ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2014 | ມີ 6 ຄຳເຫັນ ແລະ 0 trackback(s)

“See Angkor and Die" ເປັນປະໂຫຍກອຳມະຕະ ຂອງ Arnold Joseph Toynbee  ນັກປະຫວັດສາດ ແລະ ນັກ ບູຮານຄະດີ ຄົນອັງກິດ ເປັນຜູ້ກ່າວໃວ້ ຫຼັງຈາກທ່ານໄດ້ມາຢ້ຽມຢາມ ນະຄອນວັດ ແລ້ວພົບວ່າ ມັນຊ່າງຍິ່ງໃຫຍ່ ມະໂຫລານເສຍເຫຼືອເກີນ

ໃນເດືອນທັນວາ ປີ 1956 ອາໂນ ໂຈເຊັບ ທອຍນີ ນັກປະຫວັດສາດ ຄົນອັງກິດ ແຫ່ງ ຣາດຊ໌ວິທະຍາໄລ ລອນດອນ (King’ s College) ອາຍຸ 67 ປີ ເດີນທາງມາຍັງເມືອງສຽມຣຽບ ປະເທດກຳປູເຈຍ. ລາວແລະພັນລະຍາ ໃຊ້ເວລາ4ວັນ ໃນການຢ້ຽມຢາມ ບັນດາປະສາດຫິນຫຼາຍໆແຫ່ງ ພາຍໃນເມືອງບູຮານ ສະໄໝອານາຈັກຂອມເຮືອງອຳນາດເມື່ອປະມານ 1000 ປີກ່ອນ ທີ່ມີຊື່ວ່າ  ເມືອງພະນະຄອນ ຫລື ນໍກໍ ຫລື ໃນສຳນຽງຊາວຕາເວັນຕົກວ່າ ອັງກໍ (Angkor)

ຫຼັງຈາກນັ້ນ, ອາໂນ ບັນທຶກໃວ້ໃນບົດຄວາມຂອງລາວ ຕອນໜື່ງວ່າ See Angkor and Die ເຊິ່ງຖ້າແປຕາມທັດສະນະ ຂອງ ຜູ້ຂຽນເອງແລ້ວ ຄິດວ່າໜ້າຈະແມ່ນ ຖ້າໄດ້ມາເບິ່ງ ອັງກໍວັດແລ້ວ ແມ່ນຕາຍກໍ່ບໍ່ເສຍດາຍ ປະມານນັ້ນ ບໍ່ຮູ້ວ່າຖືກຕ້ອງຫຼືບໍ່

ປະເທດ ກຳປູເຈຍກໍ່ແມ່ນປະເທດໜື່ງທີ່ມີຊາຍແດນຕິດຈອດກັບປະເທດລາວເຮົາ ມີປະເພນີແລະວັດຖະນະທຳອັນເກົ່າແກ່ດີງາມ ຄ້າຍໆກັນກັບບ້ານເຮົາ ມີສະຖານທີ່ທ່ອງທ່ຽວທາງທຳມະຊາດ ບູຮານສະຖານທີ່ສວຍງາມຢ່າງຫຼວງຫຼາຍ ຂື້ນຊື່ລືຊາກວ່າໝູ່ແມ່ນ ອັງກໍວັດ ນັ້ນເອງ

 

ຂ້າພະເຈົ້າເອງມີຄວາມປາຖະໜາເປັນຢ່າງຍີ່ງວ່າ ຄັ້ງໜື່ງໃນຊີວິດ ຈະມີໂອກາດໄດ້ໄປເຫັນດ້ວຍຕາຕົນເອງ ວ່າຈະງາມສົມຄຳເລົ່າລືແທ້ບໍ

ເຊິ່ງວ່າ, ຖ້າຈະລໍໃຫ້ໂອກາດມາຫານັ້ນມາເຖິງເລີຍບໍ່ຕັດສິນໃຈເຮັດຄົງຈະບໍ່ມີ ນອກເສຍຈາກເຮົາຈະຕັດສິນໃຈ ຕັ້ງໜ້າເຮັດວຽກເກັບເງິນ ແລ້ວກໍ່ໄປ.

ເຊິ່ງມັນໃກ້ຈະມາຮອດແລ້ວ ແຕ່ບໍ່ມີໝູ່ຮ່ວມເດີນທາງ ເລີຍຕ້ອງໄປຄົນດຽວ, ທ່ຽວຄົນດຽວ ຄາດວ່າໜ້າຈະແມ່ນ ກາງເດືອນ ສິງຫານີ້

ແຕ່ໃຈກໍ່ຍັງກ້າໆຢ້ານໆຫວັ່ນໆ ເພາະບໍ່ເຄີຍເດີນທາງຄົນດຽວແບບນີ້ຈັກເທື່ອ ເຄີຍໄປແຕ່ຫວຽດນາມ, ຖ້າ ທຣິບນີ້ປະສົບຄວາມສຳເລັດ ກໍ່ ຄິດວ່າ ໃນອະນາຄົດໜ້າຈະມີທຣິບທ່ອງທ່ຽວໃນຫຼາຍໆ ສະຖານທີ່ ຫລາຍໆປະເທດຕາມມາອີກ

ຖ້ຽວນີ້ເລີຍຈະກາຍເປັນຖ້ຽວວັດໃຈ ແລະຫວັງວ່າຈະລຳເລັດລຸລ່ວງໄປໄດ້ດ້ວຍດີ

ແຕ່ຕອນນີ້ ເຈົ້າຂອງກໍ່ກຳລັງ ເລີ່ມເຮັດໜັງສືເດີນທາງ, ວີຊ້າ (ຕາມເຂົ້າໃຈ ຄືວ່າ ຄົນລາວ ເຂົ້າກຳປູເຈຍ ບໍ່ຕ້ອງຂໍວີຊ້າ ແຕ່ບໍ່ໝັ້ນໃຈ ຖ້າທ່ານໃດຮູ້ຊ່ວຍຕອບແດ່), ຊອກຫາຂໍ້ມູນການທ່ອງທ່ຽວ ແລະ ເສັ້ນທາງ ເພື່ອໃຫ້ເໝາະກັບເວລາທີ່ເຮົາມີຈຳກັດ (ພັກປະຈຳປີ), ຄິດໄລ່ຄ່າໃຊ້ຈ່າຍແບບກະຕວງໃວ້ ແລະອື່ນໆ

ເພື່ອນໆ ຊ່ວຍເປັນກຳລັງໃຈໃຫ້ແດ່, ຫຼື ໃຜມີຄຳແນະນຳດີໆ ກໍ່ ຊ່ວຍບອກຂ້າພະເຈົ້າແດ່

ຫຼັງຈາກນີ້, ຫວັງວ່າຈະໄດ້ເລື່ອງລາວ ແລະຮູບພາບງາມໆ ຈາກປະສົບການ ອັງກໍວັດມາເລົ່າສູ່ຟັງ

 

Delicious Digg Fark Twitter