ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຕອນ​ທີ​ 3 (ຈົບ)

 

 

​ນາງສະໜິດສະໜົມກັບຕົ້ນ​ຫລາຍ​ຂຶ້ນ ​ເຮັດ​ໃຫ້​​ເຂົາ​ເຈົ້າ​ທັງ​ສອງ​ນັ້ນ​ເລົ່າ​ເລື່ອງ​ທຸກ​ຢ່າງ​ໃຫ້​ກັນ​ແລະ​ກັນ​ຟັງ. ນາງ​ເລົ່າ​ເລື່ອງ​ທີ່​ນາງ​ຜິດ​ຫວັງ​ກັບຄວາ​ມຮັກ​ໃຫ້​ຕົ້ນ​ຟັງ ຕົ້ນ​ເປັນ​ຄົນ​ທີ່​ໃຫ້​ຄວາມ​ສຳຄັນ​ກັບ​ຄວາມ​ຮູ້ສຶກ​ຂອງ​ຜູ້​ອື່ນ​ຫລາຍ ບໍ່ວ່າ​ຈະ​ເປັນ​ການ​ກະທຳ​ທີ່​ຊ່າງ​ເອົາ​ອົກ​ເອົາ​ໃຈ​, ທຸກ​ຢ່າງ​ທີ່​ຕົ້ນ​ເຮັດ​ນັ້ນ​ເຮັດ​ໃຫ້​ຜູ້ຍິງ​ຫລົງ​ຮັກ​ໄດ້ງ່າຍຄື​ດັ່ງ​ທີ່​ໄດ້​ກ່າວ​ມາ​ຕອນ​ທຳ​ອິດ​ນັ້ນ ​ເວລາ​ທີ່​ຕົ້ນ​ຢູ່​ນຳ​ໃໝ່ນັ້ນ ຕົ້ນ​ບໍ່​ເປັນ​ໂຕ​ຂອງ​​ໂຕ​ເອງ ຕົ້ນ​ສະຫງົບ​ສະຫງ່ຽມ ​ເວລາ​ໄປ​ໃສ​ນຳໝູ່ຕົ້ນ​ກໍ່ບໍ່ຄ່ອຍ​ຫຍຸ້​ງກັບໝູ່ ຍ້ອນວ່າ​ມີ​ໃໝ່ມາ​ນຳ. ​ແຕ່​ເວລາ​ທີ່ຢູ່​ນຳໝູ່ ຕົ້ນ​ຊ້ຳພັດ​ເປັນ​ຄົນ​ຕະຫລົກ ມັກ​ມ່ວນ​ມັກ​ຫົວ ​ແລະ ຕົ້ນ​ກໍ່​​ເບິ່ງ​ມີ​ຄວາມສຸກ​ຫລາຍ​ ກ່ວາ. ​ເວລາ​ທີ່​ຕົ້ນ​ຢູ່​ກັບ​ນາງກໍ່ຄື​ກັນ ຕົ້ນ​ຈະ​ຕ່າງ​ກັບ​ຕອນ​ຢູ່​ກັບ​ແຟນ. ​ແຕ່​ຕົ້ນ​ເອງ​ກໍ່ມີ​ແຟນຕັ້ງ​ສອງ​ຄົນ​ໃນ​ເວລາ​ດຽວກັນ ​​ເພາະ​ຕອນ​ທີ່​ໃໝ່ສ​າລະ​ພາບ​ຮັກ​ກັບ​ຕົ້ນ ຕົ້ນ​ກໍ່ບອກ​ໃໝ່ວ່າ​ຕົ້ນ​ມີ​ແຟນ​ແລ້ວ ​ແຕ່​ໃໝ່ກໍ່ຍັງ​ຍອມ​ທີ່ຈະ​ຄົບ​ກັບ​ຕົ້ນ ສ່ວນ​ຕົ້ນ​ເອງ​ກໍ່ບໍ່ປະຕິ​ເສດ​ໃໝ່. ​ເຖິງ​ນາງ​ຈະ​ຮູ້​ວ່າ​ຕົ້ນ​ມີ​ແຟນ​ແລ້ວ​ຕັ້ງ​ສອງ​ຄົນ ນາງກໍ່ຍັງ​ຫລົງ​ຮັກ​ຕົ້ນ ຍ້ອນ​ການ​ເອົາ​ໃຈ​ໃສ່​ບວກ​ກັບ​ການ​ໄປມາຫາສູ່​ຂອງ​ຕົ້ນ ​ແຕ່​ນາງ​ບໍ່ບອກ​ຄວາມ​ຮູ້ສຶກ​ຂອງ​ນາງ​ໃຫ້​ຕົ້ນ​ຮູ້ ນາງ​ເກັບ​ເອົາ​ໄວ້​ໃນ​ໃຈ. ຕອນ​ນີ້​ແມ່ນ​ນາງ​ໄດ້​ສະໜິດກັບ​ຕົ້ນ​ຫລາຍຕົ້ນ​ມາ​ຫລິ້ນ​ຢູ່​ບ້ານ​ກັບ​ນາງ ກັບຄອບຄົວ​ຂ​ອງນາງ​ຈົນ​ເຮັດ​ໃຫ້​ພີ່ນ້ອງ ​ແລະ ຄົນ​ອ້ອມ​ຂ້າງ ບໍ່​ເວັ້ນໝູ່​ໃນ​ກຸ່ມ​ໃຜ​ກໍ່ຄິດ​ວ່າ​ສອງ​ຄົນ​ຮັກ​ກັນ. ​ແຕ່​ໃໝ່​ເລີ່ມບໍ່ພໍ​ໃຈ ​ໃໝ່​ໂທ​ມາ​ຫາໝູ່ຂອງ​ນາງ​ເພື່ອ​ຖາມ​ວ່າ​ຕົ້ນ​ກຳ​ລັງ​ຢູ່​ກັບ​ນາງ​ບໍ່ ​ແຕ່ໝູ່ຂອງ​ນາງກໍ່ຕອບ​ໄປ​ວ່າ ຕົ້ນ​ເປັນ​ແຟນຂອງ​ໃໝ່​ເປັນ​ຫຍັງ​ໃໝ່ບໍ່ຖາມ​ຕົ້ນ. ​ໃໝ່ສົ່ງ​ຂໍ້ຄວາມ​ມາ​ເວົ້າ​ໃຫ້​ນາ​ງວ່າ​ນາງ​ເປັນຄົນ​ທີ່​ຍາດ​ແຟນຂອງໝູ່ຕົນ​ເອງ. ນາງ​ເອງ​ກໍ່ຄິດ​ວ່າ ຖ້າ​ນາງ​ຕ້ອງການ​ເຮັດ​ແນວ​ນັ້ນ​ແທ້, ນາງ​ຄື​ຈະ​ບອກ​ຮັກ​ໃຫ້​ຕົ້ນ​ຮູ້​ໄປ​ແລ້ວ. ມື້ໜຶ່ງໝູ່​ຄູ່ກໍ່​ໄດ້​ຂ່າວ​ມາ​ວ່າ​ຕົ້ນ​ໄດ້​ເລີກ​ກັບ​ແຟນທີ່ຢູ່​ຕ່າງ​ແຂວງ​ແລ້ວ ​ແລະ ​ເຫດຜົນກໍ່​ແມ່ນ​ແຟນຂອງ​ຕົ້ນ​ຮູ້​ວ່າ​ຕົ້ນ​ຄົບ​ກັບ​ໃໝ່ກໍ່​ເລີຍ​ບອກ​ເລີກ​ກັບ​ຕົ້ນ ຕອນ​ນີ້  ​ໃໝ່​ເປັນ​ເຈົ້າ​ຂອງ​​ຕົ້ນ​ເຕັມ​ໂຕ ​ໃໝ່ກໍ່ຍິ່ງ​ຫຶງ​ຫວງຕົ້ນ ​ແລະ ​ເວລາ​ທີ່ຕົ້ນ​ກັບ​​ເມືອບ້ານ​ຢູ່​ຕ່າງ​ແຂວງ ​ໃໝ່ກໍ່ນຳ​ໄປ​ນຳ​ຕົ້ນ​ຈົນ​ເຖິງ​ບ້ານ. ​ແບບ​ນີ້​ຍິ່ງ​ເຮັດ​ໃຫ້​ຕົ້ນ​ອຶດ​ອັດ, ຕົ້ນ​ຍິ່ງ​ສະໜິ​ດກັບ​ນາງ​ຫລາຍ​ຂຶ້ນ, ​ໄປ​ໃສ​ກໍ່​ເຫັນ​ເຂົາ​ໄປ​ນຳ​ກັນ ​ແຕ່​ກໍ່ພຽງໝູ່ສະໜິດ ນາງ​ຮູ້​ວ່າ​ຕົ້ນ​ມີ​ແຟນ​ແລ້ວ ​ແລະ ນາງກໍ່ຮັກສາ​ຄຳ​ວ່າໝູ່ຂອງ​ຕົ້ນ​ໄວ້.

​ເວລາ​ກໍ່ຜ່ານ​ໄປ​ອີກ, ນາງ​ແລະໝູ່​ໄດ້​ຈົບ​ການ​ສຶກສາ ​ແລະ ​ແຍກ​ຍ້າຍ​ກັນ​ເຮັດວຽກ, ​ແຕ່​ນາງ ​ແລະ ຕົ້ນ​ຍັງ​ຕິດຕໍ່ ​ແລະ ​ໄປມາຫາສູ່​ກັນ ​ແຕ່​ຕິດ​ບ່ອນ​ທີ່​ວ່າ​ຄອບຄົວ​ຂອງ​ນາງ​ໄດ້​ຮູ້​ເລື່ອງ​ທີ່​ຕົ້ນ​ໄດ້​ຄົບ​ຫລາຍ​ຄົນ​ນັ້ນ​ເຮົດ​ໃຫ້​ຄອບຄົວ​ຂອງ​ນາງ​ບໍ່ຢາກ​ໃຫ້​ຕົ້ນ​ມາ​ທີ່​ບ້ານ​ຂອງ​ນາງ​ອີກ. ​ແມ່​ຂອງ​ນາງກໍ່ຮູ້​ວ່າ​ນາງ​ຮູ້ສຶກ​ແນວ​ໃດ​ກັບ​ຕົ້ນ ​ແມ່​ຂອງ​ນາງ​ຈິ່ງ​ບໍ່ຢາກ​ໃຫ້​ນາງ​ເສຍ​ໃຈ​ໃນ​ພາຍຫລັງ, ທັງ​ສອງ​ຈິ່ງ​ໄດ້​ອອກ​ຫ່າງ​ຈາກ​ກັນ. ພາຍຫລັງ​ທີ່​ໄດ້​ເຮັດ​ວຽກ ​ແລະ ມີ​ເງິນ​ເປັນ​ກອກ​ເປັນ​ກຳ ຄອບຄົວ​ຂອງ​ໃໝ່ ​ແລະ ຕົ້ນ​ກໍ່​ເຮັດ​ພິທີໝັ້ນ​ໃຫ້​ທັງ​ສອງ. ​ເມື່ອ​ນາງ​ຮູ້ ນາງກໍ່​ເສຍ​ໃຈ ​ແລະ ຍິ່ງ​ເສຍ​ໃຈ​ເມື່ອ​ໄດ້​ຮັບ​ຂໍ້ຄວາມ​ຈາກ​ໃໝ່, ​ໃໝ່​ເຊີນ​ນາງ​ມາ​ງານໝັ້ນຂອງ​ຕົນ​ເອງ. ນາງ​ໄດ້​ຕິດຕໍ່ຫາ​ຕົ້ນ ​ແລະ ຖາມ​ວ່າ​ເປັນ​ຫຍັງ​ຕົ້ນ​ຄືບໍ່ບອກ​ນາງ​ດ້ວຍ​ຕົນ​ເອງ ຕົ້ນ​ກໍ່ສົ່ງ​ຂໍ້ຄວາມ​ມາ​ເຊີນ​ນາງ​ໂດຍ​ບໍ່​ເວົ້າ​ຫຍັງ​ຕໍ່ຈັກຢ່າງ.

