ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຜະຫຍາພາສິດບາວ-ສາວ

803. ເກົ້າຊິແຈ້ງສິບຊິແຈ້ງ ຢ່າມີເມກມາບັງ ຢ່າມີຍັງຣາຫູ ບຽດບຽນພຣະຈັນເຈົ້າ.

804. ຂົມຜັກ ຫຼືຂົມຫຍ້າ ຂົມຂີ້ກາມັນກືນຍາກ ຄັນແມ່ນຂົມຂີ້ເພ້ຍ ຊິກິນກ້ຽງບໍ່ເຫຼືອ.

805. ຄາດຊິເປັນຄູ່ຊ້ອນ ທຽມສະແນນບໍ່ມີຫຼີກ ເປັນເດ ຣາຫູ ບໍ່ຮ່ອນຄາຄາດຫ້າງ ຮາມແກ້ວໜ່ວຍພະຈັນ.

806. ເຄືອບຸນມາແລ່ນກ້ຽວ ເຄືອບຸນຊ້ຳພັດມາຍ ເຄືອຫວາຍກ້ຽວ ເຄືອຫວາຍຊ້ຳພັດເນົ່າ ມີແຕ່ພົງເຜົ່າຜູ້ ຊູລ້ຽງຈຶ່ງໃຫຍ່ສູງ.

807. ຄວາມມັກຫຼາຍຄວາມອາຍນ້ອຽ ພອຍຊິຕາຍບໍ່ຮູ້ເມື່ອ ຄວາມມັກມາແລ່ນກຸ້ມ ກຸມໄວ້ກໍບໍ່ຟັງ.

808. ຄັນແມ່ນ ໃຈປະສົງແລ້ວ ໜາມກະແທວກໍຊິຜ່າ ເຖິງແມ່ນປ່າຂີ້ອົ້ນ ພັນຊັ້ນກໍຊິໄປ.

809. ຄັນແມ່ນ ເປັນຕາໄດ້ ຊິຄາດຫ້າງລົງສະ ຄັນບໍ່ເປັນຕາມີ ຊິແບກກະເຊີຄອນໂຊ້.

810. ຄັນແມ່ນ ເປັນຕາໄດ້ ຊິຄາດຫ້າງລົງສະ ເອົາໃຫ້ເຫັນໂຕປາ ລ່ອງລອຍໃນນ້ຳ.

811. ຄັນແມ່ນ ເປັນຕາໄດ້ ຊິຄາດຫ້າງລົງສະ ຄັນບໍ່ເປັນຕາມີ ຊິແບກກະເຊີຄອນກະໂຊ້.

812. ຄັນຊິ ຫຍັບເຂົ້າໃກ້ ຢ້ານແຕ່ກີດພວງຫຼາ ນ້ອງນາ ຄັນຊິຫຍັບເຂົ້າຫາ ຢ້ານຊູ້ນາງທາງບ້ານ.

813. ຄັນບໍ່ ໄດ້ເຫັນໜ້າ ເຫັນແຕ່ນາກໍພໍຢູ່ ເຫັນແຕ່ເສື້ອພາດແຈ ເຫັນແຕ່ແພພາດຮົ້ວ ເຫັນແຕ່ບົວໃນບ້ານ ພໍປານໄດ້ນັ່ງນຳ.

814. ຄັນບໍ່ ເປັນຕາສ້ອນ ຊິຄອນຫວີງຄືນເມືອຕາກ ຊິຄອນດາກຂີ້ໂມ້ ເມືອຕ້ອນປ່າໝາກຢາງ.

815. ຄັນຕົມຕິດເອົາຕົມລ້າງ ເລືອລົງໃຫ້ມັນໝົ່ນ ຄັນນ້ຳຕິດເອົານ້ຳລ້າງ ແຊມຊ້ຳໃຫ້ຕື່ມງາມ.

816. ຄັນນ້ອງ ຄຶດຮອດອ້າຍ ແກງຫອຍໃຫ້ມັນເປື່ອຍ ແກງປາໃຫ້ເປື່ອຍກ້າງ ແກງຊ້າງໃຫ້ເປື່ອຍງາ.

817. ຄັນນ້ອງ ໄຂປາກຊ້າ ອ້າຍຊິງ່ຽງກະບຸງຕັກ ຄັນນ້ອງໄຂທໍຢາ ຊິຈິກຕອງມາພ້ອມ.

818. ຄັນນ້ອງ ມີຄູ່ຊ້ອນ ນ້ອງບໍ່ອອກເຮືອນມາ ນ້ອງຊິເນົາເຄຫາ ຮ່ວມຕຽງຄຽງຊ້ອນ.

819. ຄັນນ້ອງ ຕາຍເປັນນົກແອ່ນແສ້ວ ບິນແສ່ວຢູ່ກາງຫາວ ອ້າຍຊິເປັນແຫຼວຟານໂຕນ ແສ່ວລົງເອົານ້ອງ.

820. ຄັນນ້ອງ ຕາຍເປັນມ້າ ໂຕໃຫຍ່ສີລານ ອ້າຍຊິຕາຍເປັນອານ ຂີ່ເທິງຫຼັງມ້າ.

821. ຄັນນ້ອງ ຕາຍເປັນກ້າ ກາງນາຂຽວອ່ອນ ອ້າຍຊິຕາຍເປັນນາໃຮ່ໂຫຼ້ງ ລົງກ້ຽວກ່ອມກັນ.

822. ຄັນນ້ອງ ຕາຍເປັນເຂົ້າ ກາງນາຂຽວອ່ອນ ອ້າຍຊິເປັນຄວາຍດ່ອນນ້ອຍ ກິນຫຍ້າຢູ່ທົ່ງນາ.

823. ຄັນນ້ອງ ຕາຍເປັນມ້ອນ ປະສົງກ່ອມດອມໄໝ ອ້າຍຊິຕາຍເປັນມອນໃບຂຽວ ກ່ອມກັນໃນດົ້ງ.

824. ຄັນນ້ອງ ຕາຍເປັນບົ້ງ ປະສົງສອດສາຂາ ອ້າຍຊິເປັນສັກກູນາ ແສ່ວກິນແມງບົ້ງ.

825. ຄັນນ້ອງ ຕາຍເປັນດົງ ອ້າຍຊິຕາຍເປັນເນື້ອ ເຟືອກັນຄືໄໝກ່ອມ ຄັນນ້ອງ  ຕາຍເປັນຫອມ ອ້າຍຊິຕາຍເປັນຕ່ອນຊີ້ນ ລົງໝໍ້ອ່ອມໃສກັນ.

