ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 17, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

    ຮູ້ໄວ້ໃຊ້ ກໍດີອີກແບບ

1. ຄອມພິວເຕີທີ່ເຮົາໃຊ້ທຸກວັນນີ້ມີຈັກປະເພດ?

    ຄອມພິວເຕີທີ່ເຮົາໃຊ້ຢູ່ທຸກວັນນີ້ ມີພຽງ 4 ປະເພດເຊັ່ນ ຊູເປີຄອມພິວເຕີ, ແມນແຟມ,ມີນິຄອມພິວເຕີ ແລະ ໄມໂຄຼຄອມພິວເຕີ ຫຼື ພີຊີ.

2.ຄອມພິວເຕີເຂົ້າໃຈຄຳສັ່ງ ຫຼື ການສະແດງຜົນ ຄືກັບຄົນເຮົົາບໍ່?

  ບໍ່ເລີຍ ຄອມພິວເຕີຮູ້ ແລະ ເຂົ້າໃຈພຽງແຕ່ເລກຖານສອງ Binary System Code ກໍຄື ເລກ 0 ກັບ ເລກ1 ເທົ່ານັ້ນໃນການປະມວນ ທຸກໆລ້ານໆຄຳສັ່ງ ຕໍ່ໜຶ່ງວິນາທີ ເພື່ອໃຫ້ຄົນຮັບຮູ້ ແລະ ເຂົ້າໃຈ.

3.ໄວຣັສ ຖືກຂຽນ ຫຼື ສ້າງມາຈາກໃສ?

    ໄວຣັສຄອມພິວເຕີ ແມ່ນຖືກຂຽນມາຈາກຕະກູນ ພາສາ ຊີພຣັດພຣັດ ພີເຮສພີ ແລະ ອື່ນໆອີກ. ເພື່ອໂຈມຕີ ແລະ ສ້າງຄວາມລຳຄານແກ່ຜູ້ຊົມໃຊ້ເພື່ອປົກປິດ ລະບົບຊອຟແວເຖື່ອນຂອງຜູ້ໃຫ້ບໍລິການເວັບໄຊຕ່າງໆ ທີ່ບໍ່ໜ້າເຊື່ອຖື.

4. ສັນຍານ ອານາລ໋ອກ ກັບ ດິຈິຕອນ ອັນໃດດີກວ່າ?

    ສັນຍານອານາຈະເປັນໃນຮູບແບບຄື້ນ ສູງ ຕຳ່ ສະຫຼັບກັນໄປ ເຊິ່ງຖືກນຳໃຊ້ເຂົ້າໃນສາຍສົ່ງສັນຍານ ໂທລະສັບ ວິທະຍຸ ແລະ ອິນເທີເນັດ.

    ສັນຍານດິຈິຕອນ ຈະເປັນໃນຮູບແບບ ສູນ ແລະ ໜຶ່ງ ລຽງກັນໄປຕາມສັນຍານໄຟຟ້າ ເຊິ່ງບໍ່ຄ່ອຍຈະຖືກລົບກວນຈາກສັນຍານພາຍນອກຄືກັບ ສັນຍານອານາລ໋ອກ. ເພິ່ນໃຊ້ສົ່ງສັນຍານໂທລະພາບຫຼາຍກວ່າ.

5. ການເກັບຂໍ້ມູນຂອງຄອມພິວເຕີ ແມ່ນເກັບໄວ້ໃສ?

     ເກັບໄວ້ທີ່ ຮາດດິດ ຫຼື ໜ່ວຍຄວາມຈຳສຳຮອງຂອງຄອມພິວເຕີ ເຊິ່ງ ເປັນຈານແມ່ເຫຼັກໜາ, ຂ້າງໃນປະກອບໄປດ້ວຍເຊວເກັບສັນຍານໄຟຟ້າ ເປັນລ້ານໆເຊວ ແລະ ຈະບໍ່ຫາຍໄປເມື່ອເຮົາປິດເຄື່ອງ.

6. ຄອມພິວເຕີທີ່ບໍ່ມີກາດຈໍທົ່ວໄປ ແມ່ນແນວໃດ?

    ແມ່ນຄອມພິວເຕີ ທີ່ມີລາຄາແພງກວ່າເຄື່ອງອື່ນໆ ເພາະຈໍແບບເດີມໆ ບໍ່ຄ່ອຍຈະໃຊ້ກັນແລ້ວ, ເຮົາພຽງແຕ່ຊື້ເອົາລຸ້ນທີ່ມີພາບຄົມຊັດເຊັ່ນ ຂອງບໍລິສັດ ເອທີໄອ ແລະ ເອັນວີເດຍ ເປັນຜູ້ຜະລິດ.

7. ກາດຈໍ ຂອງ ATI ແລະ Nvidia ມີຂໍ້ແຕກຕ່າງກັນຄືແນວໃດ?

    ກາດຈໍ ຂອງ ເອທີໄອ ແມ່ນຈະໃຊ້ໃນການເຮັດພາບເອນິເມຊັນ, ເກມ, ໜັງທີມີເອຟເຟັກຫຼາຍຢ່າງໆ ຂໍ້ດີຄື ປະມວນຜົນໄວກວ່າ ເອັນວີເດຍ.

    ກາດຈໍເອັນວີເດຍ ແມ່ນໃຊ້ໃນງານກາຟຟິກ ທົ່ວໆໄປ ເຊັ່ນ: ຫຼິ້ນເກມ,ເບິ່ງໜັງ ແລະ ອື່ນໆ.ແຕ່ການປະມວນຜົນແບບ ເອທີໄອ ຈຳຕ້ອງໄດ້ໃຊ້ ພີຊີຫຼາຍໜ່ວຍເລີຍ ເພື່ອການປະມວນຜົນ.

8. ສ່ວນປະກອບຂອງຄອມພິວເຕີມີອັນໃດແດ່?

    ສ່ວນປະກອບມີ ຢູ່ 5 ຢ່າງຄື:  ອິນພຸດ, ເອົ້າພຸດ,ຊອຟແວ,ຣາດແວ ແລະ ຄອມມູນິເຄຊັນ.

9. ບຸກຄົນໃດທີ່ເປັນຜູ້ຂຽນຊອຟແວຄົນທຳອິດ?

     ທ່ານ ບິວເກດ.

10. ຄຳວ່າ  ຊອຟແວ ກັບ ໂປຼແກມ ແມ່ນອັນດຽວກັນ ຫຼື ບໍ່?

       ຕອບ: ແມ່ນອັນດຽວກັນ ເຊັ່ນ: ແອນຕີ້ ໄວຣັດ ຊອຟແວ ຫຼື ໄວຣັສ ໂປຼແກມ.

 

ສາມາດສົ່ງຄຳເຫັນມາໄດ້ ເພື່ອຈະຊ່ວຍແກ້ໄຂ ບາງຄຳທີ່ຜິດ.

 

 

 

Delicious Digg Fark Twitter