ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

..............ເຕືອນໃຈສຳຫລັບມື້ນີ້ໆໆໆໆໆ ໄປຮຽນບໍ່ໄດ້ຮຽນກໍ່ໄດ້ອັນນີ້ມາ...........

***ຜູ້ທີ່ມີເຫດຜົນ ມີອຳນາດເຫນືອອາລົມຍ່ອມຈະເລີນ ຜູ້ທີ່ຕົກເປັນທາດຂອງອາລົມຍ່ອມເສົ້າຫມອງ

***ຖ້າເຮົາບໍ່ຮູ້ຈັກພໍ ແມ່ນວ່າຈະໄດ້ທຸກທະວີບມາເປັນເຮືອນ ມາເປັນສົມບັດກໍ່ຄົງຈະບໍ່ພໍດອກ

***ເມື່ອຄົນເຮົາມີຄວາມໂລບຫລາຍຍ່ອມສົ່ງຜົນເສຍຕໍ່ການສຳນຶກໃນຄວາມຍຸດຕິທຳ ມີຄວາມກັງວົນຫລາຍ

ຍ່ອມສົ່ງຜົນເສຍຕໍ່ປັນຍາ ມີຄວາມຢ້ານຫລາຍຍ່ອມສົ່ງຜົນເສຍຕໍ່ຄວາມກ້າວຫນ້າ

***ຫາກວ່າເຮົາບໍ່ໄປຕໍ່ສູ້ແຍ່ງຊີງກັບໃຜ ກໍ່ຄົງບໍ່ມີໃຜມາຕໍ່ສູ້ແຍ່ງຊີງກັບເຮົາ

***ຖ້າເຮົາເພັ່ງແຕ່ຂໍ້ດ້ອຍຂອງຄົນອື່ນ ຈົນມອງຂ້າມຈຸດແຂງຂອງເຂົາ ກໍ່ເປັນການຍາກທີ່ຈະຄົ້ນພົບຄົນທີ່ມີຄ່າໃນໂລກນີ້

***ການໂອ້ອວດແລະຫລອກລວງ ເກີດຈາກຄວາມອວດອົ່ງທະນົງຕົວ ຜູ້ເຂົ້າເຖິງຄວາມຈິງຢູ່ພາຍໃນຍ່ອມເປັນສຸກແລະບໍ່ຮີບຮ້ອນ

***ບຸກຄົນທີ່ປະເສີດລ້ວນມີຈິດໃຈທີ່ຊື່ນບານ ອິດສະຫລະຈາກຄວາມປາຖະຫນາ ເປັນຜູ້ສະຫງົບລະງັບ ອິດສະຫລະຈາກຄວາມກັງວົນ

***ເມື່ອການຮັບຂອງເຮົານ້ອຍ ການຮັບຮູ້ຂອງເຮົາກໍ່ຕື້ນ ເມື່ອການຮັບຂອງເຮົາຫລາຍ ການຮັບຮູ້ຂອງເຮົາກໍ່ກວ້າງ

***ກ່າວໂທດຄົນອື່ນບໍ່ດີເທົ່າກ່າວໂທດຕົນເອງ ຮຽກຮ້ອງຄົນອື່ນບໍ່ດີເທົ່າຮຽກຮ້ອງຕົນເອງ

***ຄວາມຫາຍະນະມາຈາກຄົນເຮົາເປັນຜູ້ກໍ່ ໂຊກລາບກໍ່ຄົນເຮົາເອງສ້າງຂຶ້ນມາ ຫາຍະນະກັບໂຊກລາບມາຈາກຊ່ອງທາງດຽວກັນ

***ໃນຫມູ່ຄົນທີ່ທຸລະກັນດານມີຄົນນ້ຳໃຈງາມຢູ່ທົ່ວໄປ ເພາະຊີວິດມີຄວາມຍາກລຳບາກ ໃນຫມູ່ຄົນທີ່ແດນອຸດົມສົມບູນ ມີຜູ້ຄົນໄຮ້ຄ່າຢູ່ທົ່ວໄປ

ເພາະຊີວິດສະດວກສະບາຍ

***ເມື່ອຕາເບິ່ງໂດຍບໍ່ເລືອກກໍ່ຂາດການສັງລວມ ເມື່ອຫູຟັງໂດຍບໍ່ເລືອກກໍ່ເກີດຄວາມສັບສົນ ເມື່ອປາກເວົ້າໂດຍບໍ່ເລືອກກໍ່ປາກຫມາ...ຮິຮິໆ

..................

........................................

......................................................................ວັນທີ່ 2 ເດືອນ 2 ປີ ມີຄວາມສຸກ 555....................

 

Delicious Digg Fark Twitter