826. ຄັນນ້ອງ ຕາຍເປັນໄໝຄຳຝັ້ນ ພັນທະນັງຢູ່ໃນຫຼອດ ອ້າຍຊິຕາຍເປັນໄມ້ກ່ຳພັ້ນ ພັນເຂົ້າກ່ອມກະສວຍ.

827. ຄັນນາງ ຕາຍເປັນຝ້າຍ ຫຼາໃນໃຫ້ເຂົາແກວ່ງ ອ້າຍຊິເປັນໄມ້ກ່ຳຝັ້ນ ພັນກິ້ງກ່ອມແພ.

828. ຄັນຢາກ ເຫັນໃຈອ້າຍ ໃຫ້ມືນຕາໃສ່ນ້ຳແຈ່ວ ມັນຫາກແສບຈ້າວໆ ໃຈອ້າຍກໍດັ່ງດຽວ.

829. ຄັນວ່າ ໃຈປະສົງແລ້ວ ກາງດົງກໍເປັນທົ່ງ ຄັນແມ່ນໃຈຂີ້ຄ້ານ ກາງບ້ານກໍວ່າດົງ.

830. ຄັນວ່າ ໃຈປະສົງແລ້ວ ເມືອງແກວກໍດັ້ນຮອດ ສາຍຕາຈອດຈໍ່ຈ້ຳ ໃນຖ້ຳກໍກົ່ນຫາ.

831. ຄັນອ້າຍ ມີເມັຽແລ້ວ ຢ່າລົງເຮືອນໃຫ້ໝາເຫົ່າ ໃຫ້ອ້າຍນັ່ງເຄົ້າເມົ້າ ໄພຫຍ້າຢູ່ເຮືອນ.

832. ຄິດໄປ ຫຼາຍນັບມື້ຫຍຸ້ງ ຄືຍຸງຢູ່ໃນປ່າ ຄຶດໄປຫຼາຍນັບມື້ພໍ້ ພໍໄຫ້ຢູ່ຊູ່ຍາມ.

833. ເຈັບດ້ວຍ ຄວາມປາກນີ້ ໜັກກວ່າຂະຍຸງຕີ ແສນຊິປົວຢາຫຍັງ ກໍບໍ່ມີຫາຍໄດ້.

834. ເຈັບອົກ ປານໄຟໄໝ້ ເຈັບໃຈປານຟ້າຜ່າ ເຈັບບ່າແບກໄມ້ຕີ້ວ ເດືອນຫ້າກໍບໍ່ປານ.

835. ເຈັບອົກ ປານໄຟໄໝ້ ເຈັບໃຈປານຟ້າຜ່າ ເຈັບຕາປານໄມ້ຄ້ອນ ຄະເນີນປ້ຳຕ່ອຍຕີ.

836. ເຈົ້າຜູ້ ງູເຫຼືອມອໍ້ ຫາກິນຕາຍຕັ້ງແຕ່ເຕົ່າ ສັງບໍ່ຂຶ້ນໂຄກກວ້າງ ກິນຊ້າງຄ່າແພງ.

837. ເຈົ້າຜູ້ ຫົງຄຳຜ້າຍ ບໍ່ໝາຍງອຍຕົ້ນໄມ້ຕ່ຳ ເບັດໃສ່ໄມ້ແກ່ນສູງ ເບັດໃສ່ຍຸງແກ່ນຫຼ້ອນ ເບັດໃສ່ຂອນແກ່ນແຕ້ ລຳດົ້ວຈຶ່ງຈະງອຍ.

838. ເຈົ້າຜູ້ ຫົງຄຳຜ້າຍ ປາຍເຂົາຄັນທະມາດ ຮຸກຂາມີໝື່ນຕົ້ນ ຕົວເຈົ້າຫາກເພັນໜີ.

839. ເຈົ້າຜູ້ ຢູ່ອິ້ງຕິ້ງ ເຈົ້າຜູ້ຕິ່ງມັນແກວ ເຈົ້າຜູ້ແນວມັນພົວ ຢ່າໄດ້ລືມສຽມຫ້ຽນ.

840. ເຈົ້າຜູ້ ເດືອນເພັງແຈ້ງ ມີແສງສັງບໍ່ສ່ອງ ເຈົ້າຜູ້ດາວດາດຟ້າ ບໍ່ແຍງພື້ນພະສຸທາ.

841. ເຈົ້າຜູ້ ເຊື້ອຊາດຊ້າງ ຍົດໃຫຍ່ສະກຸນສູງ ຢຸ່ໃນຝູງສັກກາ ໄພ່ບົນພົງປ້ອງ ອ້າຍຢາກຢອງຫຼັງຂຶ້ນ ໄປຢືນເປັນແຢ່ງ ຢາກເປັນແຫຼ້ງຮັບໃຊ້ ນວນນ້ອງຄູ່ຊູ່ຍາມ.

842. ເຈົ້າຜູ້ ແນວນາມມ້າ ອາຊະໄນມະນີກາບ ສັງຊິມາໄຕ່ພື້ນ ຄືອ້າຍຮ່ອນຊິເປັນ.

843. ເຈົ້າຜູ້ ແນວນາມແກ້ວ ຢ່າໄດ້ເປີດດິນຊາຍ ເຈົ້າຜູ້ ແນວຄວາຍເຂົາ ຢ່າຊູ່ລືມຄວາຍຕູ້.

844. ເຈົ້າຜູ້ ແພຜຶນກວ້າງ ປູໄປໃຫ້ມັນເຫຼື່ອມ ນ້ອງເຫຼື່ອມອ້າຍ ອ້າຍເຫຼື່ອມນ້ອງ ຄືຟ້າເຫຼື່ອມດິນ.

845. ເຈົ້າຜູ້ ຕົ້ນດອກງີ້ວ ຄະນຶງຮອດປາບົກ ເຈົ້າຜູ້ ແນວນາມນົກ ຢ່າໄດ້ລືມໄລແຮ້ວ.

846. ເຈົ້າຜູ້ ເມືອວັ້ງໆ ບໍ່ຫຼຽວຫຼັງມາເອີ້ນສັ່ງ ຄັນບໍ່ເອີ້ນສັ່ງໃກ້ ກໍພໍເອີ້ນສັ່ງໄກ.

847. ເຈົ້າຜູ້ ບົວບານບ້າງ ກາງສະພັງກ້ານກ່ອງ ຢູ່ກາງໜອງຢ່ານກວ້າງ ມືອ້າຍເດ່ບໍ່ເຖິງ.

