ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຕອນທີ 2.  

ໃໝ່ບອກ​ກັບ​ນາງ​ວ່າ: “ນາງ,​ ຂໍ​ໂທດ​ເດີ ​ເຂົາ​ເຮັດ​ໃຫ້​ກັນ​ເສຍ​ໃຈ”. ນາງ​ເອງ​ກໍ່ບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ໃໝ່ຕ້ອງ​ໂທ​ມາ ບ​ອກນາງ, ​ເພາະ​ເວລາ​ທີ່​ໃໝ່ຄົບ​ກັບ​ກັນ​ກໍ່ບໍ່​ເຫັນ​ໄດ້​ສົນ​ໃຈຄວາມ​ຮູ້ສຶກ​ຂອງ​ນາງ​ເລີຍ, ສ່ວນ​ນາງ​ເອງ​ກໍ່ຍັງ​ງົງໆກັບ​ການ​ກະທຳ​ຂອງ​ໃໝ່ ​ແຕ່​ນາງກໍ່ຕອບ​ໄປ​ຢ່າງ​ຝືນ​ໃຈ​​ເຖິງ​ແມ່ນ​ວ່າ​ຈະ​ບໍ່ພໍ​ໃຈ​ໃໝ່ຢູ່ກໍ່ຕາມ ນາງ​ບອກ​ກັບ​ໃໝ່ວ່າ ກັນ​ບໍ່​ເປັນ​ຫຍັງ​ດອກ ບໍ່ຕ້ອງ​ເປັນ​ຫ່ວງ ​ໃນ​ໃຈ​ນາງກໍ່ຄິດ​ເປັນ​ຫ່ວງ​ກັນ ​ເພາະ​ເຖິງ​ແມ່ນ​ວ່າ​ກັນຈະ​ເປັນ​ຄົນ​ເຈົ້າຊູ້ ​ແຕ່​ກັນ​ກໍ່ຮັກ​ໃໝ່​ແທ້. ຫລັງ​ຈາກ​ມື້​ນັ້ນ ນາງກໍ່​ໄດ້​ຮັບ​ຄຳ​ຕອບ​ຈາກໝູ່ທີ່ຢູ່​ກຸ່ມ​ດຽວກັນ​ວ່າ ​ໃໝ່​ໄປ​ຮັກ​ຄົນ​ອື່ນ​ທີ່​ເປັນໝູ່ກັບ ຊະນະ ມີ​ຊື່ວ່າ ຕົ້ນ*. ​ຕົ້ນ​ແມ່ນຢູ່​ໃນ​ກຸ່ມ 3 ຄົນ​ທີ່​ເຂົ້າ​ມາ​ກຸ່ມ​ກິດຈະກຳ​ທີ່​ກ່າວ​ມາ​ແຕ່​ຕອນ​ທີ່​ແລ້ວ​ນັ້ນ ຕົ້ນ​ແມ່ນ​ມີ​ຄົນ​ຮັກ​ຢູ່​ຕ່າງ​ແຂວງ​ແລ້ວ ​ເຊິ່ງໝູ່​ໃນ​ກຸ່ມ​ແມ່ນ​ໃຜ​ກໍ່ຮູ້​ດີ ​​ເຊິ່ງ​ໃນ​ເວລາ​ດຽວກັນ ກໍ່ບໍ່​ແມ່ນ​ມີ​ແຕ່​ໃໝ່​ເຊິ່ງຮັກ​ຕົ້ນ ຍັງ​ມີໝູ່​ໃນ​ກຸ່ມ​ອີກ​ຄົນໜຶ່ງມາ​ຮັກ​ຕົ້ນ ລາວ​ຊື່ວ່າ ​ເປິ້ນ, ນາງ​ຍັງ​ໄດ້​ຍິນ​ອີກ​ວ່າ ​ໃໝ່ຮູ້​ວ່າ​ເປິ້ນກໍ່ຮັກ​ຕົ້ນ​ຄື​ກັນ ​ແຕ່​ກໍ່ຍັງ​ໄປ​ບອກ​ກັບ​ເປິ້ນວ່າ​ໃໝ່ຮັກ​ຕົ້ນ​ຄື​ກັນ ມັນ​ເຮັດ​ໃຫ້ໝູ່ຜູ້​ອື່ນ​ຄິດ​ວ່າ​ ​ເປັນ​ຫຍັງ​ໃໝ່ຮູ້​ວ່າ​ເປິ້ນຮັກ​ຕົ້ນ​ແຕ່​ກໍ່ຍັງ​ບອກ​ເປິ້ນວ່າ​ຕົນ​ເອງ​ຮັກ​ຕົ້ນ ທັ້ງທີ່​ໃໝ່ກັບ​ເປິ້ນກໍ່​ເປັນໝູ່ກັນ ຖ້າ​ເປັນ​ຄົນ​ອື່ນ ຖ້າ​ເຮົາ​ຮູ້​ວ່າໝູ່​ເຮົາ​ກໍ່ມັກ​ຄົນ​ດຽວກັນ ​ເຮົາ​ກໍ່ບໍ່ກ້າ​ເວົ້າ​ອອກ​ມາ   ນ​ອກຈາກ​ຈະ​ຕັດ​ໃຈ  ​ແລະ ​ໃໝ່ກໍ່ຮູ້​ວ່າ​ຕົ້ນ​ມີ​ຄົນ​ຮັກ​ຢູ່​ຕ່າງ​ແຂວງແລ້ວ. ຫລັງ​ຈາກ​ທີ່​ນາງ​ຮູ້​ເລື່ອງ​ທັງໝົດ​ແລ້ວ ນາງກໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ໃໝ່ຈິ່ງ​ໂທ​ຫາ​ນາງ​ມື້ຄືນ​ນີ້.

