ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2008 | ມີ 11 ຄຳເຫັນ ແລະ 0 trackback(s)
ທຸກມື້ນີ້ ສັງຄົມນັ້ນປ່ຽນໄປ ຕ່າງຄົນຕ່າງເລີ່ມເຫັນແກ່ຕົວກັນຫລາຍຂື້ນ ບໍ່ຄິດເຖີງໃຈເຂົາໃຈເຮົາ ເຮັດໃຫ້ເກີດຄວາມຂັດແຍ່ງຢູ່ ຕະຫລອດ ອາດຈະແມ່ນຊ່ວງນີ້ ຖືກຂະເຈົ້າ ເຮັດໃສ່ຫລາຍໂພດຕິ ເລີຍຄິດເຖີງເລື່ອງຫນື່ງທີ່ເຄີຍ ອ່ານໃນເນັດ. ກ່ອນຈະອ່ານຢາກຖາມທຸກຄົນວ່າ ທຸກຄົນ ເຊື່ອເລື່ອງເວນກຳບໍ່?

 ເລື່ອງມັນມີຢູ່ວ່າມີ ຊາຍຄົນຫນື່ງ ເປັນຄົນໄຂ້ປະຈຳຂອງໂຮງຫມໍ ລາວເປັນຄົນທີ່ຕ້ອງໄດ້ຜ່າຕັດ ຕະຫລອດບໍ່ແມ່ນຍ້ອນລາວເປັນພະຍາດຊຳເຮື້ອ ຫລື ແນວໃດ ແຕ່ທຸກຄັ້ງທີ່ເຂົ້າຜ່າຕັດນັ້ນ ມັນຫນັກຫນາຂື້ນຢູ່ຕະຫລອດ ຊາຍຄົນນັ້ນມີຊື່ວ່າ ບຸນມາ. ບຸນມາ ເຂົ້າໂຮງຫມໍ ເທື່ອທຳອິດຍ້ອນ ແຜ ຢູ່ນີ້ວກ້ອຍຖືກ ປາຝາອອງກັດ ຫມໍໃຫ້ທາຢາແກ້ປວດ ກັບ ແກ້ອັກເສບ ລະກະ ກັບໄປ ເບີ່ງແລ້ວບໍ່ມີຫຍັງ. ເຄີ່ງເດືອນຕໍ່ມາ ບຸນມາ ກັບມາອີກ ພ້ອມກັບແຜເກົ່າ ທີ່ອັກເສບ ຮຸນແຮງ ແລະ ບວມໃຫຍ່ ຫມໍກວດພົບວ່າ ເຊື້ອພະຍາດຮ້າຍໄດ້ເຂົ້າກິນກັນກະດູກ ຈະຕ້ອງ ໄດ້ຕັດນິ້ວເພື່ອບໍ່ໃຫ້ແຜ ລຸກລາມ ຊື່ງນີ້ວນັ້ນຖ້າປະໄວ້ອາດຕາຍໄດ້, ຈາກນັ້ນມາກະມິດໄປດົນ ຈົນຮອດອີກ