848. ເຈົ້າຜູ້ ຈັນເດີນດ້າວ ເດືອນເພັງສິບຫ້າຄ່ຳ ຂໍຈົ່ງໃສສ່ອງແຈ້ງ ແຍງອ້າຍຜູ້ປະສົງ ແດ່ທ້ອນ.

849. ເຈົ້າຜູ້ ຜັກອີ່ຕູ່ເຕັ້ຽ ຕົ້ນຕ່ຳໃບດົກ ກົກບໍ່ທັນທຽມໃບ ໄຍບໍ່ທັນໜາແໜ້ນ ສັງມາຈູມຈີຈໍ້ ງໍແງຈິບດອກ ຮາກບໍ່ທັນຫຍັ່ງພື້ນ ສັງມາປີ້ນປົ່ງໃບ.

850. ໃຈປະສົງຕໍ່ໄມ້ ຈຶ່ງໄດ້ແບກຂວານມາ ປະສົງເຮືອຊາວວາ ຈຶ່ງແບກພາຍມາພ້ອມ.

851. ໃຈບໍ່ ໃສຕໍ່ແກ້ວ ແຍງເງົາກໍບໍ່ສ່ອງ ໃຈບໍ່ໃສຕໍ່ຄ້ອງ ຕີໄດ້ກໍບໍ່ດັງ.

852. ໃຈບໍ່ ໂສດາດ້ວຍ ເວົ້າແມ່ນກໍເປັນຜິດ ໃຈບໍ່ໂສດາດອມ ປາກດີກໍເປັນຮ້າຍ.

853. ໃຈມ່ອມອ້າຍ ຫມາຍມຸ່ງພຣະໄມມິດ ຊິຄ່ອຍປຸນປອງຮັກ ຮ່ວມຮຽງຮາວຖ້ານ ສົມພານເບື້ອງປາຣະມີຮຽງຮອດ ກັນແລ້ວ ສຸດຟາກລວງເລິກລໍ້າ ພິລາກ້ຽວກ່ອມລໍາ ໄດ້ເດ.

854. ເສັຽແຮງຫ້າງ ກະຖິນແຮບໍ່ໄດ້ແຫ່ ບາດວ່າເພິ່ນບໍ່ຫ້າງ ກໍຍັງໄດ້ແຫ່ໄປ.

855. ສິບປີລ້ຳຊາວປີລ້ຳ ບໍ່ເຫັນກວາງມາຢາມມັ່ງ ຕົ້ງແຕ່ເຂົ້າຂຶ້ນເລົ້າ ບໍ່ເຫັນເຈົ້າເທື່ອດຽວ.

856. ສິບຜືນຜ້າຊາວຜືນຜ້າ ບໍ່ປານຝາເນື້ອອຸ່ນ ສິບຄົນມາຢູ່ຊ້ອນ ຊາວຄົນມາຢູ່ຊ້ອນ ບໍ່ປານນ້ອງຜູ້ຢູ່ນຳ.

857. ສິບຄົນມານັ່ງແຫງນ ແສນຄົນມານັ່ງເຝົ້າ ບໍ່ປານເງົາເຈົ້າມາເຫຼື່ອມ ສິບຄົນມານັ່ງເວົ້າ ບໍ່ປານເຈົ້າຜູ້ນັ່ງນຳ.

858. ສິບແມ່ນ້ຳ ຊາວແມ່ນ້ຳ ກໍຊິທໍ່ເຮືອກາຍ ສິບຍ່ານພູຊາວຍ່ານຜາ ກໍຊິຖາງທາງດັ້ນ.

859. ສິບຜາຂັ້ນ ຫີນຜາຕັນກໍຊິສີ່ວ ຄັນແມ່ນສີ່ວບໍ່ໄດ້ ຊິເຊີນຟ້າຜ່າລົງ.

860. ສັດຈະຜູ້ຍິງນີ້ ຄືກວາຍຕາຮ່າງ ບາດວ່າຖີ້ມໃສ່ນ້ຳ ໄຫຼເຂົ້າຊູ່ທາງ.

861. ສັດຈະແມ່ຍິງນີ້ ສເມີກັນກັບຍອງນຸ່ນ ບາດວ່າລົມພັດຕ້ອງ ຄອງຖ້າແຕ່ຊິປີວ.

862. ສັດຈະຜູ້ຊາຍນີ້ ຄືຫີນໜັກທ່ອງ ບາດວ່າຖີ້ມໃສ່ນ້ຳ ຈົມຕິ້ງບໍ່ຟູ.

863. ຊ່າວ່າ ນ້ອງປູກຜັກທຽມຫ້າວ ກາງບ່ອນນອນ ບໍ່ເຫືອດບ່ອນ ຜັກເກົ່າຍັງບໍ່ກູ້ ປະສົງຕັ້ງປູກເຕັງ.

864. ຊາດທີ່ ເປັນຊາຍນີ້ ບໍ່ຍອມຄົນໂດຍງ່າຍ ບໍ່ຍອມຂາຍຂີ້ໜ້າ ໃຫ້ຊາວບ້ານເພິ່ນຫຍັນ.

865. ຊາດທີ່ ກັສສະໂປບົ້ງ ເລົາດຽວລູກຄູ່ ດີກໍຊິສູ້ ຮ້າຍກໍຊິສູ້ ຕາຍຖິ້ມແມ່ນບໍ່ແໜງ.

866. ຊາດທີ່ ກາດຳປີ້ ຊິທຽມຫົງກໍຍິນຍາກ ຊາດທີ່ແສງຫິ່ງຫ້ອຍ ຊິເຍືອງແຈ້ງແຂ່ງພຣະຈັນ ໄດ້ລື.

867. ຊາດທີ່ ຄຸງຄານ້ຳ ສມຸດຫຼວງບໍ່ມີຂາດ ສະເພົາແລ້ວ ບຸນນ້ຳຍັງປ່ຽມລົ້ນ ຫຼາຍຫ້ວຍຮ່ວມໂຮມ.

868. ຊາດທີ່ ດວງຫອມນີ້ ຊິບານດາຽບານດອກ ເປັນລື ຄວາມຄຶດແມງຜູ່ຍັງເທົ່າຟ້າ ຫວັງມ້ຽນກະດູກດອມ.

869. ຊາດທີ່ ມາລານີ້ ດວງຫອມຮົດຮ່ວງ ໃຜຜູ້ມານັ່ງໃກ້ ດົມແລ້ວບໍ່ຢາກໜີ.

870. ຊາດທີ່ ໂພສີສ້ອຍ ໃບບໍ່ໜານົກບໍ່ແກວ່ນ ໝາກບໍ່ຫວານຈ້ອຍໆ ກາອ້ຽງບໍ່ຢາກຊົມ.

