ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

 

ເທັກ​ນິກການຈັດ ​ຫ້ອງ​ນອນ​ໃນຫໍ​ພັກ

 
 
ບໍ່​ວ່າ​ທ່ານ​ຈະ​ຢູ່​ເຮືອນ ຫຼືຢູ່​ຫ້ອງ​ເຊົ່າ ຫ້ອງ​ທີ່​ມີ​ຄວາມສຳຄັນ​ເປັນອັນ​ໜຶ່ງ ໜີ​ບໍ່ພົ້ນ “ຫ້ອງ​ນອນ” ນັ້ນກໍ​ເພາະ 1 ​ໃນ 3 ຂອງ​ເວລາ​ໃນ​ແຕ່​ລະ​ວັນ​ຄື ​ເວລາ​ທີ່​ໃຊ້​ໄປ​ໃນ​ຫ້ອງ​ນອນ​ນັ້ນ​ເອງ.

   ຕຳແໜ່​ງຫ້ອງ​ນອນ: ຄວນ​ຫຼີກ​ລ່ຽງ​ແສງ​ແດດ​ໃນ​ຕອນ​ບ່າຍ​ທີ​່ຈະ​ເຮັດ​ໃຫ້​ຫ້ອງ​ນອນ​ຮ້ອນ​ໃນ​ເວລາ​ ກາງຄືນ ​ແຕ່​ແນວ​ໃດ​ຫ້ອງ​ນອນ​ກໍ​ຍັງ​ຕ້ອງການ​​ແສງ​ແດດ​ຢູ່​ຄື​ກັນ ລວມທັງ​ຕ້ອງ​ມີ​ການ​ລະບາຍ​ອາກາດ​ທີ່​ດີ ຖ້າ​ເປັນ​ໄປ​ໄດ້​ຄວນ​ມີປ່ອງຢ້ຽມ​ຢ່າງ​ໜ້ອຍ 2 ດ້ານ ​ໃຫ້​ລົມລ່ວງ ​ແຕ່​ຢ່າ​ໃຫ້ຫຼາຍ​ເກີນ​ໄປ ​ເພາະ​ນອກຈາກ​ບໍ່​ໄດ້​ໃຊ້​ປະ​ໂຫຍ​ດຈາກ​ວິວພາຍ​ນອກ​ແລ້ວ(ສະ​ເພາະ​ທີ່​ມີ​ຕຶກ​ ຫຼືກຳ​ແພງ​ບັງ) ຫ້ອງ​ນອນ​ທີ່​ຕິດ​ກັບ​ອາຄານ​ຂ້າງຄຽງ​ຍັງ​ຂາດ​ຄວາມ​ເປັນ​ສ່ວນ​ຕົວ ​ແຖມ​ຈັດ​ວາງ​ເຟີ​ນິ​ເຈີ​ແລະ​ຕຽງ​ຍາກ.

   ຫ້ອງ​ນອນ​ບາງ​ຫ້ອງ​ອາດ​ຈະ​ມີ​ລະບຽງ​ໄວ້​ອອກ​ໄປ​ສູບອາກາດ ​ເປັນ​ທີ່​ຈັດ​ສວນ ຫຼືຕາກ​ຜ້າ​ຫົ່ມ ​ເຄື່ອງ​ນອນ ​ແລະ​ອື່ນໆ ​ແຕ່​ລະບຽງ​ກໍ​ບໍ່​ແມ່ນ​ສິ່ງ​ທີ່​ອະພິລົມ​ສະ​ເໝີ​ໄປ ຍິ່ງ​ຖ້າ​ລະບຽງ​ໄປ​ຕິດ​ກັບ​ອາຄານ​ຂ້າງຄຽງ​ຫຼືຕິດ​ຖະໜົນຫຼາຍ​ເກີນ​ໄປ ຄວາມ​ເປັນ​ສ່ວນ​ຕົວ​ກໍ​ຍັງ​ຈະ​ຂາດ​ຫາຍ ຍິ່ງ​ໄປ​ກວ່າ​ນັ້ນ ຖ້າ​ບໍ່​ໝັ່ນ​ເຮັດ​ຄວາມ​ສະອາດ ລະບຽງ​ກໍ​ຈະ​ກາຍ​ເປັນພື້ນ​ທີ່​ເກັບ​ຝຸ່ນ​ໃນ​ທີ່​ສຸດ.

