ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຊົມ....ຄວາມງາມເອກອ້າງ................ທິວທັດແຫ່ງເມືອງລາວ

ເຊີຍ....ຄວາມສຸກຍາມເຫັນ..............ຖິ່ນພຽງດອຍກ້ວາງ

ວັນ....ຄືນຫອມຫວນກຸ້ມ................ມາລາງາມບານຊື່ນ

ປູກ....ຄວາມຮັກເຊື່ອງຊ້ອນ...........ຊອນໄວ້ວ່າງໃຈ

 

ຕົ້ນ....ຕຳນານບອກໄວ້................ເຮົາຮັກໄຄ່ບູຊາ

ໄມ້....ຈຳປາຈຳປີ...........................ມິ່ງຂັວນເມືອງບ້ານ

ແຫ່ງ....ຫົນໃດຫວານຊຶ້ງ..............ຈຳປາລາວລືຊື່

ຊາດ....ຄືຄວາມເອກອ້າງ..............ເດີນກ້າວວັດທະນາ

 

......................ເອົາຄຳຂຶ້ນຕົ້ນມາເຊື່ອມເຂົ້າກັນ ຈະມີຄວາມໝາຍວ່າ " ຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດ". ບົດກອນປະເພດນີ້ເອີ້ນວ່າ ກອນຊ່ອນເລັບ

Delicious Digg Fark Twitter
Dao
ອ່ານຄືນຫຼັງ
ໝວດໝູ່