ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ນາງກົບ ກັບ ທ້າວປາບູ່ ຮັກມັກກັນໄດ້ຫລາຍປີ ແຕ່ທັງສອງກໍ່ຈຳເປັນຕ້ອງແຍກທາງກັນ

ເພາະຜູ້ໃຫຍ່ບໍ່ເຫັນດີເນື່ອງຈາກຕ່າງເຊື້ອຊາດເຜົ່າພັນ ແລະຕໍ່ມານາງກົບກໍ່ໄດ້ແຕ່ງດອງກັບ

ທ້າວຂຽດຂາເຫລືອງ ບໍ່ເຖິງປີທັງສອງກໍ່ມີພະຍານຮັກເຕັມບວກໜອງແຄມນາ ພໍເຫັນໜ້າລູກໆ

ທ້າວຂຽດຂາເຫລືອງ ກໍ່ຮ້າຍຢ່າງໃຫຍ່ເພາະບໍ່ມີລູກໂຕໃດຄືເພີ່ນ.

ທ້າວຂຽດຂາເຫລືອງ: ແມ່ມັນ ໃສວ່າເຈົ້າເຊົາພົວພັນກັບບັກປາບູ່ ຂອງເຈົ້າແລ້ວ?

ນາງກົບ: ແມ່ນຫຍັງ, ມີຫລັກຖານຫຍັງ ກ້າມາຕູ່ໃສ່ຂ້ອຍໄປພົວພັນກັບຄົນຮັກເກົ່າອີກ?

ທ້າວຂຽດຂາເຫລືອງ: ກໍ່ລູກບັກຮວກ, ອີ່ຮວກ ທັງຫລາຍຂອງເຈົ້າຫັ້ນເດ!

ເບີ່ງໜ້າເບີ່ງຕາຂອງເຂົາເຈົ້າແມະ ບໍ່ມີໂຕໃດເລີຍຄືກັບຂ້ອຍ; ໂຕໃດກໍ່ຄືບັກປາບູ່ໝົດ !

 

ຈາກ: ວາລະສານວັດທະນະທຳ

Delicious Digg Fark Twitter