ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ປາປິ້ງຊົງເຄື່ອງ

 
 
 
ສ່ວນປະກອບ
 
ປານິນ 8 ຂີດ 1 ໂຕ
ຫົວສີໃຄ 1 ຫົວ ຊອຍບາງໆ
ຫົວຜັກບົ່ວແດງ 1 ຫົວ
ໝາກເຜັດສຸກແດງ 3 ໜ່ວຍ
ໝາກແຂ່ນຕຳ 1 ບ່ວງກາເຟ
ຄະນໍຜົງ 2 ບ່ວງກາເຟ (ຫລືໃຊ້ເກືອແລະນ້ຳຕານແທນກໍໄດ້)
ນ້ຳຊີອິ້ວ 1 ບ່ວງ
 
ວິທີເຮັດ
ເອົາປານີນມາຜ່າຫຼັງແຜ່ອອກ, ເອົາບີອອກ (ສຳຫຼັບໄສ້ປາບາງຄົນບໍ່ເອົາອອກ ເພື່ອຄວາມແຊບແລະຄວາມມັນ), ເອົາຫົວສີໃຄຊອຍ ຫົວຜັກບົ່ວແດງ ໝາກເຜັດສຸກ ມາຕຳເຂົ້າກັນໃຫ້ແຫຼກພໍປະມານ, ເອົາໝາກແຂ່ນປົ່ນ ຄະນໍຜົງ ນ້ຳຊີອິ້ວ ລົງປະສົມເຂົ້າກັບຂອງທີ່ຕຳໄວ້ ແລ້ວເອົາສ່ວນປະສົມນີ້ໄປຫຍັດໃສ່ທ້ອງປາທີ່ແຜ່ອອກ. ພັບປາເຂົ້າ ແລ້ວເອົາເກືອທາປາໃຫ້ທົ່ວທັງສອງຂ້າງ ແລ້ວເອົາໄປປິ້ງໃຫ້ຈົນສຸກ. ຫຼັງຈາກນັ້ນກໍເອົາໃສ່ຈານແຜ່ທ້ອງມັນອອກແລ້ວ(ໂຍນຖິ້ມ 555) ກິນກັບເຂົ້າໜຽວຮ້ອນໆ ໃຜວ່າບໍ່ແຊບຫ້າມກິນ.
Delicious Digg Fark Twitter