ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2010 | ມີ 16 ຄຳເຫັນ ແລະ 0 trackback(s)

      ດອກໄມ້ທີ່ເຮົາມັກທີ່ສຸດນັ້ນ ສາມາດບອກນິໃສຂອງຜູ້ມັກໄດ້ ລອງມາອ່ານນຳກັນເລີຍ.

      ມີໃຫ້ເລືອກດັ່ງນີ້ :

  1. ດອກກຸຫຼາບ
  2. ດອກຕາເວັນ
  3. ດອກມະລິ
  4. ດອກເອື້ອງປ່າ (ກ້ວຍໄມ້)
  5. ດອກບົວ
  6. ດອກຫຍ້າ
  7. ດອກທິວລິບ
  8. ດອກຄູຸນ

ເຮົາມາອ່ານພ້ອມກັນເລີຍ :

  1. ດອກກຸຫຼາບ : ຄວາມສວຍງາມທີ່ມີໜາມແຫຼມຄົມ ຖືກຈັດໃຫ້ເປັນລາຊິນີຂອງດອກໄມ້ ປັນຕົວແທນຂອງຄວາມຮັກ ຄົນທີ່ມັກດອກກຸຫຼາບ ຈະເປັນຄົນທີ່ຮັກສວຍຮັກງາມ ມັກຄວາມສະບາຍຫຼູຫຼາ ຄືສະພາບແວດລ້ອມໃນຊີວິດຈະຕ້ອງດີໜົດທຸກຢ່າງ, ມັກຕິນັ້ນຕິນີ້ . ເປັນຄົນກະຕື້ລືລົ້ນ, ມັກການຮຽນຮູ້, ມັກສະແຫວງຫາປະສົບການໃໝ່ໆໃຫ້ຊີ ວິດເປັນຄົນທີ່ທັນສະໄໝ ແລະຢາກຈະເປັນຄົນທີ່ມີຊື່ສຽງໂດ່ງດັງ ເປັນທີ່ຮູ້ຈັກຂອງຄົນ ຫຼາຍໆຄົນ .
  2. ດອກຕາເວັນ : ເປັນຄົນທີ່ມີຄວາມເຊື່ອໝັ້ນໃນຕົນເອງສູງ ອວດອົ່ງທະນົງໂຕວ່າຕົນເອງມີ ຄວາມຮູ້ ຄວາມສາມາດຫຼາຍກວ່າຄົນອື່ນ ເປັນຄົນທີ່ເພິ່ງພາຕົນເອງ  ບໍ່ມັກເອົາໃຈຄົນອື່ນ ແລະ ມີເປົ້າໝາຍໃນຊີວິດສູງ ແຕ່ດວ້ຍຄວາມທີ່ເປັນຄົນເກັ່ງ, ສົນໃຈເລື່ອງຮອບຂ້າງ ມີຄວາມດຸໝັ່ນຈິ່ງເຮັດໃຫ້ປະສົບຜົນສຳເລັດໃນຊີວິດໄດ້ບໍ່ຍາກ ເຖິງວ່າຈະເປັນຄົນຍິ່ງຖືໂຕ ກໍ່ຕາມ ແລະ ບໍ່ຄ່ອຍສົນໃຈຄົນອື່ນ ແຕ່ກໍ່ມີໃຈຄໍທີ່ກວ້າງຂວາງ ຊ່ວຍເຫຼືອຜູ້ອື່ນ ຈິ່ງເຮັດໃຫ້ມີເພື່ອນຝູ່ງຫຼາຍ .
  3. ດອກມະລິ : ເປັນດອກໄມ້ທີ່ມີກິ່ນຫອມ ຄົນທີ່ມັກດອກມະລິຖືກຈັດເປັນຄົນທີ່ອ່ອນໂຍນ ຮຽບຮ້ອຍຍສົມກັບສີຂາສົມກັບເປັນດອກໄມ້ສີຂາວ ເປັນຄົນທີ່ຂອນຂ້າງຈະຈູ້ຈີ້ ຈຸກຈິກໜ້ອຍໜຶ່ງ .ເປັນຄົນທີ່ມີຄວາມຮູ້ສຶກອ່ອນໄຫວງ່າຍ, ຄິດຫຼາຍ ມັກກັງວົນກັບຄຳເວົ້າຂອງຄົນອື່ນທີ່ມີຕໍ່ ຕົນເອງ ໃນຂະນະດຽວກັນນັ້ນກໍ່ເປັນຄົນທີ່ມັກຊີວິດທີລຽບງ່າຍ ຮັກສະຫງົບ ບໍ່ມັກການປະເຊີນໜ້າ ມີຄວາມເປັນຕົວຂອງຕົນເອງສູງ .
