ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2008 | ມີ 11 ຄຳເຫັນ ແລະ 0 trackback(s)

ທ່ານຈຳປາ ໄດ້ກັບເມືອຢາມບ້ານ ຫຼັງຈາກທີ່ໄດ້ໄປຮຽນຢູ່ຕ່າງປະເທດເປັນເວລາດົນບໍສົມຄວນ ເມື່ອເມືອຮອດບ້ານ ເພື່ອນເກົ່າກໍພາກັນມາຢາມ ທ່ານຈຳປາ ດັ່ງນັ້ນ ທ່ານຈຳປາ ກໍເລີຍຖືໂອກາດຈັດງານລ້ຽງເພື່ອພົບປະສ້າງສັນກັບເພື່ອນ ເນື່ອງຈາກອາການເມົາ ຈາກເຫຼ້າ ວິສະກີຂາວ ກາຄົງເຊໂດນ ປະສົມກັບເບບ ເຮັດໃຫ້ທ່ານ ຈຳປາ ຂີ່ລົດຈັກໄປດາດເອົາລົດວີໂກ້ໃນຄະນະທີ່ອອກໄປຊືຂອງແກ້ມ ຢູ່ຖະໜົນແຫ່ງໜື່ງ ອັນເປັນເຫດໃຫ້ ແຂນຂອງ ທ່ານ ຈຳປາເບືອງຂວາ ຂາດອອກທັນທີ ແຂນທີ່ຂາດອອກນັ້ນ ມຸ່ນຄັກມຸ່ນແນ່ ຊື່ງບໍສາມາດນຳໄປຕໍຄືນໄດ້ ຫຼັງຈາກນັ້ນ ຍາດພີ່ນ້ອງ ຂອງ ທ່ານ ຈຳປາ ກໍຟ້າວນຳຕົວ ທ່ານ ຈຳປາ ໄປທີ່ໂຮງໝໍ ມິດຕະພາບ 150 ຕຽງທັນທີ ເມື່ອໄປຮອດໂຮງໜໍ ທ່ານໝໍກໍຜ່າຕັດແຂນໃຫ້ ທ່ານຈຳປາ ແລະບອກວ່າ ຖ້າຫາກມີແຂນໃໝ່ ຈາກຜູ້ເສຍຊີວິດມາຕໍກໍຈະໄຊ້ການໄດ້ຢູ່ ດັ່ງນັ້ນ ທ່ານຈຳປາ ກໍດີໃຈແດ່ ຫຼາຍເດືອນຜ່ານໄປ ມີເຫດການລົດຕຳຄົນຕ່າງປະເທດຕາຍ ຊື່ງເປັນຜູ້ຍິງທີ່ເສຍຊີວິດ ແລະແຂນຂາດເບືອງດຽວກັບທ່ານ ຈຳປາ ເມື່ອທ່ານ ຈຳປາ ເຫັນແຂນຂາດວາງຢູ່ຕໍໜ້າ ກໍເລີຍສວຍໂອກາດຈັບແຂນດັ່ງກ່າວ ແລ້ວຟ້າວໄປໂຮງໝໍມິດຕະພາບ 150 ຕຽງອີກ ແລະໝໍກໍທຳການຜ່າຕັດຕໍແຂນໃຫ້ ທ່ານ ຈຳປາ ຫຼັງຈາກຫຼາຍເດືອນຜ່ານໄປ ທ່ານຈຳປາ ກໍໄປກວດສຸຂະພາບແລະໝໍຜູ້ຜ່າຕັດກໍເລີຍຖາມອາການ ຫຼັງຈາກຜ່າຕັດ ວ່າ ເປັນແນວໃດທ່ານຈຳປາ ແຂນຂອງເຈົ້າ ທ່ານຈຳປາ ກໍຕອບຢ່າງໃວວາວ່າ ໂຮ ຄັກຫຼາຍ ທ່ານໝໍ ຂຽນພາສາອັງກິດ ນີຄ່ອງປານຫຍັງ ເສຍຢ່າງດຽວ ບາດໄປຖ່າຍເບົາ ມັນບໍຄ່ອຍຢາກວາງປານໃດ.

ຈົບ ຮ່າ.................!

 

 

ໂດຍmon  http://www.laosabai.com/plugins/jokes_menu/jokes.php?0.view.24.0

Delicious Digg Fark Twitter