ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

<!--[if gte mso 9]>Normal0falsefalsefalseEN-USX-NONELAO<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:ຕາຕະລາງປົກກະຕິ;mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:DokChampa;mso-bidi-theme-font:minor-bidi;}<![endif]-->

ມີຮ້ານຄ້າແຫ່ງຫນຶ່ງ ປະກາດຂາຍລູກຫມາ 7 ​ໂຕເມື່ອຮູ້ຂ່າວກໍ່ມີເດັກນ້ອຍແວະວຽນມາຫລິ້ນ ປະຈຳແຕ່ກໍ່ຍັງບໍ່ມີ ໃຜຕົກລົງໃຈຊື້ຈັກເທື່ອເພາະເປັນຫມາພັນດີ ຈິ່ງມີລາຄາແພງ.

            ວັນຫນຶ່ງຂະນະທີ່ເຈົ້າຂອງຮ້ານຳລັງວົນຂາຍຂອງແນວແ່ນຢູ່ນັ້ນ ກໍ່ມີເດັກນ້ອຍຫນ້າຮັກຄົນຫນຶ່ງ ຍ່າງມາດຶງເສື້ອເຈົ້າຂອງຮ້ານແລະເຂົາກໍ່ຖາມວ່າມີຫຍັງໃຫ້ຊ່ວຍບໍ່ເດັກນ້ອຍຈິ່ງກ່າວວ່າ: ‘’ເພື່ອນຂອງຫລານບອກວ່າ ຢູ້ຮ້ານນີ້ມີລູກຫມາຂາຍ ຫລານຢາກລ້ຽງລູກຫມາຈັກໂຕແລະພໍ່ແມ່ກໍ່ອະນຸຍາດແລ້ວໃຫ້ຫລານເບິ່ງລູກຫມາແນ່ໄດ້ບໍ່’’ ​ເອີ ! ​ໄດ້ໆ ມັນກຳລັງນອນຫລິ້ນຢູ່ຫລັງຮ້ານນີ້ແລ້ວເຈົ້າຂອງຮ້ານກໍ່ຜິວປາກຮ້ອງລູກຫມາອອກມາ. ເດັກນ້ອຍຄົນນັ້ນຍິ້ມດີໃຈທີ່ເຫັນລູກຫມາໂຕຕຸ້ຍນຸ້ຍແລ່ນອອກມາເຂົາເລີ່ມນັບ 1. 2. 3. 4. 5. 6. ​ແລ້ວຖາມວ່າ ອ້າວ! ມັນຄືມີແຕ່ 6 ​ໂຕເທົ່ານັ້ນ, ​ເຈົ້າຂອງຮ້ານຕອບວ່າ: ​ໂອໂຕຫນຶ່ງມັນຂາຫລັງບໍ່ຄ່ອຍດີ ມັນກໍ່ເລີຍຄານອອກມາຕາມຫລັງ ລູກຫມານ້ອຍແນມມາທາງເດັກນ້ອຍຄົນນັ້ນແລະຄາງ ຫມື ຫມື. ຫາງມັນກະດິກ ດຸ໊ກດິກໆ ດຸ໋ກດິກໆ ມັນຄານໄປເລຍເກີບຂອງເດັກນ້ອຍຄົນນັ້ນ ທ່າທາງຄົງຈະມັກເດັກນ້ອຍຄົນນັ້ນຫລາຍເດັກນ້ອຍຍິ້ມແລະອູ້ມມັນຂຶ້ນມາ ກ່ອນຈະຖາມເຈົ້າຂອງຮ້ານວ່າ: ຫມາໂຕນີ້ລາຄາເທົ່າໃດ? ປົກກະຕິກໍ່ຂາໂຕລະ2000ບາດເຈົ້າຂອງຮ້ານຕອບ. ​ເດັກຊາຍງຽບໄປຄາວຫມຶ່ງ ກ່ອນຈະຈົກເງິນອອກມານັບແຕ່ກໍ່ມີພຽງ 400 ບາດເທັ່ານັ້ນເດັກນ້ອຍຈິ່ງຕອບຢ່າງເສົ້າໃຈວ່າ ຫລານມີເງິນບໍ່ພໍຊື້ຫມາຊ້ຳ,​ເຈົ້າຂອງຮ້ານຈິ່ງ​​ຟ້າວຕອບກັບໄປວ່າ: ​ໂອ! ຖ້າຫລານຢາກໄດ້ຫມາໂຕນີ້ກໍ່ເອົາໄປເລີຍໂລດ ບໍ່ຕ້ອງຈ່າຍເງິນຫລອກ ອາຍົກໃຫ້ຟຣີເລີຍເດັກຊາຍຟັງເຈົ້າຂອງຮ້ານແລະຊະງັກໄປ ກ່ອນຈະຖາມກັບໄປແບບບໍ່ພໍໃຈວ່າເປັນຫຍັງຊັ້ນ ຄືວ່າບໍ່ຈຳເປັນຕ້ອງຈ່າຍເງິນຖ້າຈູຊື້ຫມາໂຕນີ້, ​ເຈົ້າຂອງຮ້ານຈິ່ງຕອບວ່າ ກໍ່ຢ່າງທີ່ຫລານເຫັນຫັ້ນລະ ມັນພິການ ອາຈິ່ງບໍ່ຄິດທີ່ຈະຂາຍມັນ, ​ແລ່ນກະບໍ່ໄດ້, ​ເຕັ້ນກະບໍ່ໄດ້, ​ໂດດກະບໍ່ໄດ້. ​ເດັກຊາຍຈິ່ງຖາມກັບໄປວ່າ: ​ເອົາ! ຂາຫລານກໍ່ລີບຄືກັນໂດດກະບໍ່ໄດ້, ​ເຕັ້ນກະບໍ່ໄດ້, ​ແລ່ນກະບໍ່ໄດ້  ຫລານກໍ່ເປັນຄົນບໍ່ມີຄ່າຕິຊັ້ນ? ​ເຈົ້າຂອງຮ້ານມິດເຂົ້າແລ່ນເຂົ້າມາກອດເດັກນ້ອຍດ້ວຍຄວາມຮູ້ສຶກຜິດແລ້ວເດັກນ້ອຍກໍ່ວາງຂາ​​ໂສ້ງລົງແລະເວົ້າວ່າ: ຫລານຈະຊື້ຫມາໂຕນີ້ໃນລາຄາ 2000 ບາດເທົ່າກັບໂຕອື່ນໆແຕ່ຫລານມີເງິນບໍ່ພໍ ຖ້າຫລານຈະຂໍຜ່ອນອາເດືອນລະ 100 ຈົນຄົບ 2000 ພັນບາດໄດ້ບໍ່.

            ເຈົ້າຂອງຮ້ານ້ຳຕາໄຫລລິນ ຊຸໂຕລົງແລະກອດເດັຍຄົນນັ້ນດ້ວຍຄວາມປະທັບໃຈ ພ້ອມກັບກ່າວຄຳຂໍໂທດທີ່ເຮັດຜິດພາດໄປແລ້ວບອກເດັນນ້ອຍວ່າບໍ່ຂັດຂ້ອງ ພ້ອມກັບກ່າວ່າ ຖ້າຫມາທຸກໂຕມີເຈົ້າຂອງທີ່ດີແບບນີ້ ພວກມັນກໍ່ຄົງມີຊີວິດທີ່ມີແຕ່ຄວາມສຸກ.

ນິທານເລື້ອງນີ້ສອນໃຫ້ຮູ້ວ່າ: ຢ່າວັດຄຸນຄ່າສິ່ງອື່ນ ດ້ວຍຮູບຮ່າງພາຍນອກ

Delicious Digg Fark Twitter