   ພື້ນ​ທີ່​ໃຊ້​ສອຍ​ໃນ​ຫ້ອງ​ນອນ: ປະກອບ​ດ້ວຍ 2 ສ່ວນ ຄື ສ່ວນ​ນອນ ອັນ​ໄດ້​ແກ່ ຊຸດ​ຕຽງ​ນອນ ອາດ​ຈະ​ມີ​ທັງ​ໂຕະ​ຫົວ​ຕຽງ ​ໂຄມ​ໄຟ​ອ່ານໜັງສື ​ເປັນຕົ້ນ. ​ໃນ​ສ່ວນ​ນີ້ “ຕຽງ​ນອນ” ​ເປັນ​ເຟີ​ນິ​ເຈີ​ທີ່​ສຳຄັນ​ທີ່​ສຸດ ຄວນ​ວາງ​ໄວ້​ໃນ​ສຸດ​ຂອງ​ຫ້ອງ, ປິ່ນ​ຫົວ​ຕຽງ​ເຂົ້າຫາ​ຝາ​ຕັນ ບໍ່​ຄວນ​ວາງ​ຫົວ​ຕຽງ​ຊື່​ກັບ​ປ່ອງ​ຢ້ຽມ​ຫຼືປ່ອງ​ເປີດ ​ເພາະ​ຈະ​ເປີດ​ປິດ​ບໍ່​ສະດວກ, ຜ້າ​ມ່ານ​ປ່ອງຢ້ຽມ​ຫ້ອຍ​ລົງ​ມາ​ເກ​ະກະ, ​ເຮັດ​ຄວາມ​ສະອາດ​ຍາກ, ຄວນ​ວາງ​​ໃຫ້​ສາມາດ​ຍ່າງ​ອ້ອມຕຽງໄດ້ທັງສາມດ້ານ.

   ບ່ອນແຕ່ງໂຕ: ເປັນບໍລິເວັນທີ່ໃຊ້ເກັບເຄື່ອງນຸ່ງ ແລະແຕ່ງໂຕ ມັກຢູ່ສ່ວນທຳອິດຂອງ​ຫ້ອງ(ນັບ​ຈາກ​ປະຕູ​ເຂົ້າຫ້ອງ) ຫຼືຕໍ່​ເນື່ອງ​ມາ​ຈາກ​ຫ້ອງ​ນ້ຳ ປະກອບ​ໄປ​ດ້ວຍ​ຕູ້​​ເຄື່ອງນຸ່ງ​ແລະ​ໂຕ​ະ​ເຄື່ອງ​ແປ້ງ.

   ​ເຮົາ​ສາມາດ​ຕື່ມ​ບໍລິ​ເວນ​ໃຊ້​ສອຍ​ອື່ນໆ ຕາມ​ກິດຈະກຳ​ຂອງ​ເຈົ້າຂອງ​ຫ້ອງ ​ເຊັ່ນ ບ່ອນ​ເຮັດ​ວຽກ (ອາດ​ຈະປ່ຽນ​ຈາກ​ໂຕະ​ແຕ່ງ​ໂຕ​​ເປັນ​ໂຕະ​ເຮັດ​ວຽກ), ບ່ອນ​ພັກຜ່ອນ​ທີ່​ເພິ່ມຄອນ​​ໂຊນ(ຕູ​້ຕ່ຳ​ວາງ​ເຄື່ອງ) ສຳລັບ​ວາງ​ໂທລະທັດ, ​ເຄື່ອງ​ສຽງ ຖ້າ​ມີ​ເນື້ອທີ່​ຫຼາຍພໍ​ກໍ​ອາດ​ຈະ​ມີ​ຊຸດ​ໂຊ​ຟາ, ຕັ່ງພັກຜ່ອນ ຫຼື​ເຄື່ອງ​ອອກກຳລັງ​ກາຍ​ກໍ​ໄດ້.

   ຫ້ອງ​ນອນຈະ​ແຕ່ງ​ແນວ​ໃດ​ກໍ​ແລ້ວ​ແຕ່​ໃຈ​​ເຈົ້າຂອງ​ຫ້ອງ ​ແຕ່​ສິ່ງ​ບໍ່​ຄວນ​ລືມ​ໃນ​ການ​ແຕ່ງ​ຫ້ອງ​ນອນ ນັ້ນຄື ການ​ເຮັດ​ໃຫ້​ຮ່າງກາຍ​ນອນ​ຫຼັບ​ໄດ້​ຢ່າງ​ສະໜິດ, ຢ່າງ​ໜ້ອຍ 7-8 ຊົ່ວ​ໂມງ ​ໃນ​ຫ້ອງ​ທີ່​ງຽບ​ສະຫງົບ ອຸນຫະພູມ​ພໍດີ ​ແລະ​ອາກາດ​ຖ່າຍ​ເທ​ໄດ້​ດີ.

 

ຂອບໃຈທີ່ເຂົ້າອ່ານ

Delicious Digg Fark Twitter