ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ໝວດທີ່ເປັນຄຳ ຜະຫຍາພາສິດ

ຫລາຍໂພດ ເລືອກເອົາໂລດ

803. ກົກບໍ່ຕ້ອງຕີງຕາຍຕັ້ງແຕ່ງ່າ ຄັນວ່າງ່າບໍ່ເຕື້ອງ ສັງມາເຫຼື້ອງຕັ້ງແຕ່ໃບ.

804. ກິນແກງໃຫ້ເຈົ້າຊອມດູກ້າງ ຄາຄໍຊິຈີ້ມຍາກ ດູກມັນໄປຢູ່ຄ້າງ ກິນນ້ຳຊິບໍ່ລົງ.

805. ກິນເຂົ້າຜີ ໃຫ້ເຈົ້າຈົກຄໍຮາກ ຄ້ຽວໝາກຜີ ໃຫ້ເຈົ້າຄາຍ ໃຫ້ເຈົ້າຄືນມາດາຍທ້ອງເປົ່າ ກິນເຂົ້າເກົ່ານຳອາວນຳອາ.

806. ກິນໃຫ້ພິຈານແຈ້ງ ຄະເນດູສາມສ່ວນ ດີດາຍ ນອນໃຫ້ຄຶດສີ່ດ້ານ ຄນິງຖ້ວນຈຶ່ງຄ່ອຍນອນ.

807. ກຸນຊະໂລໂຕຊ້າງ ແນວສູງສັດໃຫຍ່ ຍັງໄດ້ມາຢູ່ບ້ານ ເມືອງກວ້າງກ່ອນຂຸນ.

808. ກຸນຊະໂລໂຕຊ້າງ ແນວສູງສັດໃຫຍ່ ຕາຍຍ້ອນນົກໄສ່ນ້ອຽ ຜຍາແພ້ຜາບຄືນ.

809. ຂອງບໍ່ເປັນຕາຈ້ຳ ຢ່າໄດ້ຈຸ່ມລົງຕັກ ຂອງບໍ່ເປັນຕາກັດ ຢ່າກິນຊິພວນທ້ອງ ຂອງບໍ່ເປັນຕາສົ້ມ ຢ່າງົມກິນຊິສົ້ມປາກ ມັນຊິຍາກແກ່ທ້ອງ ທຽວຂີ້ຍັ່ງຄືນ.

810. ຂ້າມເໜືອເພື່ອຕົກໃຕ້ ໄຫຼລົງມາຄ້ອມພໍແມ່ນ ພ້າອີ່ໂຕ້ບໍ່ເຂົ້າ ຟັນເຈີ້ຍໄວ້ແຕ່ໄກ.

811. ຂົນໄປ່ທັນປົກທ້າຍ ຢ່າຟ້າວເຫີນຫຽນແລ່ນ ປີກບໍ່ທັນຫຸ້ມກົ້ນ ຢ່າຟ້າວແຕ່ຊິຂັນ.

812. ຄຳຄ່າລົ້ນ ຂົດຂອດເປັນແຫວນ ສີແດງສຸກ ກໍເພາະມີຫົວແກ້ວ ຄືຄົນຮູ້ ວິຊາດີຫຼາຍຢ່າງ ກິຣິຍາຊ່ອຍຍູ້ ຊູຂຶ້ນຈຶ່ງຄ່ອຍເຮືອງ.

813. ຄຳປາກພໍ່ແມ່ນີ້ ໜັກເກີ່ງທໍຣະນີ ໃຜຜູ້ຢຳແຢງນົກ ຫາກຈັກເຮືອງເມືອໜ້າ. (ໜັງສືສຽວສວາດ)

814. ຄວາມຄຶດໃຫ້ ຖອງເຖິງພື້ນ ສເມີບົວຮາກຍັ່ງ ໃຈໃຫ້ອ່ອນສິ່ງຝ້າຍ ຫຼາຍລໍ້ຍືດຍາວ.

815. ຄິດໄປຫຼາຍນັບມື້ຫຍຸ້ງ ມຸງມາຄືຮາກໄຜ່ ຄຶດໄປຫຼາຍນັບມື້ພໍ້ ພໍແລ້ວບໍ່ຢາກເຫັນ.

816. ຄິດວ່າ ໃຈປະສົງສ້າງ ທຸງໄຊໄວ້ໃຫ້ອາດ ຕິແຕ່ຄັນຫາກສັ້ນ ແຂວນໄດ້ກໍບໍ່ປີວ.

817. ຄັນວ່າ ໄດ້ຂີ່ຊ້າງ ຢ່າລືມແຫ່ງຄຸນໝາ ລາງເທື່ອໂຈນມາລັກ ຊິເຫົ່າຫອນໃຫ້ມັນຢ້ານ ລາງເທື່ອກວາງຟານເຕັ້ນ ໃນດົງຊິໄດ້ໄລ່ ບາດວ່າໄດ້ຕ່ອນຊີ້ນ ຍັງຊິໂອ້ອ່າວຄຸນ.

818. ຄັນວ່າ ມີສອງແລ້ວ ບໍ່ກົວໃຜຢ່າຟ້າວວ່າ ລາງເທື່ອລີ້ນຫາກເຈັບຍ້ອນແຂ້ວ ນ້ຳຕາຍ້ອຍຍ່າວລົງ.

819. ຄັນແມ່ນ ມີຄວາມຮູ້ ເຕັມພຸງພຽງປາກ ກໍດີຖ້ອນ ສອນໂຕເອງບໍ່ໄດ້ໃຜຊິຍ້ອງວ່າດີ.

820. ຄັນແມ່ນ ມີຄວາມຮູ້ ພາໂລເຮັດບໍ່ແມ່ນ ຄວາມຮູ້ທໍ່ແຜ່ນຟ້າ ເປັນບ້າທໍ່ແຜ່ນດີ

821. ຄັນແມ່ນໃຈປະສົງແລ້ວ ກາງດົງກໍເປັນທົ່ງ ຄັນແມ່ນໃຈຂີ້ຄ້ານກາງບ້ານກໍວ່າດົງ.

822. ຄັນແມ່ນ ໃຈປະສົງແລ້ວ ເມືອງແກວກໍດັ້ນຮອດ ສາຍຕາຈອດຈໍ່ຈ້ຳ ໃນຖ້ຳກໍກົ່ນຫາ.

823. ຄັນເຈົ້າ ໄດ້ຂີ່ຊ້າງ ກັ້ງຮົ່ມເປັນພຍາ ຢ່າໄດ້ລືມເສນາ ຜູ້ແຫ່ນຳຕີນຊ້າງ.

824. ຄັນເຈົ້າ ໄຖນາແລ້ວ ຢ່າລືມຄວາຍກັບແອກ ຖືກວ່າເຂົ້າບາດພ້ອມ ຍັງຊິໂອ້ອ່າວຫາ.

825. ຄັນເຈົ້າ ມີເຂັມແລ້ວ ໃຫ້ຖາມໄໝດູກ່ອນ ໄໝບໍ່ມີຮ້ອຍກົ້ນ ສົນໄດ້ກໍບໍ່ງາມ.