ເຄີ່ງປີຕໍ່ມາ ບຸນມາໄດ້ໄປຫລີ້ນທະເລ ເທື່ອນີ້ ລາວຖືກ ປາຝາອອງກັດອີກ ລະມັນກັດເຂົ້າບ່ອນຕີນ ແຜອັກເສບ ບວມໃຫຍ່ຂື້ນ ຫລັງຈາກນັ້ນ ສອງວັນ ເມື່ອຜົນສາຍແສງ ທີ່ໂຮງຫມໍ ອອກມາ ພົບວ່າ ເຊື້ອໂລກກິນເຂົ້າ ກະດູກຫມົດ ຈື່ງຕ້ອງຕັດນີ້ວຕີນໄປອີກນີ້ວ ເວລາຜ່ານໄປໄຫລແລ້ວບໍກັບ (ນອກເລື່ອງ) ເວລາຜ່ານໄປປີຫນື່ງ ບຸນມາກັບມາໂຮງຫມໍອີກເທື່ອຫນື່ງ ພ້ອມແຜເກົ່າທັງສອງທີ່ອັກເສບກວ່າເກົ່າທີ່ບວມ ຂື້ນພ້ອມກັນ ພໍຜົນສາຍແສງອອກມາ ຕາຍແລ້ວ! ເຊື້ອຮ້າຍ ເຂົ້າກິນກະດູກຢ່າງຮຸນແຮງ ລະຍັງບໍ່ພໍ ເຊື້ອໂລກກຳລັງຈະກາຍເປັນມະເລັງຄັນບໍ່ຜ່າຕັດກ່ອນຈະລຸກລາມໄປກວ່ານີ້ ບຸນມາຕ້ອງໄດ້ນອນໂຮງຫມໍ ອີກເດືອນຫນື່ງ ໃນສະພາບ ຄົນເຈັບນີ້ວມື ແລະ ຕີນກຸດ. ມື້ຫນື່ງຫລັງຈາກທີ່ ບຸນມາອອກຈາກໂຮງຫມໍ ລູກຊາຍຂອງພີ່ນ້ອງສິບວດ ມື້ກ່ອນງານບວດ ບຸນມາເລີຍໄປຊ່ວຍວຽກຢູ່ວັດຈົນຮອດຄ່ຳຈື່ງນອນຢູ່ສາລາ ຈັກແມ່ນຄວາມຊວຍອີ່ຫຍັງມາບັງເກີດຕໍ່ບຸນມາ ຂະນະທີ່ນອນຢູ່ມີຫນູ ມາກັດຕີນບ່ອນທີ່ເປັນບາດຫາກໍເຊົາ ບຸນມາຮ້ອງຈົນທຸກຄົນໃນ ສາລາຕື່ນ,ແຜທີ່ຫນູກັດບໍ່ກວ້າງຫລາຍ ແຕ່ມີເລືອດເຊີ່ງກະເຮັດໃຫ້ທຸກຄົນຕື່ນ ແລະ ສົງໃສວ່າເປັນຫຍັງ ຫນູທີ່ປົກກະຕິ ມີແຕ່ກັດກິນ ສົບຄືມາກັດຄົນທີ່ຍັງເປັນໆ ຄຳເວົ້າຂອງພວກເຂົາ ເຮັກໃຫ້ບຸນມາເສັຍຂວັນ ພວກພີ່ນ້ອງພາບຸນມາ ໄປໂຮງຫມໍ ຜົນການສາຍແສງເທື່ອນີ້ອອກມາວ່າ ເຊື້ອມະເລັງຮ້າຍ ໄດ້ກິນເລືອກເຂົ້າໄປຫລາຍ ທ່ານຫມໍ ຈຳເປັນຕ້ອງຕັດແຂນ ແລະ ຂາ ຫມົດທ່ອນຂອງ ບຸນມາ ຖີ້ມໄປ (ເປັນຕາຢ້ານ)

ມາຮອດນີ້ ທຸກຄົນທີ່ອ່ານມາຮູ້ສຶກແນວໃດ ສົງສານ ບຸນມາບໍ່? ຫລື ວ່າຈັ່ງໃດ ເຮົາອ່ານຕໍ່ເນາະ

