ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2012 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ຊ່ວຍ Comment ແດ່ເດີ້

ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ກົງກັບຊີວິດໃຜຫລາຍຄົນໃນຍຸກນີ້ບໍ່

ຮູບພາບພວກນີ້ຮວບຮວມມາຈາກຫລາຍເວບໄຊ ຂໍອະໄພທີ່ມັນເປັນພາສາໄທເດີ້

ຂຽນເມື່ອ ຂຽນເມື່ອ: ມ.ກ.. 16, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເລື່ອງລາວຂອງຄວາມຮັກກໍ່ຄ້າຍກັບການຕໍ່ຈິ໊ກຊໍ ຄືການຄ່ອຍໆແຕ່ງຕໍ່ເຕີມຈົບຄົບເຕັມສົມບູນ

ໃຫ້ເປັນຮູບເປັນຮ່າງໂດຍລະຫວ່າງການຕໍ່ນັ້ນອາດມີອຸປະສັກນາໆເກີດຂື້ນ ເພຮາະການທີ່ຄົນ

ສອງຄົນຄົບຫາກັນມັນອາດມາຈາກຫລາຍເຫດຜົນຫລາຍອາລົມ ຫລາກຄວາມຮູ້ສຶກ

ຈົນສຸດທ້າຍແລ້ວຄວາມຮັກຄັ້ງນີ້ອາດຈົບລົງແບບບໍ່ງົດງາມຕາມທີ່ຄິດນັກ!

ເພາະໃນຫ້ວງເວລາທີ່ເຮົາເອງອົກຫັກໂສກເສົ້າເສຍໃຈຈົມຢູ່ໃນຄວາມທຸກແລະເຝົ້າວົນວຽນຖາມຕົວເອງ

ເຖີງເຫດຜົນອີກຫລວງຫລາຍທີ່ເຮັດໃຫ້ຄວາມຮັກຕ້ອງຈົບລົງ.

ແຕ່ບາງທີແລ້ວ ໃຜບາງຄົນທີ່ຍ່າງຈາກມາ ເຂົາຄົນນັ້ນກໍ່ອາດເຈັບປວດໄປບໍ່ຫນ້ອຍກວ່າກັນ.........

ແລະສິ່ງທີ່ດີທີ່ສຸດໃນວັນທີ່ເຮົາພົບເຈີກັບເລື່ອງອັກຫັກເສຍໃຈເຊັ່ນນີ້ເຮົາເອງກໍ່ບໍ່ຄວນໄປນັ່ງໂທດວ່າໃຜຄົນນັ້ນຜິດ

ທີ່ເຮັດໃຫ້ເຮົາເຈັບປວດແຕ່ຈົ່ງຈື່ໄວ້ວ່າການອົກຫັກເປັນພຽງບົດທົດສອບຫນຶ່ງຂອງຄວາມຮັກ

ແລ້ວມື້ນີ້ເຮົາຕ້ອງກັບມາເລີ່ມຕົ້ນທີ່ຕົວເອງແລະປ່ອຍໃຫ້ເວລາຢຽວຢາຮັກສາຫົວໃຈຂອງຕົວເອງແລະໃນມື້ຫນຶ່ງໃນວັນຂ້າງຫນ້າ

ເຮົາເອງກໍ່ຈະຄົ້ນເຈີຈິ້ກຊໍໂຕໃຫມ່ທີ່ຈະມາຕໍ່ເຕີມຫົວໃຈດວງນັ້ນໃຫ້ເຕັມ.

ຂໍຂອບໃຈ !

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 6, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ເວລາເຮົາຮັກໃຜຈັກຄົນ ຍິ່ງຮັກຫລາຍເທົ່າໃດກໍ່ຍິ່ງຫວງຫລາຍເທົ່ານັ້ນ ບໍ່ມີໃຜຕ້ອງການສູນເສຍຄົນທີ່ຕົນເອງຮັກໄປໃຫ້ຄົນອື່ນ

ແລະນັ່ນກໍ່ແມ່ນເຫດຜົນສຳຄັນທີ່ທຳໃຫ້ຄົນເຮົາມັກຮູ້ສຶກທີ່ຈະຄອບຄອງ (ຄົນທີ່ມີຄ່າຫລາຍທີ່ສຸດໃນຊີວິດ)ເພື່ອໃຫ້ຢູ່ກັບເຮົາໄປດົນໆ

ແລະເປັນຂອງເຮົາພຽງຄົນດຽວ. ຄວາມຫວາດກົວທີ່ຈະຕ້ອງຜິດຫວັງເຮັດໃຫ້ເຮົາລະແວງທຸກຄົນທີ່ຢູ່ໃກ້ເຂົາ ແລະ ການມີຕົວຕົນຢູ່ຂອງຄົນອື່ນ

ບາງຄັ້ງກໍ່ເຮັດໃຫ້ເຮົາຫືງຫວງຫນ້າມືດຕາມົວເສຍຈົນບໍ່ຮູ້ວ່າ

ໃນຂະນະທີ່ຄວາມຮູ້ສຶກເຫລົ່ານັ້ນໄດ້ເຮັດໃຫ້ຄຸນຄ່າຂອງໃຜບາງຄົນຫລາຍຂື້ນແຕ່ກັບມີພຽງແຕ່ຕົວເຮົາ

ພຽງຄົນທີ່ຍິ່ງຫືງຫວງຫລາຍເທົ່າໃດກໍ່ຍິ່ງເຮັດໃຫ້ຄຸນຄ່າຂອງຕົວເອງຫລຸດຫນ້ອຍລົງ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 9, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ໃນດິນແດນແຫ່ງຫນຶ່ງມີຜີດິບສາມໂຕ ພາຍຫລັງທີ່ຢູ່ມາດົນພວກມັນສາມໂຕບໍ່ສາມາດຫາອາຫານໄດ້ແລ້ວໃນບໍລິເວນນັ້ນ

ເລີຍຕັດສິນໃຈຍ້າຍຖິ່ນໄປອີກດິນແດນແຫ່ງໃຫມ່ ໄປອາໄສຢູ່ໃນຖ້ຳ

ແຕ່ການຫາກິນກະຍັງບໍ່ຄ່ອຍມີເຫຍື່ອ ຫລາຍຄືນຕິດຕໍ່ກັນເຮັດໃຫ້ຜີດິບທັງສາມໂຫຍຫິວຫລາຍ

ຄືນຫນຶ່ງດ້ວຍຄວາມຫິວຜີດິບໂຕທີ່ຫນຶ່ງກໍ່ບິນອອກໄປຫາກິນແລ້ວບໍ່ດົນກະກັບມາໂດຍບໍ່ໄດ້ກິນຫຍັງເລີຍ

ໂຕທີ່ສອງກະບິນອອກໄປໂດນນນນນເຕີບກະກັບມາແບບບໍ່ໄດ້ກິນຫຍັງເຊັ່ນກິນ

ເຫລືອຜີດິບໂຕທີ່ສາມ ມັນຄິດຢາກຮ້າຍແຮງ ເລີຍບິນອອກໄປດ້ວຍຄວາມໂມໂຫ ໄປບໍ່ດົນເທົ່າໃດມັນກໍ່ບິນກັບມາ ພ້ອມເລືອດເຕັມປາກ

ຜີດິບໂຕທີ່ຫນຶ່ງແລະທີ່ສອງເຫັນເລີຍພາກັນຕື່ນເຕັ້ນຟ້າວ ຜີດິບໂຕທີ່ສາມວ່າ

ຜີດິບໂຕທີ່ 1: ເຮີ້ຍສ່ຽວເກັ່ງແທ້ໂຕນ່າເຮົາທັງສອງໄປຊອກຫາກິນທາງໃດກະບໍ່ໄດ້

ຜິດິບໂຕທີ່2 : ໂຕໄປຫາກິນທາງໃດບອກເຮົາທັງສອງແດ່ພວກເຮົາຫິວ

ຜີດິບໂຕທີ່ 3: ເອີຊິບອກໃຫ້ ຕອນສູບິນອອກໄປນອກຖ້ຳ ສູເຫັນຕົ້ນໄມ້ໃຫຍ່ຢູ່ຫນ້າຖ້ຳບໍ່

ຜີດິບໂຕທີ່ 1 ແລະ ໂຕທີ່ 2 ຕອບພ້ອມກັນ : ເຫັນລະບໍ!

ຜີດິບໂຕທີ່ 3: ເອີນັ້ນລະ ກູບໍ່ເຫັນ!

ຂໍຂອບໃຈ !

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 7, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ເຮືອບິນລຳຫນຶ່ງໄດ້ເກີດເຫດຮ້າຍຕົກລົງໄປຍັງຫມູ່ເກາະກາງທະເລມີຜູ້ລອດຊີວິດເປັນຊາຍສາມຄົນ

ທັງສາມບຸກປ່າເຂົ້າໄປໃນກາງເກາະແລະຖືກຊົນເຜົ່າກິນຄົນໃນເກາະຈັບໄດ້

ແຕ່ມື້ນັ້ນເປັນວັນເກີດຂອງທ່ານຫົວຫນ້າຊົນເຜົ່າລາວຈຶ່ງຄິດຈະເຮັດບຸນດ້ວຍການປ່ອຍຊີວິດສາມຄົນ

ນັ້ນໄປແຕ່ມີຂໍ້ແມ້ຄືໃຫ້ທັງສາມເຂົ້າປ່າໄປຫາຫມາກໄມ້ມາຄົນລະ 10 ຫນ່ວຍ.