​ມາ​ຮອດ​ມື້ໝັ້ນ, ນາງກໍ່ບໍ່​ໄປ​ງານໝັ້ນຂອງ​ຕົ້ນ ​ແລະ ມີໝູ່ຈຳນວນໜຶ່ງກໍ່ບໍ່​ໄດ້​ໄປ ​ເພາະ​ເຂົາ​ເຈົ້າ​ບໍ່ມັກ​ນິ​ໄສ​ຂອງ​ໃໝ່. ຫລັງ​ຈາກ​ທີ່​ນາງ​ອົກ​ຫັກ ນາງກໍ່ລາ​ອອກ ​ແລະ ​ໄປ​ຊອກ​ຫາວຽກຢູ່​ບ່ອນ​ໃໝ່ ​ແລະ ​ເລີ່​ມຕົ້ນ​ຊີວິດ​ໃໝ່ ນາງ​ໄດ້​ແຕ່​ຄິດ​ວ່າ​ໃນ​ຊີວິດ​ຂອງ​ນາງ​ທີ່​ເຄີຍ​ມີ​ຄວາມ​ຮັກ​ມາ​ນັ້ນ ​ແມ່ນ​ນາງ​ບໍ່​ເຄີຍ​ທີ່​ຈະ​ສົມ​ຫວັງ​ໃນ​ຄວາມ​ຮັກ. ນາງ​ຄິ​ດວ່າ​ມັນ​ເປັນ​ກຳ​ທີ່​ນາງ​ໄດ້​ມາ​ພົບ​ກັບ​ກັນ ​ແລະ ກັນ​ກໍ່​ໄປ​ຮັກ​ໃໝ່ ​ໃໝ່​ເລີກ​ກັບ​ກັນ​ມາ​ຄົບ​ກັບ​ຕົ້ນ ຕົ້ນ​ມາ​ຮູ້ຈັກ ​ແລະ ສະໜິດສະໜົມກັບ​ນາງ ສ່ວນ​ນາງກໍ່ມາ​ຫລົງ​ຮັກ​ຕົ້ນ​ໃນ​ທີ່​ສຸດ. ​ແຕ່ສຸດ​ທ້າຍ​ແລ້ວ​ກໍ່ບໍ່ມີ​ໃຜ​ມີ​ຄວາມສຸກ ນາງ​ຮູ້​ວ່າ​ຕົ້ນ​ກໍ່ຮັກ​ນາງ ​ແລະ ນາງກໍ່ຮັກ​ຕົ້ນ, ທັງ​ສອງ​ຮູ້​ຄວາມ​ຮູ້ສຶກ​ຂອງ​ກັນ​ແລະ​ກັນແຕ່​ປິດ​ບັງ​ຄວາມ​ຈິງ. ​​ທັງ​ສອງ​ບໍ່ສົມ​ຫວັງ​ ຖ້າ​ຕົ້ນ ​ແລະ ນາງ​ມາ​ພົບ​ກັນ​ກ່ອນ​ທີ່​ຈະ​ພົບ​ໃໝ່ ​ແລະ ກັນ, ສອງ​ຄົນ​ອາດ​ຈະ​ໄດ້​ຮັກ​ກັນ ​ແລະ ​ງານໝັ້ນຂອງ​ຕົ້ນກໍ່ຈະ​ເປັນ​ນາງ​ບໍ່​ແມ່ນ​ໃໝ່ (ຈົບ).

ຂໍ​ຂອບ​ໃຈ

 

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່