      ຊະນະ ສາລະ​ພາບ​ກັບ​ນາງ​ວ່າ​ຊະນະມັກ​ນາງ​ຫລາຍ ​ແລະ ຊະນະເອງ​ກໍ່ມີ​ຄົນ​ຮັກ​ຢູ່​ແລ້ວ​ແຕ່​ບໍ່ສາມາດ​ຫ້າມ​ຄວາມ​ຮູ້ສຶກ​ຂອງ​ຕົນ​ໄດ້ ຊະນະສາລະພາບ​ວ່າ​ຮູ້ສຶກ​ແນວ​ໃດ​ກັບນາງ ສ່ວນ​ໂຕ​ຂອງ​ນາງ​ເອງ​ກໍ່ມັກ​ຊະນະ​ຄື​ກັນ ​​ແຕ່ ນາງ​ຍັງ​ຮັກ​ກັນ​ຫລາຍ​ກວ່າ ຍິ່ງ​ເວລາ​ທີ່​ກັນຫາ​ກໍ່​ເສຍ​ໃຈຈາກ​ໃໝ່ ກັນ​ກໍ່ມາ​ລົມ​ມາ​ຫຍອກ​ນາງ ທັ້ງໆທີ່​ກັນ​ເຄີຍ​ອອກ​ຫ່າງ​ບໍ່ມາຫຍອກ​ມາ​ຫລິ້ນ​ນຳ​ນາງ​ດົນ​ແລ້ວ ນາງກໍ່ດີ​ໃຈ​ທີ່​ກັນ​ມາ​ເຮັດ​ດີ​ນຳ ​ເຖິງ​ຈະ​ຮູ້​ວ່າ​ເປັນ​ຫຍັງ​ກັນ​ຈິ່ງ​ປ່ຽນມາ​ສົນ​ໃຈຕົນ​ເອງ ​ແລະ ກັນ​ກໍ່ຮູ້​ວ່າ ຊະນະ​ມາ​ພົວພັນ​ນຳ​ນາງຢູ່ ກັນ​ຮູ້​ວ່າ​ຊະນະ​ຄິດ​ແນວ​ໃດ​ກັບ​ນາງ ກັນ​ບໍ່​ໄດ້​ຮັກ​ນາງ​ຄື​ເກົ່າ ​ແຕ່​ກັນ​ກໍ່ຢາກ​ໃຫ້​ນາງ​ມາ​ສົນ​ໃຈ ກັນ​ບໍ່​ໄດ້​ຮັກ​ນາງ​ແລ້ວ ​ແຕ່​ກໍ່​ເສຍດາຍ​ເວລາ​ທີ່​ເຂົາ​ຄົບ​ກັນ​ຜ່ານ​ມາ ຍິ່ງ​ກັນ​ຮູ້​ວ່າ​ມີ​ຄົນ​ມາ​ມັກ​ນາງ ກັນ​ຍິ່ງ​ເຂົ້າ​ຫາ​ນາງ​ຫລາຍ​ຂຶ້ນ. ຈາກ​ທີ່​ນາງ​ຍັງ​ຮັກ​ກັນ​ຢູ່​ແລ້ວ ພໍ​ໄດ້​ເຫັນ​ວ່າ​ກັນ​ມາ​ສົນ​ໃຈ​ຫລາຍ​ຂຶ້ນ ນາງກໍ່ຍິ່ງກັບ​ມາ​ຮັກ​ກັນ​ຄື​ເກົ່າ. ​ເວລາ​ດຽວກັນນັ້ນ ກັນ​ກໍ່ມີ​ຜູ້ຍິງ​ຄົນໜຶ່ງທີ່​ເປັນ​ລຸ້ນນ້ອງມາ​ມັກ ກັນ​ໄປ​ເວົ້າ​ດີ​ເວົ້າ​ມ່ວນ​ນຳ​ລຸ້ນນ້ອງ​ຜູ້​ນີ້​ຈົນ​ກາຍ​ເປັນ​ວ່າ​ເຮັດ​ໃຫ້​ເຂົາ​ເຂົ້າ​ໃຈ​ຜິດ ​ແຕ່​ເນື່ອງ​ຈາກ​ວ່າ​ກັນ​ເປັນ​ຄົນ​ທີ່​ເລືອກ ​ໂດຍ​ສະ​ເພາະ​ແມ່ນ​ກັນ​ມັກ​ຜູ້ຍິງ​ງາມ​ແລ້ວ ​ເຮັດ​ໃຫ້​ກັນ​ບໍ່ຢາກ​ຫຍຸ້ງ​ນຳ​ລາວ​ຫລາຍ. ​ແຕ່​ຜູ້ຍິງ​ຄົນ​ນັ້ນ​ກໍ່ມາ​ຕື້​ກັນ​ທຸກ​ມື້ ລາວ​ມາ​ຫາ​ກັນ​ທຸກ​ມື້​ແລະ​ຊື້​ນັ້ນ​ຊື້​ນີ້​ໃຫ້​ກັນ​ຕະຫລອດ ມີ​ເທື່ອ​ນຶ່ງ​ທີ່​ລາວ​ຊື້​ເຄັກ​ມາ​ໃຫ້​ກັນ ​ແຕ່​ກັນ​ເອົາ​ມາ​ໃຫ້​ນາງ ນາງ​ຮູ້​ວ່າ​ມັນ​ເປັນຂອງຜູ້​ອື່ນ ນາງກໍ່ບໍ່ກິນ. ນາງ​ຮູ້​ວ່າ​ກັນ​ບໍ່​ໄດ້​ມັກ​ລຸ້ນນ້ອງ​ຄົນ​ນັ້ນ ນາງ​ເອງ​ກໍ່ຮັກ​ກັນ ​ແລະ ຢາກ​ໃຫ້​ຜູ້ຍິງ​ຄົນ​ນັ້ນ​ອອກ​ຫ່າງ​ຈາກ​ກັນ. ກັນ​ມາ​ເຮັດ​ເອົາ​ໃຈ ປ້ອນ​ຂະໜົມ, ຖື​ເຄື່ອງ ​ແລະ ​ເຮັດ​ທ່າ​ທາງ​ວ່າ​ເປັນ​ແຟນຂອງ​ນາງ. ນາງ​ເອງ​ກໍ່ຮູ້​ວ່າ​ກັນ​​ເຮັດ​ແນວ​ນັ້ນ​ເພື່ອ​ຫຍັງ ​ແຕ່​ນາງກໍ່ບໍ່ສົນ​ໃຈ ​ເພາະ​ເປົ້າໝາຍຂອງ​ນາງກໍ່​ແມ່ນ​ຄື​ກັບທີ່​ກັນ​ຕ້ອງ​ການ.

ຊະນະ​ເມື່ອ​ຮູ້​ວ່າ​ນາງ​ຢາກ​ກັບ​ໄປ​ຫາ​ກັນ​ກໍ່​ເລີ່​ມບໍ່ຢາກ​ເສຍ​ນາງ ​ເນື່ອງ​ຈາກ​ວ່າ ຊະນະ​ນັ້ນ​ຮັກ​ນາງ​ແລ້ວ, ການ​ທີ່​ຊະນະ​ມາ​ຮັກ​ນາງ ຊະນະ​ໄດ້​ສະ​ແດງ​ອອກ​ຈົນ​ເຮັດ​ໃຫ້ໝູ່ຄູ່​ຮູ້ ​ແລະ ຂ່າວຄາວ​ກໍ່​​ໄປເຖິງ​ຫູແຟນຂອງ​ຊະນະ ​​ເຮັດ​ໃຫ້​ຊະນະ ​ແລະ ​ແຟນຊະນະ​ນັ້ນ​ມີ​ເລື່ອງ​ຜິດ​ໃຈກັນ ​ແຕ່​ການ​ຜິດ​ກັນ​ຂອງ​ຊະນະ​ກັບ​ແຟນ ​ແມ່ນ​ບໍ່​ໄດ້​ເຮັດ​ໃຫ້​ຊະນະ​ເສຍ​ໃຈ​ເທົ່າ​ກັບ​ການ​ທີ່​ເຫັນ​ນາງ​ກັບ​ໄປ​ຮັກ​ກັນ. ຊະນະ​ໂທ​ຫາ​ນາງ​ເພາະຢາກ​ລົມ ຊະນະ​ຢາກ​ເຫັນໜ້ານາງ ​ແຕ່​ນາງ​ຕີ​ໂຕ​ອອກ​ຫ່າງ ​ເພາະ​ນາງ​ຄິດ​ວ່າ​ນາງ​ຮັກ​ຊະນະບໍ່​ໄດ້ ​ແລະ ຮູ້​ວ່າ​ບໍ່ສາມາດ​​ເປັນໝູ່ກັບຊະນະ​ຕໍ່​ໄດ້ ຊະນະ​ເອງ​ກໍ່ບໍ່ສາມາດ​ກັບ​ໄປ​ເປັນ​ທຳ​ມະ​ດາ​ໄດ້​ຄື​ກັນ. ​ເມື່ອ​ຊະນະ​ຮູ້​ວ່າ​ນາງ​ຕີ​ໂຕ​ອອກ​ຫ່າງ ຊະນະກໍ່ພະຍາຍາມຕິດຕໍ່ຫາ​ນາງ​ເພື່ອ​ບອກ​ຄວາມ​ໃນ​ໃຈ. ນາງ​ເຫັນ​ວ່າ​ຫລີກ​ລ້ຽງຫລາຍ​ເກີນ​ໄປ ຈິ່ງ​ຍອມຮັບ​ໂທລະສັບ​ຂອງ​ຊະນະ, ຊະນະ​ບອກ​ກັບ​ນາງ​ວ່າ ຊະນະຮູ້​ວ່າ​ນາງ​ຍັງ​ຮັກ​ກັນ ​​ແລະ ຮູ້​ວ່າ​ນາງກໍ່ຮູ້​ວ່າ​ກັນ​ບໍ່​ໄດ້​ຮັກ​ນາງ ​ແຕ່​ເປັນ​ຫຍັງ​ນາງ​ຈິ່ງ​ກັບ​ໄປ ທັ້ງທີ່​ກັນ​ເຄີຍ​ເຮັດ​ໃຫ້​ນາງ​ເສຍ​ໃຈ​ຫລາຍ ນາງກໍ່​ເວົ້າ​ຄວາມ​ຮູ້ສຶກ​ຂອງ​ນາງ ​ແລະ ສາລະພາບ​ທຸກ​ຢ່າງ​ໃຫ້​ຊະນະ​ຮູ້. ​ໃນ​ເມື່ອ​ຊະນະ​ບໍ່ສາມາດ​ເຮັດ​ໃຫ້​ນາງ​ຮັກ​ໄດ້ ຊະນະ​ຂໍ​ບອກ​ກັບ​ນາງ​ວ່າ​ຈະ​ບໍ່ມາ​ຫຍຸ້ງ​ກັບ​ນາງ​ອີກ ​ແຕ່​ວ່າ​ຖ້າ​ມື້​ໃດ​ຊະນະ​ເຫັນ​ກັນ​ເຮັດ​ໃຫ້​ນາງ​ເສຍ​ໃຈ​ອີກ ຊະນະ​ຈະ​ບໍ່ປ່ອຍ​ໃຫ້​ກັນ​ໄດ້​ມີ​ຄວາມສຸກຄື​ກັນ. ຫລັງ​ຈາກ​ທີ່​ເປີດ​ໃຈ​ນຳ​ກັນ​ແລ້ວ ນາງກໍ່ຄິດ​ໃນ​ສິ່ງ​ທີ່​ເຄີຍ​ໄດ້​ຜ່ານ​ມາ​ແລ້ວ ນາງ​ຄິດ​ວ່າ​ເປັນ​ຫັຍ​ງນາງ​ຕ້ອງ​ມາສະໜິດກັບ​ຊະນະ ​ເປັນ​ຫຍັງ​ທັງ​ສອງ​ບໍ່​ເປັນໝູ່ທຳ​ມະ​ດາ. ​ເມື່ອ​ຄິດ​ແນວ​ນັ້ນ, ນາງກໍ່​ເສຍດາຍ​ເວລາ​ທີ່​ຜ່ານ​ມາ ​ແລະ ​ເຂົ້າ​ໃຈຄວາມ​ຮູ້ສຶກ​ຂອງ​ຄົນ​ທີ່​ບໍ່​ໄດ້​ຮັກ​ເຮົາ​ນັ້ນ​ວ່າ​ເປັນ​ແນວ​ໃດ. ນາງ​ເລີ່​ມອອກ​ຫ່າງ​ຈາກ​ກັນ ​ແລະ ຄວາມ​ຮູ້ສຶກ​ຂອງ​ນາງກໍ່​ເລີ່​ມບໍ່ຄື​ເກົ່າ. ນາງ​ບໍ່ສົນ​ໃຈ​ວ່າ​ກັນ​ຈະ​ເປັນ​ແນວ​ໃດ ​ໃນ​ຂະນະ​ທີ່​ກັນ​ເລີ່​ມ​ເຫັນ​ວ່າ​ນາງ​ບໍ່ສົນ​ໃຈ ກັນ​ກໍ່ຍິ່ງ​ເຂົ້າ​ມາ​ຫາ​ນາງ ກັນ​ເອົາ​ໃຈ​ນາງ​ທຸກ​ຢ່າງ ກັນ​ໂທ​ຫາ​ນາງ ​ແລະ ​ເຮັດ​ໃນ​ສິ່ງ​ທີ່​ກັນ​ບໍ່​ເຄີຍ​ເຮັດ​ໃຫ້​ນາງ. ​ໃນ​ເມື່ອ​ນາງ​ບໍ່​ໄດ້​ຮູ້ສຶກ​ຫຍັງ​ແລ້ວ, ນາງກໍ່​ເລີ່​ມ​ເຫັນ​ວ່າ​ກັນໜ້າລຳ​ຄານ, ນາງ ​ໃຊ້​ຄຳ​ເວົ້າ​ເຮັດ​ໃຫ້​ກັນ​ເສຍ​ໃຈ ນາງ​ເປີດ​ເຜີ​ຍ​ໃຫ້​ກັນ​ຮູ້​ວ່າ​ນາງຄິດ​ແນວ​ໃດ. ນາງ​​ເວົ້າ​ນຳ​ກັນ​ວ່າ​ເປັນ​ຫຍັງ​ກັນ​ຈິ່ງ​ມາ​ເຮັດ​ດີ​ກັບ​ນາງ. ​ແທນ​ທີ່​ທີ່​ກັນຈະ​ອອກ​ຫ່າງ ​ແຕ່​ກັນ​ກໍ່ຍັງ​​ເຮັດ​ຄື​ເກົ່າ, ​ເມື່ອ​ນາງ​ເຫັນ​ແນວ​ນັ້ນ​ນາງກໍ່ບໍ່ສົນ​ໃຈ​ອີກ​ຕໍ່​ໄປ ນາງ​​ປະຕິບັດ​ນຳ​ກັນ​ແບບໝູ່ທຳ​ມະ​ດາ. ​ເປັນ​ແນວ​ນັ້ນ​ທັງ​ສອງ​ກໍ່​ເລີ່​ມອອກ​ຫ່າງ ​ແຕ່​ທັງ​ສອງ​ກໍ່ຍັງ​ລົມ​ກັນ​ທຳ​ມະ​ດາ ຍັງ​ເຫັນ​ກັນ​ຢູ່​ໂຮງຮຽນ ​ແລະ ທັງ​ສອງ​ກໍ່ກັບ​ໄປ​ເປັນໝູ່ກັນ​ຄື​ເກົ່າ ​ແຕ່ບໍ່​ໄດ້​ສະໜິດສະໜົມກັນ​ອີກ.

ນາງ​ໃຊ້​ຊິວິດ​ທຳ​ມະ​ດາ ​ແລະ ຄື​ເກົ່າ​ທຸກໆມື້ ​ເຖິງ​ນາງ​ຈະ​ມີ​ແອບ​ມັກ​ຜູ້​ນັ້ນ​ຜູ້​ນີ້ ​ແຕ່​ນາງກໍ່ບໍ່ຄິດ​ທີ່​ຈະ​ໄປ​ຫຍຸ້ງ​ກ່ຽວ ​ເພາະ​ຄິດ​ວ່າ​ຈະ​ບໍ່ມີ​ຄວາມ​ຮັກ​ອີກ. ​ແຕ່​ມາ​ມື້​ໜຶ່ງ, ​ໃນ​ຂະນະ​ທີ່​ນາງ​ກຳລັງ​ນັ່ງ​ຫລິ້ນ​ຖ້າ​ເຂົ້າ​ຫ້ອງ​ຮຽນຢູ່​ນັ້ນ, ໝູ່ຂອງ​ນາງ​ທີ່ຢູ່​ກຸ່ມ​ກິດຈະກຳ​ດຽວກັນກໍ່ມາ​ເຫັນ​ນາງ​ກຳລັງ​ນັ່ງ​ຄົນ​ດຽວ, ລາວ​ມີ​ຊື່ວ່າ ພົນ. ພົນ​ນັ່ງ​ຫລິ້ນ​ກັບ​ນາງ​ໄດ້​ຫນ້ອຍ​ໜຶ່ງກໍ່ຖາມ​ນາງ​ວ່າ​ແຟນນາງ​ໄປ​ໃສ ນາງ​ເອງ​ເມື່ອ​ເຫັນ​ວ່າໝູ່ຄູ່​ຍັງ​ຄິດ​ວ່າ​ນາງ ​ແລະ ກັນ​ຍັງ​ເປັນ​ແຟນກັນ​ເນື່ອງ​ຈາກ​ວ່າ​ນາງ​ແລະ​ກັນ​ຍັງ​ເປັນໝູ່ກັນ​ປົກກະຕິ ນາງກໍ່ບອກ​ພົນ​ວ່າ ​ນາງ​ແລະ​ກັນ​ບໍ່​ໄດ້​ເປັນ​ແຟນກັນ​ແລ້ວ. ໝູ່ຄູ່​ທຸກ​ຄົນ​ບໍ່​ໄດ້​ຮູ້​ວ່າ​ກັນ ​ແລະ ນາງ​ເລີກ​ກັນ ​ເພາະ​ການ​ກະທຳ​ຂອງ​ສອງ​ຄົນ​ບໍ່​ໄດ້​ເຮັດ​ໃຫ້​ຜູ້​ອື່ນ​ຮູ້ ສອງ​ຄົນ​ຍັງ​ລົມ​ກັນ​ທຳ​ມະ​ດາ ​ໄປ​ນຳ​ກັນ​​ເປັນ​ບາງ​ເທື່ອ. ​ເມື່ອ​ລົມ​ກັນ​ແລ້ວ ພົນ​ກໍ່ຍ່າງ​ອອກ​ໄປ​ໂດຍ​ຖິ້ມ​ຄຳ​ເວົ້າ​ໄວ້​ໃຫ້​ນາງ​ໄດ້​ຄິດວ່າ: “ອີກ​ຫ້າ​ປີ​ຖ້າ​ເຮົາ​ສອງ​ຄົນ​ບໍ່ມີ​ໃຜ​ລະ​ເຮົາ​ມາ​ແຕ່ງ​ກັນ​ເນາະ”.

