ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

***ດັ່ງທີ່ເຮົາຮູ້ແລ້ວວ່າ:   ໄມເຄີ່ລ ຈໍແດນເປັນນັກກິລາບາສເກັດບອລຊື່ດັງຂອງໂລກ ແຕ່ກ່ອນທີ່ລາວຈະເກັ່ງ

ຂະຫນາດນັ້ນ ລາວກໍ່ເຄີຍລົ້ມລຸກຄຸກຄານມາຫລາຍເທື່ອເດີພີ່ນ້ອງເອີຍໆໆໆ ບໍ່ແມ່ນວ່າຈະເກັ່ງໂດຍບໍ່ໄດ້ຝຶກ

ຝົນ ແລະລົ້ມເຫລວມາເລີຍ........ຄວາມລົ້ມເຫລວນັ້ນຖືໄດ້ວ່າເປັນຂັ້ນໄດອີກຂັ້ນຫນຶ່ງເພື່ອປິນໄຕ່ໄປສູ່ຄວາມ

ສຳເລັດອັນງົດງາມ.........ໄມເຄີ່ລ ຈໍແດນນີ້ນາ ລາວເຄີຍຫລົ້ມເຫລວມາຫລາຍຄັ້ງແຕ່ລາວບໍ່ເຄີຍມອງສິ່ງນັ້ນ

ວ່າເປັນຄວາມລົ້ມເຫລວ ແຕ່ລາວມອງແບບນີ້ ????? ມາເບິ່ງນຳກັນ............

***ຂ້ອຍລົ້ມເຫລວມາກ່ວາ 9,000 ຄັ້ງໃນອາຊີບຂອງຂ້ອຍ

***ຂ້ອຍຜິດພາດກ່ວາ 300 ເກມໃນການແຂ່ງຂັນ

***ຂ້ອຍພ່າຍແພ້ມາກ່ວາ 26 ຄັ້ງ

***ຂ້ອຍພ່າຍແພ້ມາແລ້ວຕັ້ງຫລາຍຄັ້ງຫລາຍຫົນໃນຊີວິດຂ້ອຍ ໃນການແຂ່ງຂັນຂອງຂ້ອຍ

***ຂ້ອຍເປັນຫນຶ່ງໃນນັກກິລາທີ່ຍິ່ງໃຫຍ່ ແຕ່ຂ້ອຍກໍ່ບໍ່ເຄີຍຊະນະຕະຫລອດ ມີແພ້ແດ່.........

***ຂ້ອຍໄດ້ໃຊ້ເວລາໃນການຝຶກຝົນເປັນປະຈຳ ຈົນຂ້ອຍເລີ່ມເຫັນພອນສະຫວັນຂອງຂ້ອຍ

ແລະຂ້ອຍກໍ່ມີຄວາມສຳພັນຢ່າງໃກ້ຊິດກັບຄວາມລົ້ມເຫລວຂ້ອງຂ້ອຍ ມັນເຮັດໃຫ້ຂ້ອຍເຂັ້ມແຂງຂຶ້ນ

***ຖ້າຖາມວ່າ: ຂ້ອຍເຄີຍຍອມແພ້ບໍ ??? ຕອບວ່າ: ບໍ່ເຄີຍເລີຍ.......ແຕ່ຂ້ອຍເບິ່ງບັນຫາວ່າ: ມັນເປັນ

ໂອກາດອີກຂັ້ນຫນຶ່ງ ໃນການພັດທະນາຕົວຂ້ອຍເອງໃຫ້ດີຂຶ້ນກ່ວາເດີມ..................

 

Delicious Digg Fark Twitter