ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 4, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ຄົບຮອບໜຶ່ງປີຂອງການແຕ່ງດອງ ສາມີຜູ້ເປັນຜົວ ຈິ່ງຢາກໃຫ້ຂອງຂວັນກັບພັນລະເມຍຂອງຕົນ;

ຕອນແລງມີື້ໜຶ່ງຜົວ ເມຍໄດ້ລົມກັນ:

ຜົວ: ທີ່ຮັກ ຈື່ ຫລືບໍ່ ເດືອນໜ້ານີ້ແມ່ນວັນສຳຄັນໃດ?

ເມຍ: ແມ່ນວັນສຳຄັນຫຍັງລະບໍ່ຈື່ເດີ

ຜົວ: ກະຄົບຮອບໜຶ່ງປີທີ່ເຮົາແຕ່ງດອງກັນ; ອ້າຍຢາກໃຫ້ນ້ອງມີຄວາມສຸກ

       ແລະຢາກໃຫ້ຂອງຂວັນແກ່ນ້ອງແຕ່ບໍ່ມີໂອກາດ, ຊັ້ນເຮົາໄປທ່ຽວມາເລເຊຍດີບໍ່?

ເມຍ: ບໍ່ໄປດອກ ຢ້ານຍົນ

ຜົວ: ຊັ້ນກະໄປອາບນ້ຳຢູ່ທະເລຫວຽດນາມ

ເມຍ: ບໍ່ໄປ ບໍ່ໄດ້ພາສາຫວຽດນາມ

ຜົວ: ຊັ້ນນ້ອງຢາກໄດ້ຫຍັງບອກມາໂລດບໍ່ຕ້ອງເກງໃຈ

ເມຍ: ຢາກໄດ້ໃບຢ່າຮ້າງ...

 

ວາລະສານວັດທະນະທຳ

Delicious Digg Fark Twitter