871. ຊາດທີ່ ແນວນາມແບ້ ທຽມສານຫ່ອນຊິເກິ່ງ ຊາດທີ່ແນວນາມກາ ຫ່ອນຊິທຽມຫົງໄດ້.

872. ຕອງຕັດ ຍັງມີສົ້ນ ໄໝສົນຍັງມີເງື່ອນ ເຊີນນ້ອງປົງເງື່ອນໄວ້ ໝາຍໝັ້ນບ່ອນຊິເອົາ.

873. ຕົກກະເທີນ ລົງລາຍມ້ວນ ບໍ່ເປັນບຸງກໍເປັນຕ່າ ບໍ່ເປັນຊ້າຜ້າອ້ອມ ໃຫ້ເປັນຂ້ອງໃສ່ປາ.

874. ຕົກກະເທີນ ວ່າໄດ້ປ້ຳ ຊິນຳຮອນໝົດທຸກງ່າ ຕາບໃດພ້າບໍ່ບ່ານ ຂວານບໍ່ບ້ຽວ ຈຳບ້ອງແມ່ນບໍ່ເຊົາ.

875. ຕົກກະເທີນ ວ່າໄດ້ກຳຄໍແຂ້ ບໍ່ວາງມືໃຫ້ມັນຟາດ ຕົກກະເທີນໄດ້ກຳຄໍກະທ້າງ ບໍ່ວາງໃຫ້ແກ່ຜູ້ໃດ.

876. ຕົກກະເທີນ ໄປຄ້ອງຊ້າງ ຊິເອົາຈົນໄດ້ຂີ່ ມາແລ້ວ ຕົກກະເທີນວ່າເວົ້າ ຊິເອົາເຈົ້າເຂົ້າຮ່ວມເຮືອນ.

877. ຕົກກະເທີນ ໄປໜ້າ ຫາກິນແຕ່ໜອງໃໝ່ ໜອງເກົ່າມີບໍ່ແພ້ ແສນຊິບ້ອນກໍບໍ່ງົມ.

878. ຕົກໄດ້ ລົງທຶນຄ້າ ເສັຽດາຍທຶນ ມັນຊິແມ່ນ ຂ້າຄວາຍ ຫາກເສັຽດາຍໝາກເຜັດນ້ອຍ ຊິໄປກ້ອຍກັບອິຫຍັງ.

879. ຕີຫຼັງ ດ້ວຽໄມ້ແສ້ ແບມືມາລູບໄຫຼ່ ແສນຊິໃຊ້ນ້ຳອ້ອຍ ອອຍໄດ້ກໍບໍ່ລືມ.

880. ຕັ້ງໃຈ ຈານຳນ້ອງ ຄອງຄອຍແຕ່ຂັນໄກ່ ມັກບໍ່ມັກກໍໃຫ້ເວົ້າ ບໍ່ເອົາອ້າຍບໍ່ວ່າຫຍັງ.

881. ຕົວຮຽມນີ້ ນັບແຕ່ເປັນໜອງຂຶ້ນ ທະເລຫຼວງບຶງເບີກ ພີ່ເຮີ້ຍ ຮວກບໍ່ມີຊິຕີນ້ຳ ຊີວກຸ້ງບໍ່ລ່ອງລອຍ ຕົວຮຽມນີ້ ປຽບດັ່ງແມ່ນ້ຳນ້ອຍ ບໍ່ຄືແມ່ກະແສສິນ ຫົງບໍ່ບິນມາລົງງ ສ່ຳຕະຄອງໜອງນ້ອຍ ຕົວຮຽມນີ້ ປຽບດັ່ງໂພສີສ້ອຍ ສັກກູນາກໍບໍ່ແກວ່ນ ບໍ່ຄືຈິກແກ່ນຫຼ້ອນ ບໍ່ຄືຂອນແກ່ນແກ້ ບໍ່ຄືຍອດດໍ້ແດ້ ຫົງນ້ອຍກໍບໍ່ລົງ.

882. ນ້ອງຜູ້ ເຊື້ອຊາດນ້ຳ ກວ້າງໃຫຍ່ວັງເລິກ ອ້າຍຢາກລົງລອຍຊົມ ໃຫ້ຊ່ວງໃຈຫາຍຮ້ອນ.

883. ນ້ອງຜູ້ ເຊື້ອຊາດນ້ຳ ສ້າງໃຫຍ່ໃສເຢັນ ໃຜຊິເປັນຄົນຕັກ ມ່ອມພະນາງໄປຊ້ອນ.

884. ນ້ອງຜູ້ ເຊື້ອຊາດໄມ້ ລຳຍາວຂາວຊື່ ຄັນຊິໃຫ້ອ້າຍຊື້ ພັນລ້ານກໍຊິເອົາ.

885. ນ້ອງຜູ້ ເຊື້ອຊາດຊ້າງ ຫາກິນແຕ່ຮຽວໄຜ່ ອ້າຍນີ້ເຊື້ອຊາດມ້າ ກິນຫຍ້າແທບດິນ.

886. ນ້ອງຜູ້ ຄຳແດງເຂັ້ມ ສີເຄັມນ້ຳຄັ່ງ ແມ່ນຊິຂັງແຊ່ນ້ຳ ພັນມື້ກໍບໍ່ຈາງ.

887. ນ້ອງຜູ້ ທຽວທາງເວີ້ງ ໃຫ້ຖືທິງບັ້ງໃຫຍ່ ເຊົາຮົມບົກ ຍັງຊິໄດ້ຊ່ວຍໜ້າ ຮົ່ມຫວ້າຊ່ວຍຄີງ.

888. ນ້ອງນີ້ ແຈ້ງຄືດາວຂາວຄືຟ້າ ໃສງາມຄືໜ້າແວ່ນ ແບນຝາມືຮັບຕ້ອນ ເຊີນທ້ອນຜູ້ປະສົງ.

889. ນ້ອງນີ້ ຂໍໝາຍໝັ້ນ ພັນທະນັງແຕ່ນຳພີ່ ມີແສນຊາຍກ່າວຕ້ານ ໂອມນ້ອງກໍບໍ່ເອົາ.

890. ນ້ອງນີ້ ເບັດໃສ່ແກ້ງ ຊ້ຳພັດຖືກຫົວດອນ ເບັດໃສ່ຊາຍນອນພອຍ ຊ້ຳພັດມີເມັຽຊ້ອນ.

891. ນ້ອງນີ້ ປຽບດັ່ງໄມ້ ລຳດຽວດົງປ່ຽວ ບໍ່ມີເຄືອກອດກ້ຽວ ລຳດົ້ວດ່ຽວດາຍ.

