ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 20, 2010 | ມີ 29 ຄຳເຫັນ ແລະ 0 trackback(s)

      ເຄີຍຢາກຮູ້ບໍ່ວ່າ ເປັນຫຍັງຜູ້ຊາຍບາງຄົນຈຶ່ງໂຊກດີເລື່ອງຄວາມຮັກໄປໃສມາໃສມີແຕ່ສາວໆສົນໃຈ ແລະ ມັກ ​ນີ້​ແມ່ນ​ຜູ້​ຊາຍ 7 ​ແບບ​ທີ່​ຜູ້ຍິງ​ສ່ວນ​ຫຼາຍ​ມັກ ​ແລ​ະ ບໍ່​ສາມາດ​ຫ້າມ​ໃຈບໍ່​ໃຫ້​ມັກ​ໄດ້.

 

1. ຜູ້ຊາຍ Romantic : ສ່ວນ​ຫຼາຍ​ສາວໆ​ຈະ​ມັກຄວາມ Romantic ສິ່ງທີ່ເຮັດເປັນປະຈຳຄື: ​ໃຫ້ດອກໄມ້,  ​ໃຫ້ຊ໋ອກໂກແລັດ ຫຼື ກິນ​ເຂົ້າໃຕ້ແສງທຽນນຳກັນ, ໂທຫາຕະຫຼອດເພື່ອບອກວ່າຄິດຮອດ ແລະ ມັກຈະເບິ່ງ ຕາ​ແບບຊຶ້ງໆ ຄື​ກັບ​ຈະບອກຄວາມໃນໃຈ.

ເຫດຜົນທີ່ຫ້າມໃຈບໍ່ໄດ້:  ສາວໆ​ຈະ​ມັກ​ໃຫ້​ໂຕ​ເອງ​ເປັນ​ທີ່​ໜ້າ​ຫຼົງ​ໄຫຼ ​ແລະ ຜູ້ຊາຍ Romantic ຈະສາມາດ​ເຮັດ​ໃຫ້​ສາວໆຮູ້ສຶກ​​ແນວ​ນັ້ນ​ໄດ້ ​ເພາະ​ຜູ້​ຊາຍ​ Romantic ​ຈະ​ໃຫ້​ສິ່ງ​ຂອງ​ບອກ​ເຖິງ​ຄວາມ​ໃນ​ໃຈ​ວ່າ​ຄິດ​ຫຍັງ​ຢູ່​ກັບ​ສາວໆ ​ແລະ ສາວໆ​ກໍ່​ຈະຮູ້ສຶກອິດ​ສະລະ​ທີ່​ຈະ​ສະ​ແດງ​ເຖິງ​ຄວາມ​ອອ່ນ​ໂຍນ​ທີ່​ Romantic ໃນ​ແບບ​ຂອງ​ເຂົາ​.

 

2. ຜູ້ຊາຍໝັ້ນໃຈໃນ​ໂຕເອງ:  ຜູ້ຊາຍທີ່ໝັ້ນໃຈໃນ​ໂຕເອງສຸດໆ ຈະສະ​ແດງ​ອອກຈາກການທີ່​ເຂົາ​ເຈົ້າສ່ອງ ແສງຂອງຄວາມມີອຳນາດເວລາຢູ່ໃນທີ່ສາທາລະນະ ສຳລັບເລື່ອງຂອງຄວາມສຳພັນ​ແລ້ວ​ຈະບໍ່ມີ​ຄວາມຮູ້ສຶກຫຶງ​ແຟນ​ກ່ຽວ​ກັບຜູ້ຊາຍຄົນໃດ ​ເຂົາ​ເຈົ້າ​ຈະບໍ່ຮູ້ສຶກຫວັ່ນໄຫວເພື່ອນຮ່ວມງານ​ເພດ​ດຽວ​ກັນ ຫຼື ໝູ່​ຜູ້ຊາຍຂອງແຟນເລີຍ.

ເຫດຜົນທີ່ຫ້າມໃຈບໍ່ໄດ້: ຜູ້ຊາຍແບບນີ້ຈະດຶງດູດສາວໆ​ໄດ້​ເປັນ​ຢ່າງ​ດີ ​ເພາະຖ້າລາວມີ​ຄວາມໝັ້ນໃຈ​​ໃນ ໂຕເອງສູງ ສາວໆກໍຈະຮູ້ສຶກຄ້ອຍຕາມໄປນຳ ຜູ້ຊາຍໝັ້ນໃຈໃນຕົວເອງບໍ່​ເຄີຍ​ທີ່​ຈະ​ມາ​ນັ່ງລໍຖ້າຄຳ ອະນຸ ຍາດຈາກຜູ້ຍິງ ນີ້ແຫຼະທີ່ເຮັດໃຫ້ເຂົາເປັນທີ່ໝາຍປອງຍິ່ງກວ່າເກົ່າ.

 

3. ຜູ້ຊາຍທີ່ມີສິນລະປະ:  ຜູ້ຊາຍທີ່ມີສິລະປະ (Artist) ເປັນໜຸ່ມທີ່ເຮົາຄາດເດົາຫຍັງບໍ່ໄດ້ ແລະ ໃຊ້ຊີວິດຢູ່ກັບ ປັດຈຸບັນເທົ່ານັ້ນ ຫຼາຍ​ເທື່ອ​ທີ່​ເຂົາ​ເຈົ້າ​ສາມາດ​ໃຊ້​ຄວາມ​ຄິດ​ທີ່​ສ້າງສັນ​ເອົາ​​ຊະນະ​ໃຈຜູ້ຍິງ​ໄດ້ເຊັ່ນ: ເພງທີ່ແຕ່ງຂຶ້ນມາເພື່ອເຈົ້າ ຫຼື ຮູບພາບທີ່ຕັ້ງໃຈແຕ້ມໃຫ້ເຈົ້າ.

ເຫດຜົນທີ່ຫ້າມໃຈບໍ່ໄຫວ: ຜູ້ຍິງທຸກຄົນຕ້ອງການມີ​ຄວາມຮູ້ສຶກວ່າ​ໂຕເອງເປັນຄົນພິເສດກວ່າ​ໃຜໆ

​ແລະ ບໍ່​ມີ​ຫຍັງ​ທີ່​ດີ​ໄປ​ກວ່າ​ການ​ທີ່​ໄດ້​ເປັນ​ບຸກຄົນ​ໃດ​ໜຶ່ງ​ທີ່​ສາມາດ​ເປັນ​ແຮງ​ບັນດານ​ໃຈ​​ໃນ​ການ​ແຕ່ງ​ເພງ ຫຼື ​ແຕ້ມຣູບພາບ​ງາມໆ​ອອກ​ມາ​ໄດ້.

 

4. ຜູ້ຊາຍຕ່າງຊາດ : ເຂົາ​ເຈົ້າມາໄກຈາກປະເທດທີ່ຕື່ນຕາຕື່ນໃຈ ເຂົາອາດມີສຳນຽງໜ້າຮັກ ແລະ ມີວິທີ ເບິ່ງໂລກ ທີ່ບໍ່ຄືໃຜ ທຳນຽມປະຕິບັດ ຫຼື ນິໃສສ່ວນຕົວຂອງເຂົາອາດພິລຶກໜ້ອຍໜຶ່ງ ແຕ່ເຂົາກໍສາມາດຈັດ ການໃຫ້ກາຍເປັນ ສະເໜ່ສະເພາະຕົວໄດ້ ຈົ່ງ​ເຮັດຄວາມເຂົ້າໃຈ​ໃຫ້​ດີວ່າຜູ້ຍິງບໍ່ຈຳເປັນຕ້ອງເຮັດໂຕເປັນ ສາວຕ່າງຊາດເພື່ອໃຫ້ເຂົ້າກັນກັບເຂົາໄດ້ ແຕ່ຖ້າເປັນຜູ້ຍິງປະ​ເພດທີ່ມັກ​ອອກເດີນທາງທ່ອງທ່ຽວຕະລອດ ຫຼື ເວົ້າໄດ້ຫຼາຍພາສາ ກໍຖືເປັນຄຸນສົມບັດທີ່ເຂົ້າຕາໜຸ່ມປະເທດນີ້.