  4. ດອກເອື້ອງປ່າ(ກ້ວຍໄມ້) : ເປັນຕົວແທນຂອງຄວາມ Romantic ຫຼາຍ ທັງຍັງເປັນຄົນທີ່ອ່ອນຫວານ ນຸ້ມນວນ  ແຕ່ກໍ່ມີຄວາມແຂ່ງແກ່ນ, ອົດທົນ, ໜັກແໜ້ນຢູ່ໃນໂຕຄືກັນ . ມັກໃຊ້ຊີວິດລຽບງ່າຍ ມັກການປ່ຽນແປງແບບຄ່ອຍເປັນຄ່ອຍໄປ ໃນທາງທີ່ດີຂຶ້ນ ເປັນຄົນທີ່ຕັດສິນໃຈເກັ່ງ ແລະ ຖະນັດກັບການແກ້ບັນຫາດ້ວຍວິທີທີ່ປານີປານອມ
  5. ດອກບົວ : ຖືກໃຊ້ເປັນສັນຍາລັກກັບສາດສະໜາ ຄົນທີ່ມັກດອກບົວຈິ່ງເປັນຄົນທີ່ສຸພາບ ອ່ອນໂຍນ ໃນໃຈມີແຕ່ຄວາມເມດຕາປານີ ບໍ່ມັກຄຽດ ຫຼື ຊັງໃຜ ບໍ່ວ່າໃຜຈະເປັນຈັ່ງໃດກໍ່ດີກັບເຂົາຈົນໝົດທຸກຄົນ  ມັກຊວ່ຍເຫຼືອຜູ້ອື່ນ ແລະເປັນຄົນ ມີອາລົມ ແລະຄວາມຮູ້ສຶກທີ່ລະອຽດອ່ອນ ເຮັດໃຫ້ຄົນທີ່ເຂົ້າມາຫາເພື່ອເປັນທີເພິ່ງທາງໃຈ ທັງເປັນຄົນທີ່ຮັກຄວາມສະຫງົບ  ລວມໄປຮອດ ຮັກຄອບຄົວຫຼາຍອີກ .
  6.  ດອກຫຍ້າ : ສຳລັບຄົນທີ່ມັກດອກຫຍ້ານອ້ຍໆຢູ່ຕາມທົ່ງນາ ບໍ່ວ່າຈະເປັນດອກຫຍັງກໍຕາມ ນິໄສມັກເປັນຄົນມັກອິດສະຫຼະ  ບໍ່ມັກພູກພັນຫຼືມີພັນທະ ກັບໃຜ ແມ້ແຕ່ຄົນໃນຄອບຄົວຂອງຕົນກໍ່ຕາມ ມັກໃຊ້ຊີວິດໄປເລື້ອຍໆ  ມັກເດີນທາງ ຊອກສະແຫວງຫາປະສົບການຊີວິດ ເພາະຄວາມເປັນຄົນທີ່ມັກສຶກສາ ແລະຮຽນຮູ້ຫຼາຍ ນອກຈາກນີ້ແລ້ວຍັງເປັນຄົນທີ່ໃຫ້ຄວາມສຳຄັນຕໍ່ເລື່ອງຄວາມຊື່ສັດ ແລະ ຄຸນນະທຳຄວາມ ດີເປັນຢ່າງຍິ່ງ ຈະທົນບໍ່ໄດ້ເລີຍຖ້າຖືກຕົວະ .
  7. ດອກທິວລິບ : ຄົນທີ່ມັກດອກທິວລິບມັກມີນິໃສທີ່ຊ່າງຄິດຊ່າງຝັນ  ເຕັມໄປດ້ວຍ ຈິນຕະນາການ ທັງຍັງມີອາລົມທີ່ໂລແມນຕິກເຕັມປ່ຽມໃນຫົວໃຈ ຫຼົງຮັກຄົນງ່າຍ ແຕ່ກໍ່ຈະປ່ຽນໃຈງ່າຍເຊັ່ນດຽວກັນ ນອກຈາກນີ້ຍັງເປັນຄົນ ທີ່ເບິ່ງໂລກໃນແງ່ດີນຳອີກ,  ມັກຊວ່ຍເຫຼືອຄົນອື່ນຢ່າງເຕັມອົກເຕັມໃຈ ຢູ່ສະເໝີ ເປັນທີ່ພັກພິ່ງຂອງຄົນທີ່ມີຄວາມທຸກເປັນຢ່າງດີ  ແຕ່ບໍ່ຄ່ອຍມັກໃຫ້ໃຜມາຫຍຸ້ງເລື່ອງສ່ວນຕົວ .
  8. ດອກຄູຸນ : ຄົນທີ່ມັກດອກຄູນ ເປັນຄົນທີ່ໃຈບຸນ ໃຈກວ້າງ ເອື້ອເຝື້ອເພື່ອແຜ່ກັບທຸກຄົນ ມັກຄວາມເທົ່າທຽມກັນ ແລະ ຕ້ອງການເຫັນທຸກຄົນສະເໝີພາບກັນ ນອກຈາກນີ້ຍັງ ເປັນຄົນທີ່ມີຄວາມຄິດກ້າວໜ້າ ຮັກອິດສະຫຼະ ແລະ ບໍ່ມັກໃຫ້ມີກົດເກນໃດໆເຂົ້າມາໃນ ຊີວິດ ແລະ ຍັງເປັນຄົນທີ່ມັກສຶກສາຄວາມຮູ້, ມີໝູ່ເພື່ອນຫຼາຍ ແລະ ຮັກເພື່ອນຝູງເທົ່າທຽມ ກັນໝົດທຸກຄົນ ມີຄວາມເປັນຜູ້ນຳທາງຄວາມຄິດໃນສັງຄົມ.

 

Delicious Digg Fark Twitter