ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 9, 2008 | ມີ 2 ຄຳເຫັນ ແລະ 0 trackback(s)
  1. ຫ້າມສູບຢາ
    ມີຜົນການທົດສອບທີ່ພິສູດໂດຍນັກຊ່ຽວຊານແລ້ວວ່າ ການສູບຢາຫລັງກິນອາຫານທຽບເທົ່າກັບການສູບຢາເຖິງ 10 ກອກ (ໂອກາດເປັນມະເຮັງສູງກວ່າ)
  2. ຫ້າມກິນຫມາກໄມ້ທັນທີ
    ການກິນຫມາກໄມ້ທັນທີຫລັງອາຫານຈະເຮັດໃຫ້ເກິດລົມໃນກະເພາະອາຫານໄດ້ ດັ່ງນັ້ນຄວນກິນຫມາກໄມ້ຫລັງກິນອາຫນໄປແລ້ວ 1-2 ຊົ່ວໂມງ ຫລື ກ່ອນອາຫານ 1 ຊົ່ວໂມງ.
  3. ຫ້າມດື່ມນ້ຳຊາ
    ເພາະມີຜົນເຮັດໃຫ້ການຍ່ອຍສານໂປຣຕີນໃນອາຫານທີ່ເຮົາກິນເຂົ້າໄປນັ້ນເປັນໄປໄດ້ຍາກຂື້ນ
  4. ຫ້າມມາຍສາຍແອວ
    ເພາະການມາຍສາຍແອວຫລັງຄາບອາຫານຈະເຮັດໃຫ້ລຳໄສ້ບິດໂຕ ແລະ ອັດຕັນໄດ້
  5. ຫ້າມອາບນ້ຳ
    ການອາບນ້ຳຈະເພິ່ມແຮງດັນເລືອດໄປສູ່ມື, ແຂນຂາ ແລະ ທົ່ວໂຕ ດັ່ງນັ້ນຈຳນວນເລືອດທີ່ໄປລໍ່ເລື້ອງກະເພາະອາຫານຈຶ່ງລຸດລົງ ຊຶ່ງສົ່ງຜົນໃຫ້ລະບົບການຍ່ອຍອາຫານຂອງກະເພາະເຮົາບໍ່ດີລົງ
  6. ຫ້າມຍ່າງໄປມາ
    ຄົນທີ່ມັກບອກສະເຫມີວ່າ ການຍ່າງ 100 ກ້າວຫລັງກິນອາຫານຈະເຮັດໃຫ້ອາຍຸຍືນເຖິງ 99 ປີ, ຕາມຂໍ້ເປັນຈິງແລ້ວບໍ່ແມ່ນເລີຍ ການຍ່າງຈະສົ່ງຜົນໃຫ້ລະບົບຍ່ອຍຂອງເຮົາບໍ່ສາມາດດູດຊຶມສານອາຫານທີ່ເຮົາກິນເຂົ້າສູ່ຮ່າງກາຍໄດ້.
  7. ຫ້າມນອນຫລັບທັນທີ
    ເພາະອາຫານທີ່ເຮົາກິນເຂົ້າໄປຈະບໍ່ສາມາດຍ່ອຍໄດ້ເລີຍ ດັ່ງນັ້ນຈະເຮັດໃຫ້ເກິດໂລກຕິດເຊື້ອ ແລະ ເກິດລົມໃນກະເພາະ ແລະ ລຳໄສ້ຂອງເຮົາໄດ້.

 

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່