ເຫດຜົນທີ່ຫ້າມໃຈບໍ່ໄຫວ: ບໍ່ມີເຫດຜົນຫຍັງນອກຈາກສະເໜ່ຄວາມລຶກລັບທີ່ເຢົ້າຢວນໃຈຊວນຄົ້ນຫາ ເຫດຜົນທີ່ຜູ້ຍິງເລືອກຜູ້ຊາຍປະເພດນີ້ເພາະຄວາມສົງໃສ ຢາກ​ຮູ້​ຢາກ​ເຫັນ ແຕ່ຄວາມດຶງດູດໃນອັນດັບ ໜຶ່ງແມ່ນຄວາມເພິ່ງພໍໃຈທີ່ໄດ້ຈາກການເດດກັບຄົນຈາກຕ່າງຊາດ ຕ່າງວັດທະນະທຳ.

 

5. ຜູ້ຊາຍອິດສະຫຼະ :

ຜູ້ຊາຍມັກອິດສະຫຼະມັກປ່ອຍຕົວເອງໄປຕາມກະແສລົມແຫ່ງການຜະຈົນໄພ ເຂົາອາດຂີ່ລົດຈັກ ຫຼື ໜີວຽກເພື່ອພາເຈົ້າໄປຂັບລົດຫຼິ້ນທາງນອກເມືອງແບບປຸບປັບ ແຖມຍັງບໍ່ເຄີຍກັງວົນເຖິງຜົນທີ່ຈະຕາມ ມາພາຍຫຼັງ.

ເຫດຜົນທີ່ຫ້າມໃຈບໍ່ໄຫວ: ຜູ້ຍິງທຸກຄົນມີອາລົມຢູ່ໃນ​ໂຕ​ເອງ​ທັ້ງນັ້ນ ຜູ້ຍິງມັກຄວາມຮັກອິດສະຫຼະຂອງເຂົາ​ເຈົ້າ ແລະ ຫວັງວ່າເຊື້ອນີ້ອາດຈະແພຂະຫຍາຍມາຮອດເຈົ້ານຳ  ສ່ວນຫຼາຍຜູ້ຊາຍປະເພດນີ້ມັກອາຍຸຍັງ ນ້ອຍເຮັດໃຫ້ຜູ້ຍິງຮັກ ​ແລະ ຕ້ອງພະຍາຍາມເຮັດໃຫ້ເຂົາເຊື່ອຟັງ​ທຸກ​ຢ່າງ ທັງທີ່ຮູ້ຢູ່ວ່າເປີເຊັນຄວາມສຳ ເລັດນັ້ນມີນ້ອຍ.

 

6. ຜູ້ຊາຍສະໜອງດີ : ຜູ້ຊາຍປະເພດນີ້ມັກມີບົດສົນທະນາທີ່ຊານສະຫຼາດ ແລະ ຈະຄອຍຟັງຄຳຕອບ ຂອງຜູ້ຍິງ ເຂົາ​ເຈົ້າ​ສາມາດ​ເຮັດໃຫ້ຜູ້ຍິງຫົວຂວັນກັບຄວາມສະຫຼາດ ແລະ ອາລົມຂັນຂອງເຂົາ​ເຈົ້າ​ໄດ້ ແຖມຍັງເຮັດໃຫ້ ການລົມເລື່ອງການເມືອງກາຍເປັນເລື່ອງໜ້າສົນໃຈຂຶ້ນມາໄດ້ເຂົາ​ເຈົ້າເຮັດໃຫ້ເຈົ້າສົດ ຊື່ນໄດ້ເປັນຊົ່ວໂມງໂດຍບໍ່ເບື່ອເລີຍ.

