ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
  • ·         ຄຳປາກພໍ່ແມ່ນີ້ຫນັກເກິ່ງທໍລະນີ ໃຜຜູ້ຢຳແຢງນົບຫາກຈັກດີເມືອຫນ້າ
  •  
  • ·         ຄັນແມ່ນມີຄວາມຮູ້ເຕັມພຸງພຽງປາກກໍ່ຕາມທ້ອນ ສອນຕົວເອງບໍ່ໄດ້ໃຜສິຍ້ອງວ່າດີ
  •  
  • ·         ຄັນແມ່ນມີຄວາມຮູ້ພາໂລເຮັດມັນບໍ່ແມ່ນ ຄວາມຮູ້ມີທໍ່ຟ້າສິເປັນບ້າທໍ່ແຜ່ນດີນ
  •  
  • ·         ຄັນໄດ້ຟັງຄຳເວົ້າຂົມໃນໆຢ່າຟ້າວຈົ່ມ ລາງເທື່ອຂົມຂີ້ເພ້ຍເມືອຫນ້າຫາກສິດີ
  •  
  • ·         ຢ່າຟ້າວຕິຕຽນເວົ້າຜັກກະເດົາຂົມຂື່ນ ບາດໄດ້ກິນລາບກ້ອຍຍັງສິໄດ້ໂອ້ອ່າວຫາ
  •  
  • ·         ຊາດທີ່ແນວນາມບົ້ງແປນໂຕກາສິຕອດກິນແລ້ວ ເຮັດໃຫ້ເປັນດັ່ງມ້ອນໄຍຫຸ້ມຫໍ່ໂຕ ໄວ້ເນີ
  •  
  • ·         ຊື່ວ່າຄວາມຕາຍນີ້ແຂວນຄໍທຸກບາດຢ່າງ ໃຜກໍ່ແຂວນອ້ອຍຕ້ອຍສະເຫມີດ້າມດັ່ງກັນ ນັ້ນແລ້ວ
  •  
  • ·         ທາງຫລາຍເສັ້ນຕາມໃຈຜູ້ສິໄຕ່ ເຈົ້າຫາກມັກເສັ້ນເວີ້ງທາງລ້ຽວກໍ່ຫາກມີ
  •  
  • ·         ເປັນຊາຍຂໍໃຫ້ເປັນຊາຍແທ້ຢ່າເປັນຊາຍແກມແຮ່ ຊາຍກໍ່ຊາຍແທ້ໆຕົມນັ້ນຢ່າໃຫ້ມີ
  •  
  • ·         ເປັນຍິງຂໍໃຫ້ເປັນຍິງແທ້ແນໄປໃຫ້ມັນທ່ຽງ ຍິງຂໍໃຫ້ຍິງແທ້ໆແນແລ້ວຈຶ່ງຄ່ອຍຍິງ
  •  
  • ·         ເຮືອນບໍ່ມີສີຫນ້າກາບິນມາມັນສິລ່ວງ ມີເຮືອນຄັນບໍ່ມີພໍ່ຢ້າວໂຈນສິຂຶ້ນລ່ວງຂອງ
  •  
  • ·         ຢ່າໃຫ້ເສຍແຮງໄດ້ເປັນຄົນນຳເພິ່ນ ຄົນໃຫ້ຄົນແທ້ໆຫນຽວຕຸ້ຍຈຶ່ງແມ່ນຄົນ
  •  
  • ·         ຢ່າໄດ້ຫວັງສຸກຍ້ອນບຸນເຂົາມາເພິ່ງ ສຸກກໍ່ສຸກເພິ່ນພຸ້ນບໍ່ມາກຸ້ມຮອດເຮົາ ດອກນາ
  •  
  • ·         ເຮືອຄາແກ້ງກວຽນເຫັນໃຫ້ກວຽນແກ່ ບາດວ່າໄປຮອດນ້ຳເຮືອສິໄດ້ແກ່ກວຽນ
  •  
  • ·         ຄິດໄປຫລາຍນັບມື້ຫຍຸ້ງມຸ່ງມາຄືຮາກໄຜ່ ຄິດໄປຫລາຍນັບມື້ພໍ້ພໍແລ້ວບໍ່ຢາກເຫັນ
  •  
  • ·         ຄັນວ່າໃຈປະສົງແລ້ວກາງດົງກໍ່ວ່າທົ່ງ ຄັນວ່າໃຈຂີ້ຄ້ານກາງບ້ານກໍ່ວ່າດົງ
  •  
  • ·         ໃຈປະສົງແລ້ວເມືອງແກວກໍ່ດັ້ນຮອດ ໃຈປະສົງຕໍ່ແກ້ວໃນຖ້ຳກໍ່ກົ່ນຫາ
  •  
  • ·         ໃຈບໍ່ໃສຕໍ່ແກ້ວແຍງເງົາກໍ່ບໍ່ສ່ອງ ໃຈບໍ່ໃສຕໍ່ຄ້ອງຕີໄດ້ກໍ່ບໍ່ດັງ
  •  
  • ·         ໃຈບໍ່ໂສດາດ້ວຍເວົ້າມ່ວນກໍ່ເປັນຜິດ ໃຈບໍ່ໂສດາດອມເວົ້າດີກໍ່ເປັນຮ້າຍ
  •  
  •    ເຮືອນບໍ່ມີສີໜ້າກາບິນມາມັນສິລ່ວງ ມຸງຫຍ້າຄັນບໍ່ມີຕອກລິ້ວສິໄປໝັ້ນຢູ່ບ່ອນໃດ
  •  
  • ·        ອິດູຕົນເປັດນ້ອຍຢາກນອນຄອນນຳໄກ່ ຕີນເປີ່ມເປິະເປີ່ມເປີ້ຍປີນຂຶ້ນພະລາດລົງ
  •  
  • ·        ອັນວ່າລາຍຄົນນີ້ມັນບໍ່ຄືລາຍເສືອສາງຊ້າງປ່າ ອະທິບາຍບໍ່ໄດ້ໃຈນັ້ນສ່ອງບໍ່ເຫັນ

 


Delicious Digg Fark Twitter