ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 21, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ສົ້ນຕີນ ເປັນພາກສ່ວນໜຶ່ງຂອງຕີນແລະຕີນທີ່ເປັນອົງປະກອບໜຶ່ງຂອງຮ່າງກາຍ.​ສົ້ນຕີນມີປະໂຫຍດຫຼາຍຢ່າງແລະເປັນພາກສ່ວນທີ່ເຮັດໜ້າທີ່ສຳຄັນໃນການຮອງຮັບນ້ຳໜັກຂອງເຮົາໃນເວລາຢືນ ແລະ ຍ່າງ. ໃນແຕ່ລະມື້ສົ້ນຕີນຕ້ອງແບກຮັບນ້ຳໜັກຮ່າງກາຍຂອງເຮົາຢ່າງບໍ່ໄດ້ຫຍຸດໄດ້ຢ່ອນ, ເປັນອົງປະກອບໜຶ່ງທີ່ຊ່ວຍໃຫ້ເຮົາສາມາດຍ່າງໄປຫັ້ນມາໜີ້ໄດ້ເຮັດໃຫ້ເຮົາໄດ້ເຫັນໂລກອັນກ້ວາງໃຫຍ່ນີ້.

ແຕ່ເຖິງແນວໃດກໍ່ຕາມຄົນສວນຫຼາຍກໍ່ຍັງມີຄວາມເອົາໃຈໃສ່ແລະເຫັນຄຸນຄ່າຂອງສົ້ນຕີນໜ້ອຍຢູ່ເຊິ່ງມັນສະແດງອອກຢູ່ບອນວ່າສົ້ນຕີນຂອງບາງຄົນຍັງແຕກເຫີບດຳເປັນເກີ້ມຢູ່, ຊ້ຳບໍ່ໜຳຍັງເອົາສົ້ນຕີນໄປນຳໃຊ້ເປັນຄຳດ່າທີ່ມັກນິຍົມກັນໃນໝູ່ໄວລຸ້ນເຊັ່ນ: ບັກສົ້ນຕີນ, ບັກໜ້າສົ້ນຕີນ ເປັນຕົ້ນ.

ເລື່ອງນີ້ເຮັດໃຫ້ຮູ້ວ່າບາງເທື່ອສິ່ງທີ່ມີຄ່າທີ່ສຸດນັ້ນແມ່ນຢູ່ກັບໂຕເຮົາ ຫຼື ຢູ່ໃກ້ໂຕເຮົາ ແຕ່ເຮົາອາດຈະບໍ່ເຄີຍໃຫ້ຄວາມໃສ່ໃຈ ຫຼື ສົນໃຈ ຊ້ຳບໍ່ໜຳຍັງທຳລາຍ ແລະ ເຮັດໃຫ້ເສຍໃຈ.

ເພາະສະນັ້ນຂໍໃຫ້ທ່ານເອົາໃສ່ໃຈຮັກສາກັບສິ່ງທີ່ມີຄ່າທີ່ຢູ່ໃກ້ໂຕ ຫຼື ຢູ່ກັບທ່ານນັ້ນໃຫ້ດີ ຖ້າບໍ່ດັ່ງນັ້ນຖ້າທ່ານເສຍມັນໄປແລ້ວທ່ານເອງນັ້ນແຫຼະຈະເປັນຄົນເສຍໃຈ ຄືກັນກັບສົ້ນຕີນທີ່ແຕກເຫີບແລ້ວບໍ່ມີວັນຈະກັບມາເປັນຄືເກົ່າໄດ້.

ພຸດທະກອນ ຫຼວງໂຍທາ

 

Delicious Digg Fark Twitter