892. ນ້ອງຊິ ໄລລືມຖີ້ມ ຄືຈອກຢູ່ກາງແຊງ ນ້ອງຊິໄລລືມຖີ້ມ ຄືແຕງຢູ່ກາງໄຮ່ ບາດວ່າກິນໝາກແລ້ວ ຊິໄລຖີ້ມຕັ້ງແຕ່ເຄືອ.

893. ນ້ອງວ່າ ນ້ອງບໍ່ມີຊູ້ ຂົນຄີ້ວສັງມາລາ ຂົນຕາສັງມາຍໍ່ ຫຼືນ້ອງໄຫ້ຕໍ່ຊູ້ ແຄມຮົ້ວປ່າໝາກເຍົາ.

894. ນ້ອງເຮີ້ຍ ອັນວ່າ ເບື້ອງຫຼັງອ້າຍ ແສນພັນອ້າຍຕັດຂາດ ອ້າຍຫາກຕັດຂາດຂັ້ນ ຟັນແລ້ວຈຶ່ງຄ່ອຍມາ.

895. ນົກເຂົາ ລົງກິນເຂົ້າ ຫົວນາເລົາ ນ້ອງບໍ່ໄລ່ ແພງເອີຍ ບາດວ່າ ນົກປີດນ້ອຍ ສັງນ້ອງໄລ່ບໍ່ເຊົາ.

896. ນົກບໍ່ ຍິນດີດ້ວຽ ສາຂາບໍ່ມີງ່າ ສະບໍ່ມີດອກໄມ້ ຄະນາເນື້ອບໍ່ສງວນ.

897. ແນວນາມແກ້ວ ທຽມຫີນມັນຊິແມ່ນ ອັນວ່າແຫວນຄ່າລ້ານ ທຽມສ້ອຍຮ່ອນຊິເປັນ.

898. ແນມເກົ່າເກື້ອ ເກີດຮ່ວມຮຽງຮັກ ແລ້ວນັ້ນ ໃຜຫ່ອນຂີນຂັດເຊີງ ສວາດດູດາຍໄດ້ ສົມຄວນໄດ້ ຊິໄລລາປະປ່ອຍ ເປັນລື ແມ່ນວ່າສຸດຟາກຟ້າ ທະຍານຢື້ຢ່ອງເຖີງ

899. ບຸນບໍ່ ເຄີຍເຂົ້າຖ້ຳ  ດຳໄປບໍ່ຮູ້ຊອດ ບຸນບໍ່ຮອດຍອດແກ້ວ ປີນຂຶ້ນກໍບໍ່ເຖິງ

900. ບຸນບໍ່ ເຄີຍຂີ່ຊ້າງຢ້ານແລ່ນສະເດັນຕົກ ບຸນບໍ່ເຄີຍຈົກຮູ ຍັ່ງລົງຊິຄາເງື້ອມ.

901. ບຸນຫົວ ບໍ່ສົມບຸນຮົ້ວ ບຸນງົວບໍ່ສົມແອກ ບຸນຕາແຮກບໍ່ສົມໄກ່ຕົ້ມ ງົມລ້ຽງກໍບໍ່ກິນ.

902. ບົວບໍ່ ມີຫ່າງນ້ຳ ຫວັງຟູມເທົ່າຊົ່ວ ພຣະຈັນບໍ່ມີຜ່າງຂ້າງ ແຝງລ້ອມຫຼ່ຽມສະເມັນ.

903. ບໍ່ມັກ ກໍໃຫ້ນ້ອງລົມຫຼີ້ນ ເຫງົານອນຕາງສວ່າງ ບາງທີເປັນພີ່ນ້ອງ ເມືອໜ້າສ່ອງບໍ່ເຫັນ.

904. ບໍ່ເຄີຍ ກໍລອງຫຼິ້ນ ບໍ່ເປັນກໍລອງເບິ່ງ ບຸນບໍ່ເຄີຍປັ່ນບ້າງ ຊິລອງຫຼິ້ນຮ່ອນຊາຍ.

905. ບໍ່ມີ ເສັຽສັງຍ້ອນ ທຳນຽມຄ່າຄຳປາກ ບໍ່ເສັຽຄຳຄ່າລ້ານ ຄັນນາງຕ້ານຕໍ່ພີ່ຊາຍ.

906. ເປັນຫຍັງນ້ອງ ອຶ້ງຕຶງມາບໍ່ປາກ ແມ່ນ້ອງປ້ອນຊີ້ນຊ້າງ ຄາງກະດ້າງປາກບໍ່ເປັນ.

907. ເປັນຫຍັງນ້ອງ ບໍ່ໄຂປ່ອງວາຈາ ຫຼືວ່າດວງມາລາ ຫ່ວງໃຍນຳຊູ້.

908. ໃຜຊິຫຼຽວເຫັນໄສ້ ໃນໃຈນົກຂີ້ຖີ່ ບາງທີຝັງກ່ຽວໄວ້ ໃນຫັ້ນໝື່ນດວງ.

909. ໃຜຊິຫຼຽວເຫັນໄສ້ ໃນໃຈນົກຂີ້ຖີ່ ຄວາມປາກຫວານຈ້ອຍໆ ໃຈສົ້ມດັ່ງໝາກນາວ.

910. ໃຜຊິຫຼຽວເຫັນໄສ້ ໃນໃຈນົກຂີ້ຖີ່ ມັນຫາກຮ້ອງປຶດປຶ້ງ ໃຈລ້ຽວໃສ່ກະປູ.

911. ໃຜຊິຫຼິງເຫັນໄດ້ ທາງໃນປ້ອງໄມ້ຊອດ ຢ້ານແຕ່ມອດລັກດັ້ນ ໃນຫັ້ນໝື່ນໂຕ.

912. ໃຜຊິຫຼິງເຫັນໄດ້ ທາງໃນປ້ອງໄມ້ໄຜ່ ໄມ້ຫາກເປັນກຳແພ້ງ ແມງຂໍ້ສ່ອງບໍ່ເຫັນ.

913. ໃຜຊິຫຼິງເຫັນໄດ້ ທາງໃນປ້ອງໄມ້ໄຜ່ ມອດຫາກມາລັກຊີ ແມງອີຫາກມາລັກດັ້ນ ໃນຫັ້ນສ່ອງບໍ່ເຫັນ.

914. ຜິດໃຈເດ້...ນາກຢູ່ນ້ຳ ສັງບໍ່ຊ່າງປັນແດນ ແຖນຢູ່ບົນ ສັງບໍ່ຊ່າງປັນເບົ້າ.

915. ຝົນຕົກ ຍາມເດືອນຫ້າ ປາຢາກຊົມແຕ່ນ້ຳໃໝ່ ນ້ຳເກົ່າມີບໍ່ແພ້ ປານັ້ນບໍ່ຢາກຊົມ.

916. ຝົນຕົກ ຍາມເດືອນຫ້າ ໃຜຊິມາກ້າແຂ່ງ ບໍ່ແມ່ນເຊື້ອໜໍ່ທ້າວ ຊິຂັນສູ້ຕໍ່ຕາວ.

917. ຝົນຕົກ ຍັງຮູ້ເອື້ອນ ກົບກິນເດືອນຍັງຮູ້ອີ່ມ ບາດວ່າອ້າຍຮັກນ້ອງ ບໍ່ມີມື້ອີ່ມເປັນ.

918. ເພິ່ນວ່າ ດາວສເດັດດົ້ວ ບໍ່ໝາຍມົວມາເກືອກຝຸ່ນ ເໝືອນດັ່ງນ້ອງອຸ່ນຫຼ້າ ບໍ່ໝາຍຊ້ອນບ່າວພີ່ຊາຍ.

919. ເພິ່ນຫາກ ລືຊາຊ້າງ ໄພສານຕົວອາດ ໃຜຜູ້ລວນນັ່ງໃກ້ ງາຊ້າງຊິສຽບແທງ.

920. ພີ່ນີ້ ໝາຍມາໝັ້ນ ພັນທະນັງ ບໍ່ເປັນອື່ນ ຊູ້ກໍເຈົ້າແຟນກໍເຈົ້າ ບໍ່ມີເຕື້ອງຕໍ່ຜູ່ໃດ

921. ພີ່ຂໍຖາມຂ່າວນ້ອງ ເນື້ອໃຫມ່ມາຣະສີ ມະໂນທວານຍັງ ທ່ຽງຊັນໃນຫັ້ນ ຫລືວ່າມະໂນທວານນ້ອງ ລົມຕີເປື້ອງແກ່ວງ ຂໍແກ່ອິນທະຣາດຮູ້ ຍານເຕື້ອງໄຕ່ຕອງ ພີ່ຖ້ອນ

922. ພີ່ຂໍຖາມຂ່າວນ້ອງ ນົງຖາວຖນອມສີ ຍັງຄ່ອຍທົງຄວາມສຸກ ປົ່ງຊອນແຊມຊ້ອນ ຫລືວ່າຍັງປະສົງສ້າງ ສົມພານພຽງພີ່ ຂໍແຕ່ນ້ອງນາດໄທ້ ພຣະໄມຊ້ອນຂອດຮຽມ

923. ຟ້າຊິຝົນ ຟ້າກໍຂາວດາວກໍແຈ້ງ ຟ້າຊິແລ້ງຟ້າມືດຟ້າມົວ.

924. ມາເຫັນນ້ຳ ວັງໃສຄຶດຢາກອາບ ຢ້ານແຕ່ເງືອກນັ່ງເຝົ້າ ໃນນ້ຳສ່ອງບໍ່ເຫັນ.

925. ມັນຫາກ ເຫຼືອແຮງອ້າຍ ມີທັງພາຍທັງທໍ່ ມີແຕ່ໄມ້ທໍ່ຈ້ຳ ມີແຕ່ນ້ຳທໍ່ຍ້ອຍ ເພົາຜ້າຊຸ່ມເລິງ.

926. ມັນຫາກ ເຫຼືອແຮງອ້າຍ ດິນແກມຊາຍປັ້ນບໍ່ຢູ່ ຂອນນຶ່ງຈັບຂອນນຶ່ງປັ້ນ ປານນັ້ນລອດງ່າມມື.

927. ມັນຫາກ ເຫຼືອແຮງແຮ້ງ ຄວາຍບໍ່ຕາຍສັງມາເວີ່ນ ກາບໍ່ມາຊ່ວຍແຮ້ງ ບໍ່ຄອງໄດ້ແຈ່ວແລງ.

928. ໄໝຄຳຫຍຸ້ງເຕັມບຸງບໍ່ເຫັນເງື່ອນ ບາດໄດ້ກຳເງື່ອນໄວ້ ແປນສົ້ນຄ່າວາກ

929. ໄໝກັບຝ້າຍ ປົນກັນມັນບໍ່ເບື່ອ ເຊື້ອພີ່ນ້ອງນອນໃກ້ແຫ່ງອຸ່ນດົນ.

930. ຢ້ານແຕ່ ປ່າຫຍ້າແປກ ບໍ່ເກີ່ງປ່າຫຍ້າຄວາຍ ຢ້ານແຕ່ປ່າຫຍ້າຫວາຍ ບໍ່ພຽງຫຍ້າອ້ອຍ.

931. ຢ້ານແຕ່ ປາດຸກບ້ອນ ວັງບອນບໍ່ແມ່ນບ່ອນ ຢ້ານແຕ່ປາຈາດບ້ອນ ກິນນ້ຳບໍ່ແມ່ນວັງ.

932. ຢ້ານແຕ່ ໃຈນ້ອງນັ້ນ ຈິດດຽວມີຫຼາຍໄສ້ ໃຈດຽວມີຫຼາຍປ່ອງ ຈິດນຶ່ງເປັນເຫຼື່ອງຫຼ້າງ ຄືນ້ຳຢູ່ປາງ.

933. ຢ້ານແຕ່ ໃຈນ້ອງນັ້ນ ຈິດດຽວມີຫຼາຍໄສ້ ໃຈດຽວມີຫຼາຍປ່ອງ ຢ້ານແຕ່ນ້ອງມ່ອມຫຼ້າ ຫາເວົ້າລ່າຍພະອວນ.

934. ຢ່າໄດ້ ຕິຕຽນເວົ້າ ຜັກກະເດົາຂົມຂື່ນ ລາງເທື່ອກິນລາບກ້ອຍຍັງຊິໄດ້ອ່າວຫາ.

935. ຢ່າໄດ້ ຕິຖແລງເວົ້າ ເອົາເລົາມາປູກ ບໍ່ແມ່ນເຊື້ອຊາດອ້ອຍ ກິນໄດ້ກໍບໍ່ຫວານ.

936. ຢ່າໄດ້ ຕິຖແລງເວົ້າ ເອົາເລົາມາຈັກຕອກ ລາງເທື່ອຈັກຖືກຂໍ້ ຫຍໍ້ບໍ່ຖືກປ້ອງ ມັນຊິສ້ຽວໃສ່ມື.

937. ຢ່າໄດ້ ຕິຖແລງຫຼິ້ນ ຖແລງກິນແກງໄກ່ ຊາດທີ່ຜູ້ໃຫຍ່ນີ້ ຫາເວົ້າກໍຫາກຄື.

938. ຢ່າໄດ້ ຕິຖແລງຫຼົ້ມ ຕົມບໍ່ມີພະລາດໝື່ນ ຢ່າໄດ້ຕິພະລາດລົ້ມ ເດືອນຫ້າກ່ອນຝົນ.

939. ຢ່າໄດ້ ຕິຖແລງຫຼົ້ມ ຕົມບໍ່ມີພະລາດໝື່ນ ເຈົ້າຜູ້ກືນນ້ຳກ້ຽງຫາເວົ້າລ່າຍຄວາມ.

940. ຢ່າໄດ້ ທຽວທາງເວີ້ງ ເຫິງຫຼາຍມັນຊິຄ່ຳ ໃຫ້ຕັດບາດຟາດເຟື້ອງ ລົງບັ້ນບ່ອນຊິເອົາ.

941. ຢ່າຊູ ມາລໍ້ແລ້ ຮັງແຕນມັນຊິໄລ່ ຢ່າໄດ້ເອົາໄມ້ແສ້ ມາລໍ້ແຍ່ແຕນ.

942. ເຫຼືອແຮງ ຝົນຕົກເທັ້ງ ນາໂພນນ້ຳບໍ່ອັ່ງ ເຫຼືອແຮງອ້າຍນັ່ງເວົ້າ ຕົວເຈົ້າຫາກບໍ່ຈາ.

943. ຫົນທາງ ມີຫຼາຍເສັ້ນ ຕາມໃຈຜູ້ຊິໄຕ່ ຄັນແມ່ນມັກເສັ້ນເວີ້ງ ກໍຕາມທ້ອນຜູ້ຊິໄປ.

944. ຫົນທາງ ມີຫຼາຍເສັ້ນ ຕາມໃຈຜູ້ຊິໄຕ່ ເອົາທ້ອນ ຄັນເຈົ້າມັກທາງເວີ້ງ ທາງລ້ຽວກໍຫາກມີ.

945. ເຫັນວ່າ ທຸກຍ້ອນໆ ຂໍນອນເຮືອນຢ່າຢ້ານແກ່ມ ອ້າຍບໍ່ແກ່ມດອກເຂົ້າ ແຕ່ຄຳເວົ້າແກ່ມທຸກຄົນ.

946. ເຫັນວ່າ ດຳຂີ້ຫຼີ້ຢ່າຟ້າວຂີ່ເຮືອກາຍ ເຫັນວ່າດຳຄອຍລອຍ ຢ່າຟ້າວພາຍເຮືອເວັ້ນ.

947. ໃຫ້ນ້ອງ ອົດສາລ້ຽງ ຄວາຍໂຊໄວ້ຖ້າຮ່າ ບາດວ່າຮ່າມາຮອດແລ້ວ ວາງຖີ້ມໃຫ້ຮ່າກິນ.

948. ອ້າຍນີ້ ມີແຕ່ປາຖນາຫ້ອຍ ນຳຮອຍຊູບາດຢ່າງ ປາຖນາຫຽາດນ້ຳ ນຳນ້ອງສູ່ຮົມໂພ.

949. ອ້າຍນີ້ ມາເຫັນນ້ຳວັງໃສຄຶດຢາກອາບ ຢ້ານແຕ່ເງືອກນັ່ງເຝົ້າ ໃນນ້ຳສ່ອງບໍ່ເຫັນ.

950. ອ້າຍນີ້ ວຽນຫານ້ອງ ຄືຄວາຍວຽນແຫຼ່ງ ມີແຕ່ປິ່ນຄວ້າງໆ ທາງເຂົ້າແມ່ນບໍ່ມີ.

951. ອ້າຍນີ້ ເວົ້າແລ້ວເອົາ ສົນເຄົາແລ້ວຈຶ່ງຂີ່ ປີ້ງຈີ່ແລ້ວ ສຸກລ້ວນຈຶ່ງຄ່ອຍກິນ.

952. ອ້າຍນີ້ ຄອຍຫານ້ອງ ນົກກະທາຄອຍປວກ ຄືດັ່ງຮວກຢູ່ນ້ຳ ຄອຍຖ້າຫ່າຝົນ.

953. ອ້າຍນີ້ ເປັນດັ່ງ ໄມ້ ໂງເງບໍ່ເປັນແອກ ຄົດກໍຄົດແຕ່ຕໍ ງໍກໍງໍແຕ່ໄມ້ ຕົວອ້າຍທ່ຽງທັມ.

954. ອ້າຍນີ້ ເປັນດັ່ງ ກວຽນສາລີຮ້າງ ບໍ່ມີງົວທຽມແອກ ຄວາຍບໍ່ທຽມແກ່ໃຫ້ ກວຽນຄ້າງໂຄກຊະເທີນ.

955. ອ້າຍນີ້ ເປັນດັ່ງ ຄວາຍບັກດຳນ້ອຍ ຫຼົງຮອຍພາກແມ່ ນ້ອງບໍ່ຫຼົກຫຍ້າປ້ອນ ນ້ອງບໍ່ຖອນຫຍ້າລ້ຽງ ຄວາຍນ້ອຍສ່ວນຊິຕາຍ.

956. ອ້າຍນີ້ ເປັນດັ່ງ ບົວບານບ້າງ ກາງສະພັງບໍ່ມີຄູ່ ຄັນແມງຜູ່ ຫາກບໍ່ມາຊ່ວຍຊ້ອນ ບົວຊິຄ້າງເຄິ່ງວັງ.

957. ອ້າຍນີ້ ເປັນດັ່ງ ມົດແດງເຝົ້າ ອຳພາໝາກມ່ວງ ກິນກໍກິນບໍ່ໄດ້ ທະລອນຕຸ້ມຕັ້ງແຕ່ໃບ.

958. ອ້າຍນີ້ ເປັນດັ່ງ ຜັກຈອກນ້ຳ ຮາກຍັ່ງບໍ່ເຖິງດິນ ມີແຕ່ເວີນໄປມາ ບໍ່ມີເພືອຍຄ້າງ.

959. ອ້າຍນີ້ ເປັນດັ່ງ ໝາດຳນ້ອຍ ແຫງນຄໍຢູ່ກ້ອງລ່າງ ນາງບໍ່ຖີ້ມກ້າງໃຫ້ ໝານ້ອຍສ່ວນຊິຕາຍ.

