ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 10, 2010 | ມີ 34 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

      ການເວລາປ່ຽນໄປ ຄົນເຮົາກໍ່ປ່ຽນແປງ  ແລະ ການອົກຫັກຈາກຄວາມຮັກນັ້ນປະຕິເສດບໍ່ໄດ້

ເພື່ອຮັກສາແຜໃຈທຸກເທື່ອ. ຖ້າຕອນນີ້ເຈົ້າຮູ້ສຶກຢາກຊອກໃຜຈັກຄົນທີ່ຮັກເຈົ້າແທ້. ບຶດຮັກບຶດເຊົາບໍ່ຢາກມີແລ້ວ ພວກເຮົາມີຂໍ້ແນະນຳ ຈາກຜູ້ຊ່ຽວຊານທີ່ຍັງບໍ່ຜ່ານການຮັບຮອງ ຊຶ່ງວິເຄາະວິໃຈ ແລະ ພິສູດແລ້ວວ່າ ວິທີຈີບສາວ

ທຳມະດາທົ່ວໄປ ບໍ່ອາດວັດແທກໄດ້ວ່າ ເຂົາຮັກເຈົ້າແທ້ບໍ່? ດັ່ງນັ້ນປີໃໝ່ນີ້ໃຫ້ລືມຄວາມເສົ້າເອົາໄວ້ ແລະ

ຖີ້ມຄວາມໂສກເສົ້າໄວ້ແລ້ວ ຊອກຫາຄົນທີ່ເຈົ້າມັກຈັກຄົນ ລອງໃຊ້ວິທີຈີບສາວຂ້າງລຸ່ມນີ້ເບິ່ງ ແລ້ວຈະຮູ້ວ່າ ມັນແຕກຕ່າງກັນກັບທີ່ເຈົ້າເຄີຍຈີບສາວມາກ່ອນ ຫຼື ບໍ່ 555

1. ສ້າງຄວາມປະທັບໃຈ.

ເຕັກນິກໃນການສ້າງຄວາມປະທັບໃຈ ເມື່ອຄັ້ງທຳອິດທີ່ພົບເຫັນບໍ່ແມ່ນເລື່ອງຍາກ. ກ່ອນອື່ນເຮົາຕ້ອງ

ເປັນໂຕຂອງໂຕເອງ ບໍ່ຕ້ອງໃສ່ໜ້າກາກ ເພາະບໍ່ຈຳເປັນຕ້ອງເຮັດຄືໃຜ ຈະຮັກກັນຕ້ອງຮັກຢູ່ທີ່ໃຈ.

      2.  ໃຫ້ກຽດຜູ້ຍິງ.

      ເຖິງວ່າຍິງ-ຊາຍ ສະໄໝນີ້ ຈະເທົ່າທຽມກັນໝົດ ແຕ່ຜູ້ຍິງຈະຮູ້ສຶກດີກັບຜູ້ຊາຍທີ່ໃຫ້ກຽດເຂົາ ເຮົາຈຶ່ງຄວນສະແດງຈຸດນີ້ໃຫ້ເຂົາເຫັນ ເພື່ອເຂົາຈະໄດ້ຊື່ນຊົມໃນໂຕເຮົາເຊ່ັນ: ໃນເວລາໄປກິນເຂົ້າ ເຮົາຕ້ອງໃຫ້ກຽດເຂົາດ້ວຍການຈ່າຍທຸກເທື່ອ ຢ້ຳອີກເດີ້ ວ່າທຸກເທື່ອ ເຄີຍຈ່າຍຢ່າງໃດກໍ່ຈ່າຍຢ່າງນັ້ນ ດຽວເຂົາຈະເບິ່ງວ່າເຮົາ ບໍ່ເປັນຄົນສະເໝີຕົ້ນສະເໝີປາຍ.

      3. ສະແດງຄວາມຮັກຕະຫຼອດ.

      ການເຮັດໂຕບໍ່ໃສ່ໃຈ ອາດຈະເຮັດໃຫ້ເຂົາຄິດວ່າເຈົ້າບໍ່ສົນໃຈເຂົາ ບໍ່ມີຄວາມອົບອຸ່ນ ບໍ່ເປັນຕາຢູ່ໃກ້ ເຮົາ ຈຶ່ງຄວນສະແດງອອກດ້ວຍການຖືກເນື້ອຕ້ອງຕົວເຂົາທຸກຄັ້ງທີ່ມີໂອກາດ. ແຕ່ຕ້ອງສົມມາພາຄວນ.

      4. ເຂົ້າກັບໝູ່ເພື່ອນຂອງເຂົາໄດ້ ສຳຄັນທີ່ສຸດ.

      ຫາກເຈົ້າເປັນຄົນດີ ໜ້າຕາຫຼໍ່ ແຕ່ເຂົ້າໝູ່ເພື່ອນເຂົາບໍ່ໄດ້ ອາດເຮັດໃຫ້ເຂົາລຳບາກໃຈ ດັ່ງນັ້ນ ເຈົ້າຄວນພະຍາຍາມ ທຳຄວາມຄຸ້ນເຄີຍກັບໝູ່ເພື່ອນຂອງເຂົາ.

ໜຸ່ມທີ່ຍັງໂສດ ແລະ ຢາກຈະມີແຟນກໍລອງນຳວິທີນີ້ໄປປະຕິບັດເບິ່ງເດີ້ພີ່ນ້ອງ.

 

Delicious Digg Fark Twitter