ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 17, 2008 | ມີ 14 ຄຳເຫັນ ແລະ 0 trackback(s)
ພໍດີ ທ້າທາຍ ຖາມເຂົ້າມາຫລາຍເທື່ອແຕ່ເນື່ອງຈາກ Shoutbox ນັ້ນມີແຕ່ໂຕຫນັງສືອາດຈະເຂົ້າໃຈຍາກ
ເຮົາມາເລີ່ມກັນເລຍ ຕັ້ງແຕ່ເຮົາມີຮູບຢູ່ໃນຄອມເນາະ

alt

ເຂົ້າ http://img.laoupload.com ເວບຂອງທ່ານນິນ ເວບມາສເຕີ ພັນລາວຂອງເຮົານີ້ ເອງ ຂໍ້ດີທີ່ວ່າ ບໍ່ຕ້ອງເປັນສະມາຊິກກະອັບໂຫລດຮູບໄດ້ ລະກະຍັງມີອີກຫລາຍເວບຂອງຕ່າງປະເທດອີກ ແຕ່ມື້ນີ້ຈະແນະນຳຂອງ ລາວອັບໂຫລດເນາະ. ນີ້ລະເນາະຫນ້າຕາຂອງເວບ

alt

ກົດ Browse ແລ້ວເລືອກຮູບ ສາມາດໃສ່ຮູບຫລາຍໃບໃນການອັບໂຫລດຄັ້ງຫນື່ງໄດ້ ແຕ່ຕອນນີ້ແມ່ນເຮົາຈະອັບແຕ່ໃບດຽວ
ຄັນອັບໂຫລດກາຍຫ້າຂື້ນໄປໃນການອັບບາດດຽວແລ້ວບ່ອນໃສ່ມັນບໍ່ພໍເຮັດແນວໃດ? ບໍ່ຍາກຢູ່ຝາກຊ້າຍຂອງ Start Uploading
ຈະມີຄຳສັ່ງ Add More Files ມັນຈະເພີ່ມບ່ອນໃສ່ຫນື່ງຊ່ອງໃນການກົດຄັ້ງຫນື່ງ

alt

ລະບົບທຳການອັບໂຫລດຢູ່

alt

ເມື່ອອັບໂຫລດແລ້ວໆຈະເຫັນຫນ້າເວບເປັນຈັ່ງຊີ້, ເລືອກເອົາລີ້ງເທີງສຸດບ່ອນທີ່ຫມາຍກອບສີແດງ ທຳການທຳຮ້າຍປ້າຍສີມັນ ຮະໆ ປ້າຍສີຫັ້ນແຫລະ
ແລ້ວກ໊ອບ Ctrl+C ຫຼື ກົດເມົ້າຂວາເລືອກ Copy

alt

ກັບມາຫນ້າໄດອາຣີ່ຂອງພັນລາວ ກົດໃສ່ຮູບພູ

alt

ຈະຂື້ນຫນ້າຕ່າງໃສ່URL ຂອງຮູບ ດ້ານຊ້າຍມີ ຕົວເລືອກເສີມ ປັບຂະຫນາດຂອງຮູບ, ກົດInsert ຮູບກໍເປັນການສຳເລັດພິທີ

alt

ຈົບພິທີນໍ່ຄັນມີຫຍັງສົງໃສກະລົງຄຳເຫັນໄວ້ເດີ້
Delicious Digg Fark Twitter