ເຫດຜົນທີ່ຫ້າມໃຈບໍ່ໄຫວ: ເມື່ອວັນເວລາຜ່ານໄປ ຫົວກໍເລີ່ມລ້ານ ພຸງກໍເລີ່ມໃຫຍ່ ແຕ່ຖ້າຜູ້ຊາຍຍັງສາມາດ ເຮັດໃຫ້ຜູ້ຍິງຍັງສົນໃຈຢູ່ໄດ້ ກໍຖືວ່າແມ່ນ​ໄຊຊະນະໄປ​ແລ້ວ  ການເຊື່ອມຕໍ່ທີ່ເຕັມໄປດ້ວຍປັນຍາຄືສ່ວນ ສຳຄັນທີ່ເຮັດໃຫ້ຄວາມສຳພັນຢູ່ໄດ້ດົນ​ນານ ແລະ ຖ້າໜຸ່ມໃດສະແດງໃຫ້ສາວເຫັນຄຸນສົມບັດຂໍ້ນີ້ໄດ້ ຮັບຮອງວ່າຈີບຕິດແນ່ນອນ.

 

7. ຜູ້ຊາຍມັກເອົາໃຈ : ເຂົາຊ່າງເອົາອົກເອົາ​ໃຈ ເບິ່ງແຍງເອົາໃຈສາລະພັດ  ດຶງຕັ່ງໃຫ້ນັ່ງ ຈ່າຍຄ່າອາ ຫານໃຫ້ທຸກຄັ້ັ້ງ ແຖມຍັງບໍ່ລືມສະເໜີຂອງຫວານໃຫ້ກິນ​ນຳ​ອີກ  ນອກຈາກນັ້ນຍັງເອີຍປາກຊວນອອກໄປ ທ່ຽວຢ່າງສົມເຫດສົມຜົນ ແລະ ຂັບລົດມາຮັບຮອດປະຕູບ້ານທຸກຄັ້ງ ທີ່ສຳຄັນຍັງລະອຽດອ່ອນກັບຄວາມ ຮູ້ສຶກຂອງຜູ້ຍິງຫຼາຍ.

ເຫດຜົນທີ່ຫ້າມໃຈບໍ່ໄຫວ: ຕາມປົກກະຕິຜູ້ຊາຍທີ່ອອ່ນ​ໄຫວ​ງ່າຍ​ກັບຄວາມຮູ້ສຶກຂອງຜູ້ຍິງແບບນັ້ນ ສ່ວນ​ຫຼາຍມັກຈະຈີບບໍ່ຕິດ ມັນ​ແປກ​ແຕ່​ແມ່ນ​​ເລື່ອງ​ແທ້ ແລະ ສ່ວນຫຼາຍຜູ້ຍິງມັກໄປຕິດ​ໃຈ ​ແລະ ເພິ່ງພໍໃຈກັບ ຜູ້ຊາຍປະເພດ bad boy ຜູ້ຊາຍທີ່ບໍ່ເຄີຍໂທກັບ​ເລີຍ ເມື່ອອົດ​ທີ່​ຈະທຸກທໍລະມານບໍ່​ໄດ້​ອີກ​ແລ້ວ  ໄດ້ຈັກ​ໄລຍະ​ໜຶ່ງກ່ໍຈະຮູ້ສຶກສຳນຶກ ແລະ ຫັນມາເບິ່ງຜູ້ຊາຍທີ່ຮັກເຈົ້າ ແລະ ປະຕິບັດກັບເຈົ້າຢ່າງດີຄື​ຜູ້​ຊາຍ​ຊ່າງ​ເອົາ​ໃຈໃນທີ່ສຸດ.

 

 

Delicious Digg Fark Twitter