ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 18, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]><![endif]--><!-- /* Font Definitions */ @font-face {font-family:"Cordia New"; panose-1:2 11 3 4 2 2 2 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2130706429 0 0 0 65537 0;}@font-face {font-family:"Cambria Math"; panose-1:2 4 5 3 5 4 6 3 2 4; mso-font-charset:1; mso-generic-font-family:roman; mso-font-format:other; mso-font-pitch:variable; mso-font-signature:0 0 0 0 0 0;}@font-face {font-family:Calibri; panose-1:2 15 5 2 2 2 4 3 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-520092929 1073786111 9 0 415 0;}@font-face {font-family:"Saysettha OT"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151825 268443658 0 0 65537 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-unhide:no; mso-style-qformat:yes; mso-style-parent:""; margin-top:0in; margin-right:0in; margin-bottom:10.0pt; margin-left:0in; line-height:115%; mso-pagination:widow-orphan; font-size:11.0pt; mso-bidi-font-size:14.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-fareast-font-family:"Times New Roman"; mso-fareast-theme-font:minor-fareast; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-font-family:"Cordia New"; mso-bidi-theme-font:minor-bidi;}.MsoChpDefault {mso-style-type:export-only; mso-default-props:yes; mso-ascii-font-family:Calibri; mso-ascii-theme-font:minor-latin; mso-fareast-font-family:"Times New Roman"; mso-fareast-theme-font:minor-fareast; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-font-family:"Cordia New"; mso-bidi-theme-font:minor-bidi;}.MsoPapDefault {mso-style-type:export-only; margin-bottom:10.0pt; line-height:115%;}@page Section1 {size:8.5in 11.0in; margin:1.0in 1.0in 1.0in 1.0in; mso-header-margin:.5in; mso-footer-margin:.5in; mso-paper-source:0;}div.Section1 {page:Section1;}--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

