ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

************ຖ້າຈະເວົ້າເຖິງຄວາມແຕກຕ່າງແລ້ວກໍ່ມີຫລາຍຢ່າງໃນໂລກນີ້ເຊັ່ນ:  ຂາວກັບດຳ.......

ດີກັບຊົ່ວ ສູງກັບຕ່ຳ ລວຍກັບຈົນ..........ແຕ່ໃນທີ່ນີ້ຢາກຈະເວົ້າເຖິງສອງຄຳນີ້ຄື: ເວົ້າກັບເຮັດ........

ຖ້າຈະວ່າໄປແລ້ວມັນກໍ່ຕ່າງກັນປານຟ້າກັບດິນ ແລະໃນທາງທີ່ພໍສັງເກດໄດ້ກໍ່ຄື: ຄົນທີ່ມີແຕ່ເວົ້າ

ເຂົາວ່າເປັນຄົນບໍ່ຈິງ ບໍ່ມັກປະສົບຜົນສຳເລັດໃນຊີວິດ ສ່ວນຄົນທີ່ເຮັດເຂົາເອິ້ນວ່າຄົນຈິງ ມັກເຮັດ

ຫລືກະທຳຫລາຍກ່ວາເວົ້າ ແລະຄົນທີ່ມີແຕ່ເວົ້ານັ້ນ (ເວົ້າຫລາຍ) ກໍ່ມັກຈະມີຄົນຊັງ ສ່ວນຄົນທີ່ກົ້ມ

ຫນ້າກົ້ມຕາເຮັດນັ້ນຢ່າງຫນ້ອຍກໍ່ມີຄົນຊື່ນຊົມ

*************ການຈະເຮັດຫຍັງໃຫ້ປະສົບຜົນສຳເລັດກໍ່ຄືກັນ ເຮົາຕ້ອງລົງມືເຮັດ ບໍ່ແມ່ນມີແຕ່ເວົ້າ..

ແລ້ວຝັນຫວານຍາມກາງເວັນເອົາ............ແບບນີ້ຈິບຫາຍແນ່ນອນ.......ຟັນທຸງ (ຢືມຄຳຫມໍໄວຣັສ

ມາເວົ້າ ຮາໆໆ) ຕາມທີ່ເຄີຍພົບພໍ້ມານີ້ຄົນເຮົາສ່ວນຫລາຍຈະມີແຕ່ເວົ້າບໍ່ລົງມືເຮັດ ເວົ້າຫັ້ນເກັ່ງແທ້ໆ

ໃຜບໍ່ຍອມໃຜໂດຍສະເພາະຍາມເຫລົ້າເຂົ້າປາກ ເດືອນດາວມີຈັກຫນ່ວຍຮູ້ຫມົດໆໆ ເມຍຊາວບ້ານຄົນ

ໃດງາມໆກະຮູ້ຫມົດ ???

*************ຄວາມຈິງກໍ່ຄື: ເວົ້າກັບເຮັດມັນຕ່າງກັນຫລາຍ ຖ້າມີແຕ່ເວົ້າບໍ່ເຮັດມັນກໍ່ບໍ່ໄປຮອດໃສ ຄົນ

ທີ່ປະສົບຜົນສຳເລັດໃນຊີວິດນັ້ນນອກຈາກຈະມີຫົວຄິດດີແລ້ວ ເຂົາຍັງມີຄວາມຫມຸ່ງຫມັ້ນທີ່ຈະກະທຳອີກ

ສະນັ້ນຖ້າເຮົາຢາກປະສົບຜົນສຳເລັດໃນຊີວິດ ກໍ່ຄວນຮຽນຮູ້ຈາກບຸກຄົນທີ່ປະສົບຜົນສຳເລັດນັ້ນແລ້ວນຳ

ມາເປັນແນວທາງຕໍ່ໄປ ຮັບຮອງວ່າຖ້າມີຄວາມຫມຸ່ງຫມັ້ນພໍ.............ເຮົາໄປໄດ້ດີແນ່ນອນ..................


 

 

Delicious Digg Fark Twitter