960. ອ້າຍນີ້ ເປັນດັ່ງ ຄວາຍບັກເລ່ເຖົ້າ ຫາກິນແຕ່ຫຍ້າອ່ອນ ຫຍ້າແກ່ມີບໍ່ແພ້ ບັກເລເຖົ້າບໍ່ກິນ.

961. ອ້າຍນີ້ ເປັນດັ່ງ ຄວາຍບັກດຳນ້ອຽ ຫຼົງຮອຍພາກແມ່ ນ້ອງບໍ່ຫຼົກຫຍ້າປ້ອນ ນ້ອງບໍ່ຖອນຫຍ້າລ້ຽງ ຄວາມນ້ອຍສ່ວນຊິຕາຍ.

962. ອ້າຍນີ້ ເປັນດັ່ງ ປາເຂັງຂ້ອນ ໃນນະທີນ້ຳເຂີນຂາດ ຝົນບໍ່ຕົກຢາດໃຫ້ ຕາຍແລ້ງແດດເຜົາ.

963. ອ້າຍນີ້ ເປັນດັ່ງ ເຮືອສະເພົາຄ້າ ບໍ່ໜີຟອງແກ້ງໃຫຍ່ ອ້າຍຊິເບັດໃສ່ເຝືອນ ອ້າຍຊິເບືອນໃສ່ກ້ອນ ອ້າຍຊິຍ້ອນໃສ້ແກ້ງ ຕຳແລ້ວຈັ່ງຊິຖອຍ.

964. ອ້າຍນີ້ ເໝືອນດັ່ງ ນົກເຕັນເຕັ້ນ ສະເດັນລົງເອົາກ່ອນ ນ້ອງນັ້ນເໝືອນດັ່ງນົກເຈົ່າຈັ້ງ ຄອຍລ້າຢູ່ດາຍ.

965. ອ້າຍນີ້ ແນວນາມນ້ອຍ ໝາກຫອຍນາໜ້າຕ່ຳ ແມ່ນຊິຕັດໄມ້ຄ້ຳ ແສນຊິປ້ຳໄມ້ຍູ້ ຊູຂຶ້ນກໍບໍ່ສູງ.

966. ອ້າຍນີ້ ແນວນາມແບ້ ຫາກິນໄກຖິ່ນ ມາພົບພຸ່ມໝາກເຂືອ ມາພົບເຄືອໝາກແຄ້ງ ມາພົບແຊງໝາກພ້າວ ຄາວນີ້ແມ່ນບໍ່ໜີ.

967. ອ້າຍນີ້ ບໍ່ແມ່ນແນວແຫຼວປີ້ ຊິໄປບຽດຝູງກາ ບໍ່ແມ່ນແນວຣາຫູ ຊິບຽດບຽນພຣະຈັນເຈົ້າ.

968. ອ້າຍຢາກ ຫຍັບບ່ອນບ້ານ ຮຽງຮ່ວມເຄຫາ ອ້າຍຢາກຫຍັບຖຽງນາ ມາຮ່ວມຮຽງນຳນ້ອງ.

969. ອ້າຍຢາກ ຕາຍເປັນເສື້ອ ດຳໝາກເກືອໃຫ້ນ້ອງນຸ່ງ ເປັນຄົນໄດ້ກ່ອມເນື້ອ ເປັນເສື້ອໄດ້ກ່ອມຄີງ.

970. ອ້າຍເຮີ້ຍ ອ້າຍວ່າອ້າຍ ບໍ່ມີເມັຽຊ້ອນ ເຊີງແພສັງມາກ່ານ ຫຼືວ່າລູກອ້າຍດ້ານ ຫຼານອ້າຍດື້ ເຊີງຜ້າຈຶ່ງກ່ານກາງ.

971. ອັນວ່າ ເຄືອເຂົາກ້ຽວ ລາມດົງຕາມປ່າ ໃຜ້ບໍ່ໄດ້ຊ່າຍ້ອງ ຫາເວົ້າຕັ້ງແຕ່ໂຕ.

972. ອັນວ່າ ຜັກກັບຊີ້ນປົນກັນມັນຊິເບື່ອ ເປັນລື ອັນວ່າເຮືອກັບນ້ຳ ຂອງແທ້ຄູ່ກັນ.

973. ອັນວ່າ ສິບຜາຂັ້ນ ຫີນຜາຕັນກໍຊິສີ່ວ ຄັນແມ່ນສີ່ວບໍ່ໄດ້ ຊິເຊີນຟ້າຜ່າລົງ.

974. ອັນວ່າ ນ້ຳກວ້າງຕື້ນຢ່າຟ້າວຊື່ນໃຈສະ ຄັນວ່ານ້ຳຮອມເລິກ ໃຫ້ຮີບຖອນໃຈໄວ້.

975. ອັນວ່າ ແນວນາມແກ້ວ ທຽມຫີນຫ່ອນຊິແມ່ນ ອັນວ່າແຫວນຄ່າລ້ານ ທຽມສ້ອຽຫ່ອນຊິຄື.

976. ອັນວ່າ ລາຍຄົນນີ້ ມັນບໍ່ຄືລາຍຊ້າງ ເສືອສາງຊ້າງປ່າ ອະທິບາຍບໍ່ໄດ້ ໃຈນັ້ນສ່ອງບໍ່ເຫັນ.

977. ອັສສະຈັນ ງູເຫຼືອມອໍ້ ກະສັນຕາຍດອມຂຽດ ອັນວ່າ ຂຽດບໍ່ເອື້ອ ເຫຼືອມອໍ້ຫາກກະສັນ.

978. ອິດູຕົນ ເປັດນ້ອຍ ຢາກນອນຄອນນຳໄກ່ ຕີນເປີ່ມເປິະເປີ່ມເປີ້ຍ ປີນຂຶ້ນພະລາດລົງ.

979. ອົ່ງຕົ່ງ ໝາກຂີ້ກາເຮີ້ຍ...ທາງໃນສັງມາຂົມແຂງຂື່ນ ບາດໝາກຂຽບໜ່ວຽຂີ້ຮ້າຍ ພັດຫວານຈ້ອຍຢູ່ໃນ.

980. ເຮືອນບໍ່ມີສີໜ້າ ກາບິນມາມັນຊິລ່ວງ ມຸງຫຍ້າ ຄັນບໍ່ມີຕອກລີ້ວ ຊິໄປໝັ້ນຢູ່ບ່ອນໃດ.

981. ຮອມຊິເປັນຕາໄດ້ ແມວກັບໜູຊ້ຳມາຜ່າ ຄັນບໍ່ມາຜ່າມ້າງ ຊິເອົາໄດ້ບ່ອນຂະມັງ.

 

Delicious Digg Fark Twitter