ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

   ສະບາຍດີ ເພື່ອນໆພັນລາວໝົດທຸກຄົນ ບາງຄົນອາດຈະງົງກັບຫົວຂໍ້ແມ່ນບໍ່ ຂ້ອຍກະງົງຄືກັນ ເຮີໆໆໆໆໆ! ແບບວ່າ ຈະຂຽນເຖິງໂຕເອງນິລະ ຂ້ອຍເອງ ຊື່ວ່າ ປ໋ອງ ມີອ້າຍ-ນ້ອງນຳກັນ 5 ຄົນ, ຂ້ອຍເປັນລູກຄົນທີ 2, ຊີວິດປະຈຳວັນກະບໍ່ມີຫຍັງຫຼາຍ ແຕ່ຢາກເລົ່າຊູ່ຟັງ ຕື່ນນອນກະປະມານ 7:30 ແຕ່ກະບໍ່ໄດ້ເຮັດວຽກ ເຮືອນຫຍັງຊ່ວຍຂະເຈົ້າດອກ ຢ່າງເລາະໄປນັ່ງຢູ່ບ່ອນນັ້ນ ບ່ອນນີ້ ຮອດ 8:00 ກະໄປອາບນ້ຳມາວຽກ ກວ່າຈະຮອດຫ້ອງຫານຫະປະມານ 9:00 ເລິກວຽກກະ  17:00 ໂມງ ແຕ່ກະກັບບ້ານບໍ່ຕົງເວລາດອກ, ສ່ວນໂຕແລ້ວເປັນຄົນຂ້ອນຂ້າງມິດ, ໃຈຮ້ອນ, ບໍ່ໃຈນ້ອຍ ແຕ່ຖ້າໃຜເຮັດໃຫ້ຊັງລະຢ່າຫວັງວ່າຈະກັບໄປລົມ ນຳອີກ, ມັກເອົາໃຈຄົນອ້ອມຂ້າງ ແຕ່ບໍ່ມັກໃຫ້ໃຜມາຄັດໃຈ, ມັກສັງສັນນຳໝູ່ (ກັບຄອບຄົວກະບາງເທື່ອ) ບໍ່ມັກສົນໃຈນຳຄຳເວົ້າຂອງໃຜ, ເປັນຄົນຄິດຫຼາຍ, ສະຖານະຕອນນີ້ຫວາ ໂສດ... ສະນິດ, ເຫງົາໆ ແຫລະ ! ຢາກໄດ້ໝູ່ລົມແຮງໆ (ແຟນກະຢາກໄດ້ຄືກັນ), ສ່ວນສະເປັກຜູ່ສາວຫວາ ເປັນຄົນອາລົມດີ, ອັດທະຍາ ໃສດີ, ສູງກະປະມານ 160, ຂາວ, ໜ້າຮັກ, ຈິງໃຈ, ທີ່ສຳຄັນເຂົ້າກັບຄອບຄົວຂ້ອຍໄດ້...... ແຕ່ຈະມີໃຜໃຈດີບໍ່ນໍ ? ຖ້າໃຜທີ່ຍັງໂສດ ສົນໃຈກະລອງມາລົມກັນ ເບິ່ງກະໄດ້ເດີ້ ! ແຕ່ຕອນນີ້ຍັງງົງກັບຊີວິດໂຕເອງຢູ່ນິ

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່