ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ແຕ່ງໂດຍ: ຊ.ວົງໂສພາ


  • ແມ່ນຢູ່ສຸດຂອບຟ້າ............. ປະເທດອື່ນເມືອງໃດ

ລາວກໍ່ຍັງເປັນລາວ..............ບໍ່ແບ່ງປັນພັນເຊື້ອ

ລາວທັງເໜືອທັງໃຕ້.............ລາວກາງສຳພັນກ່ຽວ

ລວມໜຶ່ງດຽວຮ່ວມສ້າງ...........ແປງບ້ານໃຫ້ຮຸ່ງເຮືອງ


  • ຢ່າໄດ້ຫາເລື່ອງເວົ້າ........... ບິແບ່ງສາມະຄີ ເຮົາເນີ

ລາວທັງຜອງປອງດອງກັນ........ ສ້າງສາຍສຳພັນໄວ້

ລາວທັງໃດກໍ່ລາວແທ້.......... ຢ່າຜັນແປແຍກແບ່ງ

ທານນ້ຳໃຈຢ່າແຫ້ງແລ້ງ........ ໃຫ້ໄຫລລົ້ນບໍ່ຂາດສາຍ


  • ເຮົາເປັນເໝືອນນ້ອງອ້າຍ.......ເກີດຮວ່ມສາຍອຸທອນ

ມາຕຸພູມດິນລາວ..............ບ້ານແມ່ເຮົາຈິງແທ້

ເຊື້ອສາຍລາວເດີມເຄົ້າ..........ຂຸນບູຣົມອີ່ພໍ່ໃຫຍ່

ໃສວ່າລາວຕ່າງປ້ອງ...........ພົງເຊື້ອຕ່າງກັນ


  • ແມ່ນຊິໄກຈາກບ້ານ...........ພາກຖິ່ນດິນລາວ

ຄົນລາວໄປຫົນໃດ............ເຂົ້າໜຽວກໍ່ໄປພ້ອມ

ສຽງແຄນສຽງຊໍອູ້.............ຟັງດູຍັງອອ້ຍອິ່ນ ຢູ່ເດ

ໃຈຖຫວິນຮັກໝັ້ນ.............ເມືອງບ້ານບໍ່ນ່າຍແໜງ


  • ຄຳບູຮານກ່າວແຈ້ງ...........ໃຫ້ລາວຮ່ວມສາມະຄີ

ມີມາໃນຄຳກອນ..............ບອກສອນເອົາໄວ້

ເພິ່ນວ່າ"ຂໍໃຫ້ສາມະຄີໄວ້........ຄືເຂົ້າໜຽວໜຶ້ງໃໝ່

ຢ່າໄດ້ເພແຕກມ້າງ............ຄືນ້ຳຖືກເຂົ້າໜຽວ" ພີ່ນ້ອງເອີຍ.

 
Delicious Digg Fark Twitter