ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2012 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

..................ຖ້າຖາມວ່າຄົນລາວເປັນຄົນສຸພາບ ອ່ອນນ້ອມຖ່ອມຕົນ ຊື່ສັດ ຈິງໃຈແທ້ບໍ.........???

ອາດຈະຕອບໄດ້ວ່າ **ບໍ່ຄ່ອຍແນ່ໃຈແລ້ວ** ເພາະສັງຄົມປັດຈຸບັນມັນປ່ຽນໄປຫລາຍ ຄົນເຮົານັບມື້ນັບເຫັນແກ່ຕົວຂຶ້ນ

ບໍ່ຄ່ອຍໃສ່ໃຈກັບຄົນອື່ນທີ່ບໍ່ແມ່ນຍາດພີ່ນ້ອງຂອງຕົນ........ໄດ້ຍິນຫາງສຽງມາວ່າພະນັກງານບ່ອນນີ້ບ່ອນນັ້ນ

ບໍ່ຄ່ອຍສຸພາບ ເວົ້າຈາກໍ່ບໍ່ມ່ວນ ຖືໂຕວ່າເດັ່ນກ່ວາຄົນອື່ນ......ແລະຄວາມຈິງ (ຄົນສ່ວນຫລາຍ) ກະເປັນແບບນັ້ນແຫລະ

ເພາະເຄີຍໄປປະສົບພົບພໍ້ມາດ້ວຍຕົນເອງ.......ຄື: ບໍ່ຄ່ອຍເປັນມິດປານໃດ ບໍ່ຮູ້ຈັກຕ້ອນຮັບ ຫລືວ່າບໍ່ໄດ້ຝືກມາວາ????

ຕາມທີ່ເຫັນຢູ່ບ້ານເພິ່ນເມືອງທ່ານ.......ໂອ້ຍໆ!! ຈັ່ງແມ່ນດີ ຮູ້ຈັກຕ້ອນຮັບແຂກ ມີສຳມາຄາລະວະອັນອ່ອນນ້ອມ ຮູ້ຈັກຖາມ

ແລະບໍລິການຢ່າງດີ້ດີ........ວ່າໄປແລ້ວກະຢາກໃຫ້ບ້ານເຮົາຄືຈັ່ງເພີ່ນ ມີຮອຍຍິ້ມ ຕ້ອນຮັບແຂກ ເວົ້າຈາປາໄສມ່ວນໆໆໆ

ໃຫ້ຄົນອື່ນເຂົາໄດ້ເຫັນໄດ້ຊົມໆໆໆ ແບບນີ້ໃຜເຫັນໃຜກະມັກແນ່ນອນ..........ທ່ານເອີຍໆໆໆໆ

....................ສະນັ້ນເຮົາທຸກຄົນຈົ່ງຫມັ່ນຝືກຕົນເອງໃຫ້ດີໆເຖີດ...ເພາະກິລິຍາອັນອ່ອນນ້ອມຖ່ອມຕົນ ເວົ້າຈາປາໄສມ່ວນ

ໃຜເຫັນໃຜກະມັກຫັ້ນແຫລະໆໆ..................ຄົນລາວບູຮານຍອມຮັບວ່າເພີ່ນດີອີຫລີ ຮູ້ຈັກດີແທ້ເລື່ອງສຳມາຄາລະວະນີ້ນ່າ

ອິຫຍັງທີ່ມັນບໍ່ດີເພີ່ນກະບໍ່ເຮັດ ກິລິຍາອາການໃດທີ່ມັນຂະລຳເພີ່ນກະບໍ່ເຮັດ ແລະກໍ່ໄດ້ເປັນແບບແຜນທຳນຽມມາຈົນເຖິງທຸກວັນນີ້

ເຊິ່ງເຮົາຜູ້ເປັນລູກຫລານສົມຄວນຢ່າງຍິ່ງທີ່ຈະສຶກສາວັດທະນະທຳດີໆເຫລົ່ານັ້ນ.......ແລະນຳໄປປະຕິບັດເພື່ອໃຫ້ເກີດຜົນດີໆໆໆ

..................ລິ້ງບັນຫາ http://pasalao.activeboard.com/forum.spark?aBID=119371&p=3&topicID=47740046

 


 

Delicious Digg Fark Twitter