ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

25 ຢ່າງງ່າຍໆເພື່ອຫລຸດພາວະໂລກຮ້ອນ

 

1.ປ່ຽນເປັນຫລອດໄຟປະຫຢັດພະລັງງານ

2.ຂັບລົດໃຫ້ນ້ອຍລົງ(ຖ້າຈຳເປັນ ບໍ່ຄວນຂັບກາຍ90km/h)

3.Recycle ຫລາຍຂື້ນ

4.ປະຫຢັດໄຟ,ນ້ຳ,ນ້ຳມັນ,ເງີນ ແລະອື່ນໆ....ໃຫ້ຫລາຍກ່ວາເກົ່າ

5.ປ່ຽນມາໃຊ້ພັດລົມແທນແອ...(ຖ້າຈຳເປັນ ບໍ່ຄວນໃຫ້ກາຍ25ອົງສາ)

6.ຖອດປັກເຄື່ອງໄຟຟ້າທີ່ບໍ່ໄດ້ໃຊ້

7.ປູກຕົ້ນໄມ້

8.ຫລູດການໃຊ້ແລະຊື້ເຄື່ອງໃຊ້ຕ່າງໆ

9.ແຍກປະເພດຂີ້ເຫຍື້ອ(ເຫຼັກ,ກະຕຸກ,ເຈັ້ຍ,ປລາສຕີກ...ອື່ນໆ)ແລ້ວນຳໄປໃຫ້ຕາມຮ້ານທີ່ຮັບຊື້ກະໄດ້...

10.ເລືອກເຄື່ອງໃຊ້ໄຟຟ້າທີ່ມີສະຫລາກປະຫຢັດໄຟເບີ5

11.ເລືອກຊື້ເຄື່ອງໃຫ້ເຫມາະກັບຄວາມຕ້ອງການ

12.ເລືອກຊື້ເຄື່ອງທີ່ບໍ່ຈຳເປັນໃຊ້ໄຟຟ້າ(ແປງສີແຂ້ວທຳມະດາ,ແນວໂກນຫນວດທຳມະດາ...) ຫລື ເຄື່ອງໄຟຟ້າທີ່ໃຊ້ພະລັງງານແສງອາທິດ

13.ເລືອກຊື້ເຄື່ອງທີ່ໃຊ້ໄດ້ຫລາຍເທື່ອ(ຖ່ານທີ່ສາກໄດ້,ຊີດີທີ່ອັດໄດ້ຫລາຍເທື່ອ...)

14.ໃຊ້ລົດໂດຍສານຂອງຊູ່ມຊົນແທນລົດສ່ວນຕົວ(ລົດເມ,ຕຸກໆ...)

15.ຫັນມາໃຊ້ລົດຖີບ ຫລືຍ່າງແທນ

16.ຫມັ່ນກວດແລະເຕີມລົມຢາງລົດ

17.ດັບເຄື່ອງເມື່ອຈອດລົດສະເຫມີ

18.ຫລຸດການເດີນທາງດ້ວຍເຄື່ອງບີນ

19.ບໍ່ເອົາຖົງຢາງເມື່ອຊື້ເຄື່ອງ ຫລືອາດຈະເອົາຖົງຜ້າໄປໃສ່ເອງກະດີ

20.ບໍ່ເອົາໃບປິວ ຫລື ໃບໂຄສະນາທີ່ບໍ່ໄດ້ສົນໃຈຂໍ້ມູນຂ້າງໃນ

21.ໃຊ້ຜ້າເຊັດຫນ້າແທນທີດຊູ້

22.ຫັນມາຊື້ເຄື່ອງມືສອງແທນ(ເຄື່ອງມືສອງບາງຢ່າງກໍຍັງດີ ແລະ ມີລາຄາຖືກນຳອີກ)

23.ຂອງທີ່ເພ ບາງຄັ້ງກໍ່ສາມາດເອົາມາແປງມາໃຊ້ອີກໄດ້ຄືກັນ

24.ຊື້ສິນຄ້າທີ່ບັນຈຸໃນຂວດແກ້ວດີກ່ວາວັດສດູອື່ນໆ

25.ບໍລິຈາກເຄ່ືອງທີ່ບໍ່ໃຊ້ແລ້ວໃຫ້ຜູ້ທີ່ຕ້ອງການ ຫລືຂາດແຄນ

 

Delicious Digg Fark Twitter