ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 18, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ຮັກຜົວ ຕ້ອງຍອມຜົວ ທັງກາຍ ແລະໃຈ

ຮັກຜົວ ຕ້ອງອ່ອນໄຫວ ຜົວວ່າ ຈັ່ງໃດ ຕ້ອງເຮັດຕາມ

ຮັກຜົວ ຕ້ອງເຄົາລົບ ຢ່າລວນລາມ

ຮັກຜົວ ຕ້ອງເຮັດຕາມ ຢ່າວູ່ວາມເດັດຂາດ

ຮັກຜົວ ຕ້ອງອົດທົນ ເພາະວ່າຜົວເປັນຄົນ ບໍ່ຍອມໃຜ

ຮັກຜົວ ຕ້ອງທຳໃຈ ບໍ່ແມ່ນຜົວຂອງໃຜ ກໍຈະແມ່ນຜົວຂອງເຮົາ

ຮັກຜົວ ຕ້ອງໝັ່ນແຕ່ງຕົວ ເພາະຈະຊວຍ ຜົວບໍ່ເອົາ

ຮັກຜົວ ຕ້ອງຄອຍເຝົ້າ ຜົວເມົາກໍຕາມໃຈ

ຮັກຜົວ ຕ້ອງຝືກຝົນ ຜົວເປັນຄົນມັກຂອງໃໝ່

ຮັກຜົວ ຕ້ອງເຂົ້າໃຈ ຜົວໄປທາງໃດບໍ່ຕ້ອງຫ້າມ

ຮັກຜົວ ຕ້ອງທຸກຍາມ ບໍ່ຊັກຖາມໃຫ້ລົບກວນໃຈ

ຮັກຜົວ ຕ້ອງກ້າເສຍ ຍົກນ້ອງເມຍໃຫ້ຜົວພາໄປທ່ຽວ

ຮັກຜົວ ຕ້ອງເອົາໃຈ ຫາສາວໃໝ່ໆມາເອົາໃຈ

ຮັກຜົວ ຕ້ອງເຊື່ອຟັງ ຜົວສຽງດັງຕ້ອງທົນໄດ້

ຮັກຜົວ ຕ້ອງຮູ້ໃຈ ຜົວຢາກໄດ້ຕ້ອງໄປຫາມາໃຫ້

ຮັກຜົວ ຕ້ອງໃຈເຢັນ ເພາະຜົວຄືດັ່ງເທວະດາ

ຮັກຜົວ ຕ້ອງບູຊາ ຜົວມີຄ່າກ່ວາສິ່ງໃດ

ຮັກຜົວ ຕ້ອງຮັກດຽວ ຢ່າໄດ້ໄປທ່ຽວຮັກຜົວຄົນອື່ນ

ຮັກຜົວ ຕ້ອງແນ່ໃຈ ຜົວຮັກຍິງອື່ນ ກໍຕ້ອງຍອມ

ຮັກຜົວ ຕ້ອງຮັກແທ້ໆ ຜົວຂອງຂ້ອຍ

ຮັກຜົວ ຕ້ອງຈື່ຈຳໝັ້ນ ທຸກໆຂໍ້ຂ້າງເທິງນັ້ນ ສຳຄັນໝົດ

Delicious Digg Fark Twitter