ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

                  ຜູ້ຍິງຫວາ!!

  1.    ມັກເກັບເອົາເລື່ອງເລັກນ້ອຍມາຄິດຫຼາຍ.
  2.    ມັກຄຽດ ແລະ ນ້ອຍໃຈໃຫ້ແຟນໂດຍທີ່ແຟນບໍ່ຮູ້ໂຕເລີຍ.
  3.    ມັກມີຄວາມຝັນຢູ່ຄົນດຽວວ່າ ຢາກໄດ້ຢາກມີ ອັນນັ້ນອັນນີ້ ສະເໝີ.
  4.    ມັກເຊື່ອເລື່ອງດວງ ແລະ ໂຊກຊະຕາ.
  5.    ມັກຄວາມໂຣແມນຕິກ ແລະ ເຊິໄພຮສ໌ (surprise).
  6.    ພໍເວລາຕັ້ງວົງລົມກັບຜູ້ຍິງກັນເອງ ມັກເວົ້າເລື່ອງລາວສູ່ກັນຟັງ ສະເພາະແມ່ນເລື່ອງຜູ້ຊາຍ.
  7.    ມັກການຊື້ເຄື່ອງ (shopping) ເປັນຊີວິດຈິດໃຈ ແລະ ສິ່ງທີ່ພວກເຂົາໃຫ້ຄວາມສົນໃຈກໍ່ຄື ເສື້ອຜ້າ, ກະເປົາ, ເກີບ, ຕຸ້ມຫູ...ເວລາຊື້ຈະຕໍ່ລອງລາຄາຢ່າງເອົາເປັນເອົາຕາຍ.
  8.    ມັກຈົ່ມວ່າອັນນັ້ນອັນນີ້ແພງ ແຕ່ສຳລັບເຄື່ອງສຳອາງແລ້ວເທົ່າໃດກໍທົນ.
  9.    ຢ້ານຕຸ້ຍແຕ່ມັກນອນເວັນ ແລະ ກິນຈຸກກິນຈິກ ສະເພາະແມ່ນຊອກໂກແລັດ ແລະ ເຂົ້າໜົມ.
  10.  ກະແສຂອງເກົາຫຼີ ມີອິດທິພົນສູງຕໍ່ຜູ້ຍິງສະໄໝນີ້ ເຮັດໃຫ້ພວກເຂົາຢາກເປັນແບບເກົາຫຼີ.
  11.  ຜູ້ຍິງບໍ່ເຄີຍລືມຄວາມຊົງຈຳຄັ້ັງທຳອິດໄດ້ລົງ.
  12.  ຜູ້ຍິງຈະບໍ່ຍອມເສີຍຂອງຮັກຂອງຫວງໃຫ້ໃຜໄປງ່າຍໆເດັດຂາດ.
  13.  ບາງຄັ້ງນ້ຳຕາກໍເປັນອາວຸດອັນຮ້າຍກາດຂອງພວກເຂົາໄດ້.
  14.  ຢ່າເບິ່ງຜູ້ຍິງແຕ່ຮູບພາຍນອກເດີ.

      ໝາຍເຫດ: ຜູ້ຍິງບາງຄົນອາດຈະບໍ່ເປັນດັ່ງທີ່ກ່າວມາຂ້າງເທິງທັງໝົດ . ມີຫຍັງເພີ່ມເຕີມກໍແບ່ງປັນກັນໄດ້, ຂໍຂອບໃຈສຳລັບການອ່ານ ແລະ ສະແດງຄວາມຄິດເຫັນ.

       by ang-nobita@hotmail.com (Angnum)

Delicious Digg Fark Twitter