ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2008 | ມີ 8 ຄຳເຫັນ ແລະ 0 trackback(s)
 

1.
ຢ່ານອນຕຽງທ່ີເປັນ ກ້ອງຕຽງໂລ່ງ ຖ້າຢ້ານຫຼາຍກະໄປນອນໃຕ້ຕຽງແທ່ນ ປ່ອຍໃຫ້ຜີນອນເທິງຕຽງແທ່ນ

2.ຖ້າຢ້ານໄຟປິດເປີດເອງ ກໍ່ໃຫ້ຖອດຫຼອດໄຟອອກທຸກດວງ ເຊັ່ນດຽວກັບກັອກນ້ຳເປີດເອງ ເຮົາກໍ່ເປີດປະໄວ້ເລີຍ

3.ຖ້າຢູ່ດີໆກະໄດ້ກ່ິນເໝັນ ກ່ິນ ແປກໆ  ໃຫ້ເຮົາເອົາຢາດົມ ມາດົມໄວ້

4.
ຖ້າຢູ່ດີໆ ກໍ່ໄດ້ຍິນເພງເເບບຂົນໜາວລຸກ  ກໍ່ໃຫ້້ເຮົາ ເອົາ ipod ມາເປີດ hiphop ຟັງ

5.
ຖ້າຢູ່ດີໆ ກໍ່ໄດ້ຍິນສຽງຜີ ເດັກນ້ອຍ ຫຼື ຜູ້ຍິງ ໄຫ້   ໃຫ້້ເຮົາລຸກມາປອບໃຈ ຜີ ,,ດຽວມັນກໍ່ເຊົາເອງເເຫຼະ

6.
ຖ້າໝູ່ຂອງເຮົາ ຖືກຜີເຂົ້າ  ໃຫ້ ເມີນມັນໄປໂລດ ແລ້ວໄປນອນ ພໍບໍ່ໃຜສົນໃຈ ຜີເຊັງ ດຽວກໍ່ອອກໄປເອງ

7.ຖ້າຢ້ານຈະມີໃຜໄປຢືນຢູ່ປາຍຕຽງ ກໍ່ໃຫ້ນອນເອົາຫົວ ມາຢູ່ປາຍຕຽງ (ເບ່ິງດຸມັນຊິໄປຢືນຢູ່ໃສ)

8.ຖ້າຜີ ມາຂໍສ່ວນບຸນ ສາມາດໂອນເຂົ້າບັນຊີ ທ່ີວັດໃດ ສາຂາໃດ ຮັບບັດcredit ບໍ່???

9.ຖ້າໄປເເຖວວັງວຽງ ໃຫ້ເອົາ dictionary ໄປນຳ ເພາະຢ້ານເຈິຜິີວັງວຽງ ດຽວເວົ້ານຳກັນບໍ່ເຂົ້າໃຈ


10.ຕອນອາບນ້ຳຖ້າຢູ່ດີໆ ນ້ຳຟັກບົວກາຍເປັນເລືອດ ໃຫ້ເອົາຖົງມາໂຕ່ງເອົາເລືອດ ເເລ້ວເອົາໄປບໍລິຈາກສະພາກາແດງ

11.ຖ້າບໍ່ຢາກໃຫ້ຜີຢູ່ໃນຕູ້ເຄື່ອງ ໃຫ້ເຮົາຂຽນປ້າຍແປະໄວ້ ວ່າ ບ່ອນໝານອນ

12.ຖ້າຢ້ານຜີິໃນ ລິຟ ໃຫ້ຍົກເຄ່ືອງໄປນຳຫຼາຍໆ ຜີຈະໄດ້ນຳມາບໍ່ທັນ  ເພາະ ນໍ້າໜັກເກີນ

13.ຖ້າຖ່າຍຮູບ ແລ້ວຕິດຜີ  ,ໃຫ້ເອົາຮູບໜ໊າຂອງຜີ ໄປຕັດຕໍ່ ໃສ່ຮູບໂປ  (ເຮັດໃຫ້ຜີອາຍ ບໍ່ກ້າມາອີກ)

14.ຖ້າຜີມາ ໂບກມື ລົດ ..ໃຫ້້້ເຮົາຮຽກຄ່າໂດຍສານນຳຜີຫຼາຍໆໂລດ ມັນຈະໄດ້ບໍ່ກ້າຂຶ້ນລົດ

15.ອື່ນໆ ,,,,,,,_

                                         ມັກຂໍ້ໃດກະບອກແດ່ເດີ້
Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່