ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຮັກແທ້ນີ້ ມີແຕ່ໃຫ້ ບໍ່ຫມາຍຫວັງ

ຮັກບໍ່ຈາງ ເຖິງນາງຫນີ ມີຮັກໃຫມ່

ຂໍນາງໃຫ້ ພົບຄົນດີ ທີ່ຈິງໃຈ

ສຸກສົມຫວັງ ຕະຫລອດໄປ ໃນຊີວາ

 

ຮັກແທ້ນີ້ ເສຍສະຫລະ ຈະບໍ່ຫວງ

ຈະບໍ່ທວງ ຖາມເປັນຫຍັງ ເຈົ້າຈຶ່ງຫນີ

ເຈົ້າປ່ຽນໃຈ ຮັກໃຜນັ້ນ ຂ້ອຍຍິນດີ

ຂໍໃຫ້ມີ ຄວາມສຸກສັນ ຮັກຫມັ້ນຄົງ

 

ຮັກແທ້ນີ້ ອາໄພໄດ້ ບໍ່ຫມາຍແຄ້ນ

ບໍ່ເຄືອງແຄນ ໂກດຄຽດໃຫ້ ໃນວັນນີ້

ບໍ່ຍຶດຫມັ້ນ ບໍ່ຖືຫມັ້ນ ໃນຊີວີ

ໃຫ້ນາງມີ ສຸກກວ່າເກົ່າ ທີ່ເຮົາ(ເຄີຍ)ມີ

 

ຮັກແທ້ນີ້ ບໍ່ເສຍໃຈ ວ່າຜ້າຍແພ້

ຮັກແນ່ວແນ່ ບໍ່ເສົ້າຫມອງ ບໍ່ຮ້ອງໄຫ້

ຄວາມຮັກເຈົ້າ ມອບໃຫ້ນັ້ນ ຂ້ອຍຊຶ້ງໃຈ

(ຂໍ)ອວຍພອນໃຫ້ ເຈົ້າສຸກສັນ ນິຣັນກາລ

Delicious Digg Fark Twitter