ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 5, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

      ທ່ານທີ່ມັກລ້ຽງນົກ : ເປັນຊີວິດຈິດໃຈແລ້ວ ຈະເປັນຄົນທີ່ມັກອິດສະຫຼະ ແລະ ບໍ່ມັກຜູກມັດກັບໃຜ ທ່ານເປັນຄົນທີ່ຂອນຂ້າງເອົາແຕ່ໃຈຕົນເອງ ເປັນຄົນທີ່ວ່ອງໄວຄ່ອງແຄ້ວ ບໍ່ມັກຢູ່ບ່ອນເກົ່າດົນໆ ຫຼື ເຮັດຫຍັງແບບເກົ່າ ເອີ້ນວ່າເປັນຄົນທີ່ເບື່ອງ່າຍ ແລະ ຍັງມີນິໃສຂີ້ອວດ, ຮັກຄອບຄົວ ເປັນຄົນທີ່ອາລົມເສຍງ່າຍ ແຕ່ເລື່ອງຄວາມສວຍຄວາມງາມຕ້ອງມາກ່ອນ ເວລາທີ່ບໍ່ມັກໃຜຈະເປີດເຜີຍອາລົມໃຫ້ຮູ້ທັນທີ ເປັນຄົນກົງໄປກົງມາ.

      ທ່ານທີ່ມັກລ້ຽງແມວ : ບອກໄດ້ເລີຍວ່າເປັນຄົນມັກອ້ອນ, ຮັກອິດສະຫຼະ,  ບໍ່ມັກຢູ່ໃຕ້ອຳນາດໃຜ ເປັນຄົນທີ່ພິຖີພິຖັນ, ລະອຽດອ່ອນ,  ເປັນຄົນທີ່ມີສີມືໃນການເຮັດວຽກປະດິດຄິດແຕ່ງ ລົດສະນິຍົມດີ ມັກໃຊ້ຂອງດີມີລາຄາ, ເປັນຄົນທີ່ຄິດຫາແຕ່ເລື່ອງຂອງຕົນເອງ, ບໍ່ສົນໃຈເລື່ອງຂອງຄົນອື່ນ ແລະ ບໍ່ຍອມຫຍັງງ່າຍໆ,  ເປັນຄົນຈູ້ຈີ້ຈຸກຈິກ. ຖ້າຢາກໄດ້ຜົນປະໂຫຍດຈາກໃຜແລ້ວ ທ່ານຈະຮູ້ຈັກເອົາໃຈເຂົາ ແຕ່ພໍໄດ້ດັ່ງໃຈແລ້ວ ກໍ່ຫາຍແວບໄປກັບຕາເລີຍ ທີ່ຈິງແລ້ວຄົນທີ່ມັກລ້ຽງແມວ ມັກຈະມີຄວາມຄິດເປັນຂອງໂຕເອງສູງ ເບິ່ງແລ້ວຄືເປັນຄົນບໍ່ຈິງໃຈ.

      ທ່ານທີ່ມັກລ້ຽງໝາ : ເຫັນໝາແລ້ວຕ້ອງເຂົ້າໄປຢອກໂລດ ບອກໄດ້ເລີຍວ່າທ່ານເປັນ ຄົນທີ່ມີຄວາມຈິງໃຈຫຼາຍ ແລະ ຂອນຂ້າງຈະຮັກໝູ່ ມີຄວາມເອື້ອເຝື້ອເພື່ອແພ່ ມີຈິດໃຈດີ ມັກຊ່ວຍເຫຼືອຄົນອື່ນຢູ່ສະເໝີ ທ່ານເປັນຄົນທີ່ມັກປົກປ້ອງເບິ່ງແຍ່ງຄົນອື່ນ ມີຄວາມຊື່ສັດ ກົງໄປກົງມາ ມີຈິດໃຈທີ່ກ້າຫານ ບໍ່ຢ້ານບັນຫາ ຕໍ່ສູ້ຜ່ານຜ່າອຸປະສັກ ຈິດໃຈໝັ້ນຄົງ ບໍ່ອ່ອນແອ ຈຸດອ່ອນຂອງທ່ານແມ່ນ ທ່ານຂາດຄວາມຄິດສ້າງສັນ ເວລາອາລົມເສຍແລ້ວ ຈະກາຍເປັນຄົນທີ່ເຢັນຊາ, ເກັບກົດອາລົມແປປວນ ແລະ ອາລົມເສຍງ່າຍ.

      ທ່ານທີ່ມັກລ້ຽງກະຕ່າຍ :ເຊິ່ງເປັນສັດທີ່ມັກຕົກໃຈບອກເຖິງນິໃສຂອງທ່ານທີ່ມີໄຫວພິບດີ ຮູ້ຈັກເອົາໂຕລອດເກັ່ງ ທ່ານເປັນຄົນທີ່ປ້ອງກັນໂຕເອງໄດ້ດີ  ລັກສະນະພາຍນອກເບິ່ງທ່ານແລ້ວ ຄືຄົນອ່ອນແອ ແຕ່ພາຍໃນແລ້ວທ່ານເປັນຄົນທີ່ເຂັ້ມແຂງຫຼັກແຫຼມ ມີເລ່ກົນຢູ່ຕົວທ່ານ ເປັນຄົນທີ່ລະອຽດຮອບຂອບ   ມີຄວາມລະມັດລະວັງ, ບຸກຂະລິກຂອງທ່ານເປັນຄົນທີ່ມີພິບໄຫວຄ່ອງແຄ້ວ, ສຸພາບ, ມີລະຍາດ ທ່ານເປັນຄົນທີ່ມີມະນຸດສຳພັນດີ ບໍ່ມັກການຜິດຖຽງກັນເຊິ່ງໜ້າ, ໃຈກວ້າງ,  ຮັກສວຍຮັກງາມ, ມີພອນສະຫວັນທາງດ້ານສີລະປະ, ເປັນຄົນມັກ Romantic  ແລະ ເລື່ອງຂອງຄວາມຮູ້ສຶກທ່ານຈະເປັນຄົນທີ່ເຂົ້າໃຈຄົນອື່ນໄດ້ງ່າຍ ເຖິງວ່າກະຕ່າຍຈະເປັນສັດທີ່ຂວັນອ່ອນ ແຕ່ຄົນທີ່ມັກກະຕ່າຍ ກັບເປັນຄົນທີ່ເຂັ້ມແຂງ, ໝັ້ນໃຈໂດຍທ່ີຄົນອື່ນນຶກບໍ່ເຖິງເລີຍ.

      ທ່ານທີ່ມັກລ້ຽງໜູ : ທ່ານເປັນຄົນທີ່ສະຫຼາດຫຼັກແຫຼມ,  ມີຄວາມດຸໝັ້ນ, ແຈ່ມໃສ, ເບິ່ງໂລກໃນແງ່ດີ ມັກສະສົມສິ່ງຂອງ, ມີຄວາມກະຕືລືລົ້ນ, ຮັກຄວາມກ້າວໜ້າ ຂອນຂ້າງປັບໂຕໄດ້ເກັ່ງ ມີຄວາມລະມັດລະວັງເປັນສັນຊາດຕະຍານ, ບຸກຂະລິກທ່າທາງເປັນຄົນທີ່ງຽບຄືມ ບໍ່ມັກເວົ້າຫຼາຍ ມີມະນຸດສຳພັນດີ.

 

 

 

Delicious Digg Fark Twitter