ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
  • ສອງຮັກຈຶ່ງເປັນດອງ ສອງປອງຈຶ່ງເປັນຊູ້ ສອງຮູ້ຈຶ່ງເປັນຜົວເປັນເມຍ
  • ອາຫານແຊບເມື່ອຢາກ ຂອງກິນແຊບຂຶ້ນກັບຜູ້ມັກ
  • ເງິນຄຳຫາໄດ້ ນ້ຳໃຈຫາຍາກ
  • ຄັບທີ່ຢູ່ໄດ້ ຄັບໃຈຢູ່ຍາກ
  • ນ້ຳສະຫມຸດເລິກແລະກວ້າງເຊືອກຢັ່ງກໍ່ຍັງເຖິງ ບາດວ່າໃຈຄົນນີ້ຢັ່ງບໍ່ຖ່ອງເຖິງໄດ້
  • ໄມ້ແກ່ກາຍຍາມເບັດ ເຫັດແກ່ກາຍຍາມແກງ
  • ການຮ້ອງໄຫ້ເປັນກຳລັງຂອງເດັກ ອາກາດເປັນກຳລັງຂອງນົກ...ນ້ຳເປັນກຳລັງຂອງປາ ປວງປະຊາເປັນກຳລັງຂອງຊາດ
  • ອ້ອຍຕານຫວານລີ້ນແລ້ວສິ້ນຊາກ ແຕ່ລົມປາກຫວານຫູບໍ່ຮູ້ຫາຍ..............(ຈົນຄັນຫູເລີຍໆໆໆ ອະແງ໋ ອະແງ໋ໆໆ)
  • ຟັງດ້ວຍດີ ດ້ວຍຄວາມເຄົາລົບຍ່ອມເກີດປັນຍາ
  • ຢ່າໄດ້ຕິດຕາມກົ້ນນຳຄົນທ້ອງຍຶ່ງ ມັນສິຕົດໃສ່ເຈົ້າໃຫ້ດັງວື້ປື່ງເຫມັນແທ້ດາຍ............
  • ຢ່າໄດ້ຂຶງຂັງຫນ້າວາຈາເວົ້າອົ່ງ ຝູງພີ່ນ້ອງພົງເຊື້ອສິພາກັນເຫີນຫ່າງ
  • ເກີດເປັນຄົນໃຫ້ຮຽນຄວາມຮູ້ ເປັນຄົນປູ້ເຂົາບໍ່ຢຳ ບໍ່ຮູ້ຂາວຮູ້ດຳ (ບາບ ບຸນ ຄຸນ ໂທດ) ເຂົາບໍ່ເກງບໍ່ຢ້ານ
  • ຍິງເກີດມາເພື່ອສືບສາຍ ຊາຍເກີດມາເພື່ອສືບຊາດ ຢ່າຄິດເວວາດໄປທາງບໍ່ດີ
  • ມີວິຊາຄວາມຮູ້ ແຕ່ຂາດສົມບັດຜູ້ດີກໍ່ໃຊ້ການບໍ່ໄດ້
  • ການເວົ້າ ການຂຽນພາສາທີ່ຖືກຕ້ອງ ເປັນເຄື່ອງຫມາຍຂອງຜູ້ມີວັດທະນະທຳສູງ
  • ເຮັດນຳຜູ້ຕ່ຳເຂົາຈ່ອງລົງ ເຮັດນຳຜູ້ສູງເຂົາດຶງຂຶ້ນ
  • ຂຶ້ນພູສູງຈຶ່ງເຫັນທົ່ງກວ້າງ.........ວ່າຊັ້ນໄດ໋!!
  • ຜົນທັງຫລາຍເກີດມາຈາກເຫດ ມີເຫດຈຶ່ງມີຜົນ
  • ຜູ້ຍິງມີຄວາມອາຍ ຮູ້ຈັກສະງ່ຽມຈຽມຕົວຈຶ່ງງາມ
  • ຜູ້ຊາຍມີຄວາມຮູ້ ຄວາມສາມາດກໍ່ງາມເຫມືອນກັນ
  • ຊາດທີ່ບຸນບາບນີ້ ບໍ່ມີໃຜຫລິ່ງເຫັນໄດ້ ລາງເທື່ອທຸກກັບເປັນມີ ຊົ່ວກໍ່ເປັນດີໄດ້ ລາງເທື່ອເຄີຍດີແລ້ວ ກັບຊົ່ວກໍ່ຫາກມີ.............
  • .............
  • ................................
  • .................................................................ຈາກ ນານາຄະຕິບູຮານລາວ............................
Delicious Digg Fark Twitter