ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

 ນັກວິໄຈໄດ້ເຕືອນເຖິງບັນດາຜູ້ຊາຍອາຍຸສູງໃຫ້ລະວັງການເສຍຊີວິດ ເພາະການກິນໄຂ່ອາທິດລະ 7 ໜ່ວຍ ຫລື ຫລາຍກວ່ານັ້ນ ເຊິ່ງເຮັດໃຫ້ ມີໂອກາດເສຍຊີວິດດ້ວຍສາເຫດຕ່າງໆ ເຖິງ 23% ແຕ່ສຳຫລັບຜູ້ຊາຍທີ່ເປັນໂລກເບົາຫວານນັ້ນ ການກິນໄຂ່ບໍ່ວ່າຈະຈັກໜ່ວຍກໍ່ເພີ່ມຄວາມສ່ຽງທີ່ຈະເສຍຊີວິດໃນທຸກສາເຫດໃນລະຍະຫລັງໄດ້ມີການເວົ້າໂຈດກັນວ່າການ ກິນໄຂ່ຫລາຍໜ້ອຍພຽງໃດ ກໍ່ຖືວ່າບໍ່ເປັນອັນຕະລາຍ ຈົນໄດ້ມີຜົນການວິໄຈຂັດແຍ້ງກັນຫລາຍອັນ ທີ່ໃຫ້ທັງຄຸນ ແລະໂທດຈາກການກິນໄຂ່ ເຊິ່ງເປັນອາຫານທີ່ມີຄໍເລສເຕີຣອລສູງ ປະມານ 220 ມິລິກັມ ຊຶ່ງອາດເຮັດໃຫ້ມີ ຄໍເລສເຕີຣອລ ສູງໃນເລືອດ ແລະ ສ່ຽງຕໍ່ການເປັນໂລກຫົວໃຈຜູ້ຊ່ຽວຊານຫລາຍທ່ານໄດ້ເວົ້າວ່າ: ໄດ້ມີການຂະຫຍາຍເລື່ອງຄວາມສ່ຽງເຫລົ່ານີ້ຫລາຍເກີນຄວາມເປັນຈິງ ເພາະຄົນທີ່ມີສຸຂະພາບດີ ເກືອບທຸກຄົນ ສາມາດກຳຈັດທາດຄໍເລສເຕີຣອລຈາກອາຫານໄດ້ເອງຕາມທຳມະຊາດຢູ່ແລ້ວ ແຕ່ຢ່າງໃດກໍ່ຕາມ ດຣ. ລຸກ ຈູສ ແລະ ດຣ. ເຈ ໄມເຄິລ ກາເຊຍໂນ ຈາກໂຮງໝໍຍິງບຣິກແຣມ ແລະ ຄະນະແພດສາດ ມະຫາວິທະຍາໄລຮາຣ໌ວາດ ໄດ້ວິເຄາະຜົນການສຶກສາທາງການແພດ ຈາກຜູ້ຊາຍ ຈຳນວນ 21,327 ຄົນ ເປັນເວລາ 20 ປີ ແລະ ພົບວ່າປະລິມານການກິນໄຂ່ແມ່ນມີຜົນຕໍ່ ສຸຂະພາບທີ່ດີໄດ້.

ຄະນະນັກວິໄຈກ່າວໃນລາຍງານວ່າ: ການກິນໄຂ່ອາທິດລະ 6 ໜ່ວຍ ບໍ່ໄດ້ເພີ່ມຄວາມສ່ຽງຕໍ່ການເສຍຊີວິດດ້ວຍໂລກໃດໆ ແຕ່ການກິນໄຂ່ອາທິດລະ 7 ໜ່ວຍ ຫລື ຫລາຍກວ່ານັ້ນ ຈະເຮັດໃຫ້ມີໂອກາດເສຍຊີວິດເພີ່ມຂື້ນ ເຖິງ 23%
ຢ່າງໃດກໍ່ຕາມ ໃນກຸ່ມຜູ້ຊາຍທີ່ເປັນໂລກເບົາຫວານ ການກິນໄຂ່ຈະເພີ່ມໂອກາດເສຍຊີວິດໄດ້ທຸກສາເຫດ ແລະ ມີແນວໂນ້ມທີ່ຈະເຮັດໃຫ້ ເປັນໂລກຫົວໃຈ ແລະ ໂລກເສັ້ນເລືອດສະໝອງ, ນັກວິໄຈໄດ້ເນັ້ນວ່າ: ຜົນການສຶກສານີ້ບໍ່ໄດ້ໝາຍເຖິງປະຊາກອນທົ່ວໄປ ເພາະນັກວິໄຈ ບໍ່ຮູ້ວ່າ ພວກຄົນເຫລົ່ານັ້ນໄດ້ກິນອາຫານປະເພດໃດແດ່ ແລະ ມີວິທີການປຸງໄຂ່ແນວໃດຕາມຂໍ້ມູນ ຜູ້ຊາຍກຸ່ມທີ່ກິນໄຂ່ຫລາຍທີ່ສຸດມັກຈະເປັນພວກທີ່ມີອາຍຸຫລາຍ, ຕຸ້ຍ, ດື່ມແອລກໍຮໍ, ສູບຢາ ແລະ ຂາດການກຳລັງກາຍ, ປັດໄຈ ເຫລົ່ານີ້ລ້ວນເພີ່ມໂອກາດສ່ຽງຕໍ່ອາການຫົວໃຈວາຍ ແລະ ເສຍຊີວິດຕໍ່ຜົນວິໄຈດັ່ງກ່າວ, ນັກໂພຊະນາການ ວິຕໍເຣຍ ເທຍ໌ເລີຣ໌ ແຫ່ງມູນນິທິ ໂລກຫົວໃຈຂອງອັງກິດ ບອກວ່າ: ຂໍ້ຈຳກັດຂອງການສຶກສາເລື່ອງນີ້ກໍ່ຄື: ບໍ່ມີຂໍ້ມູນວ່າພວກໝໍທີ່ຖືກສຶກສານັ້ນ ກິນອາຫານຢ່າງອື່ນບໍ່? ສະນັ້ນ, ເຮົາຍັງຄົງຕ້ອງແນະນຳວ່າ ຄົນເຮົາສາມາດກິນໄຂ່ຫລາຍເທົ່າໃດກໍ່ບໍ່ຈຳກັດ, ເຮົາປະຊາສຳພັນໃຫ້ປະຊາຊົນຫລຸດການບໍລິໂພກໄຂມັນ ອິ່ມໂຕຫລາຍກວ່າ ຄໍເລສເຕີຣ໌ຣອລໃນອາຫານ.
 

 

Delicious Digg Fark Twitter