ທ່ານຫມໍ ສົງໃສ ກັບ ບາດແຜຂອງ ບຸນມາ ວ່າເປັນຫຍັງຄື ຖືກແຕ່ສັດມາກັດ ຈື່ງໂອ້ລົມສອບຖາມ ບຸນມາຈື່ງໄດ້ເລົ່າໃຫ້ ທ່ານຫມໍ ຟັງວ່າ ຕັ້ງແຕ່ ອາຍຸສາມສິບ ບຸນມາ ມັກກິນເຫລົ້າ ເຄື່ອງແກ້ມທີ່ ບຸນມາ ມັກແມ່ນ ປາຝາອອງ ບຸນມາໄດ້ຍີນວ່າ ໃຜທີ່ກິນ ປາຝາອອງດ້ຫລາຍສີບໂຕ ລະຕະຫລອດຊີວິດ ຈະບໍ່ເປັນ ໂລກຂໍ້ອັກເສບໃດໆ ທັງຍັງບຳລຸງໄຕ (ແມ່ນຫວາ ດ່ຽວຫາກໍຮູ້) ບຸນມາ ຈື່ງມັກຫາ ປາຝາອອງມາຜັດເຜັດກິນ ກັບເຫລົ້າຂາວ. ບຸນມາກິນມາໄດ້ຫລາຍປີແລ້ວ ຈົນນັບບໍ່ໄດ້ວ່າກິນຈັກໂຕ (ສົງໃສຂໍ້ອັກເສບຄືສິບໍ່ເປັນຈົນຊາດຫນ້າລະ) ມື້ຫນື່ງ ບຸນມາ ໄປໄດ້ ປາຝາອອງ ໂຕໃຫຍ່ ມາບໍ່ຮູ້ຈະເຮັດກິນແນວໃດ ໃຫ້ຫມົດແນວວ່າ ຢູ່ບ້ານບໍ່ມີໃຜກິນນຳ ລະກະຢູ່ບ້ານ ບຸນມາ ບໍ່ມີຕູ້ເຢັນ (ບໍ່ຫວ່າ ຈະເຮັດແນວນັ້ນ) ເຂົາກິນມື້ລະຫນ້ອຍ ລະຫນ້ອຍ ໂດຍບໍ່ຮູ້ເລຍວ່າມັນທໍລະມານ ຊ່ຳໃດ ດ້ວຍເຫດທີ່ ປາຝາອອງ ເປັນສັດອາຍຸຍືນ ບໍ່ຕາຍງ່າຍ ບໍ່ວ່າຈະຂັງມັນໄວ້ແນວໃດມັນກະຢູ່ໄດ້ເປັນປີ ບຸນມາເຫັນແກ່ກີນ ປາດກິນເທື່ອລະຫນ້ອຍ ຕາມຂາຂອງມັນ ຕາມສ່ວນຕ່າງໆ ຂອງມັນ ປາຝາອອງ ຕ້ອງທົນຢູ່ເປັນເວລາ ເຄີ່ງເດືອນ ກ່ອນທີ່ ເຂົາຈະຈັດການ ອາຫານ ພິດສະດານ ມື້ສຸດທ້າຍ. ແຫລະແລ້ວ ບຸນມາ ກໍສຸກໃຈກັບການກິນປາຝາອອງສົດໆ ແບບນີ້ເປັນຕົ້ນມາ.  ທຸກຄົນທີ່ອ່ານມາຮອດນີ້ (ຈະມີບໍ່ນໍ້ ມີລະລົງຊື່ໃຫ້ຄຳເຫັນແນ່ເດີ້) ໄດ້ເຫັນເຖິງຜົນຮ້າຍຂອງການທໍລະມານສັດ ນັ້ນຍ້ອນກັບມາສູ່ຕົວເອງ. ຢ່າທຳຮ້າຍ ແລະ ທໍລະມານສັດເນີ້

ຂໍຈົບແຕ່ພຽງເທົ່ານີ້ ພົບກັບ ໄດອາຣີ່ ຂອງດ່ຽວໃຫມ່ໃນມື້ຫນ້າ ສຳລັບມື້ນີ້ຂອງກ່າວຄຳວ່າ ສະບາຍດີ

ສົ່ງທ້າຍດ້ວຍຮູບແຕ້ມ ດ້ວຍ ເມົ້າສ໌ຂອງຕົວເອງ
alt
Delicious Digg Fark Twitter