ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

1. Quantum GIS ​ແມ່ນ​ຫຍັງ?

Quantum GIS ຫຼື Qgis ​ເປັນ​ໂປຣ​ແກ​ຣມ Desktop GIS ປະ​ເພດ​ໜຶ່ງ​ທີ່​ມີ​ປະສິດທິພາບ​ໃນ​ການ​ນຳ​ມາ​ໃຊ້​ໃນ​ວຽງ​ການ​ແຜນ​ທີ່ ​ເປັນ​ໝວດ​ໂປຣ​ແກຣມ​ລະ​ຫັດ​ເປີດ(Free and Open Source Software: FOSS) ທີ່​ນຳ​ໃຊ້​ງ່າຍ​ລັກສະນະ​ການ​ໃຊ້​ແມ່ນ​ເປັນ​ແບບ Graphic User Interface ​ເຊິ່ງສະດວກ​ຕໍ່​ການ​ນຳ​ໃຊ້ ບໍ່​ຈະ​ເປັນ​ເປັນ​ການ​ນຳ​ເຂົ້າຂໍ້ມູນ​ຕາ​ຕາລາງ, ຂໍ້​ມູນ​ພາບ​, ​ກຣາຟ ​ແລະ ສາມາດ​ສຶບຄົ້ນ​ຂໍ້​ມູນ, ວິ​ເຄາະ​ຂໍ້​ມູນ ​ແລະ ການ​ສົ່ງ​ອອກ​ຂໍ້​ມູນ​ແຜນ​ທີ່​

 

 

                    ຮູບ​ທີ 1 ໜ້າ​ຈໍ​ຂອງ​ໂປຣ​ແກຣມ Quantum GIS

2. Graphical User Interface

GUI ປະກອບ​ດ້ວຍ Menu Bar, Tools Bar, Legend, Overview, Map Display, Map Coordinate, Map Scale และ Project Properties ​ເຊິ່ງທຸກ​ລາຍການ​ນີ້​ສາມາດ​ເຄື່ອນ​ຍ້າຍ ປ່ຽນ​ຂະໜາດ​ຕາມ​ຄວາມ​ເໝາະ​ສົມຕໍ່​ການ​ນຳ​ໃຊ້ ​ເພື່ອ​ອຳ​ນວນ​ຄວາມ​ສະ​ດວດ​ໃຫ້​ກັບ​ຜູ້ນຳ​ໃຊ້

 

3. ການ​ຕິດ​ຕັ້ງ​ໂປຣ​ແກຣມ Quantum GIS

1. ຕ້ອງ Download ໂປຣ​ແກຣມ Quantum GIS ຈາກ URL http://qgis.org/

2. Double click ຟາຍ QGIS-1.0.0preview2-Setup.exe ​ເພື່ອ​ເລີ່​ມການ​ຕິດ​ຕັ້ງ​ໂປຣ​ແກຣມ ​ເຊິ່ງຂັ້ນ​ຕອນ​ໃນ​ການ​ຕິດ​ຕັ້ງ​ແມ່ນ​ສະດວກ​ພຽງ​ແຕ່​ກົດ​ປຸ່ມ Next ​ເພື່ອ​ຕິດ​ຕັ້ງ​ຄື​ກັນ​ກັບ​ໂປຣ​ແກຣມທີ່​ໃຊ້​ຟຣີທົ່ວ​ໄປ

3. ທົດ​ລອງ​ເປີດ​ໃຊ້​ໂປຣ​ແກຣມ Quantum GIS ​ໂດຍ​ເຂົ້າ​ທີ່​ເມ​ນູ Start -> Program -> Quantum GIS

 

4. ການ​ນຳ​ໃຊ້​ໂປຣ​ແກຣມ (Menu bar)

 

 

 

5. ​ເຄື່ອງມື​ທີ່​ໃຊ້​ໃນ​ການ​ເຮັດ​ວຽກ (Toolbars)


6. ການ​ນຳ​ເຂົ້າ​ຂໍ້​ມູນ Shape file

ກົດ​ປຸ່ມເທິງ​ເຄື່ອງ​ມື  Toolbars ​ເພື່ອ​ເລືອກຊັ້ນ​ຂໍ້​ມູນ​ທີ່​ຕ້ອງການ​ນຳ​ມາສະ​​ແດງ​ໃນ​ໜ້າ​ຈໍ Map Display ​ເຊິ່ງຊື່​ຂອງ​ຊັ້ນ​ຂໍ້​ມູນ​ທີ່​ຕ້ອງການ​ຈະ​ປະກົດ​ຢູ່​ໃນ​ຊ່ອງ File Name ຈາກນັ້ນ​ກົດ​ປຸ່ມ Open ​ເພື່ອ​ນຳ​ຂໍ້​ມູນ​ທີ່​ຕ້ອງການ​ເຂົ້າ​ສູ່​ໜ້າ​ຈໍ Map Display

 

 

 

    ຕິດຕາມ​ຕອນ​ຕໍ່​ໄປ…

 

 

 

 

 

 

 

Delicious Digg Fark Twitter