826. ຄັນເຈົ້າ ມີແຫແລ້ວ ຢ່າລືມຊິງຫາງກະຕ່າຍ ຄັນເຈົ້າມີຂ່າຍແລ້ວ ຢ່າລືມແຮ້ວນົກໄກ່ນາ.

827. ຄັນໄດ້ ກິນລາບກ້ອຍ ຢ່າລືມແຈ່ວແພວຜັກ ຄັນໄດ້ກິນພາເງິນພາຄຳ ຢ່າຊິລືມກະບຽນຮ້າງ.

828. ຄັນໄດ້ ກິນປາແລ້ວ ຢ່າລືມປູປະປ່ອຍ ລາງເທື່ອປາຂາດຂ້ອງ ຍັງຊິໄດ້ປົ່ນປູ.

829. ຄັນໄດ້ ກິນຕ່ອນຊີ້ນ ຢ່າລືມແຫ່ງຄຸນໝາ ໂຈນບໍ່ມາຊອມລັກ ກໍຄອບໝານອນເຝົ້າ.

830. ຄັນໄດ້ ຟັງຄວາມເວົ້າ ຂົມໃນໆຢ່າຟ້າວຈົ່ມ ລາງເທື່ອຂົມຂີ້ເພັ້ຽ ພາຍໜ້າຫາກຊິດີ.

831. ຄັນໄດ້ ຟັງທັມແລ້ວ ບໍ່ທຳຕາມກໍໄຮ້ຄ່າ ມີຢາ ບໍ່ກິນລົງໃສ່ທ້ອງ ໂຣຄໄຂ້ກໍບໍ່ຫາຍ.

832. ຄັນໄດ້ ເປັນແຫແລ້ວ ຢ່າລືມຊິງຫ້າງກະຕ່າຍ ຄັນໄດ້ເປັນຂ່າຍແລ້ວ ຢ່າລືມແຮ້ວນົກກະທາ.

833. ຄັນໄດ້ ເປັນນາຽແລ້ວ ຢ່າລືມຄຸນພວກໄພ່ ຄັນຫາກໄພ່ບໍ່ພ້ອມ ແປງບ້ານບໍ່ເຮືອງ.

834. ຄົນຜູ້ ມີຄວາມຮູ້ ຊູຊີເຮັດບໍ່ແມ່ນ ຄວາມຮູ້ທໍ່ແຜ່ນຟ້າ ເປັນບ້າທໍ່ແຜ່ນດິນ.

835. ຄອຍແຕ່ບຸນມາຄ້ຳ ບໍ່ທຳເອົາມັນຊິແມ່ນ ແສນຊິທຸກຍາກເຍື້ອນ ພຽນທ້ອນຫາກຊິຍັງ.

836. ເງິນຫາກ ໝົດເສັຽແລ້ວ ຂວັນຍັງຄ້າງໄຖ່ ອັນວ່າຜ້າຂາດແລ້ວ ແຊງນັ້ນຫາກຍັງ.

837. ໃຈບໍ່ໃສຕໍ່ແກ້ວ ແຍງເງົາກໍບໍ່ສ່ອງ ໃຈບໍ່ໃສຕໍ່ຄ້ອງ ຕີໄດ້ກໍບໍ່ດັງ.

838. ໃຈບໍ່ໂສດາດ້ວຽ ເວົ້າແມ່ນກໍເປັນຜິດ ໃຈບໍ່ໂສດາດອມປາກດີກໍເປັນຮ້າຍ.

839. ໃຈໃຫ້ໃສສເມີນ້ຳ ຄຸງຄາສະມຸດໃຫຍ່ ໃຫ້ເຈົ້າຄິດຖີ່ຖ້ວນ ດີແລ້ວຈຶ່ງຄ່ອຍຈາ.

840. ເຈົ້າຜູ້ ຫົງເຫີນຜ້າຍ ກາຍເຂົາຄັນທະມາດ ເຈົ້າຊິແຍງໃສ່ໄມ້ ໂພດົ້ວຮົ່ມຂຽວ.

841. ເຈົ້າຜູ້ ມີຄວາມຮູ້ ເຕັມພຸງພຽງປາກ ສອນໂຕເອງບໍ່ໄດ້ ໃຜຊິຍ້ອງວ່າດີ.

842. ເຈົ້າຜູ້ ເຖົ້າແກ່ແລ້ວ ສັງມາຢາກແກງໜັງ ສັງບໍ່ກິນແກງເທົາ ຊິເລົ່າສົມໃຈເຖົ້າ.

843. ຈວງຈັນຫຼ້າງ ທະລອນຫອມແຕ່ມື້ໃໝ່ ບາດວ່າກົ້ວກິ່ນສົ້ມ ຊົມແລ້ວກໍເລົ່າເຫີຍ.

844. ຈັນໃສແຈ້ງ ດວງດຽວບໍ່ມີຄ່ອງ ບໍ່ມີດາວຢູ່ລ້ອມ ຈັນເຈົ້າກໍບໍ່ເຮືອງ.

845. ສິບຕ່ຳລຶງຢູ່ຟາກນ້ຳ ຢ່າໄດ້ອ່າວຄນິງຫາ ສອງສລຶງ ຫາແລ່ນມາມື ໃຫ້ເຈົ້າກຳເອົາໄວ້.

846. ສຸກຄາຕົ້ນບໍ່ປານຝານຫົວບົ່ມ ເພິ່ນບົ່ມໃຫ້ບໍ່ປານເຈົ້າບົ່ມເອງ.

847. ສົງສານນີ້ວຽນຕາຍວຽນເກີດ ຄືມົດແດງໄຕ່ຂອບດົ້ງ ວຽນແລ້ວຫາກຄ່ອຍເລີງ ແທ້ແລ້ວ.

848. ສນຸກແຕ່ທາງຫຼີ້ນທາງກິນບໍ່ທໍ່ເພິ່ນ ສນຸກແຕ່ຄວາມເວົ້າຊູ້ ເມັຽຊິຊ້ອນກໍບໍ່ມີ.

849. ຊື່ວ່າຄວາມຕາຍນີ້ ແຂວນຄໍທຸກບາດຍ່າງ ເລິງແລ້ວ ໃຜກໍແຂວນອ້ອນຕ້ອນ ສເມີດ້າມດັ່ງກັນ.

850. ຊື່ວ່າຈັນໃສແຈ້ງ ບໍ່ປານແສງສຸຣິເຍດ ແສງກະບອງໝື່ນເຫຼັ້ມ ບໍ່ໃສແຈ້ງທໍ່ພຣະຈັນ ດອກນາ.

851. ຊື່ວ່າຈັນໃສແຈ້ງ ດວງດຽວບໍ່ມີຊື່ນ ດາວຢູ່ລ້ອມ ຫຼາຍຊັ້ນກໍຈຶ່ງເຮືອງ.

852. ເຊື່ອງເງື່ອນໄວ້ ເຫັນສົ້ນຄ່າວາ.

853. (ຂື້ນ)ຊື່ວ່າສາຍນ້ຳ ຫ້ວຍຮ່ອມເຂົາຂຽວ ໄຫຼລົງໂຮມວັງຂວາງ ສູ່ຄຸງຄາສ້ຽງ.

