່ຕໍ່ເມື່ອເຮົາໄດ້ເຮັດສິ່ງມີຄ່າ...ຄ່າຂອງຄົນຈຶ່ງຢູ່ທີ່ຜົນຂອງງານ......ແຮ່ໆ (ແຕ່ຕອນນີ້ຍັງຫລັບໄຫລຢູ່)

...ມາສຳຫລວດເບິ່ງອະດີດ ສາສິເອະ ວັນທີ່ຜ່ານມາດີກ່ວາ...

ມີອິຫຍັງທີ່ດີໆແດ່ນໍ້ ຫລືມີແຕ່ຂີ້.....ໃນຈິດໃນໃຈ ໃນຕົນໃນໂຕ.........ອໍ້ພໍ້ແລ້ວໆໆໆ

............ຂີ້ຄ້ານ...

............ຫນັງສືບໍ່ໄດ້ອ່ານ...

............ນອນເດິກ...

............ຫລີ້ນຫລາຍເກີນໄປ...

............ວິທະຍານິພົນຍັງບໍ່ຂຽນຕໍ່...

............ຢືມຫນັງສືຫໍສະມຸດມາກອງໄວ້...

............ຫ້ອງຮົກ (ຫນ້ອຍຫນຶ່ງ) ...

............ເບິ່ງທີວີຫລາຍເກີນໄປ...

............ບໍ່ໃສ່ໃຈສຸຂະພາບ...

............ກິດຈຳເປັນຍັງປ່ອຍວາງ (ບໍ່ໃສ່ໃຈ) ...

............ສະຫມອງບໍ່ມີເລື່ອງດີໆເຂົ້າມາເຕີມ...

.......................ພໍລະເວົ້າໄປກໍ່ມີແຕ່ແນວບໍ່ດີ.....ຈັ່ງຊີ້ລະວາ ***ຈຶ່ງບອກວ່າຊັງນິດໄສຕົວເອງສຸດໆ***

ຕົວເອງຍັງບໍ່ພັດທະນາ...ແລ້ວຈະໄປພັດທະນາຄົນອື່ນໄດ້ແນວໃດວາ ??? ເວົ້າແຕ່ເຂົາ...ຕົວເຮົາເອງຍັງສອນບໍ່ໄດ້

ໃຜສິຍ້ອງວ່າດີນໍ້!...........ສະນັ້ນຈົ່ງມຸ່ງຫມັ້ນພັດທະນາຕົນເອງຕໍ່ໄປເດີ!!! ສອນຕົນເອງໃຫ້ໄດ້ ໃຊ້ຕົນເອງໃຫ້ເປັນ ເຫັນຕົນເອງ

ໃຫ້ຊັດໆ...ແລະປະຕິບັດແຕ່ສິ່ງດີໆໆກ່ອນຈຶ່ງໄປວ່າໃຫ້ຄົນອື່ນເດີ...ຕົວເອງ...........ຮິຮິຮິ

..................

.............................................

................................................................................31/ 1/ 55

 

 

 

Delicious Digg Fark Twitter