ຫລັງ​ຈາກ​ມື້​ນັ້ນ​ນາງກໍ່ບໍ່​ໄດ້​ມີ​ຄວາມ​ສຳພັນ​ຫຍັງ​ພິ​ເສດ ບໍ່​ໄດ້​ສົ່ງ​ຂໍ້ຄວາມ​ຫາ​ພົນ ​ເພາະຄິດ​ວ່າ ​ເປັນ​ການ​ເວົ້າ​ຫລິ້ນ​ທຳ​ມະ​ດາ. ​ແຕ່​ນາງກໍ່ຄິດ​ວ່າ​ຄຳ​ເວົ້າ​ນັ້ນ​ເປັນ​ຄຳ​ເວົ້າ​ທີ່​ເຮັດ​ໃຫ້​ນາງ​ປະ​ທັບ​ໃຈ, ​ເມື່ອ​ບໍ່ມີ​ກັນ​ມາ​ຢູ່​ເປັນໝູ່ ບໍ່ມີ​ໃຜ​ໄປ​ໃສ​ມາ​ໃສ​ນຳ​ກັນ, ບໍ່ມີ​ຄົນ​ມາ​ລົມ​ຫລັງ​ຈາກ​ເລີກຮຽນ ບໍ່ມີ​ກັນ​ມາ​ລົມ​ກ່ອນ​ນອນ. ນາງກໍ່​ເລີ່​ມ​ເຫງົາ ​ແລະ ຄິດ​ວ່າ​ຖ້າ​ເຮົາ​ມີ​ຄົນ​ມາ​ລົມ ຫຼື ມີ​ແຟນທີ່​ຮັກ​ເຮົາ​ຄື​ຊິ​ດີ. ນາງ​ມັກ​ໄປ​ນັ່ງ​ຫລິ້ນ​ເນັດ​ຢູ່​ຫ້ອງ​ເນັດ​ຂອງ​ໂຮງຮຽນ ​ແລະ ນາງກໍ່ຫາກໍ່ຮູ້​ວ່າ​ພົນ​ເຝົ້າ​ຫ້ອງ​ເນັດ​ນັ້ນ​ຢູ່ ທັງ​ສອງ​ກໍ່ລົມ​ກັນ​ທຳ​ມະ​ດາ ​ແຕ່​ມື້ໜຶ່ງ ​ເມື່ອ​ນາງ​ເກີດ​ເຫງົາ, ນາງກໍ່​ໂທ​ຫາ​ພົນ ​ແລະ ລົມ​ນຳ​ພົນ, ນາງ​ບອກ​ຂໍ​ຄົບ​ກັບ​ພົນ, ພົນ​ບອກ​ວ່າ​ແຕ່​ເຮົາ​ເປັນໝູ່ກັນ​ດົນ​ແລ້ວ ຊິ​ໃຫ້​ປ່ຽນຄວາມ​ຮູ້ສຶກ​ກໍ່​ເປັນ​ໄປ​ບໍ່​ໄດ້ ​ແຕ່​ທັງ​     ສ​ອງກໍ່ຄົບ​ກັນ, ​ເວລາ​ຜ່ານ​ໄປ​ກໍ່ກາຍ​ເປັນ​ວ່າ​ນາງ​ໄປ​ຮັກ​ພົນ​ແທ້. ນາງ​ຖາມ​ພົນ​ວ່າ ​ເຮົາ​ຄົບ​ກັນ​ມາ​ກະ​ດົນ​ແລ້ວ, ພົນ​ໄດ້​ປ່ຽນຄວາມ​ຮູ້ສຶກ​ຂອງ​ພົນ​ບໍ່ ​ແຕ່​ພົນ​ຕອບ​ວ່າ ຕອນ​ນີ້​ແມ່ນ​ພົນ​ນັ້ນ​ມັກນາງ​ແທ້ ​ແຕ່​ມັນ​ຍັງ​ບໍ່​ແມ່ນ​ຄວາມ​ຮັກ ນາງກໍ່​ເຂົ້າ​ໃຈ​ພົນ​​ເພາະ​ກ່ອນ​ຈະ​ຄົບ​ກັນ ສອງ​ຄົນ​ນັ້ນ​ເປັນໝູ່ກັນ​ທຳ​ມະ​ດາ​ມາ​ກ່ອນ. ນອກຈາກ​ນັ້ນ, ຜູ້ຍິງ​ເປັນ​ເພດ​ທີ່​ມີ​ຄວາມ​ຮູ້ສຶກ​ບອບ​ບາງ, ​ເມື່ອ​ມີ​ຄົນ​ມາ​ດີ​ນຳ ນາງກໍ່ຄ່ອຍໆປ່ຽນຄວາມ​ຮູ້ສຶກ​ຂອງ​ຕົນ​ເອງ​ມາ​ເປັນຄວາມ​ຮັກ ບວກ​ກັບ​ການ​ທີ່​ນາງ​ຮູ້ສຶກ​ເຫງົາ​ແລ້ວ​ຍິ່ງ​ເຮັດ​ໃຫ້​ນາງ​ນັ້ນ​ມັກ​ພົນ​ໄວ​ຂຶ້ນ. ສອງ​ຄົນ​ໄດ້​ຄົບ​ກັນ​ໄປ​ແຕ່​ລະ​ມື້ ​ແລະ ​ເວລາ​ກໍ່ຜ່ານ​ໄປ​ຄື​ກັນ. ມື້ໜຶ່ງ, ນາງກໍ່ກັບ​ມາ​ຖາມ​ພົນ​ອີກ​ວ່າ​ພົນ​ຮູ້ສຶກ​ແນວ​ໃດ​ກັບ​ນາງ, ພົນ​ຈິ່ງ​ຕອບ​ວ່າ ພົນ​ຍັງ​ມັກ​ນາງ​ຢູ່ ​ແຕ່​ຍັງ​ບໍ່ທັນ​ໄດ້​ຮັກ​ນາງ​ເທື່ອ ຄວາມ​ຮັກ​ມັນ​ຕ້ອງ​ໄດ້​ໃຊ້​ເວລາ ບໍ່​ແມ່ນ​ຈະ​ປ່ຽນຄວາມ​ຮູ້ສຶກ​ໄດ້. ນາງ​ເລີ່​ມບໍ່ໝັ້ນ​ໃຈ​ໃນ​ໂຕ​ຂອງ​ພົນ ​ເວລາ​ຍິ່ງ​ຜ່ານ​ໄປ ນາງ​ຍິ່ງ​ກັບ​ມາ​ຖາມ​ຄວາມ​ຮູ້ສຶກ​ຂອງ​ພົນ ​ແຕ່​ກໍ່​ໄດ້​ຄຳ​ຕອບ​ເກົ່າ, ນາງ​ເລີ່​ມບໍ່​ເຂົ້າ​ໃຈ​ວ່າ ສອງ​ຄົນ​ສະໜິດກັນ ​ໄປ​ມາ​ນຳ​ກັນ ມີ​ຄວາມ​ຮູ້ສຶກ​ທີ່​ດີ. ​ແຕ່​ເວລາ​ທີ່​ນາງ​ຖາມ​ຄວາມ​ຮູ້ສຶກ​ຂອງ​ພົນ ນາງ​ຊ້ຳພັດ​ໄດ້​ຄຳ​ຕອບ​ເກົ່າ. ນາງ​ຢ້ານ​ຄວາມ​ສຳພັນ​ລະຫວ່າງ​ນາງ​ກັບ​ພົນ ນາງ​ຢ້ານ​ປະຫວັດສາດ​ຈະ​ຊ້ຳຮອຍ. ​ເທື່ອ​ສຸ​ດທ້າຍທີ່​ນາງ​ຖາມ​ພົນ​ວ່າ​ພົນ​ຮັກ​ນາງ​ບໍ່ ​ເມື່ອ​ນາງ​ໄດ້​ຮັບ​ຄຳ​ຕອບ​ເກົ່າ ນາງກໍ່ໝັ້ນ​ໃຈ​ວ່າ​ພົນ​ບໍ່​ໄດ້ຮັກ​ ນາງກໍ່ຕັດສິນ​ໃຈ​ບອກ​ເລີກ​ກັບ​ພົນ. ​ທຸກໆ​ເທື່​ອທີ່ນາງ​ໄດ້​ຄຳ​ຕອບ​ເກົ່າ​ຈາກ​ພົນ ຍິ່ງ​ເຮັດ​ໃຫ້​ນາງ​ຮູ້ສຶກ​ບໍ່ດີ ​ແລະ ຊັງ​ພົນ​ເທື່ອ​ລະໜ້ອຍຈົນ​ມື້​ທີ່​ນາງ​ບອກ​ເລີກ​ພົນ. ພົນ​ແລະ​ນາງ​ເລີກ​ກັນ​ໄດ້​ເດືອນໜຶ່ງ, ພົນ​ກໍ່​ໂທ​ມາ​ຫາ​ນາງ​ແລະ​ບອກ​ວ່າ​ຄິດ​ຮອກ​ນາງ ພົນ​ບອກ​ນາງ​ວ່າ​ຕັ້ງ​ແຕ່​ນາງ​ບອກ​ເລີກ​ພົນ ພົນ​ກໍ່​ເລີ່​ມ​ເຂົ້າ​ໃຈຄວາມ​ຮູ້ສຶກ​ຂອງ​ຕົນ​ເອງ. ພົນ​ຍອມຮັບ​ວ່າ​ພົນ​ຮັກ​ນາງ ​ແລະ ພົນ​ເວົ້າ​ສາລະພັດ​ຢ່າງ​ ​ແລະ ​ໃຫ້​ຄຳ​ຕອບ​ທີ່​ນາງ​ເຄີຍ​ຕ້ອງການ. ​ແຕ່​ແທນ​ທີ່​ນາງ​ຈະ​ດີ​ໃຈ ນາງ​ຊ້ຳພັດ​ຊັງ​ພົນ​ຫລາຍ​ຂຶ້ນ, ພົນ​ໂທ​ມາ​ຫາ​ນາງ ສົ່ງ​ຂໍ້ຄວາມ​ໃຫ້​ນາງ​ຕະຫລອດ ນາງ​ແຮງ​ຊັງ​ພົນ​ຫລາຍ​ຂຶ້ນ. ຈົນ​ນາງ​ບໍ່ສາມາດ​ອົດ​ໄດ້​ອີກ ​ແລະ ນາງກໍ່​ເວົ້າ​ໃຫ້​ພົນ​ເຈັບ ​ແຕ່​ພົນ​ກໍ່ບໍ່ສົນ. ພົນ​ຍັງ​ສົ່ງ​ຫາ​ນາງ, ທຸກ​ເທື່ອ​ທີ່​ພົນ​ສົ່ງ​ຫາ​ນາງ ນາງກໍ່​ເວົ້າ​ໃຫ້​ກັບ​ຄືນ ​ແຕ່​ພົນ​ກໍ່ຍັງ​ສົ່ງ​ມາ. ນາງ​ຕັດສິນ​ໃຈ​ປ່ຽນ​ເບີ​ໂທ ​ແລະ ຍ້ອນ​ສາ​ເຫດ​ທີ່​ວ່າ​ຮຽນຢູ່​ຄົນ​ລະ​ຫ້ອງ ​ແລະ ​ແຍກ​ສາຍຮຽນຈິ່ງ​ບໍ່​ໄດ້​ພົບ​ກັນ. ທັງ​ສອງ​ກໍ່ບໍ່​ໄດ້​ພົບ​ກັນ​ອີກ. ​

ເວລາ​ກໍ່ຜ່ານ​ໄປ​ອີກ​ເປັນ​ປີ ຈົນ​ມາ​ຮອດ​ສົກຮຽນສຸດ​ທ້າຍ, ການ​ທີ່ຢູ່​ກຸ່ມກິດຈະກຳ​ແມ່ນ​ເຮັດ​ໃຫ້​ທຸກ​ຄົນ​ທີ່​ເຄີຍ​ຄົບ​ກັນ​ຍັງ​ມາ​ເຈິ​ກັນ​ຢູ່​ຫ້ອງ​ກິດຈະກຳ. ຄວາມ​ສະໜິດສະໜົມກໍ່ປ່ຽນຈາກ​ຜູ້​ນັ້ນ​ມາສະໜິດກັບ​ຜູ້​ນີ້. ​ແລະ​ສິ່ງ​ທີ່​ບໍ່ຄວນ​ເກີດ​ກໍ່​ເກີດ​ຂຶ້ນ​ເນື່ອງ​ຈາກ​ວ່າ ຕົ້ນ* ແຟນຂອງ​ໃໝ່* ມາ​ເປັນໝູ່ສະໜິດຂອງນາງ….(ຕໍ່​ໄປ​ຈະ​ເປັນ​ແນວ​ໃດ ຕິດຕາມ​ເລື່ອງ​ຄວາມ​ຮັກ​ຂອງນາງ​ຕໍ່ຕອນໜ້າ​ເດີ).

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່