ທັງສາມໄດ້ແຍກຍາຍກັນເຂົ້າປ່າໄປໄດ້ປະມານຊົ່ວໂມງຫນຶ່ງ ຄົນທີ່ຫນຶ່ງໄດ້ອອກມາພ້ອມຫມາກກ້ຽງ10 ຫນ່ວຍ

ທ່ານຫົວຫນ້າເຜົ່າ: ເຈົ້າຈົ່ງເອົາຫມາກໄມ້ທີ່ເຈົ້າຫາມານັ້ນຍັດໃສ່ກົ້ນຂອງເຈົ້າໃຫ້ຫມົດບໍ່ຊັ້ນຈະຖືກຂ້າຕາຍ

ຊາຍຄົນທີ່ຫນຶ່ງໄດ້ຍິນດັ່ງນັ້ນກໍ່ຮີບປະຕິບັດ ຍັດລູກທີ່ 1 ກໍ່ຍັງປົກກະຕິ ແລະລູກທີ່ສອງ ເຂົາກໍ່ສະແດງສີຫນ້າບູດບ້ຽວອອກມາແລະຖືກຂ້າຕາຍ

ຈາກນັ້ນອືກຊົ່ວໂມງຊາຍຄົນທີ່ສອງກໍ່ອອກມາຈາກປ່າພ້ອມລູກບຣູເບີຣີ່ 10ລູກ

ຫົວຫນ້າຊົນເຜົ່າກໍ່ເລີຍບອກໃຫ້ລາວເຮັດຄືກັບຊາຍຄົນທຳອິດ

ຊາຍຄົນທີ່ສອງຍັດຫມາກບຣູເບີຣີ່ໄປຈົນຮອດຫນ່ອຍທີ່ 9 ກໍ່ຫົວແຕກຂື້ນ ແລະຖືກຂ້າຕາຍ

ເທີງສະຫວັນວິນຍານທັງສອງດວງລົມກັນ

ຊາຍຄົນທຳອິດ: ເປັນຫຍັງເຈົ້າຈຶ່ງຖືກຂ້າເພຮາະແນວໃດເຈົ້າກະຍັດຫມາກບຣູເບີຣີໄປຮອດຕັ້ງ 9 ຫນ່ວຍແລ້ວ ເຈົ້າຫົວຂື້ນມາເຮັດຫຍັງ

ຊາຍຄົນທີ່ສອງ: ຕອນນັ້ນ ຕອນທີ່ຂ້ອຍຍັດເຂົ້າໄປຮອດຫມາກທີ່ 9 ກໍ່ພໍດີຫລຽວໄປເຫັນຊາຍຄົນທີ່ສາມບຸອອກມາຈາກປ່າອີກດ້ານຫນື່ງ

ຊາຍຄົນທຳອິດ: ແລ້ວມັນເປັນຫຍັງລະ

ຊາຍຄົນທີ່ສອງ: ຂ້ອຍເຫັນລາວແບກຫມາກຖົ່ວລຽນມາ10 ຫນ່ວຍອອກມາຈາກປ່າ

ຂໍຂອບໃຈ!

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2011 | ມີ 19 ຄຳເຫັນ ແລະ 0 trackback(s)

ແດງພາແຟນມານອນຢູ່ບ້ານ ດ້ວຍຄວາມທີ່ບໍ່ປະສາໃນເລື່ອງທີ່ວ່າ

ຈຶ່ງໂທຮປຶກສາກັບອ້າຍຜູ້ຊຳຊ່ອງຫົນທາງ

ແດງ: ຮາໂລ ອ້າຍຂາວຂ້ອຍພາແຟນມານອນຢູ່ບ້ານແຕ່ຂ້ອຍບໍ່ຮູ້ຊິເລີ່ມຕົ້ນແນວໃດ

ອ້າຍ: ມືງນີ່ກ່າເນາະ! ຈັ່ງແມ່ ເອົາຈັ່ງຊີ້ງ່າຍໆມືງນອນທາງເທີງ ໃຫ້ແຟນມືງນອນທາງລຸ່ມກະຈົບ

ຈາກນັ້ນແດງກະໄດ້ນອນເທີງຕຽງຈັດທີ່ນອນໃຫ້ແຟນນອນຢູ່ລຸ່ມຂ້າງໆຕຽງ

ເວລາຜ່ານໄປດົນຫລາຍຊົ່ວໂມງບໍ່ມີຫຍັງເກີດຂື້ນແດງເລີຍລຸກໄປເຂົ້າຫ້ອງນ້ຳ

ແຟນຂອງລາວໃຈຮ້າຍແຮງເລີຍອັດປະຕູກັນບໍ່ໃຫ້ເຂົ້າຫ້ອງ

ແດງເຂົ້າຫ້ອງບໍ່ໄດ້ເລີຍໂທຮໄປປຶກສາອ້າຍ

ແດງ: ຮາໂລ ອ້າຍຂາວເຮັດຈັ່ງໃດນີ່ເຂົ້າບໍ່ໄດ້ນະ

ອ້າຍ: ຄ່ອຍໆເອົາຫົວດັນເຂົາໄປຕິບັກໂງ່

ແດງປະຕິບັດຕາມພະຍາຍາມເອົາຫົວດັນປະຕູແຕ່ກະເຂົ້າບໍ່ໄດ້

ແດງ: ຮາໂລ ຂ້ອຍພະຍາຍາມແລ້ວແຕ່ເຂົ້າບໍ່ໄດ້

ອ້າຍ: ຖ້າຈັ່ງຊັ້ນມືງຄ່ອຍໆກະແທກ ກະແທກເຂົ້າໄປແລ້ວກັນ

ແດງເອາຫົວກະແທກປະຕູໂປ໊ກໆ ແຕ່ກະເຂົ້າບໍ່ໄດ້ຫົວເລີຍແຕກ

ແດງ: ຮາໂລອ້າຍຂາວເລືອດອອກແລ້ວ

ອ້າຍ: ເຮີ້ຍ ດີໃຈນຳນ້ອງຊາຍແຟນມືງຍັງບໍລິສຸດຢູ່

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ສຳລັບຫລາຍໆເທີງໂລກໃບນີ້ ຄຳວ່າ

** Steve Jobs *** ຄື ** ແຮງບັນດານໃຈ **

ເຂົາບໍ່ພຽງແຕ່ປ່ຽນວິຖີຊີວິດຂອງຄົນໃນໂລກນີ້ດ້ວຍວັດຕະກຳໃຫມ່ທີ່ເຂົາຢູ່ເບື້ອງຫລັງແຕ່ເຂົາຍັງໄດ້ຝາກຕຳເວົ້າດີໆໄວ້ຫລວງຫລາຍທີ່ເປັນແຮງບັນດານໃຈຂອງເຂົາ

1. ຂ້າພະເຈົ້າຈະກະດິ່ງແຫ່ງຄວາມຫົດຫູ້ໄປແຂວນໄວ້ໃນຈັກກະວານ

2. ການເປັນຄົນລວຍນອນລົງທີ່ຫລຸມຝັງສົບບໍ່ມີຄວາມຫມາຍອັນໃດກັບຂ້າພະເຈົ້າ ແຕ່ການລົງທີ່ຕຽງທຸກມື້ແລະບອກວ່າເຮົາໄດ້ເຮັດໃນສິ່ງຍິ່ງໃຫຍ່ທີ່ຫນ້າອັດສະຈັນ

    ເປັນສິ່ງທີ່ມີຄວາມຫມາຍກັບຂ້າພະເຈົ້າ

3. ຄາຖາຂອງຂ້າພະເຈົ້າກໍ່ຄືຈົດຈໍ່ແລະລຽບງ່າຍ ການເຮັດຫຍັງໃຫ້ລຽບງ່າຍບາງຄັ້ງກໍ່ຍາກເພາະຕ້ອງຄິດໃນສິ່ງທີ່ຊັບຊ້ອນໃຫ້ອອກມາງ່າຍແຕ່ຖ້າເຮັດອອກມາໄດ້ແລ້ວ

     ມັນຈະສຸດຍອດຫລາຍເພາະມັນເຮັດໃຫ້ເຮົາສາມາດເຄື່ອນພູເຂົາໄດ້

4. ການອອກແບບບໍ່ແມ່ນແຕ່ຮູບລັກພາຍນອກແຕ່ການອອກແບບແມ່ນການໃຊ້ງານມັນແບບໃດນຳ

5. “Stay hungry, stay foolish.” ຈົ່ງຫີວກະຫາຍ ແລະ ຕະຫນັກວ່າຕົນຍັງບໍ່ເປັນຜູ້ຮູ້

6. ຖ້າເຮົາຍັງບໍ່ພົບຈົ່ງຄົ້ນຫາຕໍ່ໄປ ຢ່າຢຸດ

7. ນັບຕ້ັງແຕ່ອາຍຸ 17 ປີ ຂ້າພະເຈົ້າເບິ່ງແວ່ນເງົາທຸກເຊົ້າແລະຖາມຕົວເອງວ່າຖ້າວັນນີ້ເປັນວັນສຸດທ້າຍໃນຊີວິດຂອງເຮົາ ເຮົາຈະຍັງຕ້ອງການເຮັດທຸກຢ່າງທີ່ເຮົາກຳລັງເຮັດຢູ່ທຸກມື້ອນີ້ຫລືບໍ່

  ແລະ ຖ້າມື້ໃດຄຳຕອບຄື ** ບໍ່ ** ຫລາຍໆວັນຕິດຕໍ່ກັນຈ້າພະເຈົາກໍ່ຮູ້ແລ້ວວ່າຕ້ອງປ່ຽນແປງອັນໃດຈັກຢ່າງ

8. ການເຕືອນຕົວເອງຕະຫລອດເວລາວ່າເຮົາກຳລັງຈະຕາຍເປັນສິ່ງທີ່ດີທີ່ສຸດທີ່ຈະເຮັດໃຫ້ເຮົາຫລຸດພົ້ນຈາກຄວາມຄິດທີ່ວ່າເຮົາຍັງມີໂອກາດລົ້ມເຫລວ

