ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 13, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ຜົ້ນການສຳຫລວດກ່ຽວກັບການກຳເນີດຂອງຢາສີຟັນແລ້ວສະຫລຸບໄດ້ວ່າ ຢາສີຟັນກຳເນີດຂື້ນທຳອິດແມ່ນຢູ່ໃນສະໄຫມອີຢິບບູຮານ ໂດຍສະໄຫມນັ້ນຈະເຮັດມາຈາກສະຫມູນໄພໂດຍປະກອບມີ ເກືອ ພິກໄທ ໃບມີ້ນ ແລະ ດອກໄມ້ຕ່າງຕ່າງ ສະໄຫມໂຣມັນໄດ້ມີການຄິດຄົ້ນສູດຢາສີຟັນຂື້ນມາໃຫມ່ຊື່ງອອກແນວປະຫລາດຫນ້ອຍຫນຶ່ງເພາະວ່າໃຊ້ຍ່ຽວຂອງຄົນເປັນສ່ວນປະສົມຫລັກເພາະຊາວໂຣມັນຈະເຊື່ອກັນວ່າແອມໂມເນ່ຍທີ່ມີ່ຢູ່ນຳຍ່ຽວຈະເຮັດໃຫ້ແຂ້ວຂາວຂື້ນ ຕໍ່ມາຊ່ວງລາດສະການທີ18 ຢາສີຟັນຕຳລາຂອງອາເມລິກັນທີ່ໃຊ້ເຂົ້າຫນົມປັງເຜົາເປັນວັດຖຸດິບກໍ່ໄດ້ກຳເນີດຂື້ນ ແລະ ໃນເວລາດຽວກັນນັ້ນກໍ່ໄດ້ເກີດມີສູດໃຫມ່ຂື້ນອີກເຊັ່ນວ່າ ສູດາລືອດມັງກອນ ຊິນນາມອນ ແລະ ສານສຳເພົາ ເຖິງແນວໃດກໍ່ຕາມການໃຊ້ຢາສີຟັນແມ່ນຍັງບໍ່ທັນໄດ້ຮັບຄວາມນິຍົມຫລາຍຈົນມາຮອດສະຕະວັດທີ19 ຄົນສ່ວນຫລາຍຫນ່າຈະຖູແຂ້ວດ້ວຍນ້ຳລ້າແຕ່ກັບຫັນມານິຍົມໃຊ້ຢາສີຟັນຫລາຍຂື້ນຕື່ມ
ໃນປີ1866 ສາລະນຸກົມເອນໄຊໂຄຣພີເດຍໄດ້ແນະນຳໃຫ້ໃຊ້ຜົງຖ່ານແທນ ຕໍ່ມາໃນປີ1900 ໄດ້ເລີ່ມຜະລິດຢາສີຟັນທີ່ເປັນແຫລວແຫລວຂື້ນມາທີ່ປະກອບມີໄຮໂດເຈຣນເພິອອກໄຊຣ ແລະ ເບກກີ່ງໂຊດາສຳຫລັບສ່ວນປະສົມປະເພດຟູໂອໄຣໄດ້ຮັບການເຕີມລົງໄປໃນຢາສີຟັງທຳອິດໃນປີ1914
ໃນສະຕະວັດທີ19 ຢາສີຟັນແບບແຫລວແມ່ນໄດ້ຮັບຄວາມນິຍົມຫລາຍກວ່າແບບຜົງ ຈົນມາຮອດສົງຄາມໂລກຄັ້ງທີ1 ບໍລິສັດຄອນເກດແມ່ນໄດ້ຖືເປັນເຈົ້າທຳອິດທີ່ຄິດຄົ້ນຢາສີຟັນແບບຫລອດບີບຂຶ້ນມາໃນປີ1986 ແລະ ຫລັກສະນະແບບນີ້ກໍ່ນິຍົມໃຊ້ກັນມາຈົນຮອດປະຈຸບັນ

Delicious Digg Fark Twitter