ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ອັລເບິຣ໌ ໄອສ໌ຕາຍ ກ່າວເຖິງ ພຸດທະສາສະໜາ
ສ້າງເມື່ອ ກ.ພ.. 16, 2012 14 ຄົນໂຫວດ, 14 ຄຳເຫັນ, ອ່ານ 503 ເທື່ອ
ອັລເບິຣ໌ ໄອສ໌ຕາຍ ພາຍຫຼັງຈາກການຄົ້ນພົບຄວາມຈິງແທ້ ຂອງເວລາຈົນສາມາດສ້າງທິດສະດີສຳພັນທະພາບຂຶ້ນມາໄດ້ ລາວເອງໄດ້ໝັ້ນໃຈວ່ານາມມະທຳກ່ຽວກັບເລື່ອງເວລາ ວ່າພຣະພຸດທະອົງນັ້ນຊົງເຫັນກ່ອນແລ້ວ ເຊິ່ງໄດ້ສ້າງຄວາມປະຫຼາດໃຈໃຫ້ລາວຫຼາຍ ແລະ ກ່ອນທີ່ ອັລເບິຣ໌ ໄອສ໌ຕາຍ ຈະມໍລະນະພາບ ລາວໄດ້ພະຍາຍາມບອກຕໍ່ນັກວິທະຍາສາດລຸ້ນນ້ອງໆວ່າ ການຄົ້ນພົບຂອງລາວນັ້ນຍັງບໍ່ສິ້ນສຸດ ຄວາມຈິງແລ້ວແມ່ນມີຢູ່ໃນພຸທ ( ເຊິ່ງລາວເອງຖືວ່າເປັນສາສະໜາແຫ່ງຈັກກະວານ ) ຂໍໃຫ້ທ່ານຊ່ວຍປະກອບຄວາມຄິດເຫັນໃຫ້ແດ່ ແລະ ຖ້າໃຜມີຂໍ້ມູນດີໆ ກ່ຽວກັບ ອັລເບິຣ໌ ໄອສ໌ຕາຍ ກໍ່ຊ່ວຍແນະນຳພ້ອມແດ່ເດີ້ ຂອບໃຈ