ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

****ຄຳວ່າ *ຮົ້ວຫລາຍຫລັກຈຶ່ງຫມັ້ນ ພີ່ນ້ອງຫລາຍຊັ້ນຈຶ່ງດີ* ເປັນຄຳສຸພາສິດບູຮານລາວທີ່ບົ່ງບອກເຖິງຄວາມຫລາຍ

ຫລືມະຫາສານ.........ການເຮັດຮົ້ວກໍ່ຕ້ອງໃຊ້ໄມ້ຫລາຍໆລຳ ຫລາຍໆຫລັກມາຝັງລຽນກັນ ແລ້ວກໍ່ຕ້ອງໃຊ້ຕອກມັດໄມ້

ຂວາງເປັນແນວຍາວອີກເທື່ອຫນຶ່ງ ການເຮັດຮົ້ວນີ້ຖ້າປາສະຈາກໄມ້ທີ່ເອົາມາຝັງເປັນຫລາຍໆຫລັກແລ້ວ....ຮົ້ວກໍ່ຄົງບໍ່

ແຫນ້ນ ແລະຫມັ້ນຄົງເທົ່າທີ່ຄວນ  **ສະນັ້ນເພີ່ນຈຶ່ງເວົ້າໄວ້ວ່າຮົ້ວຫລາຍຫລັກຈຶ່ງຫມັ້ນ**

****ພີ່ນ້ອງຫລາຍຊັ້ນຈຶ່ງດີ ກໍ່ຫມາຍເຖິງຄວາມຫລາຍເຫມືອນກັນ ຄົນເຮົາຈະເຮັດຫຍັງກໍ່ຕາມຖ້າມີຄວາມສາມັກຄີກັນ

ມີຫລາຍໆຄົນຊ່ວຍກັນເຮັດມັນກໍ່ດີແນ່ນອນ ສຳເລັດໄວແນ່ນອນ ແຕ່ໃນທາງກົງກັນຂ້າມຖ້າບໍ່ມີພີ່ນ້ອງ ບໍ່ມີຫລາຍໆຄົນ

ຊ່ວຍກັນເຮັດມັນກໍ່ຈະສຳເລັດຊ້າລົງຫລືອາດຈະບໍ່ເກີດຂຶ້ນເລີຍກໍ່ເປັນໄດ້ ສະນັ້ນເພິ່ນຈຶ່ງວ່າ **ພີ່ນ້ອງຫລາຍຊັ້ນຈຶ່ງດີ**

****ແຕ່ການຢູ່ຫລາຍໆຄົນນຳກັນ ຍ່ອມມີບັນຫາເກີດຂຶ້ນແນ່ນອນ ທາງແກ້ໄຂກໍ່ຄືໃຫ້ທຸກຄົນເອົາໃຈເຂົາມາໃສ່ໃຈເຮົາ

ທຸກຄົນຕ້ອງມີລະບຽບ ວິໄນ ມີຫລັກໃຈ ມີຫລັກທຳ ເພື່ອປະຕິບັດ ເພື່ອປະໂຫຍດສຸກຂອງທຸກຄົນ ການຢູ່ນຳກັນຫລາຍ

ໆຄົນ ກໍ່ເຫມືອນເຮົາຈັບມີດສອງຄົມໄວ້ໃນມື ຖ້າເຮົາມີສະຕິປັນຍາດີເຮົາກໍ່ໃຊ້ມັນໄປໃນທາງທີ່ຖືກທີ່ຄວນ ແລະກໍ່ຈະເກີດ

ຜົນດີຂຶ້ນມາ ແຕ່ຖ້າເຮົາຂາດສະຕິປັນຍາ ເຮົາອາດຈະຫລົງໃຊ້ມັນໄປໃນທາງທີ່ຜິດ ແລະກໍ່ໃຫ້ເກີດໂທດຕາມມາໄດ້ຄືກັນ

****ສະນັ້ນຈຶ່ງເປັນຫນ້າທີ່ຂອງທຸກຄົນ ທີ່ຈະຕ້ອງໃຊ້ສະຕິແລະປັນຍາພິຈາລະນາວ່າອັນໃດດີ ອັນໃດບໍ່ດີ ອັນໃດຄວນຈະ

ເຮັດ ອັນບໍ່ຄວນຈະເຮັດ ແລະເລືອກເຮັດແຕ່ສິ່ງທີ່ດີທີ່ຄວນ ເພື່ອປະໂຫຍດຂອງຕົວທ່ານເອງແລະຄົນທີ່ຢູ່ຮອບຂ້າງທ່ານໆໆ..............

 

 

Delicious Digg Fark Twitter