ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ປາ​ຄໍ່​ລຸຍ​ສວນ ຈາກ​ສວນ​ວັນນາ


 

          ສະບາຍດີທ່ານຜູ້ອ່ານ ມາພົບກັນອີກແລ້ວມື້ນີ້ ຜູ້ຂຽນຈະພາໄປຮັບປະທານອາຫານ ທີ່ ສວນອາຫານແລະ ຣີສອດ ວັນນາ - ພູ​ກະ​ແຕ ເພາະຫຼາຍໆຄົນຍັງບໍ່ທັນຮູ້ວ່າຮ້ານເພິ່ນຕັ້ງຢູ່ໃສ, ລົດຊາດ​​ ຫຼືລາຄາເປັນແນວໃດ​ ? ​ແຕ່ມື້ນີ້ຜູ້ຂຽນແລະ ທີມງານ​​ໄດ້ໄປຊິມມາແລ້ວ ຕິດໃຈຢູ່​​ໄດ໋ ຄິດວ່າຈະ​​ໄດ້ທຽວໄປເລື້ອຍໆຢູ່ຫັນລະ555

           ສວນອາຫານ ​​ແລະ ຣີສອດວັນນາ - ພູ​ກະ​ແຕ ມີສະຖານທີ່ກວ້າງຂວາງ, ມີຕູບລຽບແຄມໜອງ, ມີສາລາແຄມນ້ຳ, ບັນຍາກາດດີ ອ້ອມຮອບໄປດ້ວຍທຳມະຊາດທີ່ສວຍງາມ, ຕົ້ນໄມ້​​ໃບຫຍ້າຮົ່ມຂຽວດີ, ຜ່ອນຄາຍກັບທຳມະຊາດຄືຄວາມສຸກທີ່ທ່ານຫາໄດ້ທີ່ ສວນອາຫານ ວັນນາ - ພູ​ກະ​ແຕ ສ່ວນລາຄາບໍ່ຕ້ອງຄິດຫຍັງຫຼາຍເດີ ລາຄາເປັນກັນເອງທັງນັ້ນ 555 ​ບໍ່ແພງດັ່ງທີ່ທ່ານຄິດໃດ໋ ມະຫາຊົນຮັບຮອງໄດ້ແລະ ນອກຈາກ​ນີ້ທາງສວນອາຫານເພິ່ນ ຍັງຮັບຈັດງານລ້ຽງ, ງານສ້າງສັນເໝາະແກ່ການ Picnic, Camping …


               ເມນູທີແນະນຳນັ້ນກໍຄື : ປາຄໍ​່ລຸຍສວນ

· ເຄື່ອງປະກອບ: ​

- ປາຄໍ 1 ​ໂຕ

- ຫົວສີໄຄ, ​ໃບຂີ້ຫູດ, ຫົວຂ່າ, ໝາກເຜັດ, ຫົວຜັກບົວແດງ, ຫົວຜັກທຽມ, ​ໃບອີ່ຕູ, ຜັກບົວລະພາ, ຜັກຫອມເປ, ນ້ຳໝາກຂາມປຽກ

· ເຄື່ອງປຸງ :

- ນ້ຳຕານ 1 ບ່ວງ

- ແປ້ງນົວ 1 ບ່ວງ

- ເກືອ ½ ບ່ວງ

- ປາແດກ 1 ບ່ວງ

ຂັ້ນຕອນທຳອິດແມ່ນ ນຳເອົາປາຄໍໄປໜຶ້ງ​​ໃຫ້ສຸກແລ້ວປົງປະໄວ້ໃຫ້ເຢັນ


           · ວິທີ​​ເຮັດນ້ຳແຈ ປາລຸຍສວນ :

- ນຳນ້ຳໝາກຂາມປຽກໄປຂ້ຽວ, ນຳເອົາ ຫົວຜັກບົວແດງ, ຫົວຜັກທຽມ, ຫົວສີ​ໃ, ໝາກເຜັດ, ​ໄປຕຳໃຫ້ລະອຽດແລ້ວນຳລົງໄປຂ້ຽວກັບໝາກຂາມປຽກໃຫ້ເຂົ້າກັນ ຂ້ຽວຈົນຂຸ້ນໄດ້ທີ່ນຳເຄື່ອງປຸງທີ່ກະກຽມໄວ້ຂ້າງເທິງນັ້ນໃສ່ແລ້ວປຸງລົດໃຫ້ເຂົ້າກັນ ແລ້ວກໍນຳລົງປະໄວ້ໃຫ້ເຢັນ

              ຫຼັງຈາກນັ້ນ ກໍນຳເອົານ້ຳແຈ໋ວທີ່ເຮັດແລ້ວນັ້ນ ມາລາດລົງທີ່ປາຄໍ່ແລ້ວຕົບແຕ່ງໃຫ້ສວຍງາມດ້ວຍເຄື່ອງຫອມ, ພ້ອມຮັບປະທານໄດ້ເລີຍ​.

Delicious Digg Fark Twitter