9. ເຮົາຕ້ອງວາງໃຈກັບບາງສິ່ງທີ່ເຊື່ອມຕໍ່ກັບອະນາຄົດຂອງເຮົາແລະຊີວິດຂອງເຮົາຈະແຕກຕ່າງ

10. ຄວາມຕາຍເປັນສິ່ງທີ່ທຸກຄົນຕ້ອງເຈີ ເປັນນະວັດຕະກຳທີ່ດີເລີດຂອງຊີວິດທີ່ຈະພາເຮົາໄປເຈີສິ່ງໃຫມ່ໆ

11. ເວລາຂອງເຮົາຈຳກັດຢ່າເສຍວ່າກັບບາງຄົນ ຢ່າໃຊ້ຊີວິດຕາມຜົນຄວາມຄິດຂອງຄົນອື່ນ ຢ່າໃຫ້ສຽງວິຈານດັບມອດສຽງພາຍໃຈ ສິ່ງສຳຄັນທີ່ສຸດຈົ່ງກ້າເຮັດຕາມແຮງບັນດານໃຈທີ່ຮຽກຮ້ອງຢູ່

12. ຕົ້ນແບບທຸລະກິດຂອງຂ້າພະເຈົ້າຄື The Beatlesເສີມຈຸດແຂງ ຊ່ວຍຈຸດອ່ອນຂອງທັງ 4  

      ຄົນແລະສິ່ງທີ່ເກີດຂື້ນສຳຄັນແລະສຸດຍອດກວ່າຕ່າງຄົນຕ່າງເຮັດ

13. ເຮົາມີໂອກາດຫລາຍໃນການທີ່ຈະເຮັດຫລາຍສິ່ງໃນຊີວິດຂອງເຮົາໃຫ້ດີເລີດ ເພາະທຸກຄົນຕ້ອງເປັນເລີດ ແລະນີ່ແຫລະຄືຊີວິດ

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ດວງຕາຂອງເຮົາມອງໄປໄດ້ໄກເທົ່າໃດ ເຄີຍນັບດາວເທີງຟ້າໄດ້ຈັກດວງກັນ

ຫນື່ງນາທີຂອງສາຍຕາທີ່ພັກເບິ່ງແສງດາວເຫລົ່ານັ້ນກໍ່ເກີດຄວາມຫມາຍໃດແດ່ກັບຊີວິດ

ຄຳຖາມແຫ່ງດວງດາວນີ້ອາດຟັງແລ້ວຄືເລື່ອນລອຍ ຫາກເຮົາບໍ່ເຫັນດາວຈັກດວງທີ່ວ່າ......ທໍແສງຢູ່ພາຍໃນກາງຕົວຂອງເຮົາເອງ.

ຂະນະທີ່ບາງຄົນຮູ້ສຶກວ່າຊີວິດທີ່ເຮົາເປັນຢູ່ຊ່າງກະພ່ອງກະແພ່ງເຫລືອເກີນແລະຄວາມກະພ່ອງກະແພ່ງ

ທີ່ວ່າອາດຈະລົ້ນເກີນໄປສຳລັບໃຜບາງຄົນດ້ວຍຊ້ຳ.   ໃນໂລກທີ່ເຮົາຢືນຢູ່ຈິງມີສີ່ງທີ່ຫນ້າພໍໃຈຫນ້າຢາກໄດ້ໄປຫມົດ

ຫລວງຫລາຍເສຍຈົນເກີດຄຳຖາມທີ່ວ່າ **  ຍາມໃດຈະພໍ ຫລືເມື່ອໃດຈະເຕັມ **

ຈຸດສົມດຸນຂອງຊີວິດຢູ່ບ່ອນໃດ ຈະຕ້ອງເຮັດແບບໃດຄົນທີ່ມີພ້ອມທຸກຢ່າງແລ້ວຈະບໍ່ເຄວ້ງ ແລະ ຄົນທີ່ຂາດທຸກຢ່າງຈະບໍ່ຮູ້ສຶກບົກຜ່ຶງ

ຄວາມສົມບູນຂອງຊີວິດຫາໄດ້ຍາກແທ້ຫລືບໍ່ ** ຖ້າຫນື່ງສະຫມອງແລະສອງມືເຮົາຍັງມີຄົບເລື່ອງນີ້ອາດມີຄຳຕອບກັບເຮົາໄດ້ **

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ສາວຫມັ້ນແຕ່ງຊຸດບີກິສນີ່ໂຕທີ່ນາງມັກທີ່ສຸດເພື່ອໄປລອຍນ້ຳດ້ວຍຄວາມທີ່ເປັນສະເປີດໃຫມ່

ສາວເຈົ້າບໍ່ລໍຊ້າກະໂດດລົງໄປລອຍໃນສະຕູມຕາມໂດຍທີ່ບໍ່ຮູ້ເລີຍວ່າສະນັ້ນເປັນສະສຳລັບຜູ້ຊາຍ

ລາວລອຍໄປມາດ້ວຍຄວາມເພີດເພີນໄປໄດ້ໄລຍະຫນື່ງກໍ່ຈະຂື້ນຈາກສະ ແຕ່ຂະນະທີ່ນາງຈະຂື້ນ

ບີກິສນີ່ໂຕມັກຂອງນາງເກີດອັນຕະພານຫລຸດຫາຍໄປໃສບໍ່ຮູ້ດ້ວຍຄວາມຕົກໃຈນາງເລີຍຮີບຂື້ນ

ມາຈັບເອາປ້າຍທີ່ຕັ້ງຢູ້ຂ້າງສະມາປົກປິດຈຸດສຳຄັນໄວ້ ແຕ່ດ້ວຍເຫດໃດກໍ່ບໍ່ຮູ້ມີຜູ້ຊາຍທີ່ຢູ່ບໍລິເວນຂອບສະຍ່າງເຂົ້າມາຫານາງເປັນກຸ່ມ

ນາງປະຫລາດໃຈເລີຍກົ້ມເບີ່ງປ້າຍ ** ຕາຍແລ້ວ ** ນາງຄິດໃນໃຈ

ກໍ່ຍ້ອນວ່າທີ່ປ້າຍນັ້ນຂຽນເປັນພາສາອັງກິດໂຕບັກໃຫຍ່ວ່າ  " For man "

ນາງຕົກໃຈຫລາຍຮີບປີ້ນປ້າຍອີກເບື້ງມາປິດ ບາດນີ້ທ່າທາງຈະໄດ້ຜົນກຸ່ມຜູ້ຊາຍແຕກຫນີໄປໄວວາປານເຜີ້ງແຕກຮັງຈົນຫນ້າປະຫລາດໃຈ

ນາງຈຶ່ງກົ້ມລົງໄປເບີ່ງທີ່ປ້ານອີກຄັ້ງ ເຫັນມີຂໍ້ຄວາມຂຽນເອົາໄວ້ວ່າ

" ອັນຕະລາຍ ເລິກ 3 ແມັດ "

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຈົ່ງເຕືອນຕົນ ຂອງຕົນ ໃຫ້ພົ້ນຜິດ

ເຕືອນຕົນຈິດ ຕົນໄດ້ ໃຜຈະເຫມືອນ

ຕົນເຕືອນຕົນ ບໍ່ໄດ້ ໃຜຈະເຕືອນ

ຄົນແຊເຊືອນ ໃຜຈະເຕືອນ ໃຫ້ປ່ວຍການ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ເຄີຍບໍ່....ທີ່ເຈົ້າກ້າວໄປທາງຫນ້າແຕ່ຮູ້ສຶກວ່າມັນເປັນການຖອຍຫລັງ

ເຄີຍບໍ່...ທີ່ທ້ອງຟ້າໃນໂລກສ່ວນຕົວຂອງທ່ານກັບປ່ຽນຈາກສີຟ້າມາເປັນສີເທົາຫມົ່ນໂດຍບໍ່ມີເຄົ້າລາງແຫ່ງພາຍຸຮ້າຍ

ທຸກຢ່າງພັດພາທ່ານກັບໄປຍັງຈຸດເລີ່ມຕົ້ນຫລືໄກກວ່ານັ້ນ ປ່ຽນຈາກຮອຍຍີ້ມເປັນຢົດນ້ຳຕາປ່ຽນສຽງຫົວໃຫ້ເປັນສຽງ

ສະອື້ນລ່ຳໄຫ້ວັນເວລາຄວາມສຸກຂອງເຈົ້າໄດ້ຫມົດສີ້ນໄປ.

ເພາະຄວາມຝັນບາງຄັ້ງກໍ່ເປັນສິ່ງທີ່ກໍ່ໃຫ້ເກີດທຸກ ຊີວິດຄົນເຮົາມີບັນຫາເພີ່ມຂື້ນຕາມວັນເວລາທີ່ຫມູນໄປ ທຸກໆ

ວັນເຫມືອນກັບຕ້ອງຕື່ນຂື້ນມາເພື່ອຍ່າງເຂົ້າໄປໃນສະຫມໍລະພູມຮົບ ຟາດຟັນກັບບັນຫາ ຫາກຊະນະເຮົາກໍ່ຈະ

ຍ່າງຈາກໄປພ້ອມກັບຄວາມສຳເລັດ ແຕ່ຫາກພ່າຍແພ້ເຮົາກໍ່ຈະລົ້ມຢູ່ກັບທີ່ແລ້ວຈະມີໃຜຈັກຄົນທີ່ຈະຍື່ນມືເຂົ້່າ

ມາຊ່ວຍເຫລືອບັນເທົາຄວາມເຈັບປວດນັ້ນ.

