ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມ​ຮັກ​ນັ້ນ​ມີ​ຫລາຍ​ແບບ​ຖ້າ​ຮັກ​ໃນ​ທາງ​ທີ່​ຜິດ​ກໍ່​ອາດ​ສົ່ງຜົນ
ຕໍ່​ຄົນທີ່​ເຈົ້າ​ຮັກ​ໄດ້ ມື້​ນີ້​ມີ​ຮູບ​ແບບ​ຂອງ​ຄວາມ​ທີ່​ບໍ່​ຄ​ວນ
ເອົາ​ເປັນ​ແບບ​ຢ່າງ​ມາ​ບອກ​ກັນ...



 



-ຮັກ​ບໍ່​ລືມ​ຫູ​ລືມ​ຕາ
ຮັກ​ແບບ​ຫລັບ​ຫູ​ຫລັບ​ຕາ ຫລື ຮັກ​ແບບ​ເອົາ​ຫູ​ໄປ​ນາ​ເອົາ​ຕາ​ໄປ​ໄຮ
ຄວາມ​ຮັກປະ​ເພດ​ແບບ​ນີ້ເປັນ​ການ​ຮັກ​ຫລາຍ​ຈົນ​ເກີນ​ພໍ​ດີ ຈົນ​ຕ້ອງ​ປອບ​ໃຈ​ຕົວ​ເອງ​ວ່າເຂົາ​ຮັກ​ເຈົ້າ​ ແຕ່​ທີ່​ພວກເຂົາ​ໄປ​ກຸ໊​ກະ​ກິ໊​ກ​ກັບ​ຄົນ​ອື່ນ ກໍ​ເພາະ​ພວກເຂົາ​ຢາກ​ຫາ​ສິ່ງ​ແປກ​ໃໝ່​ເຂົ້າ​ມາ​ໃນ​ຊີວິດ!


- ຮັກ​ເອົາ​ແຕ່​ໃຈ
ຮັກ​ປະ​ເພດ​ນີ້​ເປັນ​ຮັກ​ທີ່​ໜ້າ​ລຳ​ຄານ​ເປັນ​ທີ່ສຸດ
ເຈົ້າ​ອາດ​ເປັນ​ຕົວ​ໜ້າ​ລຳ​ຄານ​ຫລື​ບໍ່​ກໍ​ເຂົາ ແຕ່​ສ່ວນ​ໃຫຍ່​ເຊື່ອ​ວ່າ​ເປັນຜູ້ຍິງ ບໍ່​ວ່າ​ຈະ​ໄປ​ໃສມາ​ໃສ​ເຈົ້າ​ຕ້ອງ​ໃຫ້​ພວກ
ເຂົາ​ໂທ​ລາຍ​ງານ​ຕະຫລອດຖ້າ​ພວກເຂົາ​ບໍ່​ໂທມາ​ກໍ​ເຮັດ​ໜ້າ​ບຶ້ງ​ໃສ່​ພວກເຂົາແລະ​ຈົບ​ລົງ​ດ້ວຍ​ການ​ງອນ

- ດ໋ຽວ​ຮັກ​ດ໋ຽວ​ເລີກ
ຮັກ​ປະ​ເພດ​ນີ້ ອາດຈະ​ເຮັດໃຫ້​ຄູ່​ຮັກ​ເລີ່ມ​ເບື່ອ​ ໆ ກັນ​ໄດ້ ເພາະ​ບໍ່​ຮູ້​ວ່າ​ຈະ​ເອົາ​ຈັງ​ໄດ​ກັນ​ແທ້ ວ່າ​ດ໋ຽວ​ຈະ​ຮັກ ດ໋ຽວ​ຈະ​ເລີກ ເທື່ອ​ທຳອິດ ອາດຈະ​ຍອມ​ກັນ ແຕ່​ຖ້າ​ຕະຫລອດ ກໍ​ລະ​ວັງ​ເຂົາ​ຈະ​ລຳ​ຄານ​ໄດ້​ຈົນ​ເຮັດໃຫ້​ຕ້ອງ​ເລີກ​ຮັກ​ກັນ​ແທ້ໆ

- ຮັກ​ຕົວ​ເອງ​ບໍ່​ເປັນ
ຄົນທີ່​ບໍ່​ຮັກ​ຕົວ​ເອງ​ມີ​ຫລວງຫລາຍ​ຈົນ​ນັບ​ບໍ່​ຖ້ວນ ຊຶ່ງ​ສາ​ເຫດ ກໍ​ມາ​ຈາກ​ການ​ຮັກ​ຄົນ​ອື່ນ​ເສຍ​ຈົນ​ລືມ​ສ່ອງ​ກະ​ຈົກ​ເບິ່ງ​ຕົວ​ເອງ ລືມ​ຖາມ​ຄວາມ​ຕ້ອງ​ການ​ທີ່​ແທ້​ຈິງ​ຂອງ​ຕົວ​ເອງ ແລະ​ເຜີໆ ກໍ​ອາດ​ສູນ​ເສຍ​ຄວາມ​ເປັນ​ຕົວ​ເອງ ເພາະ​ປ່ອຍ​ໃຫ້​ຄິດ ວິທີ​​ແບບ​ຜິດໆ


ອ່ານ​ແລ້ວ ຄູ່​ຮັກ​ກໍ່​ຢ່າ​ລືມ​ຮັກ​ກັນ​ໃຫ້​ຖືກ​ແບບ ຈະ​ໄດ້​ຮັກ​ກັນ​ໄປ​ດົນ​ໆ.
 

Delicious Digg Fark Twitter