ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

                                          *ຜູ້ໃດຢ້ານຜີໃຫ້ເຮັດແບບນີ້:

-ຢ່າ​ນອນຕຽງ​ທີ່​ມີ​ບ່ອນ​ໂລ່ງ​ຢູ່​ກ້ອງ​ຕຽງ>ຖ້າ​ມີ​ຕຽງ​ແບບ​ນັ້ນ​ໃຫ້​ໄປ​ນອນ​ຢູ່​ກ້ອງ​ຕຽງ​ແທນ​ຜີ.

-ຖ້າ​ຢ້ານ​ໄຟຟ້າ​ຈະ​ປິດ​ເປີດ​ເອງ​ໃຫ້​ຖອດ​ຫລອດ​ໄຟ​ອອກ​ເລີຍ.

-ຖ້າ​ຢູ່ດີໆ​ໄດ້​ຮັບ​ກິ່ນ​ທູບ ​ໃຫ້​ດົມ​ກາລະບູນ​ແທນ.

-ຖ້າ​ຢູ່ດີໆ​ໄດ້​ຍິນ​ສຽງ​ໝາ​ຫອນ ​ໃຫ້​ເຮັດ​ສຽງ​​ເສືອຄາງ(​ເພາະວ່າໝາ​ຢ້ານ​ເສືອ).

-ຖ້າ​ຢູ່ດີໆ​ໄດ້​ຍິນ​ສຽງ​ຜູ້ຍິງ​ຮ້ອງ​ໄຫ້ ​ໃຫ້​ລຸກ​ຂຶ້ນ​ມາ​ປອບ​ໃຈ​ສຽງ​ຮ້ອງ​ໄຫ້​ນັ້ນ.

-ຖ້າ​ມີ​ໝູ່​ຖືກຜີ​ເຂົ້າ ​ໃຫ້​ເຮັດ​ເສີຍໆ​ເພື່ອ​ໃຫ້​ຜີ​ເຫຼືອ​ໃຈ ​ແລ້ວ​ມັນ​ຈະ​ໜີ​ໄປ​ເອງ.

-ຖ້າ​ຮູ້ສຶກ​ວ່າ​ມີ​ໃຜ​ຢູ່​ຕີນ​ຕຽງ ​ໃຫ້​ປິ່ນ​ຫົວ​ໄປ​ທາງ​ຕີນ.

-ຖ້າ​ຜີ​ໂຜ່​ມາ​ອີ່ຫຼີ ກໍ​ຊວນ​ມັນ​ກິນ​ເຫຼົ້າ ​ເພາະ​ຖ້າ​ເມົາ​ແລ້ວ​ມັນ​ຈະ​ຫຼັບ.

 

Delicious Digg Fark Twitter