ມີຄຳເວົ້າຫນຶ່ງຫາກເຮົາຕັ້ງໃຈຈະຍ່າງໄປຍັງຈຸດຫມາຍໃດຫນື່ງແລ້ວເຮົາເລີ່ມລັງເລໃນທິດທາງ ເຮັດໃຫ້ເຮົາຍ່າງວົກວົນໄປມາ ເຖີງທີ່ສຸດແລ້ວ ເຮົາກໍ່ຕ້ອງສັບສົນໃນຮອຍຕີນຂອງຕົວເອງຈົນລືມຈຸດຫມາຍທີ່ຕ້ັງໃຈໄວ້ແຕ່ທຳອິດໄປ

ຢ່າທຳລາຍຄວາມຫວັງຂອງໃຜຈັກຄົນຫນື່ງ ເພາະນັ້ນອາດເປັນພຽງຄວາມຫວັງດຽວທີ່ດຫລືອຢູ່ຂອງເຂົາ

 

 

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

                                           ການຮັກແຕ່ບໍ່ໄດ້ຮັບຄວາມຮັກຕອບແທນເປັນທຸກ

ແຕ່ສີ່ງທີ່ທຸກຍິ່ງກວ່າຄືການຮັກໃຜຈັກຄົນແລ້ວບໍ່ມີຄວາມກ້າພໍທີ່ຈະບອກໃຫ້ຄົນໆນັ້ນຮູ້ ແລະຕ້ອງມາເສຍໃຈພາຍຫລັງ

                                    **************************************************************************************************

                      ຄວາມຮັກຄືຄວາມຮູ້ສຶກທີ່ເຮົາຫ່ວງໄຍໃຜຈັກຄົນຫນື່ງ

   ເຖີງຈະແຍກຄວາມຮູ້ສຶກ ຮັກ ຫລຸ່ມຫລົງ ແລະ ຄວາມສຳພັນອອກໄປແລ້ວກໍ່ຕາມ

                                **************************************************************************************************

               ສີ່ງທີ່ຫນ້າເສົາໃນຊີວິດຄືການໄດ້ພົບຄົນທີ່ມີຄວາມຫມາຍທີ່ສຸດສຳລັບເຮົາ

ແຕ່ມາຄົ້ນພົບພາຍຫລັງວ່າເຮົາບໍ່ໄດ້ຖືກກຳນົດມາເພື່ອສີ່ງນັ້ນ ແລະຕ້ອງປ່ອຍໃຫ້ມັນຜ່ານເລີຍໄປ

                                 **************************************************************************************************

               ເປັນຄວາມຈິງທີ່ວ່າເຮົາບໍ່ສາມາດຮູ້ເລີຍວ່າເຮົາມີຫຍັງຢູ່ຈົນກວ່າເຮົາຈະສູນເສຍມັນໄປ

ແລະກໍ່ເປັນຄວາມຈິງອີກເຊັ່ນກັນທີ່ເຮົາບໍ່ຮູ້ວ່າເຮົາພາດຫຍັງໄປຈົນກວ່າຜົນຂອງສີ່ງນັ້ນຈະຕາມເຂົ້າມາໃນຊີວິດຂອງເຮົາ

                              **************************************************************************************************

ການມອບຄວາມຮັກໃຫ້ໃຜຈັກຄົນຢ່າຄິດສະເຫມີວ່າເຮົາຕ້ອງໄດ້ຮັບຄວາມຮັກນັ້ນຕອບກັບ ແຕ່ຈົ່ງລໍຖ້າໃຫ້ມັນງອກງາມໃນໃຈເຂົາ

                             ແຕ່ຖ້າມັນບໍ່ເປັນເຊັ່ນນັ້ນໃຫ້ຖືຊະວ່າຢ່າງນ້ອຍມັນກໍ່ງອກງາມໃນໃຈຂອງເຮົາເອງ

                                         **************************************************************************************************

                             ຢ່າເວົ້າວ່າເຈ້າບໍ່ໄດ້ຮັກຄົນໆນັ້ນອີກແລ້ວຖ້າຍັງຮູ້ສຶກວ່າຕົວເອງຍັງບໍ່ສາມາດທຳໃຈ

                                            **************************************************************************************************

              ຖ້າເຈົ້າຮູ້ສຶກວ່າສີ່ງນັ້ນເຮັດໃຫ້ເຈົ້າເຈັບປວດ ຮູ້ໄວ້ເຖີະວ່າຄົນອື່ນກໍ່ເຈັບປວດຈາກສີ່ງດຽວກັນ

                                        **************************************************************************************************

ຈຸດເລີ່ມຕົ້ນຂອງຄວາມຮັກຄືການປ່ອຍໃຫ້ຄົນທີ່ເຮົາຮັກເປັນຕົວຂອງເຂົາເອງ ຢ່າພະຍາຍາມປ່ຽນແປງເຂົາໃຫ້ເປັນໃນສີ່ງທີ່ເຮົາພໍໃຈ

ເພຮາະເຊັ່ນນັ້ນກໍ່ຫມາຍຄວາມວ່າເຮົາຕ້ອງການພຽງເຫັນພາບສະທ້ອນຂອງຕົວເອງໃນຕົວຂອງເຂົາເທົ່ານັ້ນ

                                     **************************************************************************************************

ຄົນທີ່ມີຄວາມສຸກທີ່ສຸດບໍ່ໄດ້ຫມາຍຄວາມວ່າເຂົາມີສີ່ງທີ່ດີທີ່ສຸດ ພຽງແຕ່ເຂົາສາມາດເຮັດສິ່ງທີ່ເຂົາມີໃຫ້ດີທີ່ສຸດເທົ່ານັ້ນເອງ

                                     **************************************************************************************************

                               ເຮົາຮ້ອງໄຫ້ເມື່ອວັນທີ່ເຮົາເກີດໃນຂະນະທີ່ຄົນຮອບຂ້າງຍີ້ມ

    ແລະຈົ່ງມີຊີວິດຢູ່ເພື່ອ ວັນທີ່ເຮົາຈາກໄປແລ້ວເຮົາຈະເປັນຄົນທີ່ຍີ້ມໃນຂະນະທີ່ຄົນອື່ນຮ້ອງໄຫ້

                                  **************************************************************************************************

ຂໍໃຫ້ທຸກຄົນມີຄວາມສຸກ!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເປັນເລື່ອງລາວຂອງຊາຍຄົນຫນຶ່ງພາຍຫລັງທີ່ລາວແຕ່ງງານມາໄດ້ 21 ປີ

ມີມື້ຫນຶ່ງເມຍຂອງລາວໄດ້ບອກກັບລາວວ່າ ລາວຕ້ອງອອກເດດກັບຜູ້ຍິງຄົນຫນຶ່ງເຊິ່ງເປັນຄວາມຄິດຂອງຜູ້ເປັນເມຍລ້ວນໆ

* ຜູ້ເປັນເມຍ: ຂ້ອຍຮູ້ວ່າເຈົ້າຮັກລາວ

*ຜົວ : ແຕ່ຂ້ອນຮັກເຈົ້ານີ່  ຊາຍຄົນນັ້ນຖຽງ

* ຜູ້ເປັນເມຍ: ຂ້ອຍຮູ້ວ່າເຈົ້າຮັກຂ້ອຍແຕ່ເຈົ້າກໍ່ຮັກຜູ້ຍິງຄົນນີ້ເຊັ່ນກັນ

ຫລັງຈາກນັ້ນຊາຍຄົນນີ້ກໍ່ເດີນທາງໄປຍັງຮ້ານອາຫານແຫ່ງຫນື່ງໃນເມືອງ ແລະ ພົບວ່າຍິງທີ່ເມຍຂອງລາວນັດມາໃຫ້ອອກເດດນັ້ນຄື ແມ່ຂອງລາວເອງ

ເຊິ່ງນາງເປັນຫມ້າຍມາ 19 ປີແລ້ວໂດຍໃຊ້ຊີວິດກັບສັດລ້ຽງຂອງລາວ. ເຊິ່ງເຮັດໃຫ້ຊາຍຄົນນັ້ນຄິດອອກມາໄດ້ວ່າຕະລອດເວລາທີ່ເຂົາແຕ່ງງານມາ21ປີ

ເຂົາບໍ່ມີເວລາໃຫ້ແມ່ເຂົາເລີຍເພາະຕ້ອງມີພາລະຫາເງີນເກື້ອຫນູນຄອບຄົວ ເຊິ່ງເຮັດໃຫ້ລາວມີໂອກາດມາຢ້ຽມແມ່ເປັນບາງຄັ້ງຄາວເທົ່ານັ້ນ.

ໃນຂະນະທີ່ແມ່ຫລຽວເຫັນລາວ ໃບຫນ້າຂອງແມ່ຊາຍຄົນນີ້ກໍ່ມີແຕ່ຮອຍຍີ້ມ ແມ່ ຂອງລາວມ້ວນຜົມແລະໃ່ສເສື້ອທີ່ໃສ່ອອກເດດກັບພໍ່ຄັ້ງສຸດທ້າຍ

ພາຍໃນຮ້ານຊາຍຄົນນີ້ຕ້ອງເປັນຄົນອ່ານເມນູອາຫານເພຮາະແມ່ຂອງລາວສາຍຕາສັ້ນຫລາຍແລ້ວ

ໃບຫນ້າຂອງນາງຍີ້ມຕະຫລອດເວລາແລະນາງກໍ່ເອີ່ຍຄຳຫນື່ງອອກມາວ່າ:

** ຕອນທີ່ລູກຍັງນ້ອຍແມ່ຕ້ອງອ່ານເມນູໃຫ້ລູກຟັງຫລາຍໆເທື່ອຊ້ຳໄປຊ້ຳມາ

ຊາຍຄົນນັ້ນຕອບແມ່ວ່າ:

**ຊັ່ນຕອນນີ້ລູກຕ້ອງເປັນຝ່າຍອ່ານໃຫ້ແມ່ຟັງຫລາຍໆເທື່ອແລ້ວ

ແລະອາຫານຄ່ຳມື້ນັ້ນການຜ່ານໄປແມ່ລູກທັງສອງລົມກັນຢ່າງຖືກຄໍແລະພາຍຫລັງເລີກຊາຍຄົນນັ້ນກໍ່ມາສົ່ງແມ່ຂອງເຂົາທີ່ບ້ານ