854. ຊື່ວ່າເປັນຄົນໃຫ້ ທຳນຽມນາມເຕົ່າ ມັນຫາກມ້ຽນໄຂ່ໄວ້ ເສັຽແລ້ວຈຶ່ງຄ່ອຍໜີ.

855. ຊາດທີ່ ຄຸງຄານີ້ ສມຸດຫຼວງບໍ່ເຂີນຂາດ ສະເພາະແລ້ວ ບຸນນ້ຳຍັງເປັ່ງກວ້າງ ຫຼາຍຫ້ວຍຮ່ອມໂຮມ.

856. ຊາດທີ່ ຍາມໜາວນີ້ ຝີງໄຟກໍຫາກອຸ່ນ ທວງແລ້ວ ເດືອນຫ້າມາຮອດແລ້ວ ກາຍໃກ້ກໍວ່າຄວັນ.

857. ຊາດທີ່ ດວງຫອມນີ້ ຊິບານດາຍແລ້ງເປົ່າ ເປັນລື ຄວາມຄຶດແມງຜູ່ຍັງທໍ່ຟ້າ ຊິໝາຍມ້າງກະດູກດອມ.

858. ຊາດທີ່ ດົງຫຼວງກວ້າງ ພຶງຄະນາເນື້ອຫາກແກວ່ນ ນົກຫາກຊົມຊື່ນດ້ວຍ ລຳໄມ້ງ່າງາມ.

859. ຊາດທີ່ ແນວນາມບົ້ງ ແປນໂຕກາຊິຕອດ ກິນແລ້ວ ເຮັດໃຫ້ເປັນດັ່ງມ້ອນ ໃຍຫຸ້ມຫໍ່ໂຕ ນັ້ນເນີ.

860. ຊາດທີ່ ແນວນາມຊ້າງ ໂຕສູງບໍ່ມີຕ່ຳ ຊາດທີ່ເຊື້ອໄກ່ກ້ອມ ຫາງສັ້ນບໍ່ຫ່ອນຍາວ.

861. ຊາດທີ່ ໂພສີສ້ອຍ ໃບບໍ່ມີນົກບໍ່ແກວ່ນ ໝາກບໍ່ຫວານຈ້ອຍໆ ກາອ້ຽງກໍບໍ່ຊຸມ.

862. ຊາດທີ່ ມາລານີ້ ດວງຫອມຮົດຮ່ວງ ໃຜຜູ້ໄດ້ຢູ່ໃກ້ ຊົມແລ້ວບໍ່ຢາກໜີ.

863. ຊາດທີ່ ພາສາເຊື້ອ ແນວເສືອຢ່າໄດ້ແອບ ເອົາເນີ້ ໃຫ້ແອບເອົາແຕ່ ເຊື້ອລູກຊ້າງ ມາສ້າງສືບເຮືອນ.

864. ຊາດທີ່ ເປັນຍິງນີ້ ຍິງໄປໃຫ້ມັນແນ່ ຍິງກໍຍິງແທ້ໆ ແນແລ້ວຈຶ່ງຄ່ອຍຍິງ.

865. ຊາດທີ່ ເປັນຊາຍນີ້ ຢ່າເປັນຊາຍແກມແຮ່ ຊາຍກໍຊາຍແທ້ໆ ຕົມນັ້ນຢ່າໃຫ້ມີ.

866. ຊາດທີ່ ມະນີແກ້ວ ມະຫານິນລູກປະເສີດ ບໍ່ມີຄຳຫໍ່ຫຸ້ມ ມະນີແກ້ວກໍບໍ່ເຮືອງ.

867. ຊີ້ນບໍ່ເປັນຕ່ອນຢ້າງ ຢ່າໄດ້ໃສ່ພາເຫວີຍ ຂອງບໍ່ເປັນຕາກັດ ຢ່າກິນຊິພວນທ້ອງ.

868. ຍຸງຍາງໄມ້ ລົມຕີຍັງຫັກຖ່ອງ ບາດວ່າເຄືອຫຍ້າປ້ອງລົມຕ້ອງກໍບໍ່ເພ.

869. ຍາມເມື່ອຊົລລະທີນ້ຳ ໄຫຼນອງຖ້ວມທົ່ງ ມົດບໍ່ມີບ່ອນຊົ້ນ ປາກັ້ງອະເຮີ່ຍຫົວ ຍາມເມື່ອເດືອນສາມສ້ຽງ ຊົລລະທີເຂີນຂາດ ມົດມັນກະເຈາະກະຈອກເວົ້າ ຫົວລໍ້ຕໍ່ປາ.

870. ຍາມເມື່ອເປັນມັນອ້ອນ ໃຜກໍຊອນສຽມໃສ່ ບາດວ່າເປັນອີ່ໂມ້ ໃຜກໍຫີ້ວກະຕ່າກາຍ.

871. ຍາມເມື່ອລີລາຍ້າຍ ແປງໂສມໃຫ້ມັນຄ່ອງ ຢ່າໄດ້ເປັນດັ່ງເຊື້ອ ຊະນີເຕັ້ນຂວ່າງໄປ.

872. ຍາມເມື່ອ ຊາຕາຂຶ້ນ ຂອນຍຸງຍາງກໍໄດ້ໄຕ່ ບາດວ່າພະລາດລົ້ມ ຫຍຸມຫຍ້າກໍບໍ່ທັນ.

873. ຍິງຮູບຮ້າຍ ຄອງວັດພາງາມ ຊາຍຮູບຊາມ ວິຊາພາເຮື້ອງ.

874. ໄດ້ວ່າເປັນເສືອແລ້ວ ລາຍບໍ່ລາຍ ເຂົາກໍຕູ່ ແໜງວ່າເອົາໜິ່ນໝໍ້ ມາແຕ້ມໃຫ້ຕື່ມລາຍ.

875. ຕິແຕ່ຄວາຍບັກເລ່ຮ້າຍ ຮາວສວນເຈົ້າບໍ່ຖີ່ ຕິແຕ່ແມງໜີ່ຮ້າຍ ຕີນສີ້ນບໍ່ຮ່ຳເພີງ.

876. ຕຶກແຫຫວັງເອົາປາ ເຮັດນາຫວັງເອົາເຂົ້າ ຟັນໂພນປູກໝາກຖົ່ວ ເອົາຜົວເອົາເມັ ຫວັງຢາກໄດ້ລູກເຕົ້າ ແທນເຊື້ອສືບແນວ.

877. ຕຶກແຫໄດ້ປາໄຂ່ ເອົາເມັຽໃໝ່ໄດ້ລູກພ້ອມ ບຸນສ້າງແຕ່ຫຼັງ.

878. ຕົກກະເທີນໄດ້ປ້ຳ ຊິນຳຮອນເໝີດທຸກງ່າ ງ່າໃດອອກນອກຮົ້ວ ຊິນຳມ້ວນເຂົ້າໃສ່ສວນ.

879. ຕົກກະເທີນວ່າໄດ້ກຳຄໍແຂ້ ບໍ່ຫວັງວາງໃຫ້ມັນຟາດ ຕົກກະເທີນວ່າໄດ້ເປັນ ມ້າບັກກ່ຳນ້ອຍ ໜີແສ້ຢ້ານຮ່າກິນ.