      ມີເຮືອນຫຼັງນຶ່ງຕັ້ງຢູ່ແຄມຕະຫຼາດແຫ່ງນຶ່ງ ໃນຕົວເມືອງນະຄອນຫຼວງວຽງຈັນ ນັບເປັນເວລາຫຼາຍປີແລ້ວ ທີ່ເຮືອນຫຼັງນີ້ງຽບເຫງົາ ເດີນບ້ານເຕັມໄປດ້ວຍໃບໄມ້ແຫ້ງ, ດິນທີ່ຢູ່ໃນໂຖດອກໄມ້ກໍແຂງກະດ້າງ ຄືບໍ່ເຄີຍຖືກນໍ້ານັບເປັນປີ, ບໍລິເວນອ້ອມຮອບເຮືອນ ມີແມ້ງມູມມາສ້າງຮັງເຕັມໄປໝົດ, ປະຕູໜ້າບ້ານບໍ່ຄ່ອຍຈະເປີດ. ຄົນທີ່ກາຍໄປມາຖ້າບໍ່ຮູ້ຈະຄິດວ່າເປັນເຮືອນຮ້າງ ແຕ່ຂ້ອຍຮູ້ດີວ່າມັນບໍ່ແມ່ນ ເພາະວ່າເຮືອນຂ້ອຍຢູ່ໃກ້ກັບເຮືອນຫຼັງນີ້ ຂ້ອຍຢູ່ທີ່ນັ້ນມາຕັ້ງແຕ່ນ້ອຍຈົນໃຫຍ່ ເລີຍຮູ້ວ່າ ເຮືອນຫຼັງນັ້ນຍັງມີແມ່ຕູ້ດຳອາໃສຢູ່ຕາມລຳພັງ ຖ້າຈະວ່າໄປແລ້ວມັນເປັນເລື່ອງໜ້າເສົ້າ ທີ່ຊີວິດຂອງຜູ້ເປັນແມ່ ມີຜົວ ແລະ ລູກ ຢູ່ເປັນຄອບຄົວອັນແສນອົບອຸ່ນ ລາວມີລູກຍິງ 3 ຊາຍ 1 ທີ່ເປັນດັ່ງແກ້ວຕາດວງໃຈ ແຕ່ກໍໜ້າເສຍດາຍຄວາມອົບອຸ່ນເຫຼົ່ານັ້ນ ກັບກາຍເປັນພຽງອະດີດ ເມື່ອຜູ້ເປັນຜົວ ໄດ້ໜີໄປຢູ່ຕ່າງປະເທດ ໂດຍທີ່ບໍ່ຮູ້ສາເຫດ ລູກທັງສີ່ກໍໃຫຍ່ເປັນບ່າວເປັນສາວໝົດແລ້ວ. ລູກສາມຄົນຂອບແມ່ວ່າ ຈະໄປຮຽນຕໍ່ຢູ່ຕ່າງປະເທດ ໄປຢູ່ກັບພໍ່ ເພື່ອອະນາຄົດຈົບແລ້ວຈະກັບມາຫາແມ່ ເຫຼືອແຕ່ລູກສາວຫຼ້າສັນຍາວ່າ ຈະຢູ່ກັບແມ່ ແຕ່ກໍບໍ່ເປັນດັ່ງທີ່ວ່າໄວ້ ລູກສາວຂອງລາວຜິດຫວັງກັບເລື່ອງຄວາມຮັກ ເລີຍບອກແມ່ວ່າຈະໄປຮຽນຕໍ່ຢູ່ປະເທດຍີ່ປຸ່ນ ເພື່ອຂໍເວລາຮັກສາແຜໃຈ. ຕັ້ງແຕ່ນັ້ນເປັນຕົ້ນມາແມ່ຕູ້ດຳກໍຢູ່ຄົນດຽວຕະຫຼອດມາ ເວລາເຈັບປ່ວຍກໍຈະມີລູກຫຼານ ຢູ່ແຖວໆໃກ້ກັບເຮືອນຂອງລາວພາໄປໂຮງໝໍ ອາການດີຂຶ້ນກໍກັບມາຢູ່ເຮືອນຄົນດຽວອີກ. ລາວຈະມີໂລກປະຈຳຕົວຄືໂລກເບົາຫວານ ລາວຕ້ອງທົນຢູ່ກັບຄວາມເຈັບປວດທັງກາຍ ແລະ ໃຈ ເພາະຕ້ອງໄດ້ສູ້ກັບໂລກຮ້າຍ (ເບົາຫວານ), ສູ້ກັບຄວາມໂດດດຽວ. ບາງຄັ້ງລາວກໍຄຶດວ່າໂລກໃບນີ້ໂຫດຮ້າຍເກີນໄປ ແລະບໍ່ຍຸດຕິທຳສຳລັບແມ່ທີ່ແກ່ເຖົ້າຄືລາວ. ມີລູກສາມສີ່ຄົນ ອຸ້ມທ້ອງມາຄົນລະແປດເກົ້າເດືອນ ເວລາເກີດກໍຕ້ອງສ່ຽງຊີວິດ ແລະ ທົນຄວາມເຈັບປວດທີ່ແສນທໍລະມານ ກວ່າຈະເກີດອອກມາ ຕ້ອງເສຍເຫື່ອແຮງແລະເລືອດເປັນຈຳນວນຫຼາຍ ແຕ່ຄຳວ່າແມ່ບໍ່ມີຫວັ່ນຢູ່ແລ້ວ ເພື່ອໃຫ້ລູກທີ່ເກີດອອກມາແຂງແຮງ ແລະ ສົມບູນດີ ແມ່ກໍໍພູມໃຈແລ້ວ ຫວັງຕອນລູກເຕີບໃຫຍ່ຈະໄດ້ພື້ງພາອາໃສ ເວລາເຈັບໄຂ້ໄດ້ປ່ວຍ. ຕັ້ງແຕ່ລູກຂອງແມ່ຕູ້ດຳຈາກບ້ານໄປຢູ່ຕ່າງປະເທດ 3 ປີກວ່າ ຈຶ່ງເຫັນມາຢາມຜູ້ເປັນແມ່ ດ້າມເທື່ອ ແຕ່ລະເທື່ອທີ່ມາກໍຢູ່ປະມານທິດ2ທິດກໍກັບ ເຖິງແມ໋ວ່າແມ່ຕູ້ດຳ ຈະຮ້ອງຂໍໃຫ້ລູກກັບມາຢູ່ນຳກໍຕາມ ລູກລາວຈະເວົ້າວ່າ ມີໜ້າທີ່ຈະຕ້ອງຮຽນແລະຫາເງິນ ມີມື້ໜຶ່ງລາວປ່ວຍ ອາການໜັກຫຼາຍ ຈຶ່ງໂທບອກລູກແຕ່ລະຄົນວ່າແມ່ປ່ວຍຢູ່ ໃຫ້ລູກໆກັບມາເບິ່ງແມ່ແດ່ ລູກກໍຫາເຫດຜົນວ່າຄາຫັ້ນຄານີ້ ຈົນວິນາທີສຸດທ້າຍລົມຫາຍໃຈລາວສິ້ນລົງ ກໍບໍ່ເຫັນໜ້າລູກຈັກຄົນ.

 

 

ຂຽນໂດຍ: ສາຍທາລາ

 

Delicious Digg Fark Twitter