ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 22, 2008 | ມີ 18 ຄຳເຫັນ ແລະ 0 trackback(s)

ເຫັນສອງສາມຄົນເຮັດລະ, ອືມ ກະງົມຢູ່ດົນຫນ້ອຍຫນື່ງ ກວ່າຈະໄດ້ ເຖີງ ດ່ຽວ ຮູ້ບໍ່ຫລາຍແຕ່ ກະຢາກແບ່ງປັນ, ເພື່ອເຮັດໃຫ້ ພັນລາວ ແຕ່ລະຄົນ ມີສີສັນທີ່ແຕກຕ່າງກັນ
ໄດ້ຫນ້າຮັກແລະສົດໃສກັນທຸກຄົນ (ມັກເວົ້າຄຳຂວັນ ລາວຊ້າ)
ເຂົ້າເລື່ອງກັນເລຍ

ວິທີສະແດງຮູບໃນກ່ອງໃສ່ຄວາມເຫັນ

-ອັນນີ້ກ່ອງ ໃສ່ຄວາມເຫັນ ຂອງດ່ຽວເອງ


alt

ໂຄດແມ່ນ:


textarea {
background:#FFFFFF url(ລີ້ງຂອງຮູບທີ່ຈະເອົາມາໃສ່)
ບ່ອນຢູ່ຂອງຮູບ;
background-repeat:no-repeat;
height:ຄວາມຄວາມສູງຂອງກ່ອງpx
!important;
}



ລະຫັດສີ ສຳລັບບ່ອນນີ້ຫລາຍຄົນອາດຈະຍັງງົງວ່າແມ່ນຫຍັງ? ມັນຄືລະຫັດຂອງສີ ທີເປັນຈະເປັນສີພື້ນຫລັງຂອງຮູບ ເບີ່ງລະຫັດສີໄດ້ຢູ່ ລຸ່ມສຸດຂອງຫນ້າ http://punlao.com/Diow/blog/235/
ລີ້ງຂອງຮູບທີ່ຈະເອົາມາໃສ່ ແມ່ນ URL ຂອງຮູບຫາໄດ້ຕາມຮ້ານມິນິມາດ ເອີ້ຍ! ຕາມເວບຕ່າງໆໂດຍການກົດຂວາທີ່ຮູບເລືອກ Properties ລະເອົາ Location
ບ່ອນຢູ່ຂອງຮູບ ຕົວຢ່າງ top right ແປໄດ້ຢູ່ເນາະ ເທິງ ຂວາ. ທີ່ໃສ່ໄດ້ບ່ອນນີ້ ມີຄື:
- top ເທິງ
- bottom ລຸ່ມ
- left ຊ້າຍ
- right ຂວາ
- center ກາງ
ໃສ່ຄູ່ ຫລື ດ່ຽວ ກະໄດ້ (ແຕ່ບໍ່ແມ່ນດ່ຽວນີ້ເດີ້)
ຄວາມສູງຂອງກ່ອງ ແມ່ນຄວາມສູງຂອງຮູບ ຄວນໃສ່ພໍດີ ຫລື ສູງ ກວ່າຂະຫນາດຮູບທີ່ໃສ່
!important ໃສ່ເຕີ່ມເພື່ອໃຫ້ມັນສະແດງຜົນ


ແນະນຳໄປຂຽນໃສ່ Notepad ກ່ອນແລ້ວຈື່ງກ໊ອບປີ້ມາໃສ່ ຕັ້ງຄ່າໂປຣໄຟລ໌

ອືມ ກະຂໍຈົບການອະທິບາຍພຽງເທົ່ານີ້ ຖ້າຍັງບໍ່ເຂົ້າໃຈ ກໍຫຍັງຖາມມາໄດ້

Delicious Digg Fark Twitter