880. ຕາມໃຈນ້ຳ ຊິໄຫຼໄປຕາມຮ່ອມ ບໍ່ຮ່ອນໄຫຼເຜັ່ນຂື້ນ ເມືອຟ້າຍອດດອຍ.

881. ທາງຫຼາຍເສັ້ນ ຕາມໃຈຜູ້ຊີ່ໄຕ່ ຄັນເຈົ້າມັກເສັ້ນເວີ້ງ ທາງລ້ຽວກໍຫາກມີ.

882. ທຸກບໍ່ມີເສື້ອຜ້າ ຝາເຮືອນດີພໍລີ້ຢູ່ ທຸກບໍ່ມີເຂົ້າໃສ່ທ້ອງ ຊິໄປລີ້ບ່ອນໃດ.

883. ໂທດບໍ່ທັນເຖິງກວ້ານ ເຖິງສານໃຫ້ຄ່ອຍອ່ານ ເອົາທ້ອນ ສິ່ງທີ່ຜິດພາດພັ້ງ ອາພັຍໃຫ້ເທື່ອດຽວ.

884. ນົກເຂົາເຂົ້າຢູ່ຕຸ້ມ ເຫງົາຫງ່ວມແຕ່ຄວາມທຸກ ແມ່ນໄດ້ງອຍຄອນເງິນຄອນຄຳ ກໍບໍ່ລືມຄອນໄມ້.

885. ໜອງບໍ່ມີຂອນຂັ້ນ ພານແຫເຂົາຊິຫວ່ານ ລົງແລ້ວ ມີວັງຄັນບໍ່ມີເງືອກເຝົ້າ ຄົນໃບ້ກໍບໍ່ຢຳ.

886. ບຸນບໍ່ເຄີຍຕາຍນີ້ ແສນຊິເບືອກໍບໍ່ເບື່ອ ແມ່ນຊິເອົາຝັງໄວ້ ໃນດິນກໍຈຳເກີດ ໃນໝາກອຶໝາກແຕງ ຈົມຢູ່ພື້ນ ກໍຍັງປີ້ນປົ່ງໃບ.

887. ບຸນຫົວບໍ່ເຄີຍໄດ້ ສັງວານພຍານາກ ຂີ້ດິນດາກຕິດຫົວແຕ່ລະນ້ອຍ ງໍແງ້ງວ່າແມ່ນຫອນ.

888. ບວຍບໍ່ມີຍັງດ້າມ ຊິເອົາຫຍັງມາຄ້າງແອ່ງ ເຂົາຊິເອີ້ນກະໂປະໝາກພ້າວ ບໍ່ມີເອີ້ນວ່າບວຍ.

889. ປາບໍ່ຍິນດີດ້ວຽ ຊົລລະທີເຂີນຂາດ ຫົງຫາກຊົມຊື່ນເຕົ້າ ສະພັງດ້ວຍດອກບົວ.

890. ເປັນຂຸນໃຫ້ ວິຊາດີມີມາກ ຢ່າເປັນ ດັ່ງໜັງແຫ້ງ ໄຟຕ້ອງໂງດໂງ.

891. ເປັນຄົນໃຫ້ ທັມນຽວຄືນົກເຈົ່າ ຍາມເມື່ອບິນຜ່ານຜ້າຍ ຂາວແຈ້ງຈຶ່ງຄ່ອຍເຫັນ.

892. ເປັນຄົນໃຫ້ ທັມນຽວຄືນົກເຈົ່າ ຍາມເມື່ອບິນຜ່ານຜ້າຍ ຂາວແຈ້ງດັ່ງນົກຍາງ.

893. ເປັນຄົນໃຫ້ ລັກຂະນານາມປວກ ຫາກຊ່າງຢູ່ຫາກຊ່າງອົ້ນ ຄູນຂຶ້ນໃຫ້ໃຫຍ່ສູງ.

894. ເປັນຊາຍກໍໃຫ້ເປັນຊາຍແທ້ ຢ່າໃຫ້ແກມຫີນແຮ່ ຊາຍກໍໃຫ້ຊາຍແທ້ໆ ຕົມນັ້ນຢ່າແກມ.

895. ເປັນຍິງຂໍໃຫ້ເປັນຍິງແທ້ ແນໄປໃຫ້ມັນທ່ຽງ ຍິງຂໍໃຫ້ຍິງແທ້ໆ ແນແລ້ວຈຶ່ງຄ່ອຍຍິງ.

896. ເປັນຍິງນີ້ ໃຫ້ທຳນຽມນາມໄກ່ ໃຫ້ຊ່າງຟັກໃຫ້ຊ່າງປ້ອງ ປອງລູກໃຫ້ໃຫຍ່ສູງ.

897. ຜູ້ເຖົ້າໄດ້ເມັຽສາວ ປານໄດ້ຄວາຍຊາວແມ່ ສາວແກ່ໄດ້ບ່າວນ້ອຍ ຂອງຕ້ອນບໍ່ເຫືອດມື.

898. ຜົວເມັຽຮ້າຍ ຍາມດຽວເປັນເພິ່ນ ພີ່ນ້ອງຮ້າຍ ຄືຂີ້ບໍ່ເໝັນ.

899. ໃຜຜູ້ອາສາລ້ຽງ ງູເຫຼືອມໄວ້ດອກໄກ່ ຢ້ານແຕ່ມຸດມອດມ້ວຍ ເຂັນຮ້າຍເຂົ້າຮ່ວມເຮືອນ.

900. ຝົນຕົກຫົ້ງ ໄຫຼໂຮມແຕ່ບ່ອນຂຸ່ມ ບ່ອນສູງຢູ່ໃກ້ຟ້າ ຝົນເທ້ງແລ່ນກາຍ.

901. ຝົນຕົກຫົ້ງ ໄຫຼໂຮມແຕ່ໂພນປວກ ບວກໝູມີບໍ່ແພ້ ຝົນເທ້ງແລ່ນກາຍ.

902. ເພື່ອເໝືອຕົກລົງໃຕ້ ໄຫຼລົງມາຄ້ອມພໍແມ່ນ ພ້າອີ່ໂຕ້ບໍ່ເຂົ້າ ຟັນເຈີ້ຍແຕ່ໄກ.

903. ຟັນເຮືອໄວ້ ຫຼາຍລຳແຮທ່າ ມ່າເຂົ້າໄວ້ ຫຼາຍບ້ານທົ່ວເມືອງ.

904. ມະນີໂຊດແກ້ວ ມະຫານິນລູກປະເສີດ ບໍ່ມີຄຳຫໍ່ຫຸ້ມ ມະນີແກ້ວກໍເລົ່າຈາງ.

905. ມີເຮືອນບໍ່ມີຝາແອ້ມ ລົມມາໜາວໜ່ວງ ໜາວບໍ່ມີຜ້າຕູ້ມ ຊິໄປເອົ້າອຸ່ນບ່ອນໃດ.

906. ມີໄໝແລ້ວ ຢ່າລືມຄຸນມ້ອນຄວ່າງ ມ້ອນຫາກແປງເສັ້ນຫຍຸ້ງ ຍອງໃຫ້ກໍຈຶ່ງມີ.