ກ່ອນເຂົ້າບ້ານແມ່ເຂົາບອກວ່າ

** ແລ້ວແມ່ຈະອອກໄປທ່ຽວກັບລູກອີກເດີ້ ແຕ່ເທື່ອຫນ້າແມ່ຕ້ອງເປັນຄົນຈ່າຍຄ່າອາຫານໄດ້ຍິນບໍ່ **

ຊາຍຄົນນັ້ນຕອບດ້ວຍໃບຫນ້າຍີ້ມໆ

** ແນ່ນອນແມ່ **

******************************

ແຕ່ພາຍຫລັງຈາກນັ້ນສາມມື້ແມ່ຂອງຊາຍຄົນນີ້ກໍ່ໄດ້ເສຍຊີວິດຍ້ອນໂລກຫົວໃຈວາຍກະທັນຫັນ

ພາຍຫລັງງານສົບຂອງແມ່ລາວຜ່ານໄປອາທິດຫນຶ່ງກໍ່ມີຈົດຫມາຍສົ່ງມາຍັງບ້ານຂອງເຂົາ

ໃນຈົດຫມາຍມີໃບຈ່າຍຄ່າອາຫານທີ່ຮ້ານອາຫານແຫ່ງຫນື່ງ ແລະ ມີຈົດຫມາຍນ້ອຍໆຂອງແມ່ເຂົາ

ຂຽນຕິດມາບອກວ່າ:

** ແມ່ໄດ້ຈ່າຍຄ່າອາຫານມື້ນີ້ຮຽບຮ້ອຍແລ້ວ ແມ່ຮູ້ວ່າແມ່ຄົງບໍ່ມີໂອກາດໄປອີກຄັ້ງ

ແຕ່ຄ່າອາຫານນີ້ແມ່ຈ່າຍໄວ້ສຳລັບລູກແລະເມຍຂອງລູກ. ແມ່ຮັກລູກຫລາຍເດີ້**

ນະວິນາທີນັ້ນຊາຍຄົນນີ້ຈຶ່ງມາຫວນຄິດໄດ້ວ່າຄວາມສຳຄັນຂອງການກ່າວຄຳວ່** ຮັກ **

ຕໍ່ຄົນທີ່ເຮົາຮັກໃນຊ່ວງເວລາທີ່ເຂົາຕ້ອງການມັນ.

 

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເມື່ອມື້ຫນຶ່ງໃຜຈັກຄົເດີນຈາກໄປ

ຮູ້ສຶກບໍ່ວ່າຄວາມວຸ່ຍວາຍທີ່ເຮົາມີຕໍ່ຄົນໆຫນຶ່ງມາດົນພໍຄວນກໍ່ຫມົດໄປ

ການລົ້ມຂອງເຮົາຄັ້ງນີ້ມັນຈະເຮັດໃຫ້ເຮົາຍ່າງລະວັງຂື້ນໃນກ້າວຕໍ່ໄປ ແລະ ແນ່ນອນວ່າເຮົາບໍ່ໄດ້ຄິດທີ່ຈະບໍ່ເດີນຕໍ່ໄປເລຍ

ບາງຄັ້ງເຮົາກໍ່ຕ້ອງຍອມຮັບໃນສີ່ງທີ່ເຮົາບໍ່ເຂົ້າໃຈ ເຊັ່ນວ່າຄຳຖາມຫລວງຫລາຍໃນໃຈ ເປັນຫຍັງເຂົາຕ້ອງໄປ ເປັນຫຍັງຈື່ງຫລອກລວງເຮົາ ຍອມຮັບຊະວ່າມັນເປັນຄຳຖາມທີ່ຈຸກໃນໃຈບໍ່ມີຄຳຕອບດອກ

ຄວາມຮັກກໍ່ຄືດອກໄມ້ບໍ່ມີແຈກັນໃດທີ່ຈະຄົງຄວາມງົດງາມຂອງມັນໄວ້ໄດ້ຕະລອດໄປດອກ

ແລ້ວສຸດທ້າຍບອກຕົວເອງເລີຍວ່າຄົນທີ່ອົກຫັກແລ້ວເສຍໃຈບໍ່ແມ່ນເລື່ອງແປກ

ແຕ່ຄົນທີ່ອົກຫັກແລ້ວເສຍໃຈບໍ່ຈົບສີ້ນ ນັ້ນເປັນເລື່ອງແປກ

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ບາງຊ່ວງເວລາຂອງຊີວິດເຄີຍຮູ້ສຶກບໍ່ວ່າ ຕົວເອງກຳລັງປະສົບກັບຄວາມລົ້ມເຫລວ ຖ້າເຄີຍກໍ່ບໍ່ແມ່ນເລື່ອງແປກ

ເພາະຖ້າມີຄຳວ່າ ຄວາມສຳເລັດ ຕ້ອງມີຄຳວ່າ ລົ້ມເຫລວ ເປັນຂອງຄູ່ກັນ ພຽງແຕ່ວ່າເຮົາເອງຈະຕ້ອງຮັບກັບສະ

ຖານະການຄວາມລົ້ມເຫລວແລ້ວຮູ້ຈັກທີ່ຈະລຸກຂື້ນສູ້ອີກຄັ້ງໄດ້ແບບໃດ

ເພາະຊີວິດນັບຫນຶ່ງໄດ້ສະເຫມີ ສຳຄັນແລ້ວໂອກາດຄືລາງວັນທີ່ສຳຄັນທີ່ເຮົາຈະເປັນຄົນມອບໃຫ້ຕົວເຮົາເອງ

ເມື່ອຜິດພາດກ່ອນຈະລໍໂອກາດໃຫມ່ຈາກຜູ້ອື່ນເຮົາລອງໃຫ້ໂອກາດຕົວເຮົາເອງສາກ່ອນຈະດີບໍ່

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມີເດັກນ້ອຍຄົນຫນຶ່ງທີ່ສະແດງສີຫນ້າແລະອາລົມບໍ່ຄ່ອຍດີປານໃດ ພໍ່ຂອງລາວເລີຍໃຫ້ຕະປູກັບເຂົາຫນຶ່ງຖົງແລະບອກກັບເຂົາວ່າ

ທຸກຄັ້ງທີ່ເຂົາຮູ້ສຶກໃຈຮ້າຍຫີືູຄຽດຊັງໃຜຈັກຄົນໃຫ້ຕອກຕະປູ1ດອກໄປທີ່ຮົ້ວຫລັງບ້ານ

ຜ່ານໄປມື້ທຳອິດເດັກນ້ອຍຄົນນັ້ນຕອກຕະປູໄປ 37 ດອກແລະກໍ່ຄ່ອຍລຸດຈຳນວນລົງເລື້ອຍໆ ໃນແຕ່ລະມື້ຈຳນວນຕະປູຂອງລາວກໍ່ຫລຸດຫນ້ອຍລົງເລື້ອຍໆ

ເພາະເຂົາມາຮູ້ສຶກຕົວເອງວ່າການຄວບຄຸມອາລົມງຸດງິດໂມໂຫຂອງເຂົາງ່າຍກວ່າການຕອກຕະປູຫລາຍເທົ່າ ແລະ ພາຍຫລັງເຂົາສາມາດຄວບຄຸມອາລົມໄດ້ຈື່ງໄດ້

ໄປພົບກັບພໍ່ ແລະ ບອກກັບພໍ່ເຂົາວ່າເຂົາສາມາດຄວບຄຸມອາລົມຂອງຕົວເອງໄດ້ແລ້ວແລະພໍ່ກໍ່ບອກກັບເຂົາວ່າເປັນເຊັ່ນນັ້ນກະດີແລ້ວຖ້າຈັ່ງຊັ້ນໃນທຸກມື້ໃຫ້ລູກ

ໄປຖອດຕະປູນັ້ນອອກມື້ລະດອກ ເດັກຊາຍຜູ້ນັ້ນກໍ່ປະຕິບັດຕາມຈົນຖອນຕະປູດອກສຸດທ້າຍອອກຈາກຮົ້ວຫລັງບ້ານແລ້ວລາວກໍ່ຟ້າວແລ່ນໄປແຈ້ງຕໍ່ພໍ່ຂອງເຂົາ

ຜູ້ເປັນພໍ່ຍີ້ມບໍ່ເວົ້າຫຍັງແລ້ວຈູງມືລູກຊາຍໄປທີ່ຮົ້ວຫລັງບ້ານແລ້ວບອກລູກວ່າລູກເຮັດໄດ້ດີແລ້ວ ແຕ່ລູກສັງເກດເຫັນຫຍັງທີ່ມັນປ່ຽນໄປໃນຮົ້ວບໍ່ ໃຫ້ລູກຈື່ໄວ້ວ່າ

ການເຮັດຫຍັງທີ່ໃຊ້ອາລົມສີ່ງນັ້ນມັກຈະເກີດເປັນຮອຍແຜ ຄືກັບການເອົາມີດທີ່ແຫລມຄົມໄປແທງທີ່ໃຜຈັກຄົນຕໍ່ໃຫ້ໃຊ້ຄຳເວົ້າວ່າຂໍໂທດຈັກຄັ້ງກໍ່ບໍ່ອາດລົບຄວາມ

ເຈັບປວດ ບໍ່ອາດລົບຮອຍແຜເປັນທີ່ເກີດຂື້ນກັບຄົນໆນັ້ນໄດ້.

