ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ມີແຟນຫຼາຍຄົນ = ເຈົ້າຊູ້ຫຼາຍ.

ມີແຟນຄົນດຽວ =ຢ້ານແຟນລະຕີ.

ບໍ່ມີແຟນ = ເປັນເກຫວາ!

ເຫັນຜູ້ຍິງແລ້ວຢ່າງເຂົ້າໄປລົມ = ໜ້າດ້ານ.

ເຫັນຜູ້ຍິງແລ້ວໄດ້ແຕ່ເບິ່ງຕາມຫຼັງນາງ = ມົວແຕ່ເບິ່ງສິໄດ້ກິນຫວາ.

ເຫັນຜູ້ຍິງແລ້ວເສີຍໆ = ເປັນເກ

ມີແຟນອາຍຸຫຼາຍກ່ວາ = ກະເກາະເຂົາກິນຫັ້ນຕີ.

ມີແຟນອາຍຸອ່ອນກ່ວາ = ຄວາຍເຖົ້າກິນຫຍ້າອ່ອນ(ຫຼອກເດັກ).

ມີແຟນອາຍຸຊ່ຳກັນ = ຄິດເບິ່ງແມ່ນແຕ່ເພື່ອນມັນກະຍັງບໍ່ເວັ້ນ.

ມີແຟນແລ້ວຕອນຄ່ຳໄປກິນເຂົ້າກັບແຟນ = ມັນເຫັນແຟນດີກ່ວາເພື່ອນ .

ມີແຟນແລ້ວຕອນຄ່ຳໄປກິນເຂົ້າກັບເພື່ອນ = ມັນເຫັນເພື່ອນດີກ່ວາແຟນ.

ມີແຟນແລ້ວຕອນຄ່ຳກັບເຮືອນຄົນດຽວ =ມັນມີຊູ້.

ມັກນັດກັບເພື່ອນສະໜິດຜູ້ຍິງ = ຄິດນອກໃຈແຟນ.

ມັກນັດກັບເພື່ອນສະໜິດຜູ້ຊາຍ = ເປັນເກ.

ມັກນັດກັບເພື່ອນສະໜິດຊາຍ-ຍິງ = ມັນມົ້ວໝູ່.

ຍ່າງຈັບມືກັບແຟນຕອນກາງເວັນ = ບໍ່ອາຍຂະເຈົ້າເລີຍເນາະ!

ຍ່າງຈັບມືກັບແຟນຕອນຄ້າຍແລງ = ເລີ່ມຄິດບໍ່ດີ.

ຍ່າງຈັບມືກັບແຟນຕອນກາງຄືນ = ມັນຕ້ອງໄປມີຫຍັງກັນແທ້ໆລະ.

ນຳໜ້າແຟນເຂົ້າຮ້ານອາຫານ = ຮູ້ຈັກຄຳວ່າLady firstບໍ?

ໃຫ້ແຟນເຂົ້າກ່ອນ = ມັນປະໃຫ້ແຟນມັນເປີດປະຕູໃຫ້

ເປີດປະຕູໃຫ້ແຟນເຂົ້າກ່ອນແລ້ວໂຕເອງຍ່າງເຂົ້າຕາມຫຼັງ = Overຫວະ!

ແລ້ວເຈົ້າເດເຂົ້າໃຈແບບໃດ໋?

 

Delicious Digg Fark Twitter