907. ມີເງິນລົ້ນ ເຕັມຖົງຢ່າຟ້າວອົ່ງ ຫຼາຍເນີ ລາງເທື່ອ ທຸກຂະມອດໄຮ້ ເມືອໜ້າສ່ອງບໍ່ເຫັນ.

908. ມີເງິນ ບໍ່ມີຄົນຄ້າ ເຮັດແນວໃດ ມັນຊິຮັ່ງ ພຸທທັງ ທັມມັງ ສັງຄັງ ໃຈບໍ່ນ້ອມ ບຸນຊິໄດ້ບ່ອນໃດ.

909. ມີດົງບໍ່ມີໄມ້ ເອົາອັນໃດມາເປັນປ່າ ມີໜອງບໍ່ມີປ່າຫຍ້າປ້ອງ ປາຊິຊົ້ນຢູ່ບ່ອນໃດ.

910. ໂມໂຫໂທໂສນີ້ ພາໂຕຕົກຕ່ຳ ໃຫ້ຄ່ອຍຄຶດຄ່ອຍເວົ້າ ຄຳຣະຫ້ອຍມ່ວນຫູ.

911. ມັນຫາກເໝີດແຮງແລ້ວ ປາບີນຍາມເດືອນສີ່ ງ່ຽງກໍຫຼຸ້ຍຄຸຍກໍລົ້ມ ປານນັ້ນວ່າບໍ່ບືນ.

912. ມັນຫາກເຫຼືອແຮງ ຄວາຍບັກເລ່ເຖົ້າ ອົດສາເລັມກິນຫຍ້າອ່ອນ ດັງແມ່ນເຂາະນ້ອຍໆ ເປັນໜ້າອິດູ ໜ່າຍເດ.

913. ໄມ້ບໍ່ທັນແທກດ້າມ ຢ່າຟ້າວຮ່າວຫວນຕັດ ຢຽວວ່າເຖິງພາຍລຸນ ຊິເຄີກມືເມືອໜ້າ.

914. ໄໝບໍ່ມີຄັ່ງຍ້ອມ ຄືປ່ານຊາວກະເລີງ ດຳບໍ່ແດງພໍກະເທີນ ສ່ວນຊິເສັຽເຊີງຜ້າ.

915. ຢ່າຊູໄລລືມຖີ້ມ ພົງພັນພີ່ນ້ອງເກົ່າ ຢ່າຊູລະເຜົ່າເຊື້ອ ໄປຍ້ອງອື່ນໄກ.

916. ຢ່າໃຫ້ ເສັຽແຮງໄດ້ ເປັນຄົນນຳເພິ່ນ ຄົນກໍຄົນແທ້ໆ ໜຽວຕຶ້ງຈຶ່ງແມ່ນຄົນ.

917. ຢ່າໄດ້ ເກັບດອກຫວ້ານ ບ້ານເພິ່ນມາຊົມ ໃຫ້ເຈົ້າງອຍຊານເກັບ ດອກກະຈຽວແຄມຮົ້ວ.

918. ຢ່າໄດ້ ໄຂຜັກຕູໄວ້ ໂຈນຂະໂມຍຊິຮູ້ເມື່ອ ຢ່າໄດ້ປະປ່ອງທ້າງ ປາຊິຮູ້ເມື່ອຄີງ.

919. ຢ່າໄດ້ ຕິຖແລງເວົ້າ ຕີຈອນຟອນສຽດງູເຫົ່າ ຕີແຫຼວສຽດໄກ່ນ້ອຍ ປາຢ້າງຊິຕື່ນແມວ.

920. ຢ່າໄດ້ ຕິຖແລງເວົ້າ ເອົາເລົາມາປູກ ບໍ່ແມ່ນເຊື້ອຊາດອ້ອຍ ກິນໄດ້ກໍບໍ່ຫວານ.

921. ຢ່າໄດ້ ລືມຄຸນເຖົ້າ ແມວບັກຄຳໂຕເກີດກ່ອນ ໜູບໍ່ມາກັດເສື້ອ ກໍເປັນຍ້ອນເພາະແມວ ນັ້ນແລ້ວ.

922. ຢ່າໄດ້ ລືມຄຸນເຖົ້າ ແມວບັກຄຳໂຕເກີດກ່ອນ ຖົງໃໝ່ໜູບໍ່ຫຍ້ຳ ປາງນັ້ນກໍແມ່ນແມວ ນັ້ນແລ້ວ.

923. ຢ່າໄດ້ ຫວັງສຸກຍ້ອນ ເອົາບຸນເຂົາມາເພິ່ງ ສຸກກໍສຸກເພີ່ນພຸ້ນ ບໍ່ມາກຸ້ມຮອດເຮົາ ດອກນາ.

924. ຢ່າໄດ້ ອາສາລ້ຽງ ແນວຊະນີຮູບຄ່າງ ມັນຫາກຄຽວຜອກພົ້ນ ຜອງເທົ້າກະດູກດຳ ພຸ້ນແລ້ວ.

925. ຢ່າໄດ້ ພາໂລລົ້ນ ລືມໂຕບໍ່ເຂົ້າທ່າ ມັນຈັກຂາຍຂີ້ໜ້າ ພາຍຊ້ອຍເມື່ອລຸນ.

926. ຢ່າໄດ້ ທຳຕົນພ້ຽງ ຫົວພຽງສເມີອື່ງ ມັນຫາກເຫຼືອແຕ່ຮ້ອງ ລາງເຂັ້ມຂົ່ມແຂງ.

927. ຢ່າໄດ້ ທຳໃຈພ້ຽງ ເຂົາຮໍຂົມຂື່ນ ຄວາມຄຶດເຈົ້າຢ່າຕື້ນ ສເມີໝໍ້ປາກແບນ.

928. ຢ່າໄດ້ ເຫັນແກ່ໄດ້ ແຕງໂມໜ່ວຍໃຫຍ່ ລາງເທື່ອໂຊກບໍ່ໃຫ້ ເລີຍຊິໄດ້ໜ່ວຍປາຍ.

929. ຢ່າໄດ້ ຈົວໆຮ້ອງ ສເມີກາຄາບໄຂ່ ຢ່າເປັນນົກໄສ່ຮ້ອງ ລາງເຂັ້ມຂົ່ມແຂງ.

930. ຢ່າຟ້າວຕິຕຽນເວົ້າ ຜັກກະເດົາຂົມຂື່ນ ບາດໄດ້ກິນລາບກ້ອຍ ຍັງຊິໄດ້ອ່າວຫາ.

931. ລາບໃສ່ເພັ້ຽ ບໍ່ຂົມຂື່ນປານບີ ຄົນອັບປີຄອງເມືອງກໍສຸໂຊມສູນເສົ້າ.

932. ເຫຼືອແຮງແຮ້ງ ບິນແຮງອິດອ່ອນ ລົມບໍ່ມາຊ່ອຍແຮ້ງ ບິນໄດ້ກໍບໍ່ແຮງ.

933. ຫຼາຍຄົນຫຼາຍໄດ້ ຫຼາຍໄມ້ປຸກເຮືອນງາມ.

934. ວ່າເປັນຕໍກະຍູງແລ້ວ ແມວສີສັງມາໂຄ່ນ ວ່າເປັນໄມ້ແກ່ນຫຼ້ອນ ສັງມາປີ້ນປົ່ງໃບ.

935. ຫົງຮາມຮ້າງ ລາຄອນປະເປົ່າ ນົກເຈົ່າລາພຸ່ມໄມ້ ລົງນ້ຳລ່ອງລອຽ.

936. ເຫັນວ່າ ຂອນໄຫຼນ້ຳ ຢ່າຄອງຄອຍວ່າຂອນດອກ ລາງເທື່ອລົງແຊ່ນ້ຳ ຫຼາຍມື້ຊິປົ່ງໃບ.

937. ເຫັນວ່າ ເປັນໜ່ວຽແກ້ວ ຢ່າຟ້າວເປີບກະໃຈຫຼາຍ ລາງເທື່ອໂຮງໆໃສ ໜ່ວຍຂວາງໃຜຊີ່ຮູ້.

938. ເຫັນວ່າ ເປີເຄີຕັ້ງ ກາງພາຢ່າຟ້າວຢາກ ກິນເນີ ລາງເທື່ອເປັນຕ່ອນງ້ວນ ກິນແລ້ວຊິບໍ່ຍືນ.

939. ເຫັນວ່າ ຊອນລອນຕັ້ງ ກາງພາຢ່າຟ້າວຢາກ ຫຼາຍເນີ້ ລາງເທື່ອເປັນຕ່ອນງ້ວນ ກິນແລ້ວຊິບໍ່ຍັງ.

940. ເຫັນເສືອໃຫ້ໜີ ເຫັນຫີໃຫ້ເດົ້າ ຄວາມເຖົ້າເພິ່ນສອນ.

941. ໃຫ້ຄ່ອຍເອົາໂສມພ້ຽງ ທຸງໄຊຊ້ອງພຣະເນດ ລົມບໍ່ມາລ່ວງຕ້ອງ ບໍ່ມີເປື້ອງປິ່ນຫາງ.

942. ໃຫ້ຄ່ອຍທຳພຽນສ້າງ ສເມີແຕນແປງຊໍ່ ໃຫ້ຊ່າງກໍສືບໄວ້ ສເມີເຜິ້ງສືບຮັງ.

943. ໃຫ້ຊ່າງບ້ອນ ສເມີດັ່ງປາລົດ ຢ່າໄດ້ແປນຄູຍລອຍ ດັ່ງປາກະໂທງໃບ້.

944. ໃຫ້ເຈົ້າເອົາຍາວໄວ້ ຄືກາຄາບເຕົ່າ ຢ່າໄດ້ເຮັດອຸ້ງປຸ້ງ ເໝືອນຮຸ້ງຄາບງູ.

945. ໃຫ້ເຈົ້າ ເອົາຍາວໄວ້ ຄືສິນໄຊຟັນໄຮ່ ປີນີ້ໄດ້ແຕ່ປ້ຳ ປີໜ້າໄດ້ແຕ່ຮອນ.

946. ອັນວ່າຜົວເມັຽຮ້າຍ ຍາມດຽວກໍ່ເປັນເພິ່ນ ບາດວ່າພີ່ນ້ອງຮ້າງ ຄືຂີ້ບໍ່ເໝັນ.

947. ອັນວ່າ ຍຸງຍາງໄມ້ ລົມຕີຍັງຫັກທ່ອງ ບາດວ່າເຄືອຫຍ້າປ້ອງ ລົມຕ້ອງກໍບໍ່ເພ.

948. ຮັກຜົວໃຫ້ ມີໃນຜາຍເພື່ອ ຮັກຜົວໃຫ້ຮັກພີ່ນ້ອງ ລູງປ້າແມ່ຜົວ.

949. ເຮືອຄາແກ້ງ ກວຽນເປັນໃຫ້ກວຽນແກ່ ບາດວ່າໄປຮອດນ້ຳ ເຮືອຊິໄດ້ແກ່ກວຽນ.

950. ເຮືອນບໍ່ມີສີໜ້າ ກາບິນມາມັນຊິລ່ວງ ມີເຮືອນຄັນບໍ່ມີພໍ່ຢ້າວ ໂຈນຊິເຂົ້າລ່ວງຂອງ.

951. ເຮືອນໃດຍາມກິນເຂົ້າ ຫຼາຍພາມັບແມບ ເຮືອນນັ້ນເສິກບໍ່ມົ້ວ ໃຈນ້ຳບໍ່ຄ່ອງປາ.

952. ເຮືອນໃດ ຍາມກິນເຂົ້າ ພາດຽວເປັນໝູ່ ຄຳຮັກຍັງຊ່າງຕູ້ມ ກັນໄວ້ໝື່ນອະສົງ.

953. ກາກິນປີງໄປຄາຄໍແຮ້ງ ເຮືອຄາແກ້ງ ໄປຫຼົ້ມເຄີ່ງວັງ.

954. ກາເວົາຮ້ອງ ເທິງຫົວຍິນໂສກ ໂກນໂດກຮ້ອງ ໄກຊູ້ຫ່າງຮຽມ.

955. ກວາງກິນໝາກຂາມປ້ອມ ໄປຄາກົ້ນຂີ້ມັ່ງ ບາດວ່າມັ່ງບໍ່ຂີ້ ສາມມື້ກະຕ່າຍຕາຍ.

956. ກັມສັງໂອ້ ໂອທອງສັງມາແຕກ ບາດກະໂປະໝາກພ້າວ ສັງມາໝັ້ນກວ່າໂອ.

957. ເກົ້າຊິຂ້າສິບຊິຂ້າ ໃຫ້ເອົາແກ່ນກະຍູງຕີ ຢ່າໄດ້ເອົາບາລີ ຕ່ອຍຕີຕາງຄ້ອນ.

958. ກອຍມັນຮ້າງ ຮາມດິນພັດພາກ ເຂົ້າກາກລາຈາກເຈົ້າ ຄວາມເຖົ້າຫງ່ວມເຫງົາ.

959. ຄົນເໝີດບ້ານກິນນ້ຳສ້າງດຽວ ທຽວທາງດຽວ ບໍ່ຢຽບຮອຍກັນ.

960. ເງິນຫາກໜົດເສັຽສິ້ນ ຂວັນຍັງຄ້າງໄຖ່ ຄັນວ່າຜ້າຂາດແລ້ວ ແຊງນັ້ນກໍຫາກຍັງ.

961. ໂຈດບໍ່ໃຫ້ຖາມ ຈຳເລີຍບໍ່ໃຫ້ແກ້ ໃຫ້ໄດ້ຂອງເກົ່າຄືນມາ.

962. ສີຕານ້ຳດັງອອກ ສີດັງນ້ຳຕາອອກ. (ໜັງສືສຽວສວາດ)

963. ເສື້ອຂາດຫຼັງ ໄປຕາບຂະນ່ອງໄກ່ ເສື້ອຂາດໄຫຼ່ໄປຕາບຂະນ່ອງລີງ ເສື້ອຂາດຂ້າງໄປຄ້າງເຂົາຄວາຍ.

964. ສັງມາຍາກແທ້ເດ...ຄວາມຫຼາຍໂຕດຶງຈ່ອງ ໂຕສອງຂ້ອງງ່າຂາມ ໂຕສາມຂ້ອງງ່າໝີ່ ໂຕສີ່ຂ້ອງງ່າຫວ້າ ໂຕຫ້າຂ້ອງງ່າບົກ ໂຕຫົກຂ້ອງງ່າແຕ້ ໃຜຊິມາຊ່ອຍແກ້ ຄວາຍຂ້ອຍຈັ່ງຊິໄປ.

965. ສັງມາໂຕນລົງຫ້ວຍ ຫາກິນແຕ່ແຕນຕໍ່ ສັງບໍ່ຂຶ້ນໂຄກກວ້າງ ຫາຊ້າງຄ່າແພງ.

966. ສອງເຂືອເຖົ້າທຳນາຢູ່ກາງໂຄກ ປີບໍ່ໂຊກໄດ້ສາມ ປີບໍ່ງາມໄດ້ສີ່ ປີບໍ່ໄດ້ແທ້ໆຢາຍໃຫ້ຊູ່ຄົນ.

967. ສິບຕ່ຳລຶງຢູ່ຟາກນ້ຳ ຢ່າໄດ້ອ່າວຄນິງຫາ ສອງສລືງ ຫາແລ່ນມາມື ໃຫ້ເຈົ້າກຳເອົາໄວ້.

968. ຕາດີໄປຄ້ອງຊ້າງ ສາມຄືນມາເປົ່າ ຕາບອດໄປຄ້ອງຊ້າງ ຄາວມື້ໄດ້ຂີ່ມາ.

969. ຕົກຕາວ່າໄດ້ເປັນເສືອແລ້ວ ລາຍບໍ່ລາຍເຂົາກໍຕູ່ ແໜງວ່າເອົາໝິ່ນໝໍ້ ມາແຕ້ມໃຫ້ຕື່ມລາຍ.

970. ທັນຕາແຂ້ວ ສັດສິ່ງເປັນງາ ເອົາມາເປັນເຂື່ອນແຂງ ຢ້າວເຮືອນທາງບ້ານ. (ໜັງສືສຽວສວາດ)

971. ນົກຫົງມາຮາມຮ້າງ ລາຄອນປະເປົ່າ ນົກເຈົ່າລາພຸ່ມໄມ້ ລົງນ້ຳລ່ອງລອຍ.

972. ນົກອີ່ອ້ຽງກິນໝາກໄຮ ແຊວໆສຽງບໍ່ມີໂຕຮ້ອງ ແຊວໆຮ້ອງໂຕດຽວເໝີດໝູ່. (ໜັງສືສຽວສວາດ)

973. ບໍ່ຢາກພໍ້ຫຼົງຊາດມາພົບ ຫົວກົບເກີດເປັນທອງແດງ ຫົວປາກະແຍງ ເກີດເປັນທອງຄຳ ຊ່າງໃດຊິຕີໄດ້.

974. ບົວຂີ້ແບ້ສັງມາເກີດກາງໜອງ ບົວທອງໄປເກີດກ້ຳ ຫົວສວນບ້ານເກົ່າ ບ່ອນເລິກມາເລົ່າຕື້ນ ພໍຍື້ຍ່ອງເຖິງ.

975. ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ ປາໃນໜອງເອົາກິນໃຫ້ໄດ້.

976. ບ້ານເມືອງຂ້ອນ ຂຸນກວານຍາດໄພ່ ເມືອງຂວາໄດ້ໄກ່ໂຈ້ນ ເມືອງຊ້າຍໄດ້ໄກ່ຍອງ.

977. ເປັດເປັນຜູ້ໄຂ່ ໄກ່ເປັນຟັກ ຂີ້ກະດັກກະເດືອນເປັນຜູ້ລ້ຽງ ບຸນຊິໄດ້ແກ່ໃຜ.

978. ເປັນສັງໂຕນລົງຫ້ວຍ ຫາກິນແຕ່ແຕນຕໍ່ ສັງບໍ່ຂຶ້ນໂຄກກວ້າງ ຫາຊ້າງຄ່າແພງ.

979. ແຜ່ນດິນໄຂ້ ເອົາຫຍັງມາຫົ່ມ ແຜ່ນດິນອອກໝາກໄມ້ ຢາແກ້ແມ່ນຫຍັງ.

980. ພີ່ຕາຍຍັງນ້ອງ ເຮືອໄຫຼທ່າຍັງ ນ້ຳເຕົ້າແຕກສາຍຍັງ ໄຟໄໝ້ປ່າຂອນຍັງ ນ້ຳເຕົ້າຈົມຫີນຟູ ຫີນຫັກຫີນຕໍ່. (ໜັງສືສຽວສວາດ)

981. ຟັນເຮືອໄວ້ ຫຼາຍລຳແຮທ່າ ມ່າເຂົ້າໄວ້ຫຼາຍບ້ານທົ່ວເມືອງ. (ໜັງສືສຽວສວາດ)

982. ຢ່າໄປເກັບດອກຫວ້ານ ບ້ານເພີ່ນມາຊົມ ໃຫ້ຄ່ອຍງອຍຊານເກັບ ດອກກະຈຽວແຄມຮົ້ວ.

983. ຢາກກິນເຂົ້າ ປູກໃສ່ພະລານຫີນ ຢາກມີສິນຂ້າພໍ່ຕີແມ່ ຢາກໃຫ້ຄົນແວ່ຂ້າໝູ່ດຽວກັນ ຢາກມີສີສັນໃຫ້ນອນເກືອກຝຸ່ນ ຢາກອຸ່ນອາບນ້ຳຍາມໜາວ ຢາກກິນສົ້ມປາຂາວ ໃຫ້ຖືປືນຂື້ນໂຄກ ຢາກກິນໄກ່ຜູ້ໂອກ ສັກສຸ່ມລົງໜອງ. (ໜັງສືສຽວສວາດ)

984. ຢາກເຫັດໃຫ້ແຍງລົງຫ້ວຍ ຢາກກິນຜັກພີພວຍ ໃຫ້ເຈົ້າແຍງລົງບຸ່ງ ຄັນວ່າຢາກໄດ້ກຸ້ງ ພາຍຂ້ອງຂື້ນງ່າຍາງ.

985. ລີງຕໍ່ລີງຊີງກັນຂຶ້ນໄມ້ ບາດຊີ່ໄດ້ບັກໂກກນາໂກ.

986. ລູກຜູ້ຮັກເອົາໄວ້ທາງຫຼັງ ລູກຜູ້ຊັງເອົາໄວ້ທາງໜ້າ ເອົາປາປ້ອນມ່າມ ຜູ້ຢູ່ທາງຫຼັງຮັກບໍ່ແພ້ ບໍ່ຫຼຽວໜ້າລ່ຳແລ.

987. ຫຼົວຟືນໜີຈາກໝໍ້ ກວຍກະທໍລາເຂົ້າປູກ ກົກຫູກລາຈາກໄມ້ກ່ຳພັ້ນ ພັນມື້ບໍ່ຈວບກັນ.

988. ວ່າຢາກໂຕນລົງສ້າງ ຫາຮັງມົດແດງໄຂ່ ວ່າຢາກຂື້ນຕົ້ນໄມ້ ຫາມຸ້ງກະຕ່າຍນອນ.

989. ວຽງຈັນຮ້າງເປັນໂພນຂີ້ໝາຈອກ ບາງກອກຮ້າງເປັນມຸ້ງກະຕ່າຍນອນ.

990. ຫ້າງທ້ອງໃສ່ໄຂ່ເຕົ່າໄຂ່ແລນ ຢ່າຄອງ. (ໜັງສືສຽວສວາດ)

991. ຫີນແຜ່ນລ້ານ ກ້ອນໃຫຍ່ຄືຊິໜັກ ບາດວ່າເອົາສະໂນຕິດ ສັ່ງຊາສັງມາໄດ້ ຜິວ່າຕາມຕາຄີ້ວ ຄືສະໂນຊິໜັກກວ່າ ຄັນແມ່ນຕາບໍ່ຄີ້ວ ຊິເບົາເບື້ອງຝ່າຍສະໂນ.

992. ໃຫ້ເຈົ້າເອົາຍາວໄວ້ ຄືກາຄາບເຕົ່າ ຢ່າໄດ້ເຮັດອຸ້ງປຸ້ງ ປານຮຸ້ງຄາບງູ.

993. ໃຫ້ເຈົ້າເອົາຍາວໄວ້ ຄືສິນໄຊຟັນໄຮ່ ປີກາຍໄດ້ແຕ່ປ້ຳ ປີໜ້າຈັ່ງຄ່ອຍຮອນ.

994. ເຫັນວ່າຜັກຫົມຫ້ຽນ ແຄມທາງຢ່າຟ້າວຢຽບ ຢ່ຳເນີ ບາດວ່າຖອດຍອດຂຶ້ນ ຍັງຊິໄດ້ກ່າຍເກີນ.

995. ຫຼົວຟືນໜີຈາກໝໍ້ ກວຍກະລາເຂົ້າປູກ ກົກຫູກລາຈາກໄມ້ກ່ຳພັ້ນ ພັນມື້ບໍ່ຈວບກັນ.

996. ຫອຍກາບກີ້ ຮູ້ປາກຄືຄົນ ປາຊີວເກີດມີເຂົາ ໄລ່ຊົນຄວາຍຮ້າຍ.

997. ອັສສະຈັນໃຈ ກຸ້ງ ກຸມກິນປາບຶກໃຫຍ່ ປາຊີວມາໄລ່ແຂ້ ໜີໄປຊົ້ນຫຼືບຫີນ.

998. ອັສສະຈັນໃຈ ແຂ້ ຫາງຍາວໆສັງບໍ່ໄດ້ຮອງນັ່ງ ບາດກະຕ່າຍຫາງກ້ອມໆ ສັງມາໄດ້ນັ່ງຮອງ.

999. ອັສສະຈັນໃຈ ນ້ຳວັງໃສສັງມາຂຸ່ນ ອັນວ່າໄມ້ແກ່ນຫຼ້ອນ ສັງມາປີ້ນປົ່ງໃບ.

1000.         ອັສສະຈັນໃຈ ໂອ້ຕັກແຕນໂມປ້ອງໝູ່ມັ່ງ ຂຽດຈ່ານາປ້ອງໝູ່ຊ້າງ ຢືນເກີ້ຢູ່ທົ່ງຫຼວງ.

1001.         ອັສສະຈັນໃຈ ໂອ້ເຂົ້າສານຢູ່ໃນໂອ ສັງມາຍໍຄໍຕອດໄກ່ ໄມ້ໄຜ່ຢູ່ກໍ ຍໍຄໍຕອດຊ້າງ ປາຢ້າງຢູ່ຫີ້ງທະຍານເຕັ້ນຄຸບແມວ ແມວເສັງໃຈແຖຫົວບວດ ໜູຊິງຕາສວດ ເປັນແມ່ອອກຄ້ຳ ຫຸງເຂົ້າໃສ່ເພນ.

1002.         ອັສສະຈັນໃຈ ໂອ້ໂອທອງສັງມາແຕກ ບາດກະໂປະໝາກພ້າວ ສັງມາໝັ້ນກວ່າໂອ.

1003.         ອັສສະຈັນໃຈ ມ້ອນກິນມອນສັງມາຍ່ຽວ ບາດວ່າໄກ່ຜູ້ໂຈ້ນ ກິນນ້ຳຍ່ຽວບໍ່ເປັນ.

1004.         ອັສສະຈັນໃຈ ໄມ້ລຳສະໂນເປັນໄມ້ແກ່ນ ຢ້ານແຕ່ພ້າຊິບານ ຢ້ານແຕ່ຂວານຊິບ້ຽວ ປີນີ້ບັ່ນສະໂນ.

1005.         ອັສສະຈັນໃຈ ແມ້ງປາຂະແຍງບໍ່ມີງ່ຽງ ປາຊີວປັກປວດດີ້ນ ເປັນຜ້ຳປ່ອງຜີ.

1006.         ອັສສະຈັນ ອັສສະຈ້ອຍ ໄກ່ນ້ອຍໄຫ້ກິນນົມກາ ໝູໝາໄຫ້ກິນນົມນຳເສືອໂຄ່ງ ສັຕຕຣູກັນແທ້ໆ ສັງມາໄຫ້ແອ່ວກິນ.

1007.         ອັສສະຈັນ ຕັ້ງແຕ່ໝາຂົບຊ້າງ ສານແຮງລົ້ມທ່າວ ບາດວ່າຊ້າງລຸກຂຶ້ນ ໝາຊິໄຫ້ຕໍ່ສານ.

1008.         ອັສສະຈັນ ຕັ້ງແຕ່ເວີນວັງກວ້າງ ສັງມາກາຍເປັນຫາດ ບາດວ່າຫາດແທ້ໆ ສັງມາປີ້ນປິ່ນເວີນ.

1009.         ອັນວ່າ ບົວຂີ້ແບ້ ສັງມາເກີດກາງໜອງ ບົວທອງໜີຈາກວັງ ຫ່າງຕະຄອງໜອງນ້ຳ ເລີຍເລົ່າໄປເກີດກ້ຳ ຫົວສວນບ້ານເກົ່າ ບ່ອນເລິກມາເລົ່າຕື້ນ ພໍຍື້ຍ່ອງເຖິງ.

1010.         ອັນວ່າ ຍຸງຍາງໄມ້ ລົມຕີຍັງຫັກທ່ອງ ບາດວ່າເຄືອຫຍ້າປ້ອງ ລົມຕ້ອງກໍບໍ່ເພ.

1011.         ອຸປປະຊົນຫົວຂວັນເຈົ້າ ຣາຊານັກປາດ  ແມ່ນ້ຳໃຫຍ່ຫົວຕໍ່ນ້ຳ ເຊນ້ອຍບວກໝູ.

1012.         ເຮືອນມຸງຫຍ້າ ຝົນຕົກມາສັງມາຮົ່ວ ບາດວ່າລົດຫຍ້າໄວ້ ຝົນເທັ້ງບໍ່ຖອງ.

 

Delicious Digg Fark Twitter