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຂະບວນແຫ່ປະສາດເຜີ້ງຢູ່ເດີ່ນພະທາດຫລວງຈະມີຂື້ນໃນຕອນບ່າຍ 15,00 ຂອງວັນທີ 09,11,2011

ດັ່ງນັ້ນຈຶ່ງເອົາມາບອກຕໍ່ໃຫ້ພີ່ນ້ອງພັນລາວເຮົາຜູ້ທີ່ມີເວລາ,ຢາກໄປເຮັດບຸນເພື່ອສິລິມຸງຄຸນແກ່ຊີວິດ

ຫລືວ່າບໍ່ທັນເຄີຍເຫັນປະເພນີຍິ່ງໃຫຍ່ແບບນີ້ກໍ່ສາມາດເຂົ້າຮ່ວມເຂົ້າຊົມໄດ້

ເຊິ່ງວ່າຂະບວນແຫ່ປະສາດເຜີ້ງໃນປີນີ້ແມ່ນຈະແຫ່ຢູ່ເດີ່ນທາງດ້ານນອກຂອງພະທາດເພາະທາງດ້ານໃນຄັບແຄບ

ແຕ່ສຳລັບການວຽນທຽນແມ່ນວຽນພາຍໃນໂຕທາດຫລວງເຊັ່ນເຄີຍ.

 ສ່ວນການໃສ່ບາດພຮະໄດ້ຍິນມາວ່າຈະມີພະສົງອອກບິນທະບາດໃນຕອນເຊົ້າວັນທີ 10,11,2011 ນັ້ນ

ປະມານ 1,200 ອົງ

ເອົາເປັນວ່າພີ່ນ້ອງພັນລາວໃຜທີ່ຢາກເຮັດບຸນກໍ່ເຊີນເຂົ້າຮ່ວມໄດ້ເອົາມາໃຫ້ອ່ານກັນແບບແບ່ງປັນເນາະບໍ່ມີຫຍັງຫລາຍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 2, 2011 | ມີ 27 ຄຳເຫັນ ແລະ 0 trackback(s)

ມື້ວານນີ້ແລງມີຂໍ້ຄວາມສົ່ງກັນໃຫ້ວ່ອນໃນບັນດາຂາແຊັດ ທາງໂທລະສັບອິນເຕີເນັດ

ລືກັນວ່າແຂນເຈົ້າອະນຸວົງຖືກຕັດໂດຍມີບັນດາມືດີຈາກປະເທດເພື່ອນບ້ານເຊິ່ງຖືກຈັບໄດ້ 6 ຄົນ

ຂ້າພະເຈົ້າໄດ້ຍິນແນວນັ້ນກະເລີຍວ່າສົງໄສ ເອ້ ກະດຽວວ່າຮູບປັ້ນຫລໍ່ຂອງເຈົ້າອະນຸວົງແມ່ນ

ທອງສຳລິດຖືກຕັດງ່າຍປານນັ້ນຫວາຈ່ັງໃດ ຄົນຍາມກວດກາເຮັດຫຍັງຢູ່ ໃຈຫນຶ່ງກະບໍ່ເຊື່ອ

ກະເລີຍລົງທຶນຕອນເຊົ້າມື້ນີ້ຂີ່ລົດກາຍໄປເບີ່ງໃຫ້ເຫັນຊັດເຈນກະເລີຍພົບວ່າເຈົ້າອະນຸວົງເພີ່ນກໍ່ຍັງວາແຂນໂອບອ້ອມ

ແຜ່ນນ້ຳແຜ່ນຟ້າຂອງເພີ່ນປົກກະຕິແລ້ວກະມີຄົນໄປແລ່ນອອກກຳລັງກາຍຫນ້ອຍຫນຶ່ງ ປັກກະຕິມິດງຽບ

ເອີ່ ວ່າແຕ່ຂ່າວລືແບບນີ້ມັນສ້າງກັນຂື້ນມາເພື່ອຫຍັງຫວະ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2011 | ມີ 16 ຄຳເຫັນ ແລະ 0 trackback(s)


                                                                                             

  • 1. ການຮຽນເຖີງເມື່ອຍາກແຕ່ສຸດທ້າຍຍສິ່ງທີ່ລໍຖ້າເຮົາຢູ່ຄືອະນາຄົດທີ່ງົດງາມ
  • 2. ໄຝ່ຮຽນໄຝ່ຮູ້ໄຝ່ກະຕັນຍູໄຝ່ຄວາມດີ
  • 3. ຄວາມຈິງຈັງຈິງໃຈເປັນກະແຈໄປສູ່ຄວາມສຳເລັດ
  • 4. ນັບຖືຕົວເອງ ນັບຖືຜູ້ອື່ນ ແລະ ຮັບຜິດຊອບໃໃນສິ່ງທີ່ຕົວເອງກະທຳ
  • 5. ສັດຕູທີ່ຫນ້າຢ້ານກົວໃນຊີວິດຄືຕົວເຮົາເອງ
  • 6.ຄວາມຜິດພາກມະຫັນໃນຊີວິດຄືການຍອມແພ້ຕົວເອງ
  • 7. ການລົ້ມລະລາຍໃນຊີວິດເຮົາຄືຄວາມສິິ້ນຫວັງ
  • 8. ຄົນດີບໍ່ເບັ່ງ ຄົນເກັ່ງບໍ່ໂມ້ ຄົນໃຫຍ່ໂຕບໍ່ອວດ
  • 9. ບໍ່ມີຫຍັງທີ່ເປັນໄປບໍ່ໄດ້ ພຽງແຕ່ວ່າເປັນໄປໄດ້ຍາກຫລືງ່າຍເທົ່ານັ້ນເອງ
  • 10.ເລ່ນຫມາກລຸກຢ່າເອົາແຕ່ບຸກຢ່າງດຽວ ເດີນຫມາກຮຸກຍັງຕ້ອງຄິດ ເດີນຫມາກຊີວິດບໍ່ຄິດໄດ້ແນວໃດ
  • 11. ຢ່າໄລ່ຫມາໃຫ້ຈົນຕອກ ຢ່າຕ້ອນຄົນໃຫ້ຈົນມູມ
  • 12. ເພາະສະແຫວງຫາບໍ່ແມ່ເພາະລໍຄອຍ ເພາະຊ່ຽວຊານບໍ່ແມ່ເພາະໂອກາດ ເພາະສາມາດບໍ່ແມ່ເພາະໂຊກຊ່ວຍ
  • 13. ລິຂິດຟ້າຫລືຈະສູ້ມານະຄົນ
  • 14. ອຳນາດທີ່ປາສະຈາກເຫດຜົນຄືອຳນາດຂອງຄົນພານ ອຳນາດທີ່ປາສະຈາກຄວາມເມດຕາ ຄືອຳນາດທີ່ໄດ້ມາແຫ່ງຄວາມປຼາໄຊ
  • 15. ນົກເຮັດຮັງໃຫຫ້ເບີ່ງໄມ້ ຂ້າເລືອກນາຍໃຫ້ເບີ່ງນ້ຳໃຈ
  • 16. ຜູ້ຍີ່ງໃຫຍ່ທີ່ສຸດຄືຜູ້ທີ່ເຮັດໂຕໃຫ້ນ້ອຍທີ່ສຸດ
  • 17. ສະຕິບໍ່ມາປັນຍາກໍ່ບໍ່ເກີດ
  • 18. ຄົນບໍ່ເບິ່ງການໄກໄພຈະມາເຖີງຕົວ
  • 19. ໄມ້ຄົດເອົາໄວ້ເຮັດຂໍ ໄມ້ງໍເອົາໄວ້ເຮັດກ່ຽວ ຄົນຄົດລ້ຽວເຮັດຫຍັງບໍ່ໄດ້ເລີຍ
  • 20. ເມື່ອເສຍຫລັກກໍ່ຕ້ອງຫລົບຢ່າງສະຫລາດ
  • 21. ປາໃຫຍ່ມັກຕາຍນ້ຳຕື້ນ
  • 22.ເມື່ອໃຜຄົນຫນ່ຶງເຮັດຜິດຢ່າພືງຕຳນິເຂົາ 
  • 23. ຢ່າເຊື່ອຈົນກວ່າຈະພິສູດໄດ້ວ່າສີ່ງດັ່ງກ່າວເປັນຄວາມຈິງ
  • 24. ການບໍລິຫານແມ່ນການເຮັດວຽກໃຫ້ສຳເລັດໂດຍການຢືມມືຄົນອື່ນ
  • 25. ອ່ານຄົນອອກ ບອກຄົນໄດ້ ໃຊ້ຄົນເປັນ
  • 26. ຄວາມກະຕັນຍູເປັນເຄື່ອງຫມາຍຂອງຄົນດີ
  • 27. ຄົນສະຫລາດປາດເປືອງຍ່ອມນັ່ງນິ່ງສະຫງົບຄຳ
  • 28. ຄິດຈະທຳການໃຫຍ່ຢ່າໃສ່ໃຈເລື່ອງເລັກນ້ອຍ
  • 29. ແມ້ນແຕ່ການລ້ຽງເຂົ້າຄາບນ້ອຍໆຂອງໃຜບາງຄົນຍັງຫວັງຜົນຕອບແທນ
  • 30. ສັດຕູທີ່ວ່າຮ້າຍເຫລືອຍັງບໍ່ເທົ່າເກືອທີ່ເປັນຫນອນ
  • 31.ເຫນືອຟ້າຍັງມີຟ້າເຫນືອຄົນຍັງມີຄົນ ຈົ່ງຢ່າໃຊ້ຊີວິດປະຫມາດ
  • 32. ຕາບາງຄ້ັງສາມາດເບີ່ງເຫັນສີ່ງທີ່ຢູ່ໄກລໄດ້ແຕ່ ບາງຄ້ັງກັບເບີ່ງບໍ່ເຫັນສີ່ງທີ່ໃກ້ທີ່ສຸດຂອງຕົວເອງ
  • 33. ຄົນສະຫລາດຈະເບິ່ງໄປຍັງອະນາຄົດ
  • 34. ດວງອາທິດເຮັດໃຫ້ທຸກຢ່າງກະຈ່າງຊັດເຈນແຕ່ເຮົາຍັງຕ້ອງເຮັດຄວາມເຂົ້າໃຈໃນສ່ວນທີ່ມືດທີ່ຍັງຄົງດຳລົງຢູ່
  • 35. ຜູ້ນຳທີ່ສະຫລາດບໍ່ສະແຫວງຫາຊັບສິນ ແລະ ຄຳສັນເສີນເຍີນຍໍ ແຕ່ເຖີງບໍ່ສະແຫວງຫາຜູ້ນຳທີ່ສະຫລາດກໍ່ຍັງຄົງມີທັງຊັບສິນແລະຄຳສັນລະເສີນເຍີນຍໍ
  • 36. ຄວາມງຽບຫລືການບໍ່ເວົ້າຄືຂຸມຊັບຢ່າງຫນຶ່ງ
  • 37. ຄວາມຫລົງຕົວເອງແລະຄວາມເຫັນແກ່ຕົວຍ່ອມເຮັດໃຫ້ອັດຕາທີ່ຢູ່ໃນສ່ວນລຶກຂອງຄົນໆນັ້ນຫມົ່ນຫມອງ
  • 38. ຫວ່ານພືດແນວໃດຍ່ອມໄດ້ຜົນເຊັ່ນນັ້ນ
  • 39. ຢ່າມີຫົວໄວ້ໃຫ້ພຽງແຕ່ຜົມຂື້ນ
  • 40. ພໍໃຈເທົ່າທີ່ມີ ຍິນດີເທົ່າທີ່ໄດ້
  • 41. ສິ່ງທີ່ສອນກັນບໍ່ໄດ້ຄື ສາມັນສຳນຶກ
  • 42. ໄປໃຫ້ສຸດແລ້ວຫຍຸດທີ່ຄຳວ່າພໍ
  • 43. ຫາກຍ່າງຕາມຮອຍຕີນຜູ້ອື່ນ ເຮົາກໍ່ບໍ່ມີບາດກ້າວເປັນຂອງຕົວເອງ
  • 44. ຄວາມພະຍາຍາມຄັ້ງທີ່ຮ້ອຍ ດີກວ່າທໍ້ຖອຍກ່ອນທີ່ຈະທຳ
  • 45. ການສຶກສາຄືຄວາມຮູ້ທີ່ໄດ້ມາ ບໍ່ແມ່ນສະຖາບັນ
  • 46. ສິ່ງໃດທີ່ມັນຈະເກີດມັນກໍ່ຕ້ອງເກີດ
  • 47.ອ່ອນໂຍນແຕ່ຢ່າອ່ອນແອ
  • 48. ຖ້າຄົນເຮົາບໍ່ປ່ອຍວາງອະດີດກໍ່ຈະບໍ່ຮູ້ອະນາຄົດ
  • 49. ມະນຸດນັ້ນແທ້ຈິງບໍ່ໄດ້ໃຫຍ່ມາດ້ວຍອາຫານແຕ່ໃຫຍ່ມາດ້ວຍຄວາມລຳບາກ
  • 50. ການຕັດເຈ້ຍຕ້ອງໃຊ້ຂອງມີຄົມ ແຕ່ການຕັດໃຈຈາກຄົນຕ້ອງໃຊ້ເວລາ
  • 51. ເຮັດໄປແລ້ວເສຍໃຈດີກວ່າເສຍໃຈໂດຍທີ່ບໍ່ໄດ້ກະທຳ
  • 52. ລະດັບສູງຕ່ຳຂອງຄົນວັດດ້ວຍຄ່າຄວາມດີ ບໍ່ແມ່ນຖານະ
  • 53. ຄວາມຈິງຂອງຄົນໆຫນຶ່ງບໍ່ແມ່ນຄວາມຈິງຂອງຄົນທັງຫມົດ
  • 54. ເສັ້ນທາງພິສູດມ້າ ການເວລາພິສູດຄົນ
  • 55. ເວລາຂອງຄວາມສຸກ1ນາທີແລະເວລາຂອງຄວາມສຸກ 1 ນາທີ ມັນຈະບໍ່ແຕກຕ່າງເພາະສຸດທ້າຍມັນຕ້ອງຜ່ານເລຍໄປ
  • 56. ພອນສະຫວັນບໍ່ສຳຄັນເທົ່າພອນສະແຫວງ
  • 57.ຄວາມຜິດພາດຄືສິ່ງທີ່ເຮັດໃຫ້ເຮົາພົບເຈີຄວາມຖືກຕ້ອງ
  • 58. ປຶກສາຜູ້ອື່ນຍາມທູກ ແລະ ຢ່າລືມເປັນທີ່ປຶກສາໃຫ້ຜູ້ອື່ນດ້ວຍ
  • 59. ຢ່າຕົວະໃນສີ່ງທີ່ເຮົາເອງຮູ້ດີວ່າວ່າມັນຜິດ
  • 60. ໄວ້ໃຈບຸກຄົນທີ່ຄວນໄວ້ໃຈ
  • 61. ລ້ານຄຳເວົ້າບໍ່ເທົ່າຫນຶ່ງການກະທຳ
  • 62. ໃຫ້ ໃນສິ່ງທີ່ຜູ້ອື່ນຢາກໄດ້ ແລະ ບໍ່ມີ
  • 63. ໃຊ້ຄວາມຄິດແລະເຫດຜົນ
  • 64. ຄິດເຖີງສ່ວນລວມໃຫ້ຫລາຍຄິດເຖີງຕົວເອງໃຫ້ຫນ້ອຍ
  • 65. ຢ່າປ່ອຍເວລາໃຫ້ຜ່ານໄປເສຍເປົ່າ
  • 66. ຢ່າຮູ້ຄ່າສິ່ງທີ່ຢູ່ກັບເຮົາຊ້າເກີນໄປ
  • 67. ໃຫ້ຮູ້ວ່າຕົວເອງກຳລັງເຮັດຫຍັງຢູ່
  • 68. ຫັດຮຽນຮູ້ກັບຄວາມຜິດພາດໃນອະດີດບໍ່ແມ່ນເອາມາທຳຮ້າຍຕົວເອງ
  • 69. ຄົນທີ່ບໍ່ຜິດຄືຄົນທີ່ບໍ່ເຮັດຫຍງັເລີຍ
  • 70. ຢ່າເຫັນແກ່ຕົວ
  • 71.ຢ່າລໍຄອຍສິ່ງທີ່ມາບໍ່ເຖີງ
  • 72. ກຳລັງໃຈຄືສິ່ງທີ່ສຳຄັນຫັດເຕີມມັນໃຫ້ກັບຜູ້ອື່ນແດ່
  • 73. ຈົງເປັນຜູ້ໃຫ້ ໃຫ້ຫລາຍກວ່າການຮັບ
  • 74. ຄິດກ່ອນເວົ້າ
  • 75. ຊີວິດຄົນເຮົາບໍ່ແມ່ນເກມພາດແລ້ວເລີ່ມໃຫມ່ບໍ່ໄດ້
  • 76. ເຮົາຊື້ໂມງມາໄວ້ກັບຕົວໄດ້ແຕ່ເຮົາຊື້ເວລາມາຢຸດໄວ້ກັບຕົວບໍ່ໄດ້
  • 77. ຄິດເຖີງຄົນທີ່ເຂົາຄິດເຖີງເຮົາກ່ອນສະເຫມີ
  • 78. ເຮັດທຸກຢ່າງທີ່ຕົວເອງມີຄວາມສຸກແຕ່ຢ່າເຮັດມັນເທີງຄວາມທຸກຜູ້ອື່ນ
  • 79. ຢ່າຄິດວ່າຕົວເອງໂຊກຮ້າຍທີ່ສຸດແລະໂຊກດີທີ່ສຸດ
  • 80. ມີຄວາມຮູ້ອີກຫລາກຫລາຍໃນຫນັງສືທຸກເຫລັ້ມລອງເປີດອ່ານແລ້ວຈະຮູ້
  • 81. ລູກທະນູທີ່ຖືກປ່ອຍຈາກຫນ້າໄມ້ຍັງອັນຕະລາຍບໍ່ເທົ່າຫອກທີ່ແທງມາຈາກທາງຫລັງ
  • 82. ເບິ່ງໃຫ້ເຫັນຄຸນຄ່າຂອງຕົວເອງກ່ອນທີ່ຈະໃຫ້ຄົນອື່ນເຫັນມັນ
  • 83. ຊອກຫາຄວາມສຸກທີ່ແທ້ຂອງຕົວເອງໃຫ້ເຫັນ
  • 84. ອະດີດລືມບໍ່ໄດ້ແຕ່ເຊົາຄິດໄດ້
  • 85. ຢ່າໄວ້ໃຈໃຜຫລາຍເກີນໄປ
  • 86. ບໍ່ມີມິດແທ້ ແລະ ສັດຕູຖາວອນ
  • 87. ຄວາມເມື່ອຍຍາກຈະມີຄວາມສຳຄັນເມື່ອເຮົາເອງຮູ້ວ່າເຮັດມັນເຜື່ອໃຜ
  • 88. ຢ່າຢືນໃນບ່ອນທີ່ເປື້ອນດົນເກີນໄປເພຮາະມັນຈະຕິດໂຕເຮົາຂື້ນມາຫລາຍຂື້ນເລື້ອຍໆ
  • 89. ວຽກຫນັກຈະຜ່ອນລົງເມື່ອຫລາຍຄົນຊ່ວຍກັນ
  • 90. ຢ່າຝຶກນິໄສໃຫ້ຕົວເອງເປັນຄົນຜັດມື້ຜັດວັນ
  •  
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ເພິ່ນວ່າຊີວິດໄວລຸ້ນກໍ່ເຫມືອນແປັບຊີ ຊ໊າບຊ່າຕອນເປີດແກ້ວທຳອິດ

ແຕ່ດົນໆໄປຄວາມຊ໊າບຊ່າກໍ່ຫມົດໄປເອງ

ແລະ ໄວລຸ້ນກໍ່ຄ້າຍຄືພວກສັດທັງຫລາຍຢູ່ໃນສວນສັດ

ທີ່ພ້ອມຈະອອກໄປເຈີໂລກພາຍນອກ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2011 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບາງຄັ້ງຄວາມບໍ່ເຂົ້າໃຈກັນເລີຍລະຫວ່າງຄົນສອງຄົນ

ທີ່ມີມຸມມອງເລື່ອງລາວຂອງຄວາມຮັກລະຫວ່າງກັນກໍ່ຄື

ເລື່ອງລາວທີ່ມອງຕ່າງມູມ......................

*-*-*-*-*-*-*-*-*-*-*-*-*-*-*-*

ຈຸດອ່ອນຂອງຜູ້ຍິງໃນເລື່ອງຄວາມຮັກຄື ຄິດຫລາຍ

ຈຸດອ່ອນຂອງຜູ້ຊາຍເລື່ອງຄວາມຮັກຄື ການພະຍາຍາມສື່ສານເຫດຜົນດ້ວຍໂທຮລະຈິດແທນຄຳເວົ້າ

ດັ່ງນັ້ນເມື່ອຖືງເວລາທີ່ບໍ່ເຂົ້າໃຈກັນບໍ່ມີຄຳເວົ້າໃດດີກວ່າຄຳວ່າ ຂໍໂທດ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ມີສະຫລືງເພີງປະຈົບ ໃຫ້ຄົບບາດ

ຢ່າໃຫ້ຂາດສີ່ງຂອງ ຕ້ອງປະສົງ

ຈົ່ງມັກນ້ອຍ ກິນນ້ອຍ ຄ່ອຍບັນຈົງ

ຢ່າຈ່າຍລົງ ໃຫ້ມາກ ຈະຍາກນານ

ໃຫ້ເປັນມື້ເປັນຄາວ ທັງຄາວຫວານ

ເມື່ອພໍ່ແມ່ແກ່ເຖົ້າຊະລາການ

ຈົ່ງລ້ຽງທ່ານຢ່າໃຫ້ອົດລະທົດໃຈ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

1) ຊາວພຸດຖືເອົາ ພຮະພຸດ ພຮະທຳ ແລະ ພຮະສົງເປັນທີ່ເພີ່ງອັນປະເສີດ

2) ຊາວພຸດເຊື່ອຫມັ້ນໃນກົດຂອງກຳ ເຮັດດີໄດ້ດີ ແລະ ເຮັດຊົ່ວໄດ້ຊົ່ວ

3) ຊາວພຸດຍອມໃຫ້ພຮະພຸດທະເຈົ້າເປັນຜູ້ນຳທາງຊີວິດຖືເອົາພຮະທຳເປັນແນວທາງຂອງຊີວິດ ແລະ ຖືເອົາພຮະສົງເປັນບຸກຄົນຕົວຢ່າງຜູ້ນຳທາງຊີວິດແລະເດີນຕາມແບບພຮະສົງຕະຫລອດໄປ

4) ຊາວພຸດຈະບໍ່ກາບໄຫວ້ສີ່ງອື່ນທີ່ຊາວໂລກຖືວ່າຂັງຫລືວ່າສັກສິດ

5) ຊາວພຸດຈະບໍ່ເຊື່ອໃນຊາຕາຊີວິດໃນຫມໍດູແຕ່ຈະເຊື່ອວ່າຕົນເອງສ້າງຊີວິດໃຫ້ແກ່ຕົນເອງ

6) ຊາວພຸດເວລາມີຄວາມທຸກທີ່ຕົນເອງຈະບໍ່ແລ່ນໄປຫາຫມໍດູໃຫ້ເສຍເວລາໂດຍເປົ່າປະໂຫຍດ

7) ຊາວພຸດຖືວ່າຄວາມບັງເອີນບໍ່ມີ ແຕ່ທຸກຢ່າງເກີດຈາກເຫດເມື່ອປາສະຈາກເຫດ ຜົນຈະເກີດຂື້ນບໍ່ໄດ້ເຫດທີ່ແທ້ຈິງຢູ່ທີ່ການກະທຳຂອງຕົວເອງ

8) ຊາວພຸດຈະບໍ່ມີພິທີສະເດາະເຄາະແບບຫມໍດູ ແຕ່ຈະສະເດາະເຄາະດ້ວຍການຄົ້ນຫາເຫດໃຫ້ພົບແລ້ວຕັດມັນທີ່ຕົ້ນເຫດ

9) ເລີກງາມຍາມດີສຳລັບຊາວພຸດ ບໍ່ມີ ມີແຕ່ ເຮັດດີກໍ່ຈະສົ່ງຜົນໃຫ້ເວລາດີຂື້ນ ເຮັດຊົ່ວກໍ່ຈະເຮັດໃຫ້ເວລາຊົ່ວ ແລະ ດີຊົ່ວບໍ່ໄດ້ຂື້ນກັບເວລາແຕ່ຂື້ນກັບການກະທຳຂອງຕົນເອງເທົ່ານັ້ນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຂ້າພະເຈົ້າມີເລື່ອງໃນເຟສບຸກທີ່ຫລາຍຄົນສົນໃຈກັນເປັນພິເສດໄລຍະນີ້. ເລື່ອງຂອງເລື່ອງຄືດັ່ງທີ່ເຮົາຮູ້ວ່າຫລາຍໆຄົນ

ພະຍາຍາມອັບເດດສະຖານະຕົວເອງກັນຕະຫລອດເວລາເຫລືອເກີນ ຂ້າພະເຈົ້າກະມີສ່ວນຫນຶ່ງໃນນັ້ນ ເຊິ່ງທຸກຄົນເຊື່ອ

ບໍ່ວ່າ  70% ຂອງຮູບທີ່ເຮົາເຫັນໃນເຟສບຸກ ຫລື ໃນໂລກອິນເຕີເນັດນັ້ນມັນມີຄວາມເກີນຈິງຢູ່ລວມທັງຕົວຂອງຂ້າພະເຈົ້າ

ຮະຮະ.....ພະຍາຍາມໄດ໋ເນາະທີ່ຈະໃຫ້ຮູບອອກມາງາມ. ແຕ່ວ່າເລື່ອງລາວທີ່ຈະມາເວົ້າມີສ່ວນກ່ຽວຫນ້ອຍຫນຶ່ງຄືມັນເປັນ

ການເບີ່ງຮູບລັກ ມີຜູ້ຍິງສອງຄົນຄົນຫນຶ່ງຈັດວ່າລາວເປັນຄົນງາມ ແລະລາວກະມີເພື່ອນຍິງອີກຄົນເຊິ່ງແນ່ນອນວ່າບໍ່

ມີຄວາມງາມ ແລະ ອີ່ຫຍັງທີ່ຈະໄປທຽບລາວໄດ້ເລີຍແຕ່ບໍ່ວ່າເພື່ອນຂອງລາວຈະແຕ່ງໂຕແນວໃດ ເຮັດຫຍັງກໍ່ມັກຈະເປັນ

ຄຳທີ່ລາວສາມາດເອົາຢອກລໍ້ໄດ້...ແລະແລ້ວມື້ຫນຶ່ງມີຊາຍຄົນຫນຶ່ງມາຫລົງຮັກລາວ ເພື່ອນຂອງລາວກໍ່ພະຍາຍາມຢາກ

ບອກວ່າລາວເປັນຄົນທີ່ຈັດໃນອັນດັບເຊີຍຂອງກຸ່ມຈົນຊາຍຫນຸ່ມຄົນນັ້ນອົດບໍ່ໄດ້ແລ້ວຖາມແຟນສາວຂອງລາວວ່າແມ່ນ

ແທ້ບໍ່ລາວເປັນຄືຍິງສາວເພື່ອນຂອງລາວເວົ້າແທ້ບໍ່............ມາຮອດນີ້ເພື່ອນໆພັນລາວຄິດວ່າຄຳຕອບຂອງລາວຈະເປັນແນວໃດ?

ເຮົາມາເບີ່ງຄຳຕອບພ້ອມໆກັນເລີຍ,,,,,,

*-*-*-*-*-*-*-*-*-*-*-*-*-*-*-*-*-*-*-*-*-*-*-*-*-*-*-*-*-*-*-*----------

ນາງບອກກັບເພື່ອນຊາຍຂອງລາວວ່າຫາກຮູບໃນແວ່ນຂອງຂ້ອຍມັນບໍ່ສະທ້ອນເງົາທີ່ແທ້ຂອງຂ້ອຍ

ແລ້ວ ຮູບອັນງົດງາມຂອງຫມູ່ຂ້ອຍກໍ່ບໍ່ໄດ້ສ່ອງໃຫ້ເຈົ້າເຫັນນິໄສ ແລະ ການກະທຳຂອງເພື່ອນຂ້ອຍເຊັ່ນກັນ

ຫາກແຕ່ສຳລັບຂ້ອຍແລ້ວດວງຕາທັງສອງຂ້າງທີ່ຂ້ອຍຍັງສາມາດເບີ່ງເຫັນໄດ້ນັ້ນຂ້ອຍເລືອກເບີ່ງໃນສ່ວນທີ່

ດີຂອງເພື່ອນຍິງຂ້ອຍ ແລະ ເລືອກທີ່ຈະຍອມຮັບທຸກການກະທຳຂອງນາງ...ແລ້ວເຈົ້າໃຊ້ຫຍັງມາເລືອກຂ້ອຍ?