ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ ພ.ຈ.. 23, 2009 46 ຄົນໂຫວດ, 0 ຄຳເຫັນ, ອ່ານ 831 ເທື່ອ
ໝູ່ເພື່ອນພັນລາວລອງຄິດຫຼີ້ນໆເບີ່ງເດີ ... ວ່າ : ໂທລະສັບທີ່ເຮົາໃຊ້ກັນທຸກມື້ນີ້ , ເວລາທີ່ເຮົາລົມໂທລະສັບກັບໃຜ ... ບໍ່ວ່າຈະເປັນເດັກນ້ອຍ , ຜູ້ໃຫ່ຍ , ຜູ້ເຖົ້າ , ແມ່ມານ ຖືພາ ຫຼືວ່າ ລົມກັບ ສັດປະລາດ , ມະນຸດຕ່າງດາວ ... ກໍ່ຕ້ອງແມ່ນສຽງຂອງຜູ້ນັ້ນໂລດ ( ແມ່ນສຽງຂອງຜູ້ນັ້ນ ຈາຮີ້ດ ນີ້ແລະ ).... ຄືກັບວ່າ ເຮົາຢືນລົມກັນ, ແບບເຫັນໜ້າ... ແລ້ວ ໝູ່ເພື່ອນຄິດວ່າ: ແມ່ນບໍ່ລະ ????

 
ສ້າງເມື່ອ ຕ.ລ.. 6, 2009 54 ຄົນໂຫວດ, 0 ຄຳເຫັນ, ອ່ານ 751 ເທື່ອ
ເປັນຕາເສຍດາຍເດ, ອີກໜ້ອຍໜຶ່ງ ທີມຊາດລາວກາຈະຊະນະ ທີມຊາດມາເລເຊຍ ໃດ້ແລ້ວ ,,,,, ສຸດທ້າຍມາຖືກຕີສະເໝີເປັນ 1 - 1 ໂດຍທີມຊາດລາວນຳໄປກ່ອນ ..... ຕາມທີ່ໃດ້ຜົນຄະເເນນອອກມາ, ອ້າຍນ້ອງຄົນລາວຄິດວ່າ ແນວໃດ , ສຳລັບທີມຊາດຊຸດນີ້ .... ????

 
ສ້າງເມື່ອ ມິ.ຖ.. 8, 2009 53 ຄົນໂຫວດ, 0 ຄຳເຫັນ, ອ່ານ 9441 ເທື່ອ
ແຕ່ລະຄົນກາມີຄວາມມັກເປັນຂອງໂຕເອງ,,,, ສະນັ້ນໜັງປະເທດໃດທີ່ມັກຫຼາຍກວ່າໝູ່ ???

 
ສ້າງເມື່ອ ພ.ພ.. 6, 2009 35 ຄົນໂຫວດ, 0 ຄຳເຫັນ, ອ່ານ 629 ເທື່ອ
ຊ່ວງນີ້ກາໃກ້ຈະເສັງແລ້ວ ຢາກຮູ້ເພື່ອນໆ ມີວິທີການກຽມໂຕກ່ອນຈະເສັງກັນແນວໃດແດ່ ???? ເອົາແບບໂຕຈິງໂລດເດີ

 
ສ້າງເມື່ອ ມ.ສ.. 27, 2009 61 ຄົນໂຫວດ, 0 ຄຳເຫັນ, ອ່ານ 738 ເທື່ອ
ກ່ອນອື່ນຕ້ອງຂອບໃຈທີ່ເຂົ້າມາອ່ານນໍ,,,,, ຢາກຮູ້ວ່າ: ພໍ່ແມ່ຂອງໝູ່ເພື່ອນ ກາມີບໍ່ແບບວ່າ : ພໍ່ແມ່ຈັບຄູ່ໃຫ້ ( ຜູ້ໃຫ່ຍເພີ່ນກວນເຮົາຫັ້ນນາ ) .... ຕົວຢ່າງ : ບັນດາໝູ່ສະໜິດພໍ່ແມ່ເຮົາ, ເວລາພວກເພີ່ນຢູ່ນຳກັນມັກຈະເວົ້າວ່າ: ໃຫ້ລູກພວກເຮົາມາເປັນດອງກັນເນາະ ( ແລະ ມັກຈະເອີ້ນພວກເຮົາວ່າ: ລູກເຂີຍ , ລູກໃພ້ ) ເວລາເຫັນໜ້າເຮົາຫັ້ນນາ ,,,,, ມີບໍ່ ????

 
ສ້າງເມື່ອ ມ.ສ.. 8, 2009 49 ຄົນໂຫວດ, 0 ຄຳເຫັນ, ອ່ານ 415 ເທື່ອ
ທ່ານຄິດວ່າ: ເວນກຳມີແທ້ບໍ່ ??? ,,, ຖ້າເຮັດດີໃດ້ດີ , ເຮັດຊົ່ວ ໃດ້ຊົ່ວ,, ບໍ່ຕ້ອງລໍຮອດຊາດໜ້າ ຊາດນີ້ກາເຫັນແລ້ວ ....... ຄືເຮົາເຫັນຕາມລາຍການ , ຫຼື ມີຄົນມາເລົ່າໃຫ້ຟັງຫັ້ນນາ .

 
ສ້າງເມື່ອ ມ.ນ.. 25, 2009 34 ຄົນໂຫວດ, 0 ຄຳເຫັນ, ອ່ານ 511 ເທື່ອ
ຢາກຖາມ ທ່ານ ຜູ້ຍີງ ແລະ ທ່ານຜູ້ຊາຍ ວ່າ: ທ່ານຄິດວ່າ ໂຕເອງເກີດມາໜ້າຕາ ດີ ຄືດາລາດັງຄົນໃດ ??? ແນວທຸກຄົນເກີດມາກາຕ້ອງພົກພາ ຄວາມງາມ ຄວາມຫລໍ່ມານຳຢູ່ແລ້ວ ແມ່ນບໍ່ລະ ,,,,,,,,

 
ສ້າງເມື່ອ ມ.ນ.. 18, 2009 44 ຄົນໂຫວດ, 0 ຄຳເຫັນ, ອ່ານ 491 ເທື່ອ
ຢາກຖາມ ໝູ່ຄູ່ ພັນລາວວ່າ:ໃດ້ພາກັນ ໄປວັດເຮັດບຸນຢູ່ ບໍ່ນໍ??? ຕາມທີ່ໃດ້ຍີນມາດ່ຽວນີ້ໄວ້ລຸ້ນລາວການິຍົມໄປວັດຫຼາຍໃດ . (ຍາມ ເວລາໃກ້ຈະເສັງ ອິອິອິອິອິ )ໄປບະໄປບົນ . ເວົ້າຢອກເດີ !!!! ຜ່ານ ການວິໃຈຈາກ ດ.ຣ DexZaa ເຫັນວ່າ : ແຕ່ກີ້ຄົນທີ່ບໍ່ມັກເຂົ້າວັດແມ່ນ ຍ້ອນ : 1. ເພາະ ປະມາດ 2. ເພາະ ສະຫຼາດກ່ວາພະ ( ຄິດໄປເອງ ) 3. ເພາະ ເສດຖະກິດບໍ່ອຳນວຍ 4. ເພາະ ສັງຂານບໍ່ໃຫ້ 5. ເພາະ ພະບອກເລກ ບໍ່ເຄີຍຖືກ ( ໂຕນີ້ສຳຄັນເລີຍ ອິອິອິ ) ເອົາລະ ດ່ຽວມາສຳຫຼວດກັນເບີ່ງ ????

 
ສ້າງເມື່ອ ມ.ນ.. 6, 2009 34 ຄົນໂຫວດ, 0 ຄຳເຫັນ, ອ່ານ 394 ເທື່ອ
ຖ້າຫາກ ມີປື້ມ ວິເສດຫົວຫນຶ່ງ ,,,, ທີເຮົາຕ້ອງການຫຍັງ ແລ້ວຂຽນລົງໄປ ແລ້ວ ພອນນັ້ນກໍ່ຈະເກີດຂື້ນໃນຄືນ ນັ້ນເລີຍ ,,,, ຫມູ່ຄູຈະພາກັນຂຽນຫຍັງ ?????

 
ສ້າງເມື່ອ ມ.ນ.. 5, 2009 38 ຄົນໂຫວດ, 0 ຄຳເຫັນ, ອ່ານ 448 ເທື່ອ
ຂພຈ ເຄີຍໃດ້ຍີນວ່າ: ຊຽງຫມ້ຽງຕາຍແລ້ວ ໄດ້ຕັດເປັນ3ທ່ອນຄື:ຫົວ(ແມ່ນໄທໃດ້ໄປ,ໄທເລີຍສະຫຼາດ,ປະເທດພັດທະນາໄວ),ມືແລະຕີນ(ຫວ່ຽດນາມໃດ້ໄປ,ຫວ່ຽດນາມເລີຍດຸຫມັ່ນ,ເຮັດວຽກບໍ່ມີເມອື່ຍ) ສ່ວນລາວເຮົາແມ່ນໃດ້ ທ້ອງ ( ຄົນລາວມັກກີນ,ມີຍັງຫນ້ອຍຫນຶ່ງເລື້ອງກີນມາກ່ອນ) ແລ້ວຫມູ່ຄູ່ຄິດວ່າແນວໃດ ?????

 
ສ້າງເມື່ອ ກ.ພ.. 27, 2009 49 ຄົນໂຫວດ, 0 ຄຳເຫັນ, ອ່ານ 476 ເທື່ອ
ຂພຈມີເລື້ອງຄວາມຮັກຂອງຄົນສອງຄົນມາເລົ່າໃຫ້ຟັງ,ມັນເປັນຄວາມຮັກທີ່ຫນ້າຮັກ ,ຫນ້າສົນໃຈດີ (ແບບບໍ່ມີຫມູ່ຄືແລະກາບໍ່ມີໃຜຢາກຄື ອິອິອິອິ) ເລື້ອງນີ້ເກີດຢູ່ແຂວງ ຫຼວງພະບາງ,ເປັນເລື້ອງຂອງທ້າວແສນ ກັບ ນາງຄຳ : ໃນເທດສະການຕ່າງຯ ທ້າວແສນ ມັກຈະຊື້ຂອງຂວັນໃຫ້ ນາງແສນ ສະເຫມີ... ແລະໃນ ວັນແຫຼ່ງຄວາມຮັກປີນີ້ລາວກາໃດ້ຊື້ : ລາວຊື້ຊີ້ນງົວ 1kg ໃຫ້ນາງແສນ , ລາວບອກວ່າ: ຄົນອື່ນຊື້ດອກໄມ້ແຕ່ຂ້ອຍບໍ່,ດອກໄມ້ກີນບໍ່ໃດ້,ແຕ່ຊີ້ນສະແດງເຖິງຂ້ອຍຮັກເຈົ້າແລະຄອບຄົວເຈົ້ານຳ(ມີເຫດຜົນ),ສາມາດແຕ່ງກີນໄດ້ເລີຍ, ວັນເກີດ ລາວຊື້ເຄື່ອງນຸ່ງໃຫ້, ລາວບອກວ່າ:ຕອນເກີດມາ ກາມາແຕ່ຕົວກັບ ຫົວໃຈ,ສະນັ້ນເວລານຸ່ງເຄື່ອງຂ້ອຍແລ້ວສະແດງເຖິງຄວາມຮັກຂ້ອຍຈະຕິດໂຕເຈົ້າໄປຕະຫຼອດ ..... ຈົນຮອດວັນຟ້າດີນສະຫຼາຍ ( ເວີ້ແລ້ວ ເວີ້ແລ້ວ ອິອິອິ ) ແລ້ວ ຫມູ່ຄູ່ຄິດວ່າ ເປັນຄວາມຮັກແນວໃດ ?????