ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

***ຄຳວ່າ *ຖ້ອຍທີຖ້ອຍອາໄສ* ຂ້າພະເຈົ້າບໍ່ຮູ້ດອກວ່າໃຜເປັນຄົນຄົ້ນຄິດແລະເວົ້າເປັນຄົນທຳອິດ

ແຕ່ຟັງເບິ່ງແລ້ວຈັ່ງແມ່ນມີຄວາມຫມາຍເລິກເຊິ່ງ ແລະບໍ່ທຳມະດາເລີຍ ຕ້ອງຂໍຊົມເຊີຍແລະສະແດງ

ຄວາມຮູ້ບຸນຄຸນຕໍ່ບັນພະບູລຸດລາວເຮົາ ທີ່ໄດ້ຝາກຄຳນີ້ເອົາໄວ້ໃຫ້ເຮົາເປັນອານຸສອນເພື່ອເຕືອນສະຕິ

ໃນການໃຊ້ຊີວິດ.......ຄຳວ່າຖ້ອຍທີ່ຖ້ອຍອາໄສຕາມທີ່ຂ້າພະເຈົ້າເຂົ້າໃຈນີ້ກໍ່ຄື: ຕ່າງຄົນກໍ່ຕ່າງອາໄສ

ເຊິ່ງກັນແລະກັນ ສາມັກຄີກັນ ຊ່ວຍເຫລືອກັນ ຂ້ອຍຊ່ວຍເຈົ້າ ເຈົ້າຊ່ວຍຂ້ອຍປະມານນີ້ແຫລະເນາະໆ

***ຄົນເຮົາສາມາດຢູ່ຄົນດຽວໄດ້ກໍ່ຈິງຢູ່ ແຕ່ການກະທຳທຸກຢ່າງທີ່ຫນັກຫນາສາຫັດນັ້ນເຮົາເຮັດຄົນດຽວ

ບໍ່ໄດ້ ຫລືໄດ້ກະຕ້ອງໃຊ້ເວລາອັນຍາວນານແຕ່ຖ້າຫາກຄົນເຮົາຫລາຍໆຄົນຊ່ວຍກັນຄົນລະໄມ້ຄົນລະມື

ມັນກໍ່ຈະແລ້ວໄວ ແລະສຳເລັດໄດ້ໂດຍງ່າຍ......ຄວາມສາມັກຄີຄືບໍ່ເກີດແຫ່ງຄວາມສຳເລັດເວົ້າງ່າຍໆສາ

ຫນັກໃຫ້ຊ່ວຍກັນຫາບ ຫຍາບໃຫ້ຊ່ວຍກັນດຶງ ຖ້າເຮົາເຮັດໄດ້ແບບນີ້ອິຫຍັງມັນກໍ່ງ່າຍວຽກຫນັກກໍ່ຈະກາຍ

ເປັນເບົາ ວຽກເບົາກໍ່ຈະຍິ່ງເບົາໆລົງໄປອີກ..........

***ຍິ່ງໃນສັງຄົມປັດຈຸບັນນີ້ ຄົນເຮົາຖືກມອງວ່າເປັນຄົນເຫັນແກ່ຕົວຫລາຍຂຶ້ນ ເອົາປຽບຄົນອື່ນຫລາຍຂຶ້ນ

ແບ່ງພັກແບ່ງພວກ ຕີກັນກໍ່ມີ ປຸ້ນຈີ້ກໍ່ມີ ຕັ້ງວົງກັນກິນເຫລົ້າເມົາແລ້ວອາລະວາດຜິດຖຽງກັນກໍ່ມີ........

ສິ່ງເຫລົ່ານີ້ຄືປາກົດການທີ່ຊົ່ວຊ້າທີ່ກຳລັງລະບາດຢູ່ໃນຂະນະນີ້....ຈົ່ງພາກັນຮັບຮູ້ເຖີດແລ້ວປັບປ່ຽນພຶດຕິກຳ

ທີ່ບໍ່ດີເຫລົ່ານັ້ນ ຫັນມາສ້າງຄວາມສາມັກຄີ ຄວາມປອງດອງ ຄວາມສະຫງົບສຸກ ແລະສ້າງຄວາມດີໃຫ້ເກີດຂຶ້ນພາຍໃນຊາດຂອງເຮົາ

ໃຫ້ສົມກັບຊື່ທີ່ວ່າ ປະເທດລາວເປັນປະເທດທີ່ສະຫງົບສຸກ ທຳມະຊາດງາມຕາ ມີວັດທະນະທຳທີ່ມີເອກະລັກເປັນຂອງຕົນເອງ

ຜູ້ຄົນອ່ອນນ້ອມຖ່ອມຕົນ ສຸພາບຮຽບຮ້ອຍ ມີນ້ຳຈິດນ້ຳໃຈອັນດີງາມ ຮູ້ຈັກຕ້ອນຮັບແຂກຕ່າງດ້າວທ້າວຕ່າງແດນ

ສູ່ດິນແດນທີ່ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນ້ຳ (ທີ່ກຳລັງຈະຫມົດໄປ) ທີ່ມີຊື່ວ່າປະເທດລາວ.........

***ຄົນທີ່ອາຍຸຍືນຄື: ຄົນທີ່ຕາຍແລ້ວບໍ່ສູນ***

ຫັດຂຽນຊື່ໆໆ